ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 4
“ວັນຍິງໃຫຍ່” ຂອງພຣະເຈົ້າ
ພຣະເຈົ້າຊົງມອບຊາຕາກຳແຫ່ງໂລກພິພົບໃຫ້ພະຊຸມພານ້ອຍ
1.ພາຍຫລັງເຫດການດັ່ງກ່າວແລ້ວ ຂ້າພະເຈົ້າໄດ້ນິມິດເຫັນດັ່ງຕໍ່ໄປນີ້: ມີປະຕູປ່ອງໜຶ່ງໄຂຢູ່ໃນສະຫວັນ ແລະພະສຸລະສຽງຊຶ່ງຂ້າພະເຈົ້າໄດ້ຍິນເໝືອນດັ່ງສຽງແກກ່ອນນັ້ນ ຊົງກ່າວກັບຂ້າພະເຈົ້າວ່າ: “ຈົ່ງຂຶ້ນມາທີ່ນີ້ ແລະເຮົາຈະສະແດງໃຫ້ເຈົ້າເຫັນເຫດການທີ່ຕ້ອງເກີດຂຶ້ນໃນພາຍໜ້າ.” 2.ໃນເວລານັ້ນເອງ ຂ້າພະເຈົ້າກໍເຊີ້ລືມຕົວໄປ ພໍດີມີລາດຊະບັນລັງອັນໜຶ່ງຕັ້ງຢູ່ໃນສະຫວັນ ແລະມີທ່ານຜູ້ໜຶ່ງປະທັບຢູ່ເທິງບັນລັງນັ້ນ... 3.ທ່ານຜູ້ປະທັບຢູ່ເທິງບັນລັງນັ້ນ ມີລັກສະນະເໝືອນແກ້ວມະນີໂຊດຫລືແກ້ວພິລາ ມີຮຸ້ງໂຕໜຶ່ງຫ້ອມລ້ອມລາດຊະບັນລັງນັ້ນ ຄ້າຍຄືແສງແກ້ວມໍລະກົດ 4.ຢູ່ອ້ອມລາດຊະບັນລັງນັ້ນ ກໍມີບັນລັງຊາວສີ່ອັນອີກ ແລະມີຜູ້ອະວຸໂສຊາວສີ່ທ່ານນັ່ງເທິງບັນລັງເຫລົ່ານັ້ນ, ທຸກທ່ານນຸ່ງເຄື່ອງຂາວ ແລະຫົວສວມມຸງກຸດຄຳ. 5.ມີສຽງຟ້າແມບ ສຽງຟ້າຮ້ອງ ແລະສຽງກ່າວ ດັງອອກຈາກລາດຊະບັນລັງ ແລະມີຕະກຽງເຈັດໜ່ວຍໃຕ້ຢູ່ຕໍ່ໜ້າລາດຊະບັນລັງ ທີ່ໝາຍເຖິງພຣະຈິດທັງເຈັດຂອງພຣະເຈົ້າ. 6.ຕໍ່ໜ້າລາດຊະບັນລັງ ປາກົດມີຄືທະເລໃສເຫລື້ອມດັ່ງແກ້ວມະນີຢູ່ໃຈກາງຢູ່ອ້ອມລາດຊະບັນລັງມີສັດທີ່ມີຊີວິດສີ່ຕົວ ທີ່ມີຕາທາງຂ້າງໜ້າແລະຂ້າງຫລັງ 7.ສັດຕົວທີໜຶ່ງເປັນຄືສິງ ຕົວທີສອງເປັນຄືງົວເຖິກນ້ອຍ, ຕົວທີສາມມີສີ່ໜ້າເໝືອນມະນຸດ ຕົວທີສີ່ເປັນຄືນົກອິນຊີກຳລັງບິນ. 8.ສັດມີຊີວິດທັງສີ່ ແຕ່ລະຕົວມີຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ສັດເຫລົ່ານີ້ຮ້ອງຕະຫລອດເວັນຕະຫລອດຄືນ ໂດຍບໍ່ຢຸດບໍ່ເຊົາ ວ່າ: “ສັກສິດ! ສັກສິດ! ສັກສິດ! ພຣະອົງພຣະເຈົ້າຜູ້ເປັນເຈົ້າສັບພະສິ່ງທັງປວງ. ພຣະອົງຊົງດຳຣົງຢູ່ໃນອະດີດ ຊົງດຳຣົງຢູ່ໃນປັດຈຸບັນ ແລະຊົງສະເດັດມາ”. 9.ທຸກເທື່ອທີ່ສັດມີຊີວິດຖະຫວາຍສີມຸງຄຸນ ຄຳສັນເສີນ ແລະຄຳສົມມະນາຄຸນແດ່ພຣະອົງ ຜູ້ຊົງປະທັບຢູ່ເທິງລາດຊະບັນລັງ ແລະຊົງດຳຣົງຢູ່ຕະຫລອດໄປ 10.ບັນດາອະວຸໂສທັງຊາວສີ່ກໍຂາບລົງຖະຫວາຍບັງຄົມ ແລະນະມັດສະການພຣະອົງຜູ້ຊົງປະທັບຢູ່ລາດຊະບັນລັງ ແລະຊົງດຳຣົງຢູ່ຕະຫລອດໄປ ແລ້ວປົດມຸງກຸດອອກ ວາງລົງຕໍ່ໜ້າລາດຊະບັນລັງ ແລະກ່າວທູນວ່າ: 11.“ໂອພຣະອົງເຈົ້າແລະພຣະເຈົ້າຂອງ ພວກຂ້າພະເຈົ້າ ພຣະອົງຊົງສົມຄວນທີ່ຈະໄດ້ຮັບສີມຸງຄຸນ ຄຳສັນເສີນແລະຣິດທານຸພາບ ດ້ວຍວ່າ ພຣະອົງໄດ້ຊົງສ້າງໂລກພິພົບ ແລະໃຫ້ຄົງຢູ່ດ້ວຍນ້ຳພຣະໄທຂອງພຣະອົງ.”