ຈົດໝາຍຂອງນັກບຸນ ຢາໂກເບ
ພາກທີ 4
ເປັນມິດກັບໂລກ ແມ່ນເປັນສັດຕູກັບພຣະເຈົ້າ
1.ເສິກສົງຄາມແລະການຜິດຄ້ອງຕອງຖຽງກັນ ລະຫວ່າງພວກພີ່ນ້ອງນັ້ນ ມາແຕ່ໃສ່? ບໍ່ແມ່ນມາຈາກກິເລດຕັນຫາ ທີ່ສູ້ຮົບຕົບຕອບກັນຢູ່ໃນຕົວພວກພີ່ນ້ອງເອງ ນັ້ນບໍ? 2ພວກພີ່ນ້ອງຢາກໄດ້ ແຕ່ບໍ່ໄດ້. ພວກພີ່ນ້ອງກໍຂ້າຟັນກັນ ແລະອິດສາກັນ, ແລ້ວກໍບໍ່ໄດ້ສົມຫວັງ. ພວກພີ່ນ້ອງເລີຍຜິດຖຽງແລະທຳເສິກກັນ, ແລ້ວກໍບໍ່ໄດ້ຫຍັງ ຍ້ອນບໍ່ວອນຂໍ. 3ພວກພີ່ນ້ອງວອນຂໍ ແຕ່ບໍ່ໄດ້ຮັບ, ກໍຍ້ອນວ່າ ຄຳຂໍນັ້ນມຸ່ງຫວັງແຕ່ເພື່ອສະໜອງກິເລດຕັນຫາຂອງຕົນເອງ. 4ພວກບໍ່ສັດຊື່ຕໍ່ພຣະເຈົ້າທັງຫລາຍ, ພວກເຈົ້າບໍ່ຮູ້ບໍວ່າ ການເປັນມິດກັບໂລກ ແມ່ນເປັນປໍລະປັກກັບພຣະເຈົ້າ. ຜູ້ໃດຢາກເປັນມິດກັບໂລກ ຜູ້ນັນກໍຕັ້ງຕົວເປັນສັດຕູຕໍ່ພຣະເຈົ້າ. 5ພວກເຈົ້າຄິດວ່າ ຄຳທີ່ພຣະຄຳພີຈາລຶກໄວ້ວ່າ: “ພຣະເຈົ້າຫວງແຫນວິນຍານ ທີ່ພຣະອົງໃຫ້ປະຈຳຢູ່ໃນພວກເຮົາ” ນັ້ນ ແມ່ນຄຳເວົ້າທີ່ບໍ່ມີຄວາມໝາຍຫຍັງບໍ? 6ແຕ່ພຣະອົງໄດ້ສຳແດງພຣະໄທໂອບອ້ອມອາລີກວ່າອີກ. ດ້ວຍເຫດນີ້ ພຣະຄຳພີຈຶ່ງກ່າວວ່າ: “ພຣະເຈົ້າຕໍ່ສູ້ຄົນຈອງຫອງ, ແຕ່ໂອບອ້ອມອາລີຕໍ່ຜູ້ຖ່ອມຕົວ”. 7ດັ່ງນີ້ ຈົ່ງນອບນອມຕໍ່ພຣະເຈົ້າ, ແລະຕໍ່ສູ້ກັບຜີປີສາດ ແລ້ວມັນຈະໜີໄປໄກຈາກພວກເຈົ້າ. 8ຈົ່ງເຂົ້າໄປໃກ້ພຣະເຈົ້າ ແລ້ວພຣະອົງກໍຈະສະເດັດມາໃກ້ພວກເຈົ້າ. ຄົນບາບທັງຫລາຍ ຈົ່ງລ້າງມືໃຫ້ສະອາດ; ຄົນສອງຈິດສອງໃຈທັງຫລາຍ, ຈົ່ງຊັກຟອກດວງໃຈໃຫ້ບໍລິສຸດເຖີດ. 9ຈົ່ງສຳນຶກວ່າຕົວເປັນຄົນໜ້າສົມເພດເວດທະນາ, ຈົ່ງໂສກເສົ້າແລະຮ້ອງໄຫ້. ໃຫ້ການຫົວມ່ວນຂອງເຈົ້າ ກາຍເປັນຄວາມໂສກເສົ້າ ແລະໃຫ້ຄວາມຍິນດີ ກາຍເປັນຄວາມເສົ້າໝອງໃຈ. 10ຈົ່ງຖ່ອມຕົວລົງຕໍ່ພຣະພັກພຣະເຈົ້າ ແລ້ວພຣະອົງຈະຍົກຍໍເຈົ້າຂຶ້ນ.
ຢ່າພິພາກສາຜູ້ໃດ
11.ພີ່ນ້ອງທັງຫລາຍ, ຢ່າກ່າວຂວັນນິນທາກັນ. ຜູ້ທີ່ນິນທາພີ່ນ້ອງ ຫລືພິພາກສາເຂົາ, ຜູ້ນັ້ນກໍນິນທາແລະພິພາກສາພຣະບັນຢັດ. ຖ້າວ່າເຈົ້າພິພາກສາພຣະບັນຢັດ, ເຈົ້າກໍເປັນຜູ້ພິພາກສາ, ບໍ່ແມ່ນຜູ້ຖືຕາມພຣະບັນຢັດ. 12ຜູ້ແຕ່ງພຣະບັນຢັດ ແລະຜູ້ພິພາກສາ ມີແຕ່ຜູ້ດຽວເທົ່ານັ້ນຄື ຜູ້ທີ່ສາມາດຊ່ວຍໃຫ້ຮອດ ແລະປະໃຫ້ຈິບຫາຍນັ້ນເອງ ສ່ວນເຈົ້ານັ້ນ ເຈົ້າແມ່ນໃຜ ຈຶ່ງມາຕັດສິນຜູ້ອື່ນ?
ຢ່າອວດອ້າງ
13.ບັດນີ້, ພວກເຈົ້າຜູ້ເວົ້າວ່າ: “ມື້ນີ້ຫລືມື້ອື່ນ ພວກເຮົາຈະໄປເມືອງນັ້ນເມືອງນີ້, ຈະພັກຢູ່ຫັ້ນຈັກປີໜຶ່ງ, ຈະຄ້າຂາຍຫາກຳໄລ!” 14ແລະບໍ່ຮູ້ວ່າ ມື້ອື່ນຊີວິດຂອງຕົນຈະເປັນຢ່າງໃດ, ຍ້ອນວ່າພວກເຈົ້າເປັນຄືນ້ຳໝອກ ທີ່ປາກົດອອກມາຄາວໜຶ່ງ ແລ້ວກໍເຫືອດຫາຍໄປ. 15ແທນທີ່ຈະເວົ້າວ່າ: “ຖ້າພຣະອົງເຈົ້າພໍພຣະໄທ, ພວກເຮົາກໍຈະມີຊີວິດຢູ່ ແລະຈະທຳສິ່ງນັ້ນສິ່ງນີ້”. 16ພວກເຈົ້າພາກພູມໃຈນຳຄວາມຈອງຫອງອວດຕົວຂອງພວກເຈົ້າ. ການອວດຕົວແບບນີ້ບໍ່ດີເລີຍ. 17.ດ້ວຍວ່າ ຜູ້ໃດທຳດີໄດ້ ແຕ່ບໍ່ທຳ ຜູ້ນັ້ນກໍມີບາບ.