ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ

ພາກທີ 19

ເພງໄຊຊະນະບົນສະຫວັນ

1.ຫລັງຈາກນັ້ນ ຂ້າພະເຈົ້າໃດ້ຍິນເໝືອນກັບສຽງຂອງຝູງຄົນເປັນຈຳນວນມາກໃນສະຫວັນ ທີ່ກຳລັງຮ້ອງວ່າ: “ອັນເລລູຢາ! ຄວາມຮອດພົ້ນ ຄວາມສະງ່າງາມ ແລະຣິດທານຸພາບເປັນຂອງພຣະອົງ ພຣະເຈົ້າຂອງພວກເຮົາ. 2.ດ້ວຍວ່າຄຳພິພາສາຂອງພຣະອົງທ່ຽງຈິງ ແລະຍຸຕິທຳ ພຣະອົງໄດ້ຊົງພິພາກສາຍິງໂສເພນີຜູ້ເລືອງນາມ ຜູ້ໄດ້ເຮັດໃຫ້ໂລກເສື່ອມເສຍດ້ວຍການລ່ວງປະເວນີຂອງມັນ ແລະໄດ້ຊົງແກ້ແຄ້ນຕອບແທນ ໃຫ້ເລືອດຂອງບັນດາຂ້າໄຊ້ຂອງພຣະອົງແລ້ວ” 3.ແລ້ວພວກເຂົາຮ້ອງຕໍ່ໄປວ່າ: ອັນເລລູຢາ! ແມ່ນແທ້ ຄວັນໄຟພຸ່ງຂຶ້ນຕະຫລອດໄປເປັນນິດ! 4.ແລ້ວພວກອະວຸໂສທັງຊາວສີ່ ພ້ອມດ້ວຍສັດມີຊີວິດທັງສີ່ ກໍຂາບລົງນະມັດສະການພຣະເຈົ້າຜູ້ຊົງປະທັບຢູ່ບົນລາດຊະບັນລັງ ໂດຍກ່າວວ່າ: “ອາແມນ ອັນເລລູຢາ” 5.ແລ້ວມີສຽງຈາກລາດຊະບັນລັງກ່າວບອກວ່າ: “ທ່ານທຸກຄົນຜູ້ຮັບໃຊ້ແລະຢ້ານຈຽມພຣະອົງພຣະເຈົ້າຂອງເຮົາທັງຫລາຍ ທັງໃຫຍ່ແລະນ້ອຍ ຈົ່ງສັນຣະເສີນພຣະອົງເຖີດ”. 6.ແລ້ວຂ້າພະເຈົ້າໄດ້ຍິນເໝືອນກັບສຽງຂອງຝູງຄົນເປັນຈຳນວນມາກ ເໝືອນສຽງນ້ຳນອງເໝືອນສຽງນອງລົມຝົນໃຫຍ່ ສຽງນັ້ນຮ້ອງກ່າວວ່າ: “ອັນເລລູຢາ! ດ້ວຍວ່າພຣະອົງພຣະເຈົ້າ ຜູ້ເປັນເຈົ້າສັບພະສິ່ງທັງປວງ ໄດ້ຊົງຂຶ້ນສະເຫວີຍຣາດແລ້ວ 7.ພວກເຮົາຈົ່ງມ່ວນຊື່ນຍິນດີ ພ້ອມກັນຍ້ອງຍໍສໍລະເສີນພຣະອົງພຣະເຈົ້າ, ດ້ວຍວ່າ ແມ່ນເວລາມຸງຄຸນສົມລົດຂອງພະຊຸມພານ້ອຍແລ້ວ ແລະເຈົ້າສາວຂອງພຣະອົງໄດ້ຈັດແຕ່ງຕົວໃຫ້ສວຍງາມພ້ອມແລ້ວ. 8.ຄືນາງໄດ້ນຸ່ງຫົ່ມດ້ວຍຜ້າປ່ານ ເນື້ອເສາະໃສຂາວສະອາດ”. ຕາມຈິງແລ້ວ ຜ້າປ່ານໝາຍເຖິງກິດຈະ ການຂອງພວກນັກບຸນ. 9.ແລ້ວເທວະດາໄດ້ບອກຂ້າພະເຈົ້າວ່າ: “ຈົ່ງຂຽນໄວ້ວ່າ: ບຸນລາບແກ່ບັນດາຜູ້ໃດ້ຮັບເຊີນມາໃນງານມຸງຄຸນສົມລົດຂອງພະຊຸມພານ້ອຍ. ແລະເພິ່ນຍັງເສີມວ່າ “ຖ້ອຍຄຳເຫລົ່ານີ້ຂອງພຣະເຈົ້າເປັນຄວາມຈິງແທ້”. 10. ຂ້າພະເຈົ້າຈຶ່ງໝອບລົງແທບພະຫັດ ຂອງທ່ານ ເພື່ອໄຫວ້ນະມັດສະການ ແຕ່ທ່ານໄດ້ກ່າວກັບຂ້າພະເຈົ້າວ່າ: “ບໍ່ແມ່ນ ຈົ່ງລະວັງ, ເຮົາກໍແມ່ນຜູ້ຮັບໃຊ້ຄືກັນກັບເຈົ້າ ແລະເພື່ອນພີ່ນ້ອງຂອງເຈົ້າ ທີ່ໃດ້ຮັບການເປັນພະຍານເຖິງພຣະເຢຊູູເຈົ້າ ແມ່ນພຣະເຈົ້າຊຶ່ງເຈົ້າຕ້ອງໄຫວ້ນະມັດສະການ”. ການເປັນພະຍານເຖິງພຣະເຢຊູເຈົ້າແມ່ນຈິດຕາລົມແຫ່ງການເປັນປະພາສົກ.

 

ຄວາມດັບສູນຂອງນານາຊາດ

 

ການປະທະຕອນຕົ້ນ

11.ໃນເວລານັ້ນ ຂ້າພະເຈົ້າໄດ້ເຫັນຟ້າສະຫວັນເປີດອອກ ແລະເຫັນມີມ້າຂາວໂຕໜຶ່ງ, ຜູ້ປະທັບເທິງຫລັງມ້ານັ້ນ ຊົງພຣະນາມວ່າ: “ຊື່ສັດແລະຈິງແທ້”. ທ່ານຊົງພິພາກສາແລະເຮັດເສິກສົງຄາມດ້ວຍຄວາມຍຸຕິທຳ.12.ສາຍຕາຂອງທ່ານເໝືອນແປວໄຟອັນແຮງກ້າ, ເທິງພະສຽນຂອງທ່ານມີມຸງກຸດຫລາຍອັນ. ຢູ່ເທິງຕົວທ່ານມີຊື່ຈາລຶກໄວ້ ຊຶ່ງທ່ານແຕ່ຜູ້ດຽວສາມາດຮູ້ໄດ້. 13.ທ່ານຊົງຫົ່ມເສື້ອຄຸມ ຊຶ່ງຈຸ່ມດ້ວຍເລືອດ, ແລະພຣະນາມຂອງທ່ານກໍແມ່ນພຣະວາຈາຂອງພຣະເຈົ້າ. 14.ມີກອງທັບສະຫວັນນຸ່ງຫົ່ມດ້ວຍຜ້າປ່ານເນື້ອຂາວລະອຽດ ຂີ່ມ້າຂາວແຫ່ຕາມສະເດັດໄປ. 15.ຈາກພຣະໂອດຂອງທ່ານ ມີດາບດວງຄົມເປັນສໍ່ພົ້ນອອກມາ ເພື່ອໃຊ້ຜາບຟັນບັນດານາໆຊາດ, ແມ່ນທ່ານນີ້ແລ ທີ່ຈະຄຸ້ມຄອງພວກເຂົາດ້ວຍຄ້ອນເທົ້າເຫລັກ. ແມ່ນທ່ານນີ້ແລ ທີ່ຈະຢຽບອ່າງເຫລົ້າອະງຸ່ນແຫ່ງພະພິໂລດອັນແຮງກ້າຂອງພຣະເຈົ້າ, ຜູ້ຊົງເປັນເຈົ້າສັບພະສິ່ງທັງປວງ. 16.ຢູ່ເທິງເສື້ອຄຸມແລະເທິງປ້ານຂາຂອງທ່ານ ມີຊື່ຈາລຶກໄວ້ວ່າ: “ຈອກກະສັດແລະຈອມເຈົ້າ. 17.ແລ້ວຂ້າພະເຈົ້າເຫັນເທວະດາອົງໜຶ່ງຢືນຢູ່ເທິງດວງອາທິດ, ທີ່ກ່າວດ້ວຍສຽງດັງແກ່ຈຳພວກນົກທັງໝົດທີ່ບິນໄປມາໃນອາກາດວ່າ: “ຈົ່ງມາໂຮມກັນເພື່ອງານລ້ຽງອັນໃຫຍ່ຂອງພຣະເຈົ້າ! 18.ພວກເຈົ້າຈະໄດ້ກິນຊີ້ນຂອງກະສັດ ຊີ້ນຂອງນາຍທະຫານຜູ້ໃຫຍ່ ຊີ້ນຂອງຊາຍສະກັນ ຊີ້ນມ້າພ້ອມຊີ້ນຂອງຜູ້ຂີ່ມັນ ແລະຊີ້ນຂອງຄົນທຸກຊັ້ນ ທັງພວກເປັນເສລີ ແລະພວກຂ້ອຍຂ້າ ທັງຜູ້ນ້ອຍແລະຜູ້ໃຫຍ່! 19.ເວລາ ນັ້ນ ຂ້າພະເຈົ້າໄດ້ເຫັນສັດຮ້າຍ ພ້ອມທັງກະສັດທັງຫລາຍແຫ່ງແຜ່ນດິນໂລກ ແລະກອງທັບຂອງພວກເຂົາໂຮມກັນ ເພື່ອສູ້ຮົບກັບພຣະອົງ ຜູ້ປະທັບຢູ່ເທິງຫລັງມ້າ ແລະກອງທັບຂອງພຣະອົງ 20.ແຕ່ວ່າສັດຮ້າຍໄດ້ຖືກຈັບເປັນຊະເລີຍພ້ອມກັບປະພາສົກທຽມ ຜູ້ທີ່ເຊື່ອ, ເພື່ອຮັບໃຊ້ສັດຮ້າຍນັ້ນ, ໄດ້ເຮັດການແປກປະຫລາດຕ່າງໆ ແລະໄດ້ຕົວະຫລອກບັນດາຜູ້ທີ່ໄດ້ຮັບເຄື່ອງໝາຍຂອງສັດຮ້າຍແລະບູຊາຮູບຂອງມັນ ດ້ວຍການແປກປະຫລາດນັ້ນ. ເຂົາທັງສອງໄດ້ຖືກຖິ້ມລົງທັງເປັນໃນຂຸມໄຟທີ່ລຸກໄໝ້ຢູ່ດ້ວຍມາດ 21.ສ່ວນພວກຍັງເຫລືອນັ້ນ ກໍໄດ້ຖືກດັບສູນດ້ວຍດາບທີ່ອອກມາຈາກພຣະໂອດຂອງພຣະອົງ ຜູ້ປະທັບຢູ່ເທິງຫລັງມ້າ ແລະຈຳພວກນົກທັງໝົດກໍໄດ້ກິນຊີ້ນຂອງພວກເຂົາຈົນເຫລືອອີ່ມ.