ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ

ພາກທີ 18

ນະຄອນບາບີລອນລົ້ມທະລາຍ

1.ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາອົງໜຶ່ງອີກ ປະກອບດ້ວຍອຳນາດອັນຍິ່ງໃຫຍ່ ລົງມາຈາກສະຫວັນ, ແລະແຜ່ນດິນໂລກໄດ້ແຈ້ງສະຫວ່າງຂຶ້ນດ້ວຍລັດສະໝີຂອງທ່ານ 2.ເທວະດາອົງນີ້ໄດ້ຮ້ອງປະກາດຂຶ້ນດ້ວຍສຽງແຮງກ້າວ່າ: “ມັນໄດ້ລົ້ມລົງແລ້ວ! ມັນໄດ້ລົ້ມລົງແລ້ວ! ມະຫານະຄອນບາບີລອນ ມັນໄດ້ກາຍເປັນບ່ອນອາໄສຂອງຜີປີສາດ ເປັນບ່ອນລີ້ຊ່ອນຂອງຜີຮ້າຍທຸກຊະໜິດ ແລະຄອນນົກເປື້ອນໝອງແລະໜ້າກຽດທຸກຢ່າງ 3.ດ້ວຍວ່າປະຊາຊາດທັງປວງໄດ້ກິນດື່ມມຶນເມົາ ດ້ວຍເຫລົ້າແຫ່ງການລ່ວງປະເວນີຂອງມັນ, ກະສັດທັງຫລາຍແຫ່ງແຜ່ນດິນໂລກໄດ້ຜິດປະເວນີກັບມັນ ແລະບັນດາພໍ່ຄ້າທົ່ວໂລກໄດ້ລ້ຳລວຍດ້ວຍຊັບສິນອັນຟຸມເຟືອຍຂອງມັນດ້ວຍ.

 

ປະຊາກອນຂອງພຣະເຈົ້າຈຳເປັນຜ່າຍໜີ

4.ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງອີກ ປະກາດຈາກສະຫວັນວ່າ: “ປະຊາກອນຂອງເຮົາເອີຍຈົ່ງພາກັນອອກໜີໄປຈາກນະຄອນນັ້ນເສຍ, ເພື່ອພວກເຈົ້າຈະບໍ່ໄດ້ມີສ່ວນໃນຄວາມຜິດຂອງມັນ ແລະຈະບໍ່ໄດ້ຮັບເຄາະຮ້າຍທີ່ຈະເກີດມາແກ່ມັນນັ້ນ! 5.ດ້ວຍວ່າບາບຂອງມັນກອງສູງຂຶ້ນພຽງຟ້າແລ້ວ ແລະພຣະເຈົ້າໄດ້ຊົງຈົດຈຳການທຸດຈະລິດຂອງມັນໄວ້. 6.ມັນໄດ້ໃຫ້ຜົນຢ່າງໃດ ກໍຈົ່ງໄດ້ຮັບຜົນຕອບແທນຢ່າງນັ້ນ! ຈົ່ງຕອບແທນແກ່ການກະທຳຂອງມັນເຖິງສອງຕໍ່! ໃນຈອກຊຶ່ງມັນໄດ້ປະສົມໄວ້ ກໍຈົ່ງປະສົມລົງເປັນສອງຕໍ່. 7.ມັນໄດ້ຮັບກຽດສັກສີແລະຄວາມສະໜຸກສະໜານເທົ່າໃດ, ກໍຈົ່ງໃຫ້ມັນໄດ້ຮັບຄວາມຄັ່ງແຄ້ນແລະຄວາມທຸກລຳບາກຢ່າງນັ້ນດ້ວຍ! ເພາະມັນຄິດໃນໃຈວ່າ: “ເຮົາສະເຫວີຍຣາດເປັນລາຊີນີ ເຮົາບໍ່ເປັນໝ້າຍເລີຍ ແລະເຮົາຈະບໍ່ປະສົບຄວາມທຸກອາໄລໃດຈັກເທື່ອ...” 8.ເຫດສະນັ້ນ ໃນວັນດຽວ ໄພອັນຕະຫລາຍຕ່າງໆຈະກື່ງກອງມາທັບຖົມມັນ ຄື: ໂລກພະຍາດ ຄວາມຕາຍ ແລະຄວາມອຶດຫິວ ໄຟຈະມາເຜົາສຸມມັນໃຫ້ສິບຫາຍກ້ຽງ ດ້ວຍວ່າພຣະອົງ ພຣະເຈົ້າຜູ້ໄດ້ຊົງພິພາກສາໂທດໃສ່ມັນ ຊົງມີຣິດເດດຍິ່ງໃຫຍ່”.

 

ການໄຫ້ອາໄລນຳນະຄອນບາບີລອນ

9.ບັນດາກະສັດແຫ່ງແຜ່ນດິນໂລກ ບັນດາພັກພວກຜູ້ໄດ້ຮ່ວມຊີວິດແຫ່ງຄວາມຊົ່ວລາມົກແລະຄວາມສະໜຸກສະໜານກັບນະຄອນນັ້ນ ເມື່ອເຫັນຄວັນໄຟກຸ້ມມັນ ພວກເຂົາຈະຮ້ອງໄຫ້ແລະຈົ່ມອາໄລນຳມັນ. 10.ພວກເຂົາຈະຢືນຄອຍເບິ່ງແຕ່ໄກໆ ຍ້ອນຢ້ານຄວາມທຸກທໍຣະມານຂອງມັນ ແລະຈະກ່າວຮ່ຳໄຮວ່າ: “ແສນເສຍດາຍ, ແສນເສົ້າສະຫລົດໃຈແທ້! ໂອບາບີລອນມະຫານະຄອນທີ່ແຂງແຮງເອີຍ, ຍ້ອນວ່າເຈົ້າໄດ້ຖືກພິພາກສາໂທດພາຍໃນຊົ່ວໂມງດຽວເທົ່ານັ້ນ”. 11.ບັນດາພໍ່ຄ້າແຫ່ງແຜ່ນດິນໂລກຈະຮ້ອງໄຫ້ແລະຈົ່ມເສຍໃຈຍ້ອນນະຄອນນັ້ນ, ດ້ວຍວ່າບໍ່ມີໃຜຈະຊື້ສິນຄ້າ ຊຶ່ງພວກເຂົາບັນທຸກໃສ່ເຮືອມາອີກແລ້ວ! 12.ມີທັງຄຳ ທັງເງິນ ພ້ອມດ້ວຍເພັດພອຍຕ່າງໆ ແລະແກ້ວມຸກດາ, ມີຜ້າປ່ານແລະຜ້າສີມ່ວງອ່ອນ ມີຜ້າໄໝແລະຜ້າສີແດງເຂັ້ມ, ມີທັງໄມ້ຫອມ, ມີເຄື່ອງເຮັດດ້ວຍງາ, ດ້ວຍໄມ້ປະເສີດ ດ້ວຍທອງ ດ້ວຍເຫລັກ ແລະດ້ວຍຫີນລາຍ, 13.ມີແຄ, ເຄື່ອງຫອມແລະນ້ຳຫອມ, ມົດຍອບ ແລະກຳມະຍານ, ເຫລົ້າອະງຸ່ນ, ນ້ຳມັນ, ແປ້ງແລະເຂົ້າຝ້າງ, ງົວແລະແກະ, ມ້າແລະລົດ, ຂ້ອຍຂ້າແລະສິນຄ້າຄົນ... 14.ແລະໝາກໄມ້ສຸກຫວານ ຊຶ່ງຈິດໃຈເຈົ້າສະແຫວງຫານັ້ນ ກໍລ່ວງພົ້ນໄປໄກຈາກເຈົ້າແລ້ວ ແລະຄວາມອຸດົມສົມບູນພ້ອມທັງຄວາມສວຍງາມເຫລື້ອມໃສທຸກຢ່າງ ກໍສູນສິ້ນໄປຈາກເຈົ້າ ຢ່າງບໍ່ມີວັນກັບໄດ້ແລ້ວ! 15.ບັນດາພໍ່ຄ້າຊາວຂາຍ ຜູ້ເຄີຍຮັ່ງມີເປັນດີຍ້ອນນະຄອນນັ້ນ ຈະຢືນຄອຍເບິ່ງແຕ່ໄກໆ ຍ້ອນຢ້ານຄວາມທຸກທໍຣະມານຂອງມັນ, ພວກເຂົາຈະຮ້ອງໄຫ້ ແລະຈົ່ມເສຍໃຈວ່າ: 16.ແສນເສຍດາຍ, ແສນເສົ້າສະ ຫລົດໃຈແທ້! ມະຫານະຄອນທີ່ເຄີຍນຸ່ງຫົ່ມຜ້າປ່ານ ຜ້າສີມ່ວງອ່ອນ, ແລະຜ້າສີແດງເຂັ້ມ ທີ່ເຄີຍປະດັບຕົວດ້ວຍຄຳ, ດ້ວຍເພັດພອຍແລະແກ້ວມຸກດາ. 17.ຍ້ອນວ່າຊັບສົມບັດອັນອຸດົມສົມບູນທັງໝົດຂອງເຈົ້າໄດ້ຖືກທຳລາຍເສຍ ພາຍໃນຊົ່ວໂມງດຽວເທົ່ານັ້ນ! ບັນດາເຈົ້າສະເພົາແລະພວກໂດຍສານ, ບັນດາພະນັກງານເຮືອ ແລະທຸກຄົນທີ່ມີອາຊີບທາງທະເລ ກໍຢືນຢູ່ແຕ່ໄກ,18.ພວກເຂົາເບິ່ງຄວັນໄຟທີ່ກຳລັງໄໝ້ນະຄອນນັ້ນ ແລະຮ້ອງກ່າວວ່າ: “ມີນະຄອນອື່ນໃດອີກໜໍ ທີ່ຈະສະເໝີເໝືອນກັບມາຫານະຄອນນີ້? 19.ແລະພວກເຂົາຫຸບເອົາຝຸ່ນດິນໂຜະໃສ່ຫົວຂອງຕົນ ພ້ອມທັງຮ້ອງໄຫ້ ແລະຈົ່ມເສຍໃຈ ດ້ວຍສຽງດັງວ່າ: “ແສນເສຍດາຍ ແສນເສົ້າສະຫລົດໃຈ! ມະຫານະຄອນທີ່ເຄີຍພາໄຫ້ເຈົ້າສະເພົາທັງໝົດໃນທະເລຮັ່ງມີເປັນດີ ດ້ວຍຊັບສົມບັດອັນອຸດົມສົມບູນຂອງມັນ, ຍ້ອນວ່າມັນໄດ້ຖືກທຳລາຍເສຍພາຍໃນຊົ່ວໂມງດຽວເທົ່ານັ້ນ! 20.ໂອຟ້າສະຫວັນ, ແລະພວກທ່ານບັນດາຜູ້ສັກສິດ, ບັນດາອັກຄະສາວົກ ແລະປະພາສົກທັງຫລາຍ ຈົ່ງຊື່ນຊົມຍິນດີເພາະນັ້ນ ດ້ວຍວ່າພຣະເຈົ້າໄດ້ຊົງພິພາກສາລົງໂທດມັນແລ້ວ ເພື່ອເປັນການແກ້ແຄ້ນຕອບແທນພວກທ່ານ. 21.ແລ້ວເທວະດາຜູ້ຊົງລິດອົງໜຶ່ງໄດ້ຍົກເອົາກ້ອນຫີນກ້ອນໜຶ່ງເໝືອນຫີນກ້ອນໂມ້ໃຫຍ່ ໂຍນຖິ້ມ ລົງໃນທະເລ ພ້ອມກ່າວວ່າ: “ບາບີລອນ ມະຫານະຄອນຈະຖືກຖິ້ມລົງດັ່ງນີ້ແລ ແລະຈະບໍ່ມີໃຜເຫັນມັນອີກຕໍ່ໄປ... 22.ສຽງຮ້ອງເພງຂອງນັກດີດພິນ ນັກເສບ ນັກເປົ່າຄຸ່ຍ ແລະນັກເປົ່າແກ ຈະບໍ່ໄດ້ຍິນໃນເຈົ້າອີກຕໍ່ໄປ. ພວກຊ່າງທີ່ມີວິຊາຊີບທົ່ວໄປ ຈະບໍ່ມີໃນເຈົ້າອີກ ແລະຈະບໍ່ໄດ້ຍິນສຽງໂມ້ແປ້ງໃນເຈົ້າຕໍ່ໄປອີກເລີຍ. 23.ແສງໂຄມຈະບໍ່ສ່ອງສະຫວ່າງໃນເຈົ້າອີກ ຈະບໍ່ມີໃຜໄດ້ຍິນສຽງຂອງເຈົ້າບ່າວແລະເຈົ້າສາວ ໃນເຈົ້າຕໍ່ໄປອີກຈັກເທື່ອ. ດ້ວຍວ່າ ບັນດາພໍ່ຄ້າຂອງເຈົ້າໄດ້ເປັນເຈົ້ານາຍແຫ່ງແຜ່ນໂລກ ແລະບັນດາປະຊາຊາດໄດ້ຖືກຫລອກຕົ້ມດ້ວຍເວດມົນຂອງເຈົ້າ ແລະແມ່ນໃນນະຄອນນີ້ ທີ່ເຂົາໄດ້ພົບເຫັນເລືອດຂອງພວກປະພາສົກ ແລະພວກນັກບຸນ ແລະຂອງພວກທີ່ຖືກປະຫານບົນແຜ່ນດິນໂລກນີ້”.