ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 9
1.ແລ້ວພຣະອົງກ່າວຕໍ່ໄປວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ມີຄົນທີ່ຢູ່ທີ່ນີ້ເວລານີ້ຈະບໍ່ທັນຕາຍກ່ອນ ຈະໄດ້ເຫັນພຣະຣາໄຊຂອງພຣະເປັນເຈົ້າມາເຖິງຢ່າງມີຣິດທານຸພາບ.”
ຊົງປ່ຽນສະພາບ
2.ຫົກມື້ຕໍ່ມາ, ພຣະເຢຊູເຈົ້າເອົາເປໂຕ, ຢາໂກເບ ແລະຢວງໄປນຳ, ແລະພາແຕ່ພວກເຂົາຕ່າງຫາກຂຶ້ນໄປພູສູງໜ່ວຍໜຶ່ງ. ແລ້ວພຣະອົງໄດ້ປ່ຽນສະພາບຕໍ່ໜ້າພວກເຂົາ. 3.ເຄື່ອງທົງຂອງພຣະອົງຂາວເຫລື້ອມ ຈົນວ່າບໍ່ມີຄົນຊັກຂອງຜູ້ໃດໃນໂລກສາມາດຊັກໃຫ້ຂາວສະເໝີເໝືອນໄດ້. 4.ແລ້ວເອລີກັບໂມແຊກໍປາກົດແກ່ຕາພວກເຂົາ. ທັງສອງສົນທະນາກັບພຣະເຢຊູເຈົ້າ. 5.ເປໂຕເລີຍອອກປາກທູນພຣະອົງວ່າ: “ພຣະອາຈານເອີຍ! ບຸນຫລາຍທີ່ພວກຂ້ານ້ອຍຢູ່ນີ້; ພວກຂ້ານ້ອຍຈະປຸກຜາມຂຶ້ນສາມຫລັງ, ຫລັງໜຶ່ງຖະຫວາຍພຣະອາຈານ, ຫລັງໜຶ່ງຖະຫວາຍທ່ານໂມແຊ ແລະອີກຫລັງໜຶ່ງຖະຫວາຍທ່ານເອລີ.” 6.ເປໂຕບໍ່ຮູ້ຈັກຈະວ່າແນວໃດ, ຍ້ອນທັງສາມຕົກໃຈຢ້ານ. 7.ແລ້ວມີເມກກ້ອນໜຶ່ງມາປົກຄຸມ, ແລະມີສຽງໜຶ່ງດັງອອກມາຈາກເມກວ່າ: “ທ່ານຜູ້ນີ້ແມ່ນບຸດສຸດທີ່ຮັກຂອງເຮົາ, ຈົ່ງຟັງທ່ານເຖີດ.” 8.ທັນທີພວກສາວົກຫລຽວໄປເບິ່ງອ້ອມໆ, ບໍ່ໄດ້ເຫັນຜູ້ໃດອື່ນ, ເຫັນແຕ່ພຣະເຢຊູເຈົ້າຜູ້ດຽວຢູ່ກັບພວກເຂົາ. 9.ໃນເວລາລົງຈາກພູ, ພຣະອົງໄດ້ສັ່ງຫ້າມພວກເຂົາເລົ່າເລື່ອງທີ່ໄດ້ເຫັນນັ້ນໃຫ້ຜູ້ໃດຟັງ ຈົນເຖິງເວລາບຸດແຫ່ງມະນຸດຈະໄດ້ກັບເປັນຄືນມາຈາກພວກຜູ້ຕາຍ. 10.ພວກເຂົາໄດ້ຖືຕາມຄຳສັ່ງ ແຕ່ຍັງສົນທະນາກັນໃນເລື່ອງວ່າ “ກັບເປັນຄືນມາຈາກພວກຜູ້ຕາຍ” ນັ້ນໝາຍຄວາມວ່າຢ່າງໃດ. 11.ພວກເຂົາຈຶ່ງທູນຖາມພຣະອົງວ່າ: “ເປັນຫຍັງພວກອາຈານພຣະຄຳພີຈຶ່ງເວົ້າວ່າ ທ່ານເອລີຕ້ອງມາກ່ອນ?” 12.ພຣະອົງກ່າວຕອບວ່າ: “ແມ່ນແທ້, ເອລີຕ້ອງມາເສຍກ່ອນ ເພື່ອຈັດການທຸກຢ່າງໃຫ້ເຂົ້າລະບຽບ. ແຕ່ເຫດໃດຈຶ່ງມີຂຽນໄວ້ກ່ຽວກັບບຸດແຫ່ງມະນຸດວ່າ ພຣະອົງຈະຕ້ອງທຸກທໍຣະມານຫລາຍ ແລະຈະຖືກໝິ່ນປະໝາດ? 13.ເຮົາບອກພວກເຈົ້າວ່າ ເອລີມາແລ້ວ, ແລະພວກເຂົາກໍໄດ້ທຳຕໍ່ທ່ານຕາມໃຈມັກຂອງພວກເຂົາ, ດັ່ງທີ່ໄດ້ຂຽນໄວ້ກ່ຽວກັບທ່ານນັ້ນແລ້ວ.”
ຊົງປິ່ນປົວຄົນບ້າໝູ
14.ເມື່ອຫລົບມາຫາພວກສາວົກ, ກໍເຫັນມີຝູງຊົນມາກມາຍຫຸ້ມອ້ອມພວກເຂົາ ແລະພວກອາຈານພຣະຄຳພີກໍກຳລັງຖຽງກັນກັບພວກເຂົາດ້ວຍ. 15.ພໍຫລຽວເຫັນພຣະເຢຊູເຈົ້າ, ຝູງຊົນກໍຕົກສະເງີ້ແລະພາກັນແລ່ນໄປສະແດງຄາລະວະຕໍ່ພຣະອົງ. 16.ພຣະອົງຖາມພວກເຂົາວ່າ: “ພວກເຈົ້າຖຽງກັນກັບພວກເຂົາເລື່ອງຫຍັງ?” 17.ຜູ້ໜຶ່ງໃນໝູ່ທູນວ່າ: “ພຣະອາຈານເອີຍ! ຂ້ານ້ອຍເອົາລູກທີ່ຖືກຜີກືກສິງມາຫາພຣະອົງ. 18.ເວລາໃດຜີເຂົ້າສິງ, ມັນກໍເຮັດໃຫ້ລູກຂ້ານ້ອຍລົ້ມຟາດລົງດິນ, ຈຳປວກປາກແຕກອອກ, ກັດແຂ້ວແລະຕົນຕົວແຂງໄປ. ຂ້ານ້ອຍໄດ້ຂໍໃຫ້ພວກລູກສິດຂອງທ່ານໄລ່ຜີອອກ, ແຕ່ພວກເພິ່ນບໍ່ສາມາດໄລ່ໄດ້.” 19.ພຣະເຢຊູເຈົ້າກ່າວຕອບວ່າ: “ສັນຊາດບໍ່ມີຄວາມເຊື່ອເອີຍ! ຈະໃຫ້ເຮົາຢູ່ນຳພວກເຈົ້າຈົນຮອດຍາມໃດ? ຈະໃຫ້ເຮົາທົນພວກເຈົ້າອີກເຫິງປານໃດ? ຈົ່ງພາເດັກນັ້ນມາຫາເຮົາເຖີດ.” 20.ພວກເຂົາກໍພາເດັກນັ້ນມາ. ພໍຫລຽວເຫັນພຣະອົງ, ຜີກໍທຳໃຫ້ເດັກນັ້ນຊັກແລະລົ້ມພວກລົງດິນ, ນອນກິ້ງໄປກິ້ງມາ ຈຳປວກປາກແຕກອອກ. 21.ພຣະເຢຊູເຈົ້າຖາມພໍ່ຂອງເດັກວ່າ: “ເປັນແນວນີ້ແຕ່ເຫິງປານໃດ?” ພໍ່ຂອງເດັກຈຶ່ງທູນຕອບວ່າ: “ເປັນມາແຕ່ເວລານ້ອຍໆ; 22.ລາງເທື່ອຜີກໍຊຸກເດັກເຂົ້າກອງໄຟ, ລາງເທື່ອກໍຊຸກລົງນ້ຳເພື່ອໃຫ້ມັນຕາຍ. ຖ້າພໍເປັນໄດ້, ໂຜດສົງສານຊ່ວຍພວກຂ້ານ້ອຍດ້ວຍ.” 23.ພຣະເຢຊູເຈົ້າກ່າວຊ້ຳວ່າ: “ຖ້າພໍເປັນໄດ້! ສຳລັບຜູ້ທີ່ເຊື່ອທຸກສິ່ງເປັນໄປໄດ້.” 24.ທັນທີພໍ່ຂອງເດັກຮ້ອງຂຶ້ນວ່າ: “ຂ້ານ້ອຍເຊື່ອ! ໂຜດຊ່ວຍຄວາມເຊື່ອທີ່ອ່ອນແອຂອງຂ້ານ້ອຍນີ້ດ້ວຍ.” 25.ເມື່ອເຫັນຄົນຫລັ່ງໄຫລມາມາກມາຍ, ພຣະອົງຈຶ່ງກ່າວຂົ່ມຂູ່ຜີຊົ່ວຮ້າຍວ່າ: “ຜີໜວກແລະກືກ, ເຮົາສັ່ງ ຈົ່ງອອກຈາກເດັກຄົນນີ້ ແລະຢ່າຫລົບເຂົ້າມາອີກເລີຍ.” 26.ຜີກໍອອກໄປດ້ວຍຮ້ອງສຽງດັງ ແລະທຳໃຫ້ເດັກນັ້ນຊັກຄົດໂຂເຂົ້າຄືຕາຍແລ້ວ, ຈົນຄົນສ່ວນຫລາຍເວົ້າວ່າ: “ເດັກໃຈຂາດແລ້ວ.” 27.ແຕ່ພຣະເຢຊູເຈົ້າໄດ້ຈັບມືໂຊມເດັກນັ້ນລຸກ, ເດັກນັ້ນກໍຢືນຂຶ້ນ. 28.ເມື່ອເວລາພຣະອົງເຂົ້າໃນເຮືອນແລ້ວ, ພວກສາວົກທູນຖາມພຣະອົງຕ່າງຫາກວ່າ: “ເຫດໃດພວກຂ້ານ້ອຍຈຶ່ງໄລ່ຜີນັ້ນບໍ່ອອກ?” 29.ພຣະອົງກ່າວຕອບວ່າ: “ຜີແບບນີ້, ຕ້ອງໃຊ້ຄຳພາວະນາໄລ່ຈຶ່ງອອກ.”
ທຳນາຍເຖິງມະຫາທໍຣະມານເທື່ອທີສອງ
30.ເມື່ອອອກຈາກທີ່ນັ້ນໄປແລ້ວ, ກໍສະເດັດຜ່ານແຂວງກາລີເລ. ພຣະອົງບໍ່ຢາກໃຫ້ໃຜຮູ້ນຳ. 31.ພຣະອົງກ່າວສອນພວກສາວົກວ່າ: “ບຸດແຫ່ງມະນຸດຈະຖືກມອບຢູ່ໃນກຳມືຂອງຄົນ, ເຂົາຈະປະຫານຊີວິດພຣະອົງ. ແລະເມື່ອຕາຍແລ້ວ, ມື້ທີສາມພຣະອົງຈະກັບເປັນຄືນມາ.” 32.ແຕ່ພວກສາວົກບໍ່ເຂົ້າໃຈຄວາມເວົ້ານີ້ ແລະບໍ່ກ້າຖາມພຣະອົງ.
ຄຳເຕືອນຕ່າງໆ
33.ພຣະເຢຊູເຈົ້າແລະພວກສາວົກມາເຖິງເມືອງກາຟາກນາອຸມ. ພໍເຂົ້າໃນເຮືອນແລ້ວ, ພຣະອົງກ່າວຖາມພວກສາວົກວ່າ: “ພວກເຈົ້າຖຽງກັນເລື່ອງຫຍັງຕາມທາງ?” 34.ພວກເຂົາພາກັນມິດ, ຍ້ອນເວລາຍ່າງມານັ້ນ, ພວກເຂົາໄດ້ຖຽງກັນວ່າ ຜູ້ໃດເປັນຜູ້ໃຫຍ່ກວ່າໝູ່. 35.ເມື່ອຊົງປະທັບນັ່ງແລ້ວ, ພຣະອົງກໍຮຽກສາວົກທັງສິບສອງເຂົ້າມາຫາ, ແລ້ວກ່າວວ່າ: “ໃຜຢາກເປັນຜູ້ທີໜຶ່ງ,ກໍໃຫ້ເປັນຜູ້ສຸດໝູ່ ແລະເປັນຜູ້ຮັບໃຊ້ໝູ່ຜູ້ອື່ນທຸກຄົນ.” 36.ແລ້ວພຣະອົງເອົາເດັກນ້ອຍຜູ້ໜຶ່ງມາ, ໃຫ້ຢືນຢູ່ກາງພວກເຂົາ, ຊົງກອດເດັກນ້ອຍນັ້ນ, ແລ້ວກ່າວວ່າ: 37.“ຜູ້ໃດຕ້ອນຮັບເດັກນ້ອຍໆຢ່າງນີ້ໃນນາມຂອງເຮົາ, ກໍແມ່ນຕ້ອນຮັບເຮົາເອງ, ແລະຜູ້ໃດຕ້ອນຮັບເຮົາ, ກໍບໍ່ແມ່ນຕ້ອນຮັບເຮົາດອກ, ແຕ່ຕ້ອນຮັບຜູ້ທີ່ຊົງໃຊ້ເຮົາມາ.” 38.ຢວງທູນພຣະອົງວ່າ: “ພຣະອາຈານ, ໝູ່ຂ້ານ້ອຍໄດ້ເຫັນຄົນຜູ້ໜຶ່ງທີ່ບໍ່ເປັນໝູ່ກັບພວກເຮົາ ໄດ້ໃຊ້ພຣະນາມຂອງພຣະອາຈານມາໄລ່ຜີປີສາດ; ພວກຂ້ານ້ອຍເລີຍໄດ້ຫ້າມ ຍ້ອນເຂົາບໍ່ໄດ້ເຂົ້າໝູ່ກັບພວກເຮົາ.” 39.ພຣະເຢຊູເຈົ້າກ່າວຕອບວ່າ: “ຢ່າຫ້າມປາມເຂົາ, ຍ້ອນວ່າບໍ່ມີໃຜທີ່ໃຊ້ນາມຂອງເຮົາມາທຳການອັດສະຈັນ ແລ້ວຕໍ່ມາເວົ້າຮ້າຍປ້າຍສີໃສ່ເຮົາ. 40.ຍ້ອນວ່າຜູ້ໃດບໍ່ຂັດສູ້ພວກເຮົາ ກໍເປັນໝູ່ກັບພວກເຮົາ. 41.ພຣະເຢຊູເຈົ້າຊົງກ່າວແກ່ພວກລູກສິດວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຜູ້ໃດທານນ້ຳຈອກໜຶ່ງໃຫ້ພວກເຈົ້າກິນ, ຍ້ອນວ່າພວກເຈົ້າເປັນຄົນຂອງພຣະກຣິສໂຕ, ຜູ້ນັ້ນຈະບໍ່ຂາດບຳເໜັດລາງ ວັນດອກ. 42.ແຕ່ຖ້າວ່າມີໃຜຜູ້ໜຶ່ງທຳສະດຸດ ເປັນເຫດໃຫ້ຜູ້ໜຶ່ງໃນເດັກນ້ອຍເຫລົ່ານີ້ທີ່ເຊື່ອເຮົາຕົກໃນບາບ, ໃຫ້ເອົາຫີນບົດແປ້ງທີ່ລາປິ່ນນີ້ແຂວນຄໍມັນ ແລ້ວຖິ້ມມັນລົງທະເລເສຍ, ຈະເປັນການດີໃຫ້ມັນກວ່າອີກ. 43.ຖ້າມືເຈົ້າພາເຈົ້າທຳບາບ, ໃຫ້ຕັດມັນຖິ້ມເສຍ. ເປັນຄົນມືກຸດເບື້ອງໜຶ່ງເຂົ້າໃນຊີວິດ, ຍັງດີກວ່າມີມືສອງເບື້ອງຢູ່ໃນນະລົກ ບ່ອນໄຟບໍ່ມອດຈັກເທື່ອ. (44)45.ຖ້າຕີນເຈົ້າພາເຈົ້າທຳບາບ, ໃຫ້ຕັດມັນຖິ້ມເສຍ. ເປັນຄົນຕີນກຸດເຂົ້າໃນຊີວິດ, ຍັງດີກວ່າມີສອງຕີນແຕ່ຕົກນະລົກ. (46)47.ຖ້າຕາເຈົ້າພາເຈົ້າທຳບາບ, ໃຫ້ຄວັດມັນຖິ້ມເສຍ. ເປັນຄົນຕາບອດເຂົ້າໃນອານາຈັກຂອງພຣະເປັນເຈົ້າ, ຍັງດີກວ່າມີສອງຕາດີແຕ່ຕົກນະລົກ 48.ອັນແມ່ນບ່ອນໜອນບໍ່ຮູ້ຕາຍ, ໄຟບໍ່ຮູ້ມອດ. 49.ຍ້ອນວ່າທຸກຄົນຈະຖືກເອືອບໃຫ້ເຄັມດ້ວຍໄຟ. 50.ເກືອແມ່ນຂອງດີ, ຖ້າເກືອເສຍລົດເຄັມແລ້ວ, ຈະເອົາຫຍັງມາເຮັດໃຫ້ມັນເຄັມໄດ້ອີກບໍ? ຈົ່ງມີເກືອໄວ້ໃນຕົວພວກເຈົ້າ ແລະຢູ່ດີກິນດີນຳກັນ.”