ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ພຣະສໍລະຍານ

ພາກທີ 1

ໜັງສືພະສໍລະຍານ

1.ການຊົງສະແດງຂອງພຣະເຢຊູກຣິສໂຕເຈົ້າ ຄື ພຣະເຈົ້າໄດ້ຊົງປະທານໃຫ້ພຣະອົງຊີ້ແຈງໃຫ້ບັນດາຜູ້ຮັບໃຊ້ພຣະອົງ ຮູ້ເຖິງເຫດການຕ່າງໆທີ່ຕ້ອງເກີດເປັນມາໃນບໍ່ນານ; ພຣະກຣິສໂຕເຈົ້າໄດ້ຊົງໃຊ້ເທວະດາຂອງພຣະອົງມາສະແດງໝາຍສຳຄັນແກ່ຢວງຜູ້ຮັບໃຊ້ພຣະອົງ 2.ຢວງຢັ້ງຢືນເປັນພະຍານເຖິງພຣະຄຳພີຂອງພຣະເຈົ້າ ແລະເຖິງຄຳປະຕິຍານຂອງພຣະເຢຊູກຣິສໂຕເຈົ້າ ແລະທ່ານຢັ້ງຢືນເປັນພະຍານເຖິງເຫດການທັງໝົດຊຶ່ງທ່ານໄດ້ເຫັນ. 3.ບັນດາຜູ້ອ່ານແລະຜູ້ຟັງຄຳທຳນາຍຕ່າງໆນີ້, ຖ້າເຂົາຢາກຢຶດຖືເອົາຂໍ້ຄວາມທີ່ບັນທຶກໄວ້ນີ້ ກໍເປັນສຸກຫລາຍ ຍ້ອນວ່າວັນເວລານັ້ນໃກ້ຈະມາເຖິງແລ້ວ.

 

ຈົດໝາຍເຖິງສັງຄະມົນທົນໃນອາຊີ

4.ຈາກຢວງເຖິງສັງຄະມົນທົນທັງເຈັດໃນແຂວງອາຊີ ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ຜູ້ດຳຣົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກເທວະດາທັງເຈັດທີ່ເຝົ້າຢູ່ໜ້າພຣະບັນລັງຂອງພຣະອົງ 5.ແລະຈາກ ພຣະເຢຊູກຣິສໂຕເຈົ້າພະຍານທີ່ຊື່ສັດ ຜູ້ໄດ້ຊົງຟື້ນຈາກບັນດາຜູ້ຕາຍເປັນຜູ້ທີໜຶ່ງ ຜູ້ເປັນເຈົ້າຈອມກະສັດເທິງແຜ່ນດິນນີ້ ພຣະອົງຊົງຮັກພວກເຮົາ ແລະໄດ້ຊົງຊຳຣະລ້າງບາບຂອງພວກເຮົາດ້ວຍພຣະໂລຫິດຂອງພຣະອົງ. 6.ພຣະອົງໄດ້ຊົງແຕ່ງຕັ້ງພວກເຮົາໃຫ້ເປັນສັງຄະນາຈັກເພື່ອພຣະເຈົ້າພຣະບິດາ: ສີມຸງຄຸນແລະຣິດທານຸພາບຈົ່ງເປັນຂອງພຣະອົງຕະຫລອດນິຣັນດອນ ອາແມນ 7.ນີ້ເດ ພຣະອົງກຳລັງສະເດັດມາຫຸ້ມຫໍ່ດ້ວຍໝູ່ເມກ ແຕ່ລະຄົນຈະແນມເຫັນພຣະອົງ ແມ່ນແຕ່ພວກທີ່ໄດ້ແທງພຣະອົງກໍຈະເຫັນດ້ວຍ ແລະທຸກເຊື້ອຊາດໃນໂລກຈະຮ້ອງຈົ່ມກິນແໜງຍ້ອນພຣະອົງ. ແມ່ນຈິງແທ້, ອາແມນ. 8.ພຣະອົງພຣະເຈົ້າຜູ້ຊົງເປັນຢູ່ໃນປັດຈຸບັນ ຜູ້ຊົງເປັນຢູ່ໃນອະດີດ ແລະຜູ້ຈະສະເດັດມາໃນອະນາຄົດ ຜູ້ເປັນເຈົ້າຂອງສັບພະສິ່ງ ຊົງກ່າວວ່າ “ເຮົາແມ່ນອັນຟາແລະໂອເມກາ”. 9. ຂ້າພະເຈົ້າຢວງຜູ້ເປັນພີ່ນ້ອງແລະເພື່ອນຂອງທ່ານທັງຫລາຍ ໃນການຮ່ວມຍາກລຳບາກ ໃນການຮ່ວມລາດຊະອານາຈັກ ແລະໃນການຮ່ວມອົດພຽນໃນພຣະເຢຊູເຈົ້າ. ຂະນະນັ້ນ ຂ້າພະເຈົ້າຢູ່ທີ່ເກາະ “ປັດໂມດ”, ເນື່ອງດ້ວຍພຣະວາຈາຂອງພຣະເຈົ້າ ແລະເນື່ອງດ້ວຍເປັນພະຍານຂອງພຣະເຢຊູເຈົ້າ.10.ໃນວັນພຣະວັນໜຶ່ງ ໂດຍພຣະຈິດເຈົ້າດົນໃຈ ຂ້າພະເຈົ້າໄດ້ຍິນສຽງໜຶ່ງດັງກ້ອງຢູ່ເບື້ອງຫລັງເໝືອນສຽງແກ. 11.ສຽງນັ້ນກ່າວວ່າ: “ຈົ່ງບັນທຶກສິ່ງທີ່ເຈົ້າໄດ້ເຫັນນີ້ໄວ້ໃນໜັງສືເຫລັ້ມໜຶ່ງ ແລ້ວຝາກໄປຫາສັງຄະມົນທົນທັງເຈັດ ໃນແຂວງເອເຟໂຊ ໃນແຂວງສະມຽກນາ ໃນແຂວງແປກຄາມ ໃນແຂວງທີອາຕີໃນແຂວງຊາກເດ ໃນແຂວງຟີລາແດນຟີ ແລະໃນແຂວງລາວດີເຊ. 12. ຂ້າພະເຈົ້າຈຶ່ງ ງວາກໜ້າໄປທາງສຽງທີ່ກ່າວກັບຂ້າພະເຈົ້ານັ້ນ ແລະຄັນເມື່ອປິ່ນໜ້າໄປແລ້ວ ຂ້າພະເຈົ້າກໍເຫັນຕີນທຽນຄຳເຈັດອັນ 13.ແລະຢູ່ກາງຕີນທຽນນັ້ນມີຜູ້ໜຶ່ງ ເໝືອນບຸດແຫ່ງມະນຸດ ທົງເສື້ອຄຸມຂາວ, ຮັດສາຍແອວຄຳ 14.ພະສຽນແລະພະເກສາຂາວຂອງພຣະອົງປາກົດເໝືອນຂົນແກະຂາວ ຫລືເໝືອນດັ່ງຫິມະ ພຣະເນດຂອງພຣະອົງເໝືອນດັ່ງແປວໄຟ.15.ພະບາດຂອງພຣະອົງເໝືອນດັ່ງເຄື່ອງທອງປະເສີດ ຊຶ່ງໄດ້ຖືກຫລໍ່ຫລອມໃຫ້ບໍລິສຸດແລ້ວ ພະສຸລະສຽງຂອງພຣະອົງເໝືອນດັ່ງສຽງນ້ຳມາກ. 16.ພະຫັດຂວາຂອງພຣະອົງຊົງຖືດາວເຈັດດວງ ມີພະແສງສອງຄົມອອກມາຈາກພຣະໂອດຂອງພຣະອົງ ແລະພຣະພັກພຣະອົງໃສເຫລື້ອມເໝືອນດວງອາທິດສ່ອງແສງກ້າ. 17.ເມື່ອເຫັນດັ່ງນັ້ນ ຂ້າພະເຈົ້າກໍກົ້ມລົງແທບພະບາດພຣະອົງ ຕາຍສະຫລົບໄປ ແຕ່ວ່າພຣະອົງຊົງຍື່ນພະຫັດຂວາມາບາຍຕ້ອງຂ້າພະເຈົ້າ ແລະກ່າວວ່າ: “ຢ່າຢ້ານຫຍັງເລີຍ ແມ່ນເຮົາເອງຜູ້ເປັນກົກເຄົ້າແລະທ້າຍສຸດ ຜູ້ຊົງຊີວິດ. 18.ເຮົາໄດ້ຕາຍແລ້ວ ແຕ່ນີ້ເດ ເຮົາຍັງມີຊີວິດຢູ່ຕະຫລອດນິຣັນດອນ ເຮົາເປັນຜູ້ກຳກະແຈຂອງອານາຈັກແຫ່ງຄວາມຕາຍແລະຂອງບາດານ. 19.ຈົ່ງບັນທຶກໄວ້ສິ່ງທີ່ເຈົ້າໄດ້ເຫັນແລ້ວ ສິ່ງທີ່ເຈົ້າກຳລັງເຫັນຢູ່ນີ້ ແລະສິ່ງທີ່ຕ້ອງເປັນມາໃນພາຍໜ້າ. 20.ສ່ວນຄວາມເລິກລັບຂອງດາວເຈັດດວງ ຊຶ່ງເຈົ້າໄດ້ເຫັນໃນພະຫັດຂວາຂອງເຮົາ ແລະຕີນທຽນຄຳເຈັດອັນນັ້ນ ມີຄວາມໝາຍດັ່ງນີ້ຄື: ດາວເຈັດດວງນັ້ນແມ່ນເທວະດາເຈັດອົງຂອງສັງຄະມົນທົນທັງເຈັດ ແລະຕີນທຽນເຈັດອັນນັ້ນໝາຍເຖິງສັງຄະມົນທົນທັງເຈັດ.