ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 14
ພັກພວກຂອງພະຊຸມພານ້ອຍ
1.ແລ້ວນັ້ນ ຂ້າພະເຈົ້າກໍເຫັນມີຊຸມພານ້ອຍຕົວໜຶ່ງ ປະຈັກມາຕໍ່ສາຍຕາຂອງຂ້າພະເຈົ້າ. ຊຸມພາຕົວນີ້ຢືນຢູ່ເທິງພູຊີອອນ ຕິດຕາມໂດຍຄົນຈຳນວນແສນສີ່ໝື່ນສີ່ພັນຄົນ ຊຶ່ງມີ ພຣະນາມຂອງພຣະອົງ ແລະພຣະນາມຂອງພຣະບິດາ ພຣະອົງໝາຍໄວ້ເທິງໜ້າຜາກ. 2.ແລະຂ້າພະເຈົ້າໄດ້ຍິນສຽງດັງຈາກສະຫວັນ ເໝືອນດັ່ງສຽງນອງນ້ຳໃຫຍ່ ຫລືເໝືອນສຽງຟ້າຮ້ອງອັນແຮງກ້າ ແລະສຽງນັ້ນພາໃຫ້ຄຶດໃສ່ນັກດີດພິນ ກຳລັງແຕະຕ້ອງເຄື່ອງເສບຂອງຕົນ. 3.ພວກເຂົາຮ້ອງເພງບົດໃໝ່ຕໍ່ໜ້າພຣະບັນລັງແລະສັດທັງສີ່ ແລະຕໍ່ໜ້າພວກອະວຸໂສ. ແລະບໍ່ມີໃຜສາມາດຮຽນບົດເພງນັ້ນໄດ້ ເວັ້ນແຕ່ຄົນແສນສີ່ໝື່ນສີ່ພັນ ທີ່ໄດ້ຖືກໄຖ່ເອົາຈາກແຜ່ນດິນໂລກ. 4.ຄົນຈຳນວນນີ້ເປັນພວກທີ່ບໍ່ເຄີຍເປື້ອນໝອງກັບພວກຜູ້ຍິງ, ພວກເຂົາເປັນພົມມະຈາລີ ພວກເຂົານີ້ຕິດຕາມພະຊຸມພານ້ອຍທົ່ວໄປທຸກບ່ອນ ພວກເຂົາໄດ້ຖືກໄຖ່ເອົາຈາກ ມວນມະນຸດ ໃຫ້ເປັນຂ້າບໍລິວານຫົວນ້ຳແດ່ພຣະເຈົ້າ ແລະພະຊຸມພານ້ອຍ 5.ປາກຂອງເຂົາບໍ່ຮູ້ການຕົວະຫລອກເລີຍ ພວກເຂົາລ້ວນບໍລິສຸດ.
ເທວະດາປະກາດໂມງແຫ່ງການພິພາກສາ
6.ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາອົງໜຶ່ງອີກບິນໄປໃນທ້ອງຟ້າ ມີຂ່າວດີນິຣັນດອນເພື່ອນຳມາປະກາດແດ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຕະກຸນ, ທຸກພາສາ, ແລະທຸກຊາດ. 7.ເທວະດາອົງນີ້ຮ້ອງສຽງດັງວ່າ: “ຈົ່ງຢ້ານຈຽມພຣະເຈົ້າແລະຖະຫວາຍສີມຸງຄຸນແດ່ພຣະອົງ ດ້ວຍວ່າໂມງແຫ່ງການພິພາກສາຂອງພຣະອົງມາເຖິງແລ້ວ ຈົ່ງນົບໄຫວ້ນະມັດສະການພຣະອົງ ຜູ້ໄດ້ຊົງສ້າງຟ້າສະຫວັນ ແຜ່ນດິນໂລກ ທະເລ ແລະບໍ່ນ້ຳທັງຫລາຍ. 8.ເທວະດາອົງໜຶ່ງອີກ ເປັນອົງທີສອງ ລອຍຕາມມາຮ້ອງກ່າວວ່າ: “ບາບີລອນ ມະຫານະຄອນ ໄດ້ຕົກແລ້ວ ມັນໄດ້ຕົກແລ້ວ ນະຄອນທີ່ໄດ້ໃຫ້ປະຊາຊາດທັງໝົດດື່ມເຫລົ້າອະງຸ່ນ ແຫ່ງຄວາມໂກດຮ້າຍ” 9.ເທວະດາອົງໜຶ່ງອີກ ເປັນອົງທີສາມ ປາກົດຕາມສອງອົງກ່ອນ ມາຮ້ອງກ່າວດ້ວຍສຽງດັງວ່າ: “ຜູ້ໃດບູຊານະມັດສະການສັດຮ້າຍແລະຮູບຂອງມັນ ແລະຮັບໝາຍໄວ້ຢູ່ເທິງໜ້າຜາກຫລືຢູ່ມື. 10.ຜູ້ນັ້ນຈະຕ້ອງດື່ມເຫລົ້າອະງຸ່ນແຫ່ງພະພິໂລດຂອງພຣະເຈົ້າ ທີ່ໄດ້ຖືກຈັດຕຽມໄວ້ຢ່າງສົດໆ ໃນຈອກແຫ່ງພະພິໂລດຂອງພຣະອົງ. ເຂົາຈະຕ້ອງຮັບທໍຣະມານໃນໄຟແລະມາດ ຕໍ່ໜ້າຝູງເທວະດາສັກສິດ ແລະຕໍ່ພຣະພັກພະຊຸມພານ້ອຍ. 11.ຄວັນແຫ່ງການທໍຣະມານຂອງເຂົາຈະພຸ່ງຂຶ້ນຕະຫລອດໄປເປັນນິດ ສຳລັບບັນດາຜູ້ທີ່ບູຊານະມັດສະການສັດຮ້າຍແລະຮູບຂອງມັນ ສຳລັບຜູ້ທີ່ໄດ້ຮັບໝາຍຊື່ຂອງມັນນັ້ນ ຈະບໍ່ມີເວລາພັກຜ່ອນທັງເວັນແລະຄືນເລີຍ. 12.ນັ້ນແຫລະ ແມ່ນພື້ນຖານແຫ່ງຄວາມໝັ້ນຄົງຂອງພວກນັກບຸນ ຄື ພວກທີ່ຢຶດໝັ້ນໃນພຣະບັນຢັດຂອງພຣະເຈົ້າ ແລະໃນຄວາມເຊື່ອເຖິງພຣະເຢຊູເຈົ້າ. 13.ແລ້ວຂ້າພະເຈົ້າໄດ້ຍິນພະສຸລະສຽງຈາກສະຫວັນກ່າວສັ່ງວ່າ: “ຈົ່ງຂຽນໄວ້ ບຸນລາບແກ່ບັນດາຜູ້ຕາຍໃນພຣະອົງເຈົ້າ ນັບແຕ່ເວລານີ້ ພຣະຈິດຊົງຢືນຢັນວ່າ ແມ່ນແທ້ ພວກເຂົາຈົ່ງໄດ້ພັກພ່ອນຈາກຄວາມອິດເມື່ອຍຂອງເຂົາ, ດ້ວຍວ່າຜົນງານຂອງເຂົາຕິດຕາມເຂົາໄປແລ”.
ການເກັບກ່ຽວແລະເກັບທ້ອນຂອງປະຊາຊົນ
14.ແລະກໍມີເມກຂາວກ້ອນໜຶ່ງປາກົດມາຕໍ່ສາຍຕາຂອງຂ້າພະເຈົ້າ ຢູ່ເທິງເມກນັ້ນມີບຸລຸດຜູ້ໜຶ່ງປະທັບຢູ່ ມີຮູບຮ່າງເໝືອນກັບບຸດມະນຸດ ຊຶ່ງພະສຽນສວມມຸງກຸດຄຳ ແລະພະຫັດຖືກ່ຽວດວງຄົມ. 15.ແລ້ວມີເທວະດາອົງໜຶ່ງອີກອອກມາຈາກພຣະວິຫານ ຮ້ອງສຽງດັງ ທູນບຸລຸດຜູ້ປະທັບຢູ່ເທິງເມກນັ້ນວ່າ: “ຈົ່ງວາງກ່ຽວຂອງທ່ານແລະກ່ຽວໄປໂລດ ດ້ວຍວ່າເວລາກ່ຽວມາຮອດແລ້ວ ແລະຜົນການເກັບກ່ຽວຂອງແຜ່ນດິນໂລກກໍສຸກແລ້ວ”. 16.ບຸລຸດຜູ້ປະທັບຢູ່ເທິງເມກ ຈຶ່ງວາງກ່ຽວລົງບົນແຜ່ນດິນໂລກ ແລະແຜ່ນດິນໂລກກໍຖືກກ່ຽວ. 17.ມີເທວະດາອົງໜຶ່ງອີກ ອອກມາຈາກພຣະວິຫານບົນສະຫວັນ ຖືກ່ຽວດວງຄົມເໝືອນກັນ. 18.ແລ້ວເທວະດາອົງໜຶ່ງອີກ ເທວະດາຜູ້ມີອຳນາດໄຟ ອອກມາຈາກພຣະແທ່ນບູຊາ ຮ້ອງບອກອົງຜູ້ຖືກ່ຽວດວງຄົມດ້ວຍສຽງດັງວ່າ: “ຈົ່ງວາງກ່ຽວດວງຄົມຂອງທ່ານ ແລະກ່ຽວພົ້ວໝາກອະງຸ່ນແຫ່ງແຜ່ນດິນໂລກ ດ້ວຍວ່າໝາກອະງຸ່ນນັ້ນສຸກແລ້ວ”. 19.ເທວະດາອົງນັ້ນຈຶ່ງວາງກ່ຽວຂອງຕົນລົງບົນແຜ່ນດິນໂລກ ກ່ຽວເອົາໝາກອະງຸ່ນ ແລ້ວຖອກເທຜົນທັງໝົດລົງໃນອ່າງໃຫຍ່ແຫ່ງພະພິໂລດຂອງພຣະເຈົ້າ. 20.ແລ້ວເຂົາກໍຢຽບຢູ່ນອກເມືອງ ແລະມີເລືອດໄຫລ ອອກຈາກອ່າງນັ້ນ ສູງພຽງແຂ່ງມ້າ ໄຫລນອງໄປປະມານ 1.600 ກວ່າວາ.