ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ
ພາກທີ 10
ໂທດກຳສຸດທ້າຍໃກ້ຈະມາເຖິງ
1. ຂ້າພະເຈົ້າຍັງເຫັນເທວະດາຜູ້ເຮືອງລິດອົງໜຶ່ງອີກ ລົງມາຈາກສະຫວັນຫຸ້ມຫໍ່ດ້ວຍເມກ ມີຮຸ້ງຢູ່ເໜືອສີສະ. ທ່ານມີໃບໜ້າເຫລື້ອມໃສເໝືອນດວງອາທິດ ແລະມີຂາເໝືອນສໍ່ໄຟ 2.ທ່ານຖືໜັງສືນ້ອຍເຫລັ້ມໜຶ່ງໃນມືທີ່ເປີດຢູ່ ເທົ້າຂວາຂອງທ່ານຢອງຢູ່ບົນທະເລ, ເທົ້າຊ້າຍຢູ່ບົນແຜ່ນດິນ 3.ທ່ານຮ້ອງສຽງດັງກ້ອງເໝືອນກັບສຽງສິງຮ້ອງ. ຕໍ່ຈາກນັ້ນກໍມີສຽງຟ້າຮ້ອງຕອບເຈັດສຽງ 4.ພໍມີຄຳກ່າວ ແລະຂ້າພະເຈົ້າເລີ່ມຈະບັນທຶກ ເລີຍມີສຽງໜຶ່ງຈາກສະຫວັນກ່າວສັ່ງວ່າ: “ຈົ່ງຮັກສາຖ້ອຍຄຳຊຶ່ງຟ້າຮ້ອງທັງເຈັດກ່າວໄວ້ເປັນຄວາມລັບ ແລະຢ່າບັນທຶກໄວ້ເລີຍ” 5.ເທວະດາອົງທີ່ຂ້າພະເຈົ້າເຫັນຢືນຢູ່ບົນທະເລແລະແຜ່ນດິນ ຈຶ່ງຍົກມືຂວາຂຶ້ນຟ້າ 6.ແລະສາບານໃນນາມຂອງພຣະອົງ ຜູ້ດຳຣົງຢູ່ຕະຫລອດນິຣັນດອນ ຜູ້ໄດ້ສ້າງຟ້າສະຫວັນ ແລະທຸກສິ່ງໃນສະຫວັນ, ໄດ້ສ້າງແຜ່ນດິນແລະທຸກສິ່ງໃນແຜ່ນດິນ, ໄດ້ສ້າງທະເລແລະທຸກສິ່ງໃນທະເລ ວ່າ: “ຈະເຍີ້ນເວລາຕໍ່ໄປບໍ່ໄດ້ອີກ 7.ມື້ໃດເທວະດາອົງທີເຈັດຈະເປົ່າແກຂຶ້ນ ມື້ນັ້ນ ຂໍ້ເລິກລັບຂອງພຣະເຈົ້າກໍຈະສຳເລັດບໍລິບູນ, ຕາມຂ່າວດີຊຶ່ງພຣະອົງໄດ້ໃຫ້ໄວ້ກັບບັນດາປະພາສົກ ຜູ້ຮັບໃຊ້ຂອງພຣະອົງ” 8.ຕໍ່ຈາກນັ້ນສິ່ງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນກໍກ່າວກັບຂ້າພະເຈົ້າອີກວ່າ: “ຈົ່ງໄປຮັບເອົາໜັງສືເຫລັ້ມນ້ອຍທີ່ເປີດຢູ່ ຈາກມືຂອງເທວະດາຜູ້ຢືນຢູ່ບົນທະເລແລະແຜ່ນດິນ. 9. ຂ້າພະເຈົ້າຈຶ່ງໄປຫາເທວະດາ ແລະກ່າວຂໍໜັງສືເຫລັ້ມນ້ອຍນັ້ນ. ເທວະດາຊ້ຳພັດກ່າວກັບຂ້າພະເຈົ້າວ່າ: “ເອົາ! ... ຈົ່ງເອົາໄປກິນເສຍ ໄສ້ພຸງຂອງເຈົ້າຈະເຕັມດ້ວຍຄວາມຂົມຂື່ນ ແຕ່ປາກຂອງເຈົ້າຈະຮູ້ລົດຫອມຫວານເໝືອນນ້ຳເຜິ້ງ”. 10. ຂ້າພະເຈົ້າກໍຮັບເອົາໜັງສືເຫລັ້ມນ້ອຍນັ້ນຈາກມືຂອງເທວະດາ ແລະກືນກິນເສຍ ເມື່ອຢູ່ໃນປາກມັນມີລົດຫອມຫວານຄືນ້ຳເຜິ້ງ, ແຕ່ເມື່ອກືນລົງໃນທ້ອງແລ້ວຊ້ຳມີແຕ່ລົດຂົມຮຶນ 11.ແລ້ວມີສຽງສັ່ງກັບຂ້າພະເຈົ້າວ່າ: “ເຈົ້າຍັງຕ້ອງປະກາດຕໍ່ຕ້ານຄົນ, ຊາດ, ພາສາ ແລະກະສັດເປັນຈຳນວນມາກອີກ.