ຈົດໝາຍຂອງນັກບຸນ ຢູດາ
ພາກທີ 1
ຈົດໝາຍຂອງນັກບຸນຢູດາອັກຄະທຳມະທູດ
ຄຳນັບຖາມຂ່າວ
1.ຈາກຂ້າພະເຈົ້າຢູດາ, ຜູ້ຮັບໃຊ້ຂອງພຣະເຢຊູກຣິສໂຕ ແລະນ້ອງຊາຍຂອງຢາໂກເບ ເຖິງພວກທີ່ພຣະເຈົ້າໄດ້ຊົງຮຽກ, ຊຶ່ງພຣະບິດາເຈົ້າຊົງຮັກແພງແລະຕຸ້ມຕອມຮັກສາໄວ້ ເພື່ອພຣະເຢຊູກຣິສໂຕເຈົ້າ. 2ຂໍພຣະເມດຕາ, ສັນຕິສຸກ ແລະຄວາມຮັກ ຈົ່ງມີແດ່ພວກພີ່ນ້ອງ ຢ່າງອຸດົມສົມບູນເທີນ!
ພວກອາຈານທຽມຖືກຕັດສິນລົງໂທດແລ້ວ
3.ທ່ານທີ່ຮັກທັງຫລາຍ, ຂ້າພະເຈົ້າມີຄວາມປາດຖະນາຢ່າງແຮງກ້າຢາກຂຽນບອກພວກທ່ານ ກ່ຽວກັບເລື່ອງຄວາມຮອດຂອງພວກເຮົາທຸກຄົນ, ແລະເຫັນວ່າຈຳເປັນຕ້ອງຂຽນບອກ ເພື່ອເປັນກຳລັງໃຈໃຫ້ພວກພີ່ນ້ອງ ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງບັນດາຜູ້ສັກສິດໄດ້ຮັບໄວ້ແລ້ວຢ່າງເດັດຂາດ. 4ຍ້ອນວ່າມີບາງຄົນ ທີ່ຖືກໝາຍໄວ້ລ່ວງໜ້າແລ້ວ ວ່າຈະຖືກລົງໂທດນັ້ນ ໄດ້ແອບແຝງເຂົ້າມາປົນເຈືອຢູ່ກັບພວກພີ່ນ້ອງ. ພວກຄົນອະທຳເຫລົ່ານີ້ໄດ້ປີ້ນເອົາພຣະຄຸນຂອງພຣະເຈົ້າຂອງພວກເຮົາ ໄປໃຊ້ໃນທາງຊົ່ວລາມົກ ແລະປະຕິເສດບໍ່ຮັບຮູ້ພຣະເຢຊູກຣິສໂຕ ຜູ້ຊົງເປັນພຣະອາຈານ ແລະພຣະອົງເຈົ້າແຕ່ຜູ້ດຽວຂອງພວກເຮົາ. 5ແມ່ນວ່າພວກພີ່ນ້ອງຮູ້ເລື່ອງນີ້ຕະຫລອດແລ້ວກໍຕາມ, ຂ້າພະເຈົ້າກໍຍັງຂໍເຕືອນອີກວ່າ ເມື່ອພຣະເຈົ້າໄດ້ຊົງຊ່ວຍປະຊາກອນຂອງພຣະອົງ ໃຫ້ພົ້ນຈາກປະເທດເອຢິບແລ້ວ, ຕໍ່ມາພາຍຫລັງ ພຣະອົງກໍໄດ້ລົງໂທດພວກທີ່ບໍ່ຍອມເຊື່ອ ໃຫ້ພິນາດ. 6ສ່ວນພວກເທວະດາທີ່ບໍ່ໄດ້ຮັກສາຊັ້ນວັນນະຂອງຕົນໄວ້ ແຕ່ປະຖິ້ມຖິ່ນຖານບ້ານຢູ່ຂອງຕົນໄປນັ້ນ, ພຣະເຈົ້າກໍໄດ້ຊົງມັດຈ່ອງໄວ້ຕະຫລອດນິຣັນດອນ ໃນບ່ອນມືດ ເພື່ອຮັບການພິພາກສາໃນວັນອັນຍິ່ງໃຫຍ່. 7ສ່ວນເມືອງໂຊດົມແລະໂກມໍ ແລະຫົວເມືອງໃກ້ຄຽງ ຊຶ່ງປ່ອຍຕົວຕາມຄວາມຊົ່ວລາມົກແບບດຽວກັນ ແລະຊອກຫາທຳຜິດທຳມະຊາດ ກໍໄດ້ຖືກລົງໂທດດ້ວຍໄຟນິຣັນດອນ ເພື່ອໄວ້ເປັນແບບຢ່າງ. 8ແຕ່ພວກຄົນເຫລົ່ານີ້ກໍຍັງທຳແບບດຽວກັນຢູ່. ພວກເຂົາມົວເມົາທຳໃຫ້ຮ່າງກາຍຂອງຕົນໂສມົມ, ໝິ່ນປະມາດພະເດຊະນຸພາບ, ແລະເວົ້າຫຍາບຊ້າໃສ່ບັນດາຈິດຮຸ່ງເຮືອງ. 9ແມ່ນອັກຄະເທວະດາມີຄາແອນ; ເມື່ອເພິ່ນຜິດຖຽງກັບຜີປີສາດ ເພື່ອຍາດແຍ່ງເອົາສົບຂອງທ່ານໂມແຊນັ້ນ ເພິ່ນກໍບໍ່ກ້າກ່າວໂທດໃສ່ຜີປີສາດດ້ວຍຄວາມຫຍາບຊ້າ, ແຕ່ເພິ່ນກ່າວວ່າ “ຂໍພຣະອົງເຈົ້າຊົງລົງໂທດເຈົ້າເຖີດ.” 10ແຕ່ພວກເຫລົ່ານີ້ເວົ້າຫຍາບຊ້າໃສ່ສິ່ງທີ່ພວກເຂົາບໍ່ຮູ້ຈັກ. ແລະສິ່ງທີ່ເຂົາຮູ້ຈັກມາດ້ວຍສັນຊາດຍານອັນຕ່ຳຊ້າຢ່າງສັດນັ້ນ ກໍກາຍເປັນຄວາມຈິບຫາຍໃຫ້ຕົວເຂົາເອງ. 11ເວນກຳແກ່ພວກເຂົາ, ຍ້ອນພວກເຂົາປະພຶດຕາມຢ່າງຂອງກາອິນ. ຍ້ອນຫວັງຜົນກຳໄລ, ພວກເຂົາໄດ້ປ່ອຍຕົວໄປທາງຜິດຕາມຢ່າງຂອງບາລາອຳ ແລະຕ້ອງຈິບຫາຍວາຍ ວອດໄປ ດ້ວຍການກໍ່ກະບົດ ຕາມຢ່າງຂອງໂກເລ. 12ແມ່ນຄົນພວກນີ້ເອງ ທຳໃຫ້ງານລ້ຽງອາຫານຄວາມຮັກຂອງພວກພີ່ນ້ອງເສົ້າໝອງ, ເມື່ອເຂົາພາກັນກິນແທ້ເຖິງໃຈ, ກິນຈົນທ້ອງແຕກຢ່າງບໍ່ອາຍ, ປຽບດັ່ງກ້ອນເມກທີ່ບໍ່ມີນ້ຳ ຖືກລົມພັດໄປ, ເໝືອນຕົ້ນໄມ້ທ້າຍລະດູ, ບໍ່ມີໝາກ, ຕາຍສອງເທື່ອແລະຖືກຫລົກຖອນຖິ້ມ. 13ເໝືອນຟອງທະເລທີ່ຊັດຟາດຄວາມຂີ້ດຽດຂອງຕົນອອກມາເປັນປູມປວກ, ເໝືອນດວງດາວທີ່ອອກນອກວົງໂຄຈອນ ຕົກຢູ່ໃນຄວາມມືດອັນໜາຕິບ ຊຶ່ງໄດ້ສະຫງວນໄວ້ໃຫ້ຕະຫລອດນິຣັນດອນ. 14ທ່ານເອນົກ, ຄົນທີ່ເຈັດນັບຈາກອາດຳ ໄດ້ທຳນາຍເຖິງພວກເຫລົ່ານີ້ວ່າ: “ເຫັນບໍ, ພຣະອົງເຈົ້າສະເດັດມາພ້ອມກັບເທບນິກອນ ນັບເປັນໝື່ນໆ ຂອງພຣະອົງ. 15ເພື່ອຕັດສິນພິພາກສາມະນຸດທຸກຄົນ ແລະເພື່ອທຳໃຫ້ຄົນອະທຳຍອມຮັບຜິດ ເຖິງກິດຈະການຊົ່ວຮ້າຍທີ່ເຂົາໄດ້ກະທຳ ແລະໃຫ້ພວກຄົນບາບຍອມຮັບຜິດ ເຖິງຄວາມເວົ້າອັນຫຍາບຄາຍ ທີ່ເຂົາໄດ້ກ່າວໃສ່ຮ້າຍຕໍ່ພຣະອົງ” 16ຄົນພວກນີ້ແລ້ວ ມັກຈົ່ມມັກວ່າ ມັກທຳຕາມລາຄະຕັນຫາຂອງຕົນ ປາກກ່າວໂອຫັງ, ຍ້ອງຍໍຜູ້ອື່ນ ກໍເພື່ອຫວັງຜົນປະໂຫຍດໃຫ້ຕົວເຂົາເອງ.
ຄຳຕຸກເຕືອນ
17.ທ່ານທີ່ຮັກ, ສ່ວນພວກທ່ານ ຈົ່ງຈື່ຈຳຄຳທຳນາຍຂອງພວກອັກຄະສາວົກ ຂອງພຣະເຢຊູ ກຣິສໂຕ ພຣະເຈົ້າຂອງເຮົາ. 18ພວກເພິ່ນເຄີຍບອກກັບພວກພີ່ນ້ອງວ່າ: “ໃນວາລະສຸດທ້າຍ ຈະມີຄົນມັກເຢີ້ຍຫຍັນ ເກີດຂຶ້ນມາ, ຄືພວກທີ່ເດີນຕາມລາຄະຕັນຫາອັນຊົ່ວຊ້າຂອງຕົນ”. 19ແມ່ນຄົນພວກນີ້ແລ້ວ. ເຂົາມາສ້າງຄວາມແຕກແຍກ, ເຂົາມີຄວາມນຶກຄິດແບບປະສາໂລກ ແລະບໍ່ມີພຣະຈິດເຈົ້າ. 20ສ່ວນພວກພີ່ນ້ອງ ຈົ່ງສ້າງຕົວຢູ່ເທິງຮາກຖານແຫ່ງຄວາມເຊື່ອອັນສັກສິດຂອງຕົນ. ຈົ່ງພາວະນາໃນພຣະຈິດເຈົ້າ. 21ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພຣະເຈົ້າ. ຈົ່ງຄອຍຖ້າຮັບພຣະເມດຕາຂອງພຣະເຢຊູກຣິສໂຕ ພຣະເຈົ້າຂອງເຮົາ ເພື່ອຈະໄດ້ຊີວິດນິຣັນດອນ. 22ພວກທີ່ຍັງສົງໄສ ກໍໃຫ້ອີດູຕົນເຂົາ. 23ຈົ່ງຊ່ວຍດຶງແກ່ເຂົາໃຫ້ຫວິດພົ້ນຈາກໄຟ. ສ່ວນພວກອື່ນ, ກໍໃຫ້ອີດູຕົນເຂົາດ້ວຍຄວາມລະມັດລະວັງ ແລະໃຫ້ໜ່າຍແໜງທັງເສື້ອຜ້າທີ່ໂສມົມດ້ວຍກິເລດຕັນຫາຂອງເຂົາດ້ວຍ.
ຄຳຖະຫວາຍພອນ
24.ຂໍພຣະອົງຜູ້ຊົງສາມາດຄຸ້ມຄອງຮັກສາພວກພີ່ນ້ອງ ບໍ່ໃຫ້ພາດລົ້ມ, ແລະໃຫ້ພວກພີ່ນ້ອງຕັ້ງໝັ້ນຢ່າງບໍ່ມີຕ້ອງຕິ ຕໍ່ໜ້າພະສີລິມຸງຄຸນຂອງພຣະອົງ ດ້ວຍຄວາມປິຕິຍິນດີຢ່າງເຫລືອລົ້ນ. 25ຂໍພຣະເຈົ້າແຕ່ຜູ້ດຽວ ພຣະຜູ້ບັນດານຄວາມຮອດຂອງພວກເຮົາ ເດຊະພຣະເຢຊູກຣິສໂຕ ພຣະເຈົ້າຂອງເຮົາທັງຫລາຍ ຈົ່ງໄດ້ຮັບສີມຸງຄຸນ, ສະງ່າລາສີ, ຣິດທານຸພາບ ແລະອຳນາດ ທັງໃນກ່ອນທຸກກາລະສະໄໝ ທັງໃນເວລານີ້ ແລະເມືອໜ້າ ເທົ້າໃດໆເທີ້ນ! ອາແມນ.