ຈົດໝາຍຂອງນັກບຸນ ເປໂຕ ອັກຄະທຳມະທູດ ສະບັບທີ 1
ພາກທີ 2
ເຕືອນໃຫ້ຈຳເລີນຊີວິດເປັນໜຶ່ງດຽວກັບພຣະກຣິສໂຕເຈົ້າ
1.ດັ່ງນີ້ ພວກພີ່ນ້ອງຈົ່ງປະຖິ້ມຄວາມຊົ່ວຮ້າຍ, ກົນອຸບາຍ, ຄວາມບໍ່ຈິງໃຈ, ຄວາມອິດສາ, ແລະການເວົ້າຮ້າຍປ້າຍສີທຸກຢ່າງເສຍ. 2ດັ່ງດຽວກັບເດັກນ້ອຍເກີດໃໝ່, ພວກພີ່ນ້ອງຈົ່ງປາດຖະໜາຢ່າງແຮງກ້າ ຢາກກິນນ້ຳນົມບໍລິສຸດແຫ່ງພຣະວາຈາ. ແລ້ວນ້ຳນົມນັ້ນຈະທຳໃຫ້ພວກພີ່ນ້ອງເຕີບໂຕຂຶ້ນເຖິງຄວາມຮອດ. 3ຍ້ອນພວກພີ່ນ້ອງໄດ້ຊິມເບິ່ງແລ້ວວ່າ ພຣະອົງເຈົ້າຊົງພຣະໄທດີສັກພຽງໃດ! 4ເມື່ອພວກພີ່ນ້ອງເຂົ້າຫາພຣະອົງຜູ້ເປັນສີລາຊົງຊີວິດ ຊຶ່ງມະນຸດທັງຫລາຍປະຖິ້ມ ແຕ່ພຣະເຈົ້າຊົງຄັດເລືອກໄວ້ ແລະຖືເປັນສີລາປະເສີດນັ້ນ. 5ພວກພີ່ນ້ອງເອງ ທີ່ເປັນດັ່ງສີລາຊົງຊີວິດ ກໍໄດ້ຖືກນຳເອົາເຂົ້າມາກໍ່ສ້າງເປັນວິຫານຝ່າຍຈິດ, ເພື່ອທ້ອນໂຮມເຂົ້າເປັນຄະນະສົງສັກສິດ ສຳລັບຖະຫວາຍສິນບູຊາຝ່າຍຈິດ ທີ່ຊອບພຣະໄທພຣະເຈົ້າ ໂດຍທາງພຣະເຢຊູກຣິສໂຕ. 6ດ້ວຍເຫດນີ້ ຈຶ່ງມີຄຳຂຽນໃນພຣະຄຳພີວ່າ: “ເຫັນບໍ, ເຮົາວາງສີລາ ຈອດມຸມໄວ້ຢູ່ພູຊີອອນ ເປັນສີລາທີ່ໄດ້ຄັດເລືອກໄວ້ ແລະປະເສີດຍິ່ງ, ຜູ້ໃດໄວ້ວາງໃຈໃນສີລານີ້ ຈະບໍ່ໄດ້ຮັບຄວາມອັບອາຍ”. 7ກຽດຕິສັກນີ້ ເປັນຂອງພວກພີ່ນ້ອງຜູ້ມີຄວາມເຊື່ອ; ແຕ່ສຳລັບພວກທີ່ບໍ່ຍອມເຊື່ອນັ້ນ ສີລາທີ່ຊ່າງກໍ່ແກວ່ງຖິ້ມ ໄດ້ກາຍເປັນສີລາຈອດມຸມ. 8ທັງເປັນສີລາທີ່ທຳໃຫ້ຕຳສະດຸດ ແລະທຳໃຫ້ລົ້ມ. ພວກເຂົາຕຳຫິນນີ້ ກໍຍ້ອນພວກເຂົາບໍ່ຍອມເຊື່ອພຣະວາຈາ. ພຣະອົງເຈົ້າໄດ້ໝາຍພວກເຂົາໄວ້ສຳລັບເຫດການນີ້ແລ້ວ 9ສ່ວນພວກພີ່ນ້ອງ, ພວກພີ່ນ້ອງເປັນເຊື້ອຊາດທີ່ພຣະເຈົ້າເລືອກສັນ, ເປັນສັງຄານາຈັກ, ເປັນຊົນຊາດສັກສິດ, ເປັນປະຊາກອນທີ່ພຣະເຈົ້າໄດ້ກູ້ໄຖ່ເອົາ ເພື່ອປ່າວປະກາດພະກຽດຕິຄຸນຂອງພຣະອົງ ຜູ້ໄດ້ຮຽກເອົາພວກພີ່ນ້ອງອອກຈາກຄວາມມືດ ມາຫາຄວາມສະຫວ່າງອັນໜ້າພິດສະຫວົງຂອງພຣະອົງ. 10ແຕ່ກ່ອນ ພວກພີ່ນ້ອງບໍ່ໄດ້ເປັນປະຊາກອນ, ແຕ່ດຽວນີ້ໄດ້ເປັນປະຊາກອນຂອງພຣະເຈົ້າ. ແຕ່ກ່ອນພວກພີ່ນ້ອງບໍ່ໄດ້ຮັບພຣະເມດຕາ, ແຕ່ດຽວນີ້ ໄດ້ຮັບພຣະເມດຕາແລ້ວ.
ເປັນແບບຢ່າງດີທົ່ວໄປ
11.ພີ່ນ້ອງທີ່ຮັກ, ຂ້າພະເຈົ້າຂໍເຕືອນພວກພີ່ນ້ອງ ຜູ້ເປັນດັ່ງຄົນເດີນທາງ ແລະຄົນຕ່າງຖິ່ນ ຄືໃຫ້ລະເວັ້ນກິເລດຕັນຫາທີ່ສູ້ຮົບກັບວິນຍານ 12ຈົ່ງປະພຶດຕົນໃຫ້ດີງາມຢູ່ກາງຊົນຊາດອື່ນ ເພື່ອໃຫ້ພວກທີ່ໃສ່ຮ້າຍພວກພີ່ນ້ອງ ວ່າເປັນຄົນຊົ່ວນັ້ນ ໄດ້ເຫັນວຽກການດີຂອງພວກພີ່ນ້ອງ, ແລ້ວສັນຣະເສີນພຣະເຈົ້າ ໃນມື້ພຣະອົງສະເດັດມາຢ້ຽມຢາມ.
ໜ້າທີ່ຂອງຜູ້ເປັນພົນລະເມືອງ
13.ຈົ່ງນອບນ້ອມຕໍ່ອຳນາດການປົກຄອງທຸກຢ່າງ ຍ້ອນເຫັນແກ່ພຣະອົງເຈົ້າ. ນົບນອບຕໍ່ອົງກະສັດດັ່ງຜູ້ຊົງອຳນາດສູງສຸດ; 14ນົບນອບຕໍ່ເຈົ້ານາຍ ດັ່ງຜູ້ທີ່ກະສັດສົ່ງມາເພື່ອລົງໂທດຜູ້ກະທຳຜິດ ແລະຍົກຍ້ອງຜູ້ທຳດີ. 15ຍ້ອນວ່າ ນ້ຳພຣະໄທຂອງພຣະເຈົ້າຄື ເມື່ອພວກພີ່ນ້ອງທຳຄວາມດີ ພວກພີ່ນ້ອງກໍລະງັບຄວາມໂງ່ຂອງພວກຄົນເສຍຈິດ ໃຫ້ມິດງຽບໄປ. 16ຈົ່ງດຳເນີນຊີວິດດັ່ງຜູ້ມີເສລີພາບ, ໂດຍບໍ່ໃຊ້ເສລີພາບນັ້ນເປັນຜ້າກັ້ງບັງຄວາມຊົ່ວຮ້າຍຂອງຕົນ, ແຕ່ຈົ່ງດຳເນີນຊີວິດດັ່ງຜູ້ຮັບໃຊ້ຂອງພຣະເຈົ້າ. 17ຈົ່ງນັບຖືທຸກຄົນ, ຈົ່ງຮັກພີ່ນ້ອງ, ຈົ່ງຢ້ານຈຽມພຣະເຈົ້າ. ຈົ່ງຖະຫວາຍກຽດແດ່ກະສັດ.
ໜ້າທີ່ຂອງຜູ້ຮັບໃຊ້
18.ພວກເຈົ້າຜູ້ເປັນຄົນຮັບໃຊ້, ຈົ່ງນອບນ້ອມຕໍ່ຜູ້ເປັນນາຍ ດ້ວຍຄວາມຢ້ານຈຽມຢ່າງຍິ່ງ, ບໍ່ແມ່ນແຕ່ຕໍ່ນາຍທີ່ດີແລະອ່ອນຫວານເທົ່ານັ້ນ, ແຕ່ຕໍ່ນາຍທີ່ເຂັ້ມງວດອີກດ້ວຍ. 19ຍ້ອນວ່າ ຖ້າຜູ້ໃດຍອມທົນສູ້ຄວາມລຳບາບຢ່າງບໍ່ເປັນທຳ ຍ້ອນເຫັນແກ່ພຣະເຈົ້າ ກໍເປັນບຸນອັນໜຶ່ງ. 20ຕາມຈິງແລ້ວ, ເມື່ອຖືກຂ້ຽນຕີຍ້ອນໄດ້ທຳຜິດ, ພວກພີ່ນ້ອງໄດ້ຮັບກຽດຫຍັງບໍ? ແຕ່ຖ້າພວກພີ່ນ້ອງຍອມຖືກທຸກ ຍ້ອນໄດ້ທຳຄວາມດີ, ນັ້ນແລ້ວ ແມ່ນບຸນຕໍ່ພຣະພັກພຣະເຈົ້າ. 21ພຣະເປັນເຈົ້າໄດ້ຮຽກເອົາພວກພີ່ນ້ອງມາ ເພື່ອປະຕິບັດດັ່ງນີ້ ຍ້ອນວ່າ ພຣະກຣິສໂຕໄດ້ຮັບທົນທໍຣະມານເພື່ອພວກພີ່ນ້ອງດ້ວຍ. ພຣະອົງໄດ້ປະແບບຢ່າງໄວ້ ເພື່ອໃຫ້ພວກພີ່ນ້ອງເດີນຕາມຮອຍພະບາດຂອງພຣະອົງ. 22ພຣະອົງແມ່ນຜູ້ບໍ່ເຄີຍທຳບາບໃດໆ, ບໍ່ເຄີຍຕົວະຫລອກໃຜ. 23ເມື່ອຖືກດ່າປ້ອຍ, ພຣະອົງກໍບໍ່ໄດ້ດ່າຄືນ. ເມື່ອຖືກທໍຣະມານ, ພຣະອົງກໍບໍ່ໄດ້ນາບຂູ່, ແຕ່ຊົງມອບເລື່ອງຂອງພຣະອົງໄວ້ກັບພຣະເຈົ້າ ຜູ້ພິພາກສາຢ່າງຍຸຕິທຳ. 24ພຣະອົງຊົງແບກເອົາບາບຂອງພວກເຮົາ ໃນຕົວພຣະອົງເອງ ເທິງໄມ້ກາງເຂນ ເພື່ອໃຫ້ພວກເຮົາ ຜູ້ຕາຍປະບາບແລ້ວ, ໄດ້ຈຳເລີນຊີວິດໃໝ່ໃນຄວາມສັກສິດ. ແມ່ນບາດແຜຂອງພຣະອົງ ໄດ້ປິ່ນປົວພວກພີ່ນ້ອງໃຫ້ດີ. 25 ຍ້ອນວ່າແຕ່ກ່ອນ ພວກພີ່ນ້ອງເປັນດັ່ງແກະທີ່ຫລົງທາງ, ແຕ່ດຽວນີ້ ພວກພີ່ນ້ອງໄດ້ຫລົບມາພໍ້ນາຍຊຸມພາບານ ແລະຜູ້ດູແລຮັກສາວິນຍານຂອງພວກພີ່ນ້ອງແລ້ວ.