ຈົດໝາຍຂອງນັກບຸນ ຢາໂກເບ
ພາກທີ 1
ຈົດໝາຍຂອງນັກບຸນ ຢາໂກເບ ອັກຄະທຳມະທູດ
ຖາມຂ່າວ
1ຈາກຢາໂກເບ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຂອງພຣະເຢຊູກຣິສໂຕເຈົ້າເຖິງສິບສອງຕະກູນທີ່ແຕກກະຈາຍກັນຢູ່ທົ່ວໄປ ສະບາຍດີ.
ຈົນອົດທົນໃນຍາມຖືກລອງໃຈ
2ພີ່ນ້ອງທີ່ຮັກແພງທັງຫລາຍ, ຈົ່ງຊື່ນຊົມຍິນດີຮັບເອົາການທົດລອງໃຈຕ່າງໆທີ່ພວກພີ່ນ້ອງພົບພໍ້, 3ຍ້ອນພວກພີ່ນ້ອງກໍຮູ້ດີແລ້ວວ່າ ການທົດລອງຄວາມເຊື່ອນັ້ນ ທຳໃຫ້ເກີດຄວາມໝັ້ນໜຽວ. 4ແຕ່ຄວາມໝັ້ນໜຽວນັ້ນຕ້ອງປະກອບດ້ວຍກິດຈະການດີຢ່າງສົມບູນ ເພື່ອພວກພີ່ນ້ອງຈະໄດ້ເປັນຜູ້ດີບໍລິບູນຄົບຖ້ວນ, ບໍ່ມີແນວຂາດຕົກບົກພ່ອງເລີຍ. 5ຖ້າຜູ້ໃດໃນພວກພີ່ນ້ອງຂາດເຂີນຄວາມສະຫລາດ, ກໍໃຫ້ວິງວອນຂໍນຳພຣະເຈົ້າ, ຜູ້ຊົງປະທານໃຫ້ແກ່ທຸກຄົນ ດ້ວຍພຣະໄທກວ້າງຂວາງ ແລະບໍ່ຊົງຕຳໜິຕິຕຽນເລີຍ. ແລະຜູ້ນັ້ນກໍຈະໄດ້ຮັບຕາມຄຳຂໍ. 6ແຕ່ໃຫ້ຜູ້ນັ້ນຂໍດ້ວຍຄວາມເຊື່ອ, ໂດຍບໍ່ມີສົງໄສເລີຍ, ຍ້ອນວ່າຜູ້ທີ່ສົງໄສກໍປຽບຄືຟອງທະເລທີ່ລົມຊັດໄປມາ. 7ຂໍໃຫ້ຄົນແບບນີ້ຢ່າຄຶດວ່າ ຈະໄດ້ຮັບຫຍັງຈາກພຣະເຈົ້າ. 8ເຂົາເປັນຄົນສອງຈິດສອງໃຈ, ບໍ່ໝັ້ນຄົງໃນແນວທາງເດີນຂອງຕົນ. 9ຂໍໃຫ້ພີ່ນ້ອງຜູ້ມີຖານະຕ່ຳ ມີຄວາມພາກພູມໃຈໄດ້ຮັບການຍົກຍ້ອງຂຶ້ນ. 10ແລະຂໍໃຫ້ຜູ້ຮັ່ງມີ ພາກພູມໃຈ ຍ້ອນໄດ້ຖືກກົດລົງຕ່ຳ, ດ້ວຍວ່າເຂົາຈະຕ້ອງລ່ວງພົ້ນໄປຄືດອກໄມ້ໃນທົ່ງ. 11ຍ້ອນວ່າ ເມື່ອຕາເວັນຂຶ້ນແລ້ວ ແດດຮ້ອນກໍຈະເຮັດໃຫ້ຫຍ້າຫ່ຽວແຫ້ງໄປ, ດອກຫຍ້າກໍຈະຮ່ວງ, ຄວາມສວຍງາມຂອງມັນກໍຈະສູນສິ້ນໄປ. ຄົນຮັ່ງມີຈະເສື່ອມເສົ້າລົງໃນວຽກການຂອງຕົນ ແບບດຽວກັນນີ້ແຫລະ. 12ບຸນລາບແກ່ຜູ້ຮັບທົນການທົດລອງໃຈ, ຍ້ອນວ່າເມື່ອໄດ້ຜ່ານການທົດລອງແລ້ວ, ເຂົາກໍຈະໄດ້ຮັບມຸງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າຊົງສັນຍາຈະປະທານແກ່ຜູ້ທີ່ຮັກພຣະອົງ.
ການລໍ້ລວງ ແລະພຣະຄຸນຂອງພຣະເຈົ້າ
13ເມື່ອມີໃຜຖືກລໍ້ລວງ ກໍຢ່າເວົ້າວ່າ: “ພຣະເປັນເຈົ້າລໍ້ລວງຂ້າພະເຈົ້າ”. ຍ້ອນວ່າພຣະເປັນເຈົ້າບໍ່ອາດຖືກລວງໃຫ້ທຳຜິດໄດ້ ແລະພຣະອົງກໍບໍ່ລໍ້ລວງໃຜດ້ວຍ. 14ແຕ່ທຸກຄົນກໍຖືກລໍ້ລວງຈາກລາຄະຕັນຫາຂອງຕົນເອງ ທີ່ມາແກ່ດຶງແລະຍົວະໃຫ້ຫລົງໄປຕາມ. 15ເມື່ອລາຄະຕັນຫາກໍ່ຕົວຂຶ້ນແລ້ວ ກໍເກີດເປັນການບາບອອກມາ. ແລະການບາບນັ້ນ ເມື່ອເຕີບໂຕຂຶ້ນເຕັມສ່ວນແລ້ວ ກໍເກີດເປັນຄວາມຕາຍ . 16ພີ່ນ້ອງທີ່ຮັກ, ຢ່າຫລົງຜິດໄປໃນເລື່ອງນີ້ເລີຍ. 17ພຣະຄຸນອັນດີເລີດທຸກຢ່າງ ແລະຂອງທານອັນບໍລິບູນທຸກແນວນັ້ນ ມາຈາກເບື້ອງບົນ ຄືມາຈາກພຣະບິດາແຫ່ງຄວາມສະຫວ່າງ, ຢູ່ໃນພຣະອົງບໍ່ມີການປ່ຽນແປງ ແລະແມ່ນແຕ່ເງົາມັນກໍບໍ່ມີ. 18ພຣະອົງຊົງພໍພຣະໄທບັງເກີດພວກເຮົາດ້ວຍວາຈາແຫ່ງຄວາມຈິງ ເພື່ອພວກເຮົາຈະໄດ້ເປັນດັ່ງໝາກຜົ້ນອັນຕົ້ນ ໃນສິ່ງທີ່ພຣະອົງໄດ້ສ້າງມາ.
ຟັງແລະປະຕິບັດຕາມພຣະວາຈາ
19ພີ່ນ້ອງທີ່ຮັກ, ພວກພີ່ນ້ອງຮອບຮູ້ທຸກສິ່ງທຸກຢ່າງແລ້ວ, ແຕ່ຂໍໃຫ້ທຸກຄົນໄວໃນການຟັງ, ຊ້າໃນການປາກແລະການໂມໂຫ. 20ຍ້ອນວ່າຄວາມໂມໂຫຂອງຄົນບໍ່ເຮັດໃຫ້ຄວາມຊອບທຳຂອງພຣະເຈົ້າເກີດຂຶ້ນໄດ້. 21ດັ່ງນີ້ ເມື່ອໄດ້ປະຖິ້ມຄວາມໂສມົມທຸກຢ່າງ ແລະຄວາມຊົ່ວຮ້າຍອັນເຫລືອຫລາຍແລ້ວ, ຈົ່ງຍິນດີຮັບເອົາພຣະວາຈາທີ່ຝັງເຂົ້າໃນຕົວພວກພີ່ນ້ອງ ແລະທີ່ສາມາດຊ່ວຍພວກພີ່ນ້ອງໃຫ້ຮອດໄດ້. 22ຈົ່ງປະຕິບັດຕາມພຣະວາຈາຂອງພຣະເຈົ້າ, ຢ່າໄດ້ຟັງຊື່ໆ, ຊຶ່ງຈະເປັນການຕົວະຫລອກຕົວເອງ. 23ຖ້າຜູ້ໃດຟັງພຣະວາຈາແລ້ວ ບໍ່ປະຕິບັດຕາມ, ເຂົາກໍຄືຄົນແຍງແວ່ນເບິ່ງໜ້າຕົວເອງ, 24ເບິ່ງເຫັນແລ້ວກໍໜີໄປ, ເລີຍບໍ່ຈື່ວ່າຕົວເອງເປັນແນວໃດ. 25ສ່ວນຜູ້ທີ່ໃສ່ໃຈນຳພຣະບັນຢັດອັນບໍລິບູນ, ຄືພຣະບັນຢັດແຫ່ງເສລີພາບ ແລະຕັ້ງໃຈຖືຕາມ, ບໍ່ແມ່ນຟັງແລ້ວລືມໄປ, ແຕ່ລົງມືປະຕິບັດຕາມຢ່າງຈິງຈັງ, ຜູ້ນັ້ນແຫລະຈະພົບພໍ້ຄວາມສຸກໃນການປະຕິບັດນັ້ນ. 26ຖ້າຜູ້ໃດຄຶດວ່າຕົນເປັນຄົນສັດທາ ແຕ່ບໍ່ຫ້າມລີ້ນຂອງຕົນໄວ້, ຜູ້ນັ້ນກໍຕົວະຕົວເອງ, ແລະຄວາມສັດທາຂອງເຂົາກໍບໍ່ມີຄ່າຫຍັງ. 27ຄວາມສັດທາອັນບໍລິສຸດ ແລະປາດສະຈາກບາບຕໍ່ພຣະພັກພຣະເຈົ້າພຣະບິດາ ຄືຢ້ຽມຢາມເດັກກຳພ້າແລະພວກນາງໝ້າຍ ທີ່ມີຄວາມທຸກຮ້ອນ ແລະຮັກສາຕົວໃຫ້ບໍລິສຸດ ປາດສະຈາກຄວາມເປື້ອນໝອງແຫ່ງໂລກນີ້.