ຈົດໝາຍຂອງນັກບຸນ ເປໂຕ ອັກຄະທຳມະທູດ ສະບັບທີ 2

ພາກທີ 2

ພວກອາຈານທຽມ ແລະໂທດກຳຂອງພວກເຂົາ

1.ແຕ່ກ່ອນເຄີຍມີປະກາສົກທຽມຢູ່ກາງໝູ່ປະຊາກອນແນວໃດ, ດຽວນີ້ກໍຈະມີອາຈານທຽມມາຢູ່ປົນກັບພວກພີ່ນ້ອງດ້ວຍ, ເຂົາພວກນີ້ຈະລັກລອບນຳເອົາລັດທິອັນພາໄປເຖິງຄວາມຈິບຫາຍ ເຂົ້າມາສ້ຽມສອນ ຈົນເຖິງກັບປະຕິເສດບໍ່ຮັບຮູ້ອົງພຣະອາຈານ ຜູ້ໄດ້ໄຖ່ພວກເຂົາ. ດ້ວຍເຫດນີ້ ພວກເຂົາຈຶ່ງນຳເອົາຄວາມພິນາດມາສູ່ຕົວເອງຢ່າງບໍ່ຊ້າ. 2.ແລະຈະມີຫລາຍຄົນປະພຶດຊົ່ວຕາມຢ່າງພວກເຂົາ. ແລະຍ້ອນພວກເຂົານີ້ແຫລະ ເສັ້ນທາງແຫ່ງຄວາມຈິງຈະຖືກສົບປະໝາດປະຈານ. 3.ແລະຍ້ອນຄວາມໂລບມາກ, ພວກເຂົາຈະໃຊ້ຄຳເວົ້າຕົວະຫລອກ ເພື່ອຫວັງຜົນກຳໄລຈາກພວກພີ່ນ້ອງ. ແຕ່ດົນນານມາແລ້ວ, ກໍມີການຕັດສິນລົງໂທດພວກນີ້ຢູ່ບໍ່ເຊົາ. ແລະຄວາມຈິບຫາຍກໍຄອງຖ້າພວກເຂົາຢູ່ ຢ່າງບໍ່ຫລັບບໍ່ນອນ. 4.ຍ້ອນວ່າພຣະເຈົ້າບໍ່ໄດ້ຍົກເວັ້ນລົງໂທດພວກເທວະດາທີ່ໄດ້ທຳຜິດ ແຕ່ໄດ້ໂຍນເຂົາຖິ້ມລົງພື້ນເຫວເລິກໃນນະລົກ, ແລະຂັງໄວ້ຢູ່ທີ່ນັ້ນເພື່ອວັນພິພາກສາ. 5.ສ່ວນໂລກໃນຍຸກໂບຮານນັ້ນ ພຣະເປັນເຈົ້າກໍບໍ່ໄດ້ຍົກເວັ້ນເລີຍ, ພຣະອົງໄດ້ບັນດານໃຫ້ມີນ້ຳວິນາດ ມາຖ້ວມໂລກຂອງພວກຄົນອະທຳນັ້ນ. ແຕ່ພຣະເປັນເຈົ້າໄດ້ຄຸ້ມຄອງຮັກສານໍແອ ຜູ້ປະກາດຄວາມຊອບທຳ ແລະຜູ້ອື່ນອີກເຈັດຄົນ ໄວ້. 6.ຕໍ່ໄປ ພຣະອົງໄດ້ລົງໂທດເມືອງໂຊດົມແລະໂກມໍ ໃຫ້ພິນາດເປັນເທົ່າຖ່ານ ເພື່ອເປັນຕົວຢ່າງໃຫ້ພວກຄົນຊົ່ວໃນພາຍຫລັງ. 7.ພຣະອົງໄດ້ຊ່ວຍເຫລືອທ່ານລັອດຜູ້ຊອບທຳໃຫ້ພົ້ນໄພ, ທ່ານຕ້ອງທຸກທໍຣະມານໃຈຫລາຍ ຍ້ອນຄວາມປະພຶດຊົ່ວຊ້າລາມົກຂອງພວກຄົນຊົ່ວເຫລົ່ານັ້ນ. 8.ຍ້ອນວ່າທ່ານລັອດຜູ້ຊອບທຳນີ້ ຈຳເລີນຊີວິດຢູ່ກາງພວກຄົນຊົ່ວນັ້ນ, ຈຶ່ງໄດ້ຍິນແລະໄດ້ເຫັນກິດຈະການຊົ່ວຊ້າຂອງພວກເຂົາ, ຈິດໃຈອັນຊອບທຳຂອງທ່ານກໍແຮງຕ້ອງທຸກທໍຣະມານ ນັບມື້ນັບທະວີ. 9.ນີ້ກໍໝາຍຄວາມວ່າ ພຣະເປັນເຈົ້າສາມາດຊ່ວຍຄົນດີມີສິນທຳ ໃຫ້ພົ້ນຈາກການທົດລອງ ແລະຍັງຮູ້ຈັກກັກຂັງພວກຄົນຊົ່ວໄວ້ ເພື່ອລົງໂທດໃນວັນພິພາກສາດ້ວຍ, 10.ເປັນຕົ້ນພວກທີ່ມົວເມົາຕາມລາຄະຕັນຫາອັນລາມົກຂອງເນື້ອໜັງ ແລະມີແຕ່ໝິ່ນປະໝາດອຳນາດອາດຍາສິດຂອງພຣະອົງ. ພວກຄົນເຫລົ່ານີ້ເຊື່ອໃນໂຕເອງໂພດ ແລະຈອງຫອງອວດຕົວ, ພວກເຂົາດ່າປ້ອຍບັນດາຜູ້ຊົງສັກຢ່າງບໍ່ມີຄວາມຢ້ານຈຽມ, 11.ແມ່ນພວກເທວະດາທີ່ມີພາລະກຳລັງແລະຣິດທານຸພາບ ຫລາຍກວ່າເຂົາເຈົ້າ ກໍຍັງບໍ່ໄດ້ຟ້ອງຫາດ່າປ້ອຍບັນດາຜູ້ຊົງສັກນັ້ນ ຕໍ່ພຣະພັກພຣະເຈົ້າ.

12.ແຕ່ພວກຄົນເຫລົ່ານີ້ ເປັນດັ່ງສັດເດຍລະສານທີ່ບໍ່ມີຄວາມຄິດ ຊຶ່ງເກີດມາ ເພື່ອໃຫ້ເຂົາຈັບເອົາໄປຂ້າຕາມທຳມະຊາດຂອງມັນ, ໄດ້ແຕ່ດ່າປ້ອຍສິ່ງທີ່ຕົນບໍ່ຮູ້ ແລະຈະຕ້ອງພິນາດສູນໄປດັ່ງສັດເຫລົ່ານັ້ນ. 13.ດັ່ງນີ້ ເຂົາຈະໄດ້ຮັບຜົນຕອບແທນ ຢ່າງສະສົມກັບຄວາມອະທຳຂອງເຂົາ. ພວກເຂົາຖືເອົາການຫລິ້ນມ່ວນຊຸມແຊວໃນຍາມກາງເວັນ ເປັນຄວາມສະໜຸກສະໜານ. ພວກເຂົາແມ່ນຮອຍກະດ່າງກະດາວ ແລະຄວາມເປື້ອນເປິ ທີ່ມີຄວາມສຸກໃຈໃນຄວາມເວົ້າຕົວະຫລອກຂອງຕົນ ເມື່ອມາກິນລ້ຽງຮ່ວມກັບພວກພີ່ນ້ອງ. 14.ແສງຕາເຂົາແວວວາວໄປດ້ວຍຄວາມຄິດໃນການຜິດປະເວນີ, ທຳບາບຢ່າງບໍ່ຮູ້ອິ່ມ, ຫລອກລໍ້ວິນຍານທີ່ອ່ອນແອໃຫ້ເສຍໄປ, ຈອມໝູ່ໃນເລື່ອງຄວາມໂລບໂລພາ, ແມ່ນພວກທີ່ຖືກສາບແຊ່ງແລ້ວ. 15.ຍ້ອນປະຖິ້ມເສັ້ນທາງອັນຊື່ກົງ, ພວກເຂົາຈຶ່ງຫລົງເດີນໄປຕາມທາງຂອງບາລາອຳ ບຸດຂອງໂບຊໍ ຊຶ່ງມັກຫາປະໂຫຍດຈາກການອະທຳ, 16.ແຕ່ໄດ້ຖືກຕຳໜິຕິຕຽນຍ້ອນຄວາມລະເມີດນັ້ນ ຄືຕົວລາທີ່ປາກບໍ່ເປັນກໍປາກພາສາຄົນໄດ້ ແລະໄດ້ທຳໃຫ້ຄວາມບ້າໂລບຂອງປະກາສົກບາລາອຳນັ້ນ ຢຸດເຊົາ. 17.ເຂົາເຫລົ່ານັ້ນເປັນບໍ່ນ້ຳພຸທີ່ຂາດນ້ຳ, ເປັນໝູ່ເມກທີ່ລົມພະຍຸພັດແຕກໄປ; ສິ່ງທີ່ຕຽມໄວ້ໃຫ້ພວກເຂົາ ແມ່ນຄວາມມືດມິດດຳໜາ. 18.ຍ້ອນວ່າພວກເຂົາມີແຕ່ຄຸຍໂວ ໂອ້ອວດຢ່າງບໍ່ມີຄວາມໝາຍ, ທັງໃຊ້ຄວາມປາດຖະໜາອັນຕ່ຳຊ້າຂອງເນື້ອໜັງ ມາຍົວະເອົາພວກທີ່ຫາກໍໜີຫວິດຈາກພວກທີ່ຈຳເລີນຊີວິດຢູ່ໃນຄວາມຫລົງຜິດ. 19.ພວກເຂົາສັນຍາວ່າ ຈະໃຫ້ຄົນເຫລົ່ານັ້ນມີເສລີພາບ, ແຕ່ໃນເວລາດຽວກັນ ຕົວພວກເຂົາເອງກໍຍັງຄົງເປັນຂ້ອຍຂ້າຂອງຄວາມເສື່ອມຊາມຢູ່, ຍ້ອນວ່າສິ່ງໃດເອົາຊະນະເຮົາໄດ້ ເຮົາກໍຕົກເປັນຂ້ອຍທາດຂອງສິ່ງນັ້ນ. 20.ຖ້າຫາກວ່າ ພວກທີ່ໄດ້ຫລຸດພົ້ນຈາກຄວາມເປື້ອນເປິຂອງໂລກ ດ້ວຍອາໄສການຮູ້ຈັກພຣະເຢຊູກຣິສໂຕ ພຣະເຈົ້າຂອງເຮົາແລ້ວ ຍັງຫລົບຄືນໄປພົວພັນນຳຄວາມເປື້ອນເປິນັ້ນ ແລະປະໃຫ້ມັນເປັນນາຍອີກ ສະພາບໃໝ່ຂອງເຂົາກໍແຮງຈະເລວຮ້າຍກວ່າແຕ່ກ່ອນອີກ. 21.ຍ້ອນວ່າ ບໍ່ໃຫ້ເຂົາຮູ້ຈັກຫົນທາງໄປເຖິງຄວາມຊອບທຳ ກໍຈະດີກວ່າໃຫ້ເຂົາຮູ້, ແລ້ວຫັນຫລັງໄປຈາກພຣະບັນຢັດສັກສິດທີ່ໄດ້ຊົງມອບໝາຍໃຫ້. 22.ສິ່ງທີ່ເປັນມາແກ່ຕົວພວກເຂົານັ້ນ ກໍກົງກັບສຸພາສິດທີ່ໄດ້ກ່າວຢ່າງຖືກຕ້ອງວ່າ: “ໝາຫລົບໄປກິນສິ່ງທີ່ມັນຮາກອອກ”. ແລະ “ໝູທີ່ເພິ່ນຜັດລ້າງໃຫ້ສະອາດແລ້ວ ຍັງແລ່ນຄືນໄປແມບບວກ”.