ຈົດໝາຍຂອງນັກບຸນ ຢາໂກເບ
ພາກທີ 2
ຢ່າມີໃຈລຳອຽງ
1ພີ່ນ້ອງທີ່ຮັກ, ຢ່າເອົາການນັບໜ້າຖືຕາຄົນ ມາປົນກັນກັບຄວາມເຊື່ອເຖິງພຣະເຢຊູກຣິສໂຕ, ພຣະອົງເຈົ້າຜູ້ຮຸ່ງເຮືອງຂອງພວກເຮົາ. 2ສົມມຸດວ່າ ມີຄົນຜູ້ໜຶ່ງແຕ່ງຕົວສວຍງາມ, ນີ້ວມືສວມແຫວນຄຳ, ແລະອີກຜູ້ໜຶ່ງແຕ່ງຕົວຂີ້ຮ້າຍ ເຂົ້າມາໃນຫ້ອງປະຊຸມຂອງພວກພີ່ນ້ອງ. 3ຖ້າພວກພີ່ນ້ອງສົນໃຈນຳຜູ້ແຕ່ງຕົວງາມ ແລະເວົ້າກັບເຂົາວ່າ: “ເຊີນທ່ານນັ່ງສະບາຍ”. ສ່ວນກັບຄົນທຸກນັ້ນ ພວກພີ່ນ້ອງເວົ້າວ່າ: “ໄປຢືນຢູ່ພຸ້ນ” ຫລື “ມານັ່ງຢູ່ແປະຕີນເຮົາພີ້”. 4ການທຳດັ່ງນີ້ ກໍໝາຍຄວາມວ່າ ພວກພີ່ນ້ອງເປັນຜູ້ເລືອກຊັ້ນວັນນະ ແລະເປັນຜູ້ຕັດສິນດ້ວຍໃຈເອນອຽງ, ບໍ່ແມ່ນບໍ? 5ພີ່ນ້ອງທີ່ຮັກ, ຈົ່ງຟັງໃຫ້ດີ. ພຣະເຈົ້າບໍ່ໄດ້ຄັດເລືອກເອົາພວກທີ່ຊາວໂລກຖືວ່າເປັນຄົນທຸກຍາກ ເພື່ອທຳໃຫ້ກາຍເປັນຄົນຮັ່ງມີໃນຄວາມເຊື່ອ ແລະເປັນຜູ້ຮັບມໍລະດົກແຫ່ງອານາຈັກ ຊຶ່ງພຣະອົງໄດ້ສັນຍາແກ່ພວກທີ່ຮັກພຣະອົງນັ້ນບໍ? 6ແຕ່ພວກພີ່ນ້ອງໝິ່ນປະໝາດຄົນທຸກຈົນ. ບໍ່ແມ່ນຄົນຮັ່ງມີບໍ ກົດຂີ່ພວກພີ່ນ້ອງ? ແລະບໍ່ແມ່ນເຂົາອີກບໍ ນຳຕົວພວກພີ່ນ້ອງຂຶ້ນສານ? 7ບໍ່ແມ່ນພວກເຂົາບໍ ປະໝາດປະຈານພຣະນາມອັນປະເສີດ ທີ່ເພິ່ນຮ້ອງຫາມາຊ່ວຍພວກພີ່ນ້ອງ? 8ດັ່ງນີ້, ຖ້າພວກພີ່ນ້ອງຖືຕາມພຣະບັນຢັດ ຖືກຕ້ອງຕາມຄຳກ່າວໄວ້ໃນພຣະຄຳພີວ່າ: “ຈົ່ງຮັກຜູ້ອື່ນຄືຮັກຕົວເຈົ້າເອງ”. ພວກພີ່ນ້ອງກໍທຳຖືກຕ້ອງດີ. 9‑ແຕ່ຖ້າພວກພີ່ນ້ອງເລືອກທີ່ຮັກມັກທີ່ຊັງ, ພວກພີ່ນ້ອງກໍທຳບາບ, ແລະກົດໝາຍກໍຕັດສິນວ່າ ພວກພີ່ນ້ອງເປັນຜູ້ທຳຜິດກົດໝາຍ.10ຕາມຈິງແລ້ວ ເມື່ອຖືຕາມກົດໝາຍທຸກຂໍ້, ແລ້ວທຳຜິດແຕ່ຂໍ້ດຽວ, ກໍເປັນອັນວ່າທຳຜິດຕໍ່ກົດໝາຍທັງໝົດ. 11ຍ້ອນພຣະອົງຜູ້ກ່າວວ່າ: “ຢ່າລ່ວງປະເວນີ”, ກໍຍັງກ່າວວ່າ: “ຢ່າຂ້າຄົນ”. ດັ່ງນີ້ ຖ້າເຈົ້າບໍ່ລ່ວງປະເວນີ, ແຕ່ຂ້າຄົນ ເຈົ້າກໍຜິດພຣະບັນຢັດດ້ວຍ. 12ຈົ່ງປາກເວົ້າແລະກະທຳດັ່ງຄົນທີ່ຈະຕ້ອງຖືກຕັດສິນ ຕາມກົດໝາຍແຫ່ງເສລີພາບ. 13ຍ້ອນວ່າໃນການພິພາກສາ, ຈະບໍ່ມີຄວາມເມດຕາ ຕໍ່ຜູ້ຂາດຄວາມເມດຕາຕໍ່ຜູ້ອື່ນ. ສ່ວນຄວາມເມດຕານັ້ນ ມີໄຊເໜືອການພິພາກສາ.
ມີຄວາມເຊື່ອແຕ່ບໍ່ຖືຕາມ ກໍບໍ່ມີຄ່າຫຍັງ
14ພີ່ນ້ອງທີ່ຮັກ, ເວົ້າອ້າງຕົວວ່າມີຄວາມເຊື່ອ ແຕ່ບໍ່ປະຕິບັດຕາມ, ມັນຈະມີປະໂຫຍດ ຫຍັງ? ຄວາມເຊື່ອຈະຊ່ວຍຜູ້ເວົ້າໃຫ້ຮອດໄດ້ບໍ? 15ຖ້າມີພີ່ນ້ອງຊາຍຫລືຍິງຜູ້ໜຶ່ງຂາດເຂີນເຄື່ອງນຸ່ງຫົ່ມແລະອາຫານການກິນປະຈຳວັນ, 16ແລ້ວມີຜູ້ໜຶ່ງໃນພວກພີ່ນ້ອງ ເວົ້າກັບຊຸມນັ້ນວ່າ: “ເຊີນເມື່ອດີ, ຂໍໃຫ້ອົບອຸ່ນແລະອິ່ມໜຳສຳຣານເຖີດ” ແຕ່ບໍ່ໃຫ້ເຄື່ອງນຸ່ງຫົ່ມ ແລະອາຫານການກິນແກ່ເຂົາ, ມັນຈະມີປະໂຫຍດຫຍັງ? 17ສຳລັບຄວາມເຊື່ອກໍດັ່ງດຽວກັນ, ຖ້າຂາດການປະຕິບັດ, ກໍແມ່ນຄວາມເຊື່ອທີ່ຕາຍແລ້ວແທ້ໆ. 18ແຕ່ລາງຄົນຈະເວົ້າວ່າ: “ເຈົ້າອ້າງຄວາມເຊື່ອ” ສ່ວນຂ້ອຍ “ຂ້ອຍກໍອ້າງການປະຕິບັດ”. “ຈົ່ງສຳແດງຄວາມເຊື່ອທີ່ບໍ່ມີການປະຕິບັດຂອງເຈົ້າ ໃຫ້ຂ້ອຍເບິ່ງດູ, ແລ້ວຂ້ອຍຈະສະແດງຄວາມເຊື່ອທີ່ມີການປະຕິບັດ ຂອງຂ້ອຍ ໃຫ້ເຈົ້າເບິ່ງ” 19ເຈົ້າເຊື່ອວ່າພຣະເປັນເຈົ້າມີແຕ່ຜູ້ດຽວ ແມ່ນບໍ? ເປັນການຖືກຕ້ອງແລ້ວ. ແມ່ນພວກຜີປີສາດເອງກໍເຊື່ອ ແລະຢ້ານກົວຈົນຕົວສັ່ນ.
20ເຈົ້າຄົນໂງ່ເອີຍ! ຢາກຮູ້ບໍວ່າ ຄວາມເຊື່ອທີ່ຂາດການປະຕິບັດນັ້ນ ແມ່ນຄວາມເຊື່ອທີ່ໃຮ້ປະໂຫຍດ? 21ອາບຣາຮຳ ບັນພະບຸຣຸດຂອງເຮົາ ໄດ້ຊື່ວ່າເປັນຜູ້ຊອບທຳດ້ວຍການປະຕິບັດ ກໍຍ້ອນໄດ້ຖະຫວາຍອີຊາອັກບຸດຂອງທ່ານເທິງພຣະແທ່ນບໍ່ແມ່ນບໍ? 22ເຈົ້າເອງກໍເຫັນຢູ່ແລ້ວວ່າ ຄວາມເຊື່ອຄອບຄູ່ໄປກັບການກະທຳຂອງທ່ານ, ແລະການກະທຳນີ້ແຫລະ ເຮັດໃຫ້ຄວາມເຊື່ອສົມບູນໄປ. 23ແລະສົມຈິງກັບທີ່ໄດ້ກ່າວໄວ້ໃນພຣະຄຳພີວ່າ: “ອາບຣາຮຳເຊື່ອໃນພຣະເຈົ້າ ແລະພຣະເຈົ້າກໍໄດ້ຖືວ່າ ຄວາມເຊື່ອນີ້ເປັນຄວາມຊອບທຳຂອງທ່ານ ທ່ານຈຶ່ງໄດ້ຊື່ວ່າ ເປັນມິດສະຫາຍຂອງພຣະເຈົ້າ. 24ດັ່ງນີ້ ພວກພີ່ນ້ອງກໍເຫັນແຈ້ງວ່າ ມະນຸດເປັນຜູ້ຊອບທຳໄດ້ຍ້ອນອາໄສການກະທຳ, ບໍ່ແມ່ນອາໄສແຕ່ຄວາມເຊື່ອຢ່າງດຽວ. 25ເລື່ອງຂອງນາງຣາຮັບ ໂສເພນີ ກໍດັ່ງດຽວກັນ. ນາງໄດ້ເປັນຜູ້ຊອບທຳດ້ວຍການກະທຳ ບໍ່ແມ່ນບໍ? ຄືນາງໄດ້ຮັບຕ້ອນພວກສົ່ງຂ່າວ ແລ້ວສົ່ງເຂົາໜີໄປທາງອື່ນ. 26ກາຍຂອງເຮົາເມື່ອຂາດລົມຫາຍໃຈແລ້ວ ກໍຕາຍແນວໃດ ຄວາມເຊື່ອທີ່ຂາດການປະຕິບັດກໍຕາຍແລ້ວແນວນັ້ນດ້ວຍ.