ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ

ພາກທີ 12

ສັດຕີແລະເງືອກ

1.ເຄື່ອງໝາຍອັນຍິ່ງໃຫຍ່ໄດ້ປາກົດມາໃນທ້ອງຟ້າຄື ມີສັດຕີຜູ້ໜຶ່ງທົງເຄື່ອງດ້ວຍ ແສງຕາເວັນ ມີດວງຈັນຢູ່ແທບເທົ້າ, ມີດາວສິບສອງດວງເປັນມຸງກຸດເໜືອສີສະ 2.ນາງຊົງຄັນແລະຮ້ອງຄວນຄາງ ເຈັບທ້ອງຈະປະສູດບຸດ. 3.ແລ້ວຍັງມີເຄື່ອງໝາຍອັນໜຶ່ງອີກປາກົດມາໃນທ້ອງຟ້າຄື ມີເງືອກໃຫຍ່ໂຕໜຶ່ງສີແດງຄືໄຟ ມີເຈັດຫົວສິບເຂົາ ຫົວໃດກໍມີມຸງກຸດສວມຢູ່ 4.ຫາງຂອງມັນກວາດເອົາດາວໃນທ້ອງຟ້າ ຈຳນວນໜຶ່ງໃນສາມ ລົງສູ່ແຜ່ນດິນ. ເງືອກໂຕນັ້ນມາຢຸດຢູ່ຕໍ່ໜ້າສັດຕີທີ່ກຳລັງຈະປະສູດ ເພື່ອສວາບກິນບຸດຂອງນາງ ໃນທັນທີເມື່ອເກີດມາ. 5.ແຕ່ສັດຕີນັ້ນໄດ້ປະສູດບຸດຊາຍຜູ້ໜຶ່ງ ທີ່ຈະເປັນຜູ້ນຳຂອງນານາຊາດດ້ວຍຄ້ອນເທົ້າເຫລັກ, ແລະບຸດຜູ້ເກີດມາໄດ້ຊົງຖືກຍົກຂຶ້ນໄປເຖິງພຣະເຈົ້າ ແລະເຖິງພະລາດຊະບັນລັງຂອງພຣະອົງ 6.ສ່ວນສັດຕີນັ້ນກໍໄດ້ປົບເຂົ້າປ່າປ່ຽວ ບ່ອນພຣະເຈົ້າໄດ້ຈັດຕຽມທີ່ພັກໄວ້ໃຫ້ນາງ ມີກິນມີຢູ່ຊົ່ວໄລຍະ 1260 ວັນ. 7.ເລີຍເກີດມີການສູ້ຮົບກັນຂຶ້ນໃນສະຫວັນ, ມີຄາແອນແລະເທບບໍລິວານຂອງຕົນຕໍ່ສູ້ກັບເງືອກໃຫຍ່. ສ່ວນເງືອກໃຫຍ່ກໍໄດ້ຕອບພ້ອມດ້ວຍລູກສະໝຸນຂອງມັນ. 8.ແຕ່ເຂົາພວກນີ້ຕົກໃນທ່າເສຍ ແລະຖືກຂັບໄລ່ອອກຈາກສະຫວັນ. 9.ເງືອກໂຕໃຫຍ່ທີ່ມີຊື່ວ່າ ງູປະຖົມໄວ ປີສາດ ຫລືຊາຕານ ຜູ້ຕົວະຫລອກໂລກຈັກກະວານ ກໍຖືກຊັດຖິ້ມລົງສູ່ແຜ່ນດິນ ພ້ອມດ້ວຍລູກສະໝຸນຂອງມັນ 10.ແລະຂ້າພະເຈົ້າໄດ້ຍິນສຽງໜຶ່ງດັງຂຶ້ນໃນສະຫວັນວ່າ: “ແຕ່ບັດນີ້ໄປ ຄວາມຮອດ ຣິດທານຸພາບ ແລະລາດຊະອານາຈັກເປັນຂອງພຣະອົງ ພຣະເຈົ້າຂອງພວກເຮົາແລ້ວ ແລະພຣະກຣິສໂຕຂອງພຣະອົງກໍໄດ້ຮັບສິດອຳນາດແລ້ວດ້ວຍ, ຍ້ອນວ່າຜູ້ກ່າວໂທດໃສ່ພວກພີ່ນ້ອງຂອງເຮົາທັງເວັນແລະຄືນ ຕໍ່ພຣະພັກພຣະເຈົ້ານັ້ນໄດ້ຖືກຍຸບລົງແລ້ວ 11.ພວກພີ່ນ້ອງຂອງເຮົາໄດ້ເອົາຊະນະເງືອກໃຫຍ່ ດ້ວຍອາໄສພຣະໂລຫິດຂອງພະຊຸມພານ້ອຍ ແລະດ້ວຍການຢັ້ງຢືນເປັນພະຍານຮອດຂັ້ນເປັນມໍລະນະສັກຂີ ແລະເຂົາບໍ່ຫ່ວງນຳຊີວິດຈົນເຖິງຕາຍ 12.ດ້ວຍເຫດນີ້ ຟ້າສະຫວັນພ້ອມດ້ວຍຂ້າບໍລິວານຈຶ່ງຊື່ນຊົມຍິນດີ, ສ່ວນພວກເຈົ້າ, ແຜ່ນດິນໂລກແລະທະເລ, ໄພພິບັດຈະເປັນຂອງພວກເຈົ້າ ດ້ວຍວ່າປີສາດໄດ້ລົງໄປສູ່ພວກເຈົ້າເຕັມດ້ວຍຈິດໃຈໂຫດຮ້າຍ ແລະມັນກໍຮູ້ດີວ່າ ວັນເວລາຂອງມັນໄດ້ຖືກກຳໜົດໄວ້ແລ້ວ”. 13.ເມື່ອເງືອກໃຫຍ່ນັ້ນເຫັນວ່າຕົນໄດ້ຖືກຖິ້ມລົງສູ່ແຜ່ນດິນໂລກແລ້ວ ມັນກໍໄລ່ຕິດຕາມສັດຕີຜູ້ເກີດລູກຜູ້ຊາຍນັ້ນ. 14.ແຕ່ພຣະເຈົ້າໄດ້ຊົງປະທານປີກນົກອິນຊີໃຫຍ່ສອງປີກໃຫ້ແກ່ນາງ ເພື່ອນາງຈະໄດ້ບິນໜີໄປໄກຈາກເງືອກນັ້ນ ຮອດທີ່ອາໄສບ່ອນນາງຈະໄດ້ຮັບການລ້ຽງດູ ຊົ່ວເວລາໜຶ່ງ ສອງເວລາ ຫລືເຄິ່ງເວລາ. 15.ເງືອກຈຶ່ງພົ່ນນ້ຳອອກຈາກປາກຂອງມັນ ເໝືອນແມ່ນ້ຳໄຫລຕາມສັດຕີນັ້ນ ເພື່ອຈະພັດເອົາ ນາງໄປ. 16.ແຕ່ແຜ່ນດິນໄດ້ມາຊ່ວຍເອົາສັດຕີນັ້ນໄວ້ ໂດຍຮັບກືນເອົານ້ຳ ຊຶ່ງເງືອກໄດ້ພົ່ນອອກຈາກປາກຂອງມັນນັ້ນ. 17.ເງືອກໃຫຍ່ນັ້ນຈຶ່ງໂກດຮ້າຍແລະຄຽດແຄ້ນຕໍ່ສັດຕີຢ່າງໃຫຍ່, ມັນຈຶ່ງປ່ວງໄປສູ້ຮົບກັບບັນດາບຸດຜູ້ອື່ນຂອງສັດຕີນັ້ນ ຄືພວກທີ່ເຊື່ອຟັງຂໍ້ດຳຣັດຂອງພຣະເຈົ້າ ແລະຢຶດຖືການຢັ້ງຢືນຂອງພຣະເຢຊູເຈົ້າ. 18.ແລະຂ້າພະເຈົ້າຢືນຢູ່ເທິງຫາດຊາຍທະເລ.