ຈົດໝາຍຂອງນັກບຸນ ຢາໂກເບ

ພາກທີ 5

ຄຳເຕືອນສຸດທ້າຍ

1.ພວກຮັ່ງມີທັງຫລາຍ, ຈົ່ງຮ້ອງໄຫ້ຈົ່ມທຸກ ຍ້ອນໄພພິບັດຕ່າງໆໃກ້ຈະມາເຖິງພວກເຈົ້າແລ້ວ. 2ຊັບສົມບັດຂອງພວກເຈົ້າບູດເໜົ່າ, ເຄື່ອງນຸ່ງຂອງພວກເຈົ້າຖືກປວກກິນ. 3ເງິນຄຳເຂົ້າໝ້ຽງ ແລະໝ້ຽງຂອງມັນຟ້ອງຫາພວກເຈົ້າ. ມັນຈະເຜົາຜານເລືອດເນື້ອຂອງພວກເຈົ້າຄືໄຟ. ພວກເຈົ້າໄດ້ທ້ອນໂຮມຊັບໄວ້ສຳລັບວາລະສຸດທ້າຍ. 4ເຫັນບໍ! ເງີນຄ່າຈ້າງຂອງພວກຄົນງານທີ່ມາກ່ຽວເຂົ້າໃນນາຂອງພວກເຈົ້າ ແລະພວກເຈົ້າໄດ້ສໍ້ໂກງເອົານັ້ນ ກຳລັງຮ້ອງຂຶ້ນ ແລະສຽງຮ້ອງຂອງພວກກ່ຽວເຂົ້າ ກໍດັງສະນັ່ນຂຶ້ນເຖິງຫູຂອງພຣະເຈົ້າແຫ່ງໂລກພິພົບດ້ວຍ. 5ພວກເຈົ້າໄດ້ຈຳເລີນຊີວິດຢູ່ໃນແຜ່ນດິນນີ້ ດ້ວຍຄວາມສຸກສະບາຍແລະຟູມເຟືອຍ, ພວກເຈົ້າໄດ້ລ້ຽງຕົວໄວ້ໃຫ້ອ້ວນພີ ເພື່ອຄອຍຖ້າວັນຖືກຂ້າ. 6ພວກເຈົ້າໄດ້ຕັດສິນລົງໂທດ, ໄດ້ປະຫານຊີວິດຜູ້ຊອບທຳ ແລະເຂົາກໍບໍ່ໄດ້ຕໍ່ຕ້ານພວກເຈົ້າ.

 

ຈົ່ງອົດພຽນ - ພຣະອົງເຈົ້າສະເດັດມາໃກ້ແລ້ວ

7.ພີ່ນ້ອງທັງຫລາຍ, ຈົ່ງພາກພຽນອົດທົນ ຈົນເຖິງເວລາພຣະອົງຈະສະເດັດມາ. ຈົ່ງເບິ່ງຊາວນາທີ່ຄອງຖ້າເຫັນໝາກຜົນອັນມີຄ່າຈາກແຜ່ນດິນ. ເຂົາຕ້ອງພາກພຽນອົດທົນຄອງຖ້າຢູ່ ຈົນກວ່າຈະໄດ້ເກັບກ່ຽວເອົາໝາກຜົນດໍແລະງັນ. 8ພວກພີ່ນ້ອງກໍດັ່ງດຽວກັນ, ຈົ່ງພາກພຽນອົດທົນ, ຈົ່ງມີຈິດໃຈເຂັ້ມແຂງ, ຍ້ອນພຣະອົງເຈົ້າສະເດັດມາໃກ້ແລ້ວ. 9ພີ່ນ້ອງທີ່ຮັກ, ຢ່າຈົ່ມຢ່າວ່າໃສ່ກັນ ເພື່ອບໍ່ໃຫ້ຖືກພິພາກສາ. ເຫັນບໍ? ຜູ້ພິພາກສາຢືນຢູ່ໜ້າປະຕູເຮືອນແລ້ວ.

10.ພີ່ນ້ອງທັງຫລາຍ, ຈົ່ງສູ້ທຸກແລະມີມານະອົດທົນ ຕາມຢ່າງຂອງພວກປະກາສົກ ຜູ້ປາກເວົ້າໃນນາມຂອງພຣະອົງເຈົ້າ. 11ເຫັນບໍ, ພວກເຮົາຍົກຍ້ອງສັນຣະເສີນພວກທີ່ອົດທົນສູ້. ພວກພີ່ນ້ອງໄດ້ຍິນກ່າວເຖິງຄວາມອົດທົນຂອງທ່ານຢັອບ ແລະໄດ້ເຫັນແຜນການຂອງພຣະເປັນເຈົ້າ ຄື ພຣະອົງຊົງພຣະໄທດີ ແລະມີເມດຕາສັກພຽງໃດ. 12ພີນ້ອງທັງຫລາຍ, ກ່ອນອື່ນໝົດຄື ຢ່າສາບົດສາບານດ້ວຍອ້າງເຖິງຟ້າຫລືດິນ ຫລືຫຍັງອື່ນອີກເລີຍ. ແນວໃດແມ່ນກໍໃຫ້ວ່າແມ່ນ, ແນວໃດບໍ່ແມ່ນ ກໍໃຫ້ວ່າບໍ່ແມ່ນ, ເພື່ອບໍ່ໃຫ້ຕົວເອງຖືກພິພາກສາ.

 

ທານ້ຳມັນຄົນເຈັບ - ການພາວະນາ

13ມີໃຜໃນພວກພີ່ນ້ອງທົນທຸກທໍຣະມານບໍ? ຂໍໃຫ້ເຂົາພາວະນາ. ມີໃຜເບີກບານຍິນດີບໍ? ຂໍໃຫ້ເຂົາຮ້ອງເພງສັນຣະເສີນ. 14ມີໃຜຜູ້ໜຶ່ງໃນພວກພີ່ນ້ອງຕ້ອງເຈັບໂຊບໍ? ກໍໃຫ້ເຊີນຜູ້ອະວຸໂສໃນກຸ່ມກຣິສຕະຊົນ ມາພາວະນາອຸທິດຊ່ວຍ ພ້ອມທັງທານ້ຳມັນໃນນາມຂອງພຣະອົງເຈົ້າໃຫ້ດ້ວຍ. 15ຄຳພາວະນາດ້ວຍຄວາມເຊື່ອ ຈະຊ່ວຍຜູ້ປ່ວຍໄດ້ຮອດຊີວິດ, ພຣະອົງເຈົ້າຈະປະທານຄວາມທຸເລົາບັນເທົາໃຫ້ ແລະຖ້າເຂົາມີບາບ, ພຣະອົງກໍຈະໃຫ້ອະໄພ. 16ດັ່ງນີ້ ພີ່ນ້ອງຈົ່ງສາຣະພາບຄວາມຜິດຂອງຕົນຕໍ່ກັນແລະກັນ, ແລະພາວະນາອຸທິດໃຫ້ກັນແລະກັນດ້ວຍ ເພື່ອຈະໄດ້ຫາຍຈາກໂລກໄພ. ຄຳພາວະນາຂອງຜູ້ຊອບທຳນັ້ນ ມີຣິດເດດຫລາຍ. 17ທ່ານປະກາສົກເອລີກໍເຄີຍເປັນຄົນຄືເຮົາທັງຫລາຍ: ເພິ່ນໄດ້ໄຫວ້ວອນພາວະນາຢ່າງຮ້ອນຮົນ ຂໍຢ່າໃຫ້ຝົນຕົກ, ຝົນກໍເລີຍບໍ່ຕົກລົງມາເທິງແຜ່ນດິນ ເປັນເວລາສາມປີຫົກເດືອນ. 18ຕໍ່ມາເພິ່ນໄດ້ໄຫວ້ວອນພາວະນາໃໝ່ອີກ ສະຫວັນກໍບັນດານໃຫ້ຝົນຕົກລົງມາ ແລະແຜ່ນດິນກໍເກີດໝາກຜົນ.

 

ຈົ່ງພາຄົນຫລົງຜິດຄືນມາ

19ພີ່ນ້ອງທັງຫລາຍ, ຖ້າມີໃຜຜູ້ໜຶ່ງໃນພວກພີ່ນ້ອງ ຫລົງຜິດໄປຈາກຄວາມຈິງ ແລະມີຜູ້ໜຶ່ງພາຜູ້ນັ້ນຫລົບມາ. 20ກໍໃຫ້ເຂົ້າໃຈວ່າ ຜູ້ທີ່ພາຄົນບາບຫລົບຄືນມາຈາກທາງຜິດນັ້ນ ກໍຊ່ວຍວິນຍານຂອງຄົນນັ້ນໃຫ້ຮອດ ແລະການບາບຕ່າງໆ ກໍຈະໄດ້ຮັບການອະໄພດ້ວຍ.