ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 16
ຈອກແຫ່ງພະພິໂລດ
1.ແລະຂ້າພະເຈົ້າໄດ້ຍິນສຽງຈາກພຣະວິຫານ ຮ້ອງສັ່ງເທວະດາເຈັດອົງນັ້ນວ່າ: “ຈົ່ງໄປ ແລະເອົາຈອກທັງເຈັດແຫ່ງພະພິໂລດຂອງພຣະເຈົ້າ ຖອກລົງແຜ່ນດິນໂລກ” 2.ເທວະດາອົງທີໜຶ່ງຈຶ່ງອອກໄປເອົາຈອກຂອງຕົນ ຖອກລົງບົນແຜ່ນດິນໂລກ ຄົນທັງຫລາຍທີ່ມີເຄື່ອງໝາຍຂອງສັດຮ້າຍ ແລະບູຊາຮູບຂອງມັນ ຈຶ່ງເກີດເປັນຕຸ່ມເປື່ອຍຮ້າຍແຮງແລະເຈັບປວດ. 3.ເທວະດາອົງທີສອງໄດ້ຖອກຈອກຂອງຕົນລົງໃນທະເລ, ນ້ຳທະເລຈຶ່ງກາຍເປັນເລືອດ ຄືກັບວ່າເລືອດຄົນຕາຍ! ແລະສັບພະສັດທີ່ມີຊິວິດໃນທະເລກໍຕາຍໝົດ. 4.ເທວະດາອົງທີສາມໄດ້ຖອກຈອກຂອງຕົນລົງໃສ່ແມ່ນ້ຳແລະນ້ຳບໍ່ຕ່າງໆ ນ້ຳເຫລົ່ານັ້ນກໍກາຍເປັນເລືອດ.
5.ແລະຂ້າພະເຈົ້າໄດ້ຍິນເທວະດາແຫ່ງນ້ຳຮ້ອງກ່າວວ່າ: “ໂອພຣະອົງຜູ້ສັກສິດ, ຜູ້ຊົງເປັນຢູ່ດຽວນີ້ ແລະຊົງເປັນຢູ່ແຕ່ໃດໆ ເປັນການຖືກຕ້ອງແລ ທີ່ພຣະອົງໄດ້ຊົງພິພາກສາເຫດການເຫລົ່ານີ້. 6.ພວກເຂົາເຫລົ່ານັ້ນໄດ້ຫລັ່ງເລືອດພວກນັກບຸນແລະພວກປະພາສົກ, ແລະພຣະອົງກໍໄດ້ຊົງປະທານເລືອດໃຫ້ເຂົາດື່ມດ້ວຍ, ນັ້ນກໍເປັນການສົມຄວນກັບການກະທຳຂອງເຂົາແລ. 7.ແລະຂ້າພະເຈົ້າໄດ້ຍິນພຣະແທ່ນບູຊາຮ້ອງກ່າວວ່າ: “ແມ່ນແລ້ວ ໂອພຣະອົງພະ ເຈົ້າແຫ່ງສັບພະສິ່ງທັງຫລາຍ, ການພິພາກສາຂອງພຣະອົງທ່ຽງຈິງແລະຍຸຕິທຳ. 8.ເທວະດາອົງທີສີ່ໄດ້ຖອກຈອກຂອງຕົນລົງບົນດວງອາທິດ, ດວງອາທິດຈຶ່ງໄດ້ຮັບມອບໃຫ້ເຜົາມະນຸດດ້ວຍໄຟ. 9.ມະນຸດທັງຫລາຍຈຶ່ງຖືກເຜົາດ້ວຍຄວາມຮ້ອນອັນແຮງກ້າ ແຕ່ວ່າ ແທນທີ່ຈະກິນແໜງຄວາມຜິດຂອງຕົນແລະຖະຫວາຍພອນແດ່ພຣະເຈົ້າ, ພວກເຂົາຊ້ຳມາດ່າປ້ອຍພຣະນາມຂອງພຣະເຈົ້າ ຜູ້ຊົງມີອຳນາດເໜືອໄພພິບັດເຫລົ່ານັ້ນ. 10.ເທວະດາອົງທີຫ້າໄດ້ຖອກຈອກຂອງຕົນລົງໃສ່ບັນລັງຂອງສັດຮ້າຍ ອານາຈັກຂອງມັນຈຶ່ງມືດລັບໄປ ແລະພວກເຂົາໄດ້ຂົບລີ້ນຂອງຕົນຍ້ອນຄວາມເຈັບປວດ. 11.ແຕ່ແທນທີ່ຈະກິນແໜງການປະພຶດຊົ່ວຊ້າຂອງເຂົາ ພວກເຂົາຊ້ຳມາປ້ອຍດ່າພຣະເຈົ້າສະຫວັນ ເພາະຄວາມເຈັບປວດແລະບາດແຜ 12.ເທວະດາອົງທີຫົກໄດ້ຖອກຈອກຂອງຕົນລົງໃນແມ່ນ້ຳໃຫຍ່ເອີຟຣັດ, ນ້ຳໃນແມ່ນ້ຳນັ້ນຈຶ່ງແຫ້ງໝົດ ເປີດທາງໃຫ້ບັນດາກະສັດແຫ່ງທິດຕາເວັນອອກ. 13.ແລະຂ້າພະເຈົ້າໄດ້ເຫັນຜີຮ້າຍສາມໂຕ ຄ້າຍກັບກົບອອກມາຈາກປາກເງືອກ ຈາກປາກສັດຮ້າຍ ແລະຈາກປາກປະພາສົກທຽມ 14.ຕາມຈິງແລ້ວ, ແມ່ນພວກຜີປີສາດສາມາດທຳສິ່ງແປກປະຫລາດໄດ້ ພວກມັນທ່ຽວໄປຮວບຮວມເອົາກະສັດທັງຫລາຍໃນໂລກ ມາທຳສົງຄາມໃນວັນຍິ່ງ ໃຫຍ່ຂອງພຣະເຈົ້າ ຜູ້ເປັນເຈົ້າສັບພະສິ່ງຫລາຍ. 15.(ນີ້ແຫລະ, ເຮົາມາເໝືອນດັ່ງຂະໂມຍ, ບຸນລາບແກ່ຜູ້ທີ່ເຝົ້າລະວັງແລະຮັກສາເສື້ອຜ້າໄວ້ບໍ່ໃຫ້ເປືອຍໂຕ ແລະບໍ່ໃຫ້ຄົນອື່ນເຫັນຄວາມລະອາຍຂອງຕົນ). 16.ພວກຜີຮ້າຍໄດ້ນຳເອົາກະສັດທັງຫລາຍ ມາທ້ອນໂຮມກັນໄວ້ບ່ອນໜຶ່ງ ທີ່ມີຊື່ຕາມພາສາເຮເບີຣວ່າ: “ຮາກມາເກດອນ” 17.ເທວະດາອົງທີເຈັດ ໄດ້ເທຈອກຂອງຕົນໄປຕາມອາກາດ ຈຶ່ງເກີດມີສຽງດັງກ້ອງອອກມາຈາກພຣະວິຫານວ່າ: “ສຳເລັດ ແລ້ວ!” 18.ແລະເກີດມີຟ້າມາບເຫລື້ອມ ມີສຽງປາກ ສຽງຟ້າຮ້ອງ ແລະເກີດມີແຜ່ນດິນ
16: 18 ໜັງສືພະສໍລະຍານ 17: 7
ໄຫວຢ່າງໃຫຍ່ ນັບແຕ່ມີມະນຸດມາໃນໂລກ ບໍ່ເຄີຍເຫັນແຜ່ນດິນໄຫວໃຫຍ່ແລະຮ້າຍແຮງ
ປານນີ້ຈັກເທື່ອ! 19.ມະຫານະຄອນໄດ້ຖືກຕັດອອກເປັນສາມສ່ວນ ແລະຫົວເມືອງທັງຫລາຍແຫ່ງນານາຊາດກໍລົ້ມທະລາຍໄປ ສ່ວນມະຫານະຄອນບາບີລອນ, ພຣະເຈົ້າໄດ້ຊົງຈື່ຈຳມັນໄວ້ ໂດຍໄດ້ຊົງໃຫ້ມັນດື່ມຈອກເຫລົ້າແຫ່ງພະພິໂລດຂອງພຣະອົງ. 20.ເກາະດອນທຸກເກາະກໍເຄື່ອນໜີໄປ, ພູຜາທັງຫລາຍກໍຫາຍສາບສູນໄປ. 21.ແລະເກີດມີໝາກເຫັບໃຫຍ່ ເກືອບ 50 ກິໂລ ຕົກລົງຈາກຟ້າ ມາຖືກຄົນທັງຫລາຍ ແລະຄົນທັງຫລາຍກໍປ້ອຍດ່າພຣະເຈົ້າ ຍ້ອນໝາກເຫັບເວນນັ້ນ, ແມ່ນແທ້! ໝາກເຫັບນີ້ແມ່ນຕົ້ນເຫດແຫ່ງຄວາມຈິບຫາຍອັນໜ້າຢ້ານ.