ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 20
ການປົກຄອງຊົ່ວໄລຍະພັນປີ
1.ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອົງໜຶ່ງລົງມາຈາກສະຫວັນ ຖືລູກກະແຈແຫ່ງເຫວເລິກແລະໂສ້ເສັ້ນໃຫຍ່ຢູ່ໃນມື. 2.ເທວະດາອົງນີ້ໄດ້ຄວບຄຸມໂຕເງືອກໄວ້ ໂຕງູແຕ່ດຶກດຳບັນ ແມ່ນຜີປີສາດ ຊາຕານ ແລະໄດ້ໃສ່ໂສ້ມັນໄວ້ຊົ່ວໄລຍະ 1000 ປີ, 3.ເພິ່ນໄດ້ຖິ້ມມັນລົງໃນເຫວເລິກ ແລ້ວອັດໃສ່ໄລແລະປະທັບຕາໃສ່ພ້ອມ ເພື່ອໃຫ້ມັນຢຸດເຊົາຫລອກຕົວະປະຊາຊາດ ຈົນກວ່າ 1000 ປີ ຜ່ານພົ້ນໄປ. ຫລັງຈາກນັ້ນ ຈະຕ້ອງປ່ອຍມັນອອກເປັນເວ ລາຊົ່ວຄາວ. 4. ຂ້າພະເຈົ້າຍັງໄດ້ເຫັນບັນລັງຫລາຍອັນ ແລະພວກທີ່ໄດ້ຮັບໜ້າທີ່ເພື່ອພິພາກສາຕັດສິນ ກໍນັັ່ງຢູ່ເທິງບັນລັງນັ້ນ ແມ່ນບັນດາວິນຍານຂອງຈຳພວກທີ່ໄດ້ຖືກຕັດຄໍ ຍ້ອນການເປັນພະຍານເຖິງພຣະເຢຊູເຈົ້າແລະພຣະວາຈາຂອງພຣະເຈົ້າ ແລະທຸກຄົນທີ່ບໍ່ຍອມບູຊາສັດຮ້າຍແລະຮູບຂອງມັນ ພວກທີ່ບໍ່ຍອມຖືເຄື່ອງໝາຍຂອງມັນ ຕິດໄວ້ທີ່ໜ້າຜາກຫລືມືຂອງຕົນ. ເຂົາເຫລົ່ານັ້ນໄດ້ຄືນມີຊີວິດໃໝ່ ແລະໄດ້ປົກຄອງຮ່ວມກັບພຣະກຣິສໂຕເຈົ້າ ຊົ່ວໄລຍະ 1000 ປີ. 5.ນີ້ແມ່ນການກັບຄືນຊີບບັ້ນຕົ້ນ. ສ່ວນບັນດາຜູ້ຕາຍອືື່ນໆຈະບໍ່ໄດ້ຄືນມີຊີວິດໃໝ່ອີກ ຈົນກວ່າ1000 ປີ ນັ້ນຈະລ່ວງກາຍໄປ. 6.ຜູ້ທີ່ມີສ່ວນໃນການກັບຄືນຊີບຄັ້ງຕົ້ນນີ້ ເປັນຜູ້ມີສຸກແລະສັກສິດຫລາຍ. ຄວາມຕາຍຄັ້ງທີສອງຈະບໍ່ມີສິດເໜືອເຂົາເລີຍ ແຕ່ພວກເຂົາຈະໄດ້ເປັນສົງຂອງພຣະເຈົ້າແລະຂອງພຣະກຣິສໂຕ ພ້ອມທັງຈະໄດ້ປົກຄອງຮ່ວມກັບພຣະອົງຕະຫລອດ 1000 ປີ.
ການປະທະຄັ້ງທີສອງ
7.ເມື່ອ1000 ປີ ຈະລ່ວງກາຍໄປ ຊາຕານກໍຈະຖືກປ່ອຍຈາກຄຸກ 8.ມັນຈະໄປຫລອກລວງບັນດາປະຊາຊາດທົ່ວທິດທັງສີ່ຂອງແຜ່ນດິນໂລກ, ຄືໂຄກແລະມາໂຄກ ໃຫ້ມາທ້ອນໂຮມກັນເພື່ອເສິກສົງຄາມ ຈຳນວນເຂົາຈະຫລາຍເທົ່າເມັດຊາຍໃນທະເລ 9.ພວກເຂົາໄດ້ຍົກທັບອອກໄປທົ່ວທັງປະເທດ ແລ້ວໄດ້ປິດລ້ອມຄ້າຍຂອງພວກນັກບຸນ ແລະນະຄອນທີ່ແສນຮັກຫອມຂອງພຣະເຈົ້າ. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະໄດ້ລ້າງຜານພວກເຂົາເສຍ. 10.ສ່ວນຜີປີສາດຜູ້ຫລອກລວງພວກເຂົາກໍໄດ້ຖືກຖິ້ມລົງຂຸມໄຟທີ່ລຸກໄໝ້ຢູ່ດ້ວຍມາດ ໃຫ້ໄປພົບກັບສັດຮ້າຍແລະປະພາສົກທຽມ ແລະພວກເຂົາຈະໄດ້ຮັບທົນທຸກທໍຣະມານທັງເວັນແລະຄືນຕະຫລອດເປັນນິດ.
ການພິພາກສາໂທດໃສ່ນານາຊາດ
11.ແລ້ວຂ້າພະເຈົ້າໄດ້ເຫັນພະລາດຊະບັນລັງໃຫຍ່ຂະໜາດອັນໜຶ່ງສີຂາວ ພ້ອມທັງພຣະອົງຜູ້ປະທັບຢູ່ເທິງນັ້ນ. ຟ້າສະຫວັນແລະແຜ່ນດິນໂລກພ່າຍໜີຕໍ່ພຣະພັກພຣະອົງ ໂດຍບໍ່ເຫັນຮອຍເລີຍ. 12.ແລະຂ້າພະເຈົ້າໄດ້ເຫັນບັນດາຜູ້ຕາຍ, ທັງໃຫຍ່ແລະນ້ອຍ, ຢືນຢູ່ຕໍ່ໜ້າພະລາດຊະບັນລັງນັ້ນ ໜັງສືຕ່າງໆກໍຖືກເປີດແບອອກ, ແລ້ວມີໜັງສືເຫລັ້ມໜຶ່ງຊຶ່ງແມ່ນໜັງສືທະບຽນແຫ່ງຊີວິດ ແລ້ວບັນດາຜູ້ຕາຍກໍໄດ້ຮັບຕັດສິນຕາມມີບັນທຶກໄວ້ໃນໜັງສືນັ້ນ, ແຕ່ລະຄົນຕາມຜົນງານຂອງໃຜມັນ. 13.ທະເລກໍສົ່ງຄືນຈຳນວນຜູ້ຕາຍຊຶ່ງເຂົາມີ, ຄວາມຕາຍແລະແດນມໍລະນາກໍສົ່ງຄືນຈຳນວນຜູ້ຕາຍຂອງເຂົາ, ແລະແຕ່ລະຄົນກໍໄດ້ຮັບການພິພາກສາຕາມຜົນງານຂອງຕົນ. 14.ແລ້ວຄວາມຕາຍແລະແດນມໍລະນະກໍຖືກຖິ້ມລົງໃນຂຸມໄຟ. ຂຸມໄຟນີ້ແລແມ່ນຄວາມຕາຍຄັ້ງທີສອງ ແລະຜູ້ໃດບໍ່ມີຊື່ບັນທຶກໄວ້ໃນທະບຽນແຫ່ງຊີວິດກໍຖືກຖິ້ມລົງໃນຂຸມໄຟ.