ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 8
ຊົງທະວີເຂົ້າໜົມປັງເທື່ອທີສອງ
1.ໃນຄາວນັ້ນ, ຍ້ອນຍັງມີຝູງຄົນຈຳນວນມາກມາຍແລະບໍ່ມີຫຍັງກິນ, ພຣະເຢຊູເຈົ້າຈຶ່ງຮຽກພວກສາວົກມາ ແລະກ່າວກັບພວກເຂົາວ່າ: 2.“ເຮົາສົງສານຝູງຊົນນີ້, ພວກເຂົາຢູ່ນຳເຮົາໄດ້ສາມມື້ແລ້ວແລະບໍ່ມີຫຍັງກິນຊ້ຳ. 3.ຖ້າເຮົາສົ່ງພວກເຂົາເມືອໂດຍບໍ່ໄດ້ກິນຫຍັງເລີຍ ພວກເຂົາຄົງຈະອ່ອນແຮງລົ້ມໄປຕາມທາງ, ຍ້ອນມີຫລາຍຄົນມາແຕ່ໄກ.” 4.ພວກສາວົກທູນຕອບວ່າ: “ຢູ່ບ່ອນນີ້ເປັນທີ່ປ່ຽວ, ຈະຫາຂະໜົມປັງມາແຕ່ໃສພໍໃຫ້ພວກນີ້ໄດ້ກິນອີ່ມ?” 5.ພຣະອົງຖາມພວກເຂົາວ່າ: “ພວກເຈົ້າມີຂະໜົມປັງຈັກກ້ອນ.” ພວກເຂົາທູນຕອບວ່າ: “ມີເຈັດກ້ອນ.” 6.ພຣະອົງຈຶ່ງສັ່ງໃຫ້ຝູງຊົນນັ່ງລົງກັບດິນ, ຊົງຈັບເອົາຂະໜົມປັງເຈັດກ້ອນ ຊົງກ່າວສົມມະນາພຣະຄຸນ, ຊົງບິແບ່ງແລະມອບໃຫ້ພວກສາວົກເພື່ອແຈກຢາຍ. ພວກສາວົກກໍໄດ້ເອົາໄປແຈກຢາຍໃຫ້ຝູງຊົນ. 7.ຍັງມີປານ້ອຍອີກສອງສາມໂຕ. ເມື່ອໄດ້ຊົງເສກແລ້ວ, ພຣະອົງກໍບອກໃຫ້ພວກສາວົກເອົາໄປແຈກຢາຍດ້ວຍ. 8.ທຸກຄົນໄດ້ກິນອີ່ມ, ແລະຮິບໂຮມເສດເຫລືອກິນໄວ້ໄດ້ເຈັດກະບຸງ. 9.ຜູ້ທີ່ໄດ້ຮັບປະທານມີປະມານສີ່ພັນຄົນ. ແລ້ວພຣະອົງກໍສົ່ງພວກເຂົາເມືອ. 10.ແລ້ວທັນທີພຣະອົງກໍລົງເຮືອພ້ອມກັບພວກສາວົກໄປເຂດເມືອງດັນມານູທາ.
ເຄື່ອງໝາຍຈາກທ້ອງຟ້າ
11.ພວກຟາຣີເຊວກໍພາກັນອອກມາ ແລະລົງມືຖຽງກັບພຣະເຢຊູເຈົ້າ. ເພື່ອທົດລອງພຣະອົງ ພວກເຂົາຈຶ່ງຂໍພຣະອົງໃຫ້ມີເຄື່ອງໝາຍມາຈາກທ້ອງຟ້າ. 12.ພຣະເຢຊູເຈົ້າຊົງຫັນໃຈຍາວ ກ່າວວ່າ: “ເປັນຫຍັງຄົນເຊັ່ນນີ້ຈຶ່ງຂໍເຄື່ອງໝາຍ? ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຄົນເຊັ່ນນີ້ຈະບໍ່ໄດ້ເຫັນເຄື່ອງໝາຍອັນໃດເລີຍ.” 13.ແລ້ວພຣະອົງກໍປະພວກເຂົາຢູ່ທີ່ນັ້ນ ແລະສະເດັດລົງເຮືອຂ້າມໄປຟາກນັ້ນ.
ເຊື້ອແປ້ງຂອງພວກຟາຣີເຊວ
14.ພວກສາວົກລືມເອົາຂະໜົມປັງໄປນຳ, ແລະຢູ່ໃນເຮືອຍັງເຫລືອແຕ່ຂະໜົມປັງກ້ອນດຽວ. 15.ພຣະເຢຊູເຈົ້າຊົງເຕືອນພວກເຂົາວ່າ: “ຈົ່ງລະວັງ! ຢ່າໄວ້ໃຈໃນເຊື້ອແປ້ງຂອງພວກຟາຣີເຊວແລະຂອງກະສັດເຮຣອດ.” 16.ພວກສາວົກກໍເວົ້າກັນວ່າ ແມ່ນຍ້ອນພວກເຂົາບໍ່ມີຂະໜົມປັງ. 17.ພຣະອົງຊົງຊາບ ຈຶ່ງກ່າວວ່າ: “ເປັນຫຍັງຈຶ່ງພາກັນເວົ້າວ່າ ແມ່ນຍ້ອນພວກເຈົ້າບໍ່ມີຂະໜົມປັງ? ບໍ່ທັນເຂົ້າອົກເຂົ້າໃຈບໍ? ຈິດໃຈພວກເຈົ້າຍັງປຶກໜາຢູ່ບໍ? 18.ມີຕາແຕ່ບໍ່ເຫັນ, ມີຫູແຕ່ບໍ່ໄດ້ຍິນບໍ? ແລະພວກເຈົ້າບໍ່ຈື່ບໍວ່າ, 19.ເມື່ອເຮົາໄດ້ບິແບ່ງຂະໜົມປັງຫ້າກ້ອນ ເພື່ອລ້ຽງຫ້າພັນຄົນນັ້ນ, ພວກເຈົ້າເກັບເສດເຫລືອກິນໄວ້ໄດ້ເຕັມຈັກກະບຸງ?” ພວກເຂົາທູນຕອບວ່າ: “ສິບສອງກະບຸງ.” 20.“ແລະເມື່ອເຮົາໄດ້ບິແບ່ງຂະໜົມປັງເຈັດກ້ອນ ເພື່ອລ້ຽງສີ່ພັນຄົນນັ້ນ, ພວກເຈົ້າເກັບເສດເຫລືອກິນໄວ້ໄດ້ເຕັມຈັກກະບຸງ?” ພວກເຂົາທູນຕອບວ່າ: “ເຈັດກະບຸງ.” 21.ແລ້ວພຣະອົງກ່າວກັບພວກເຂົາວ່າ: “ພວກເຈົ້າຍັງບໍ່ທັນເຂົ້າໃຈບໍ?”
ຊົງປິ່ນປົວຄົນຕາບອດ
22.ພຣະເຢຊູເຈົ້າແລະພວກສາວົກມາເຖິງບ້ານເບັດໄຊດາ, ມີຜູ້ເອົາຄົນຕາບອດມາຫາພຣະອົງ, ຂໍໃຫ້ພຣະອົງຈັບບາຍ. 23.ພຣະອົງເລີຍຈູງຄົນນັ້ນອອກໄປນອກບ້ານ. ເອົານ້ຳລາຍແປະໃສ່ຕາແລະປົກມືເທິງເຂົາ, ແລ້ວຖາມວ່າ: “ເຫັນຫຍັງບໍ?” 24.ຜູ້ຕາບອດພວມແນມເຫັນ, ຈຶ່ງທູນວ່າ: “ຂ້ານ້ອຍເຫັນຄົນ, ເຫັນຄືກົກໄມ້ທີ່ຍ່າງໄປ.” 25.ພຣະເຢຊູເຈົ້າເອົາມືແປະໃສ່ຕາເຂົາອີກ. ເຂົາເລີຍເຫັນຮຸ່ງແລະຫາຍດີຈົນເຫັນໄດ້ໄກໆ ທຸກຢ່າງຢ່າງຊັດແຈ້ງດ້ວຍ. 26.ພຣະເຢຊູເຈົ້າສົ່ງເຂົາເມືອ ພ້ອມທັງສັ່ງວ່າ: “ຢ່າຫລົບເຂົ້າໄປໃນບ້ານ.”
ເປໂຕຢັ້ງຢືນຄວາມເຊື່ອ
27.ພຣະເຢຊູເຈົ້າພ້ອມກັບພວກສາວົກ ສະເດັດໄປໝູ່ບ້ານທີ່ຢູ່ໃນເຂດເມືອງເຊຊາເຣແຫ່ງຟີລິບ. ຕາມທາງພຣະອົງໄດ້ກ່າວຖາມພວກສາວົກວ່າ: “ຄົນທັງຫລາຍເວົ້າກັນວ່າເຮົາແມ່ນຜູ້ໃດ?” 28.ພວກສາວົກທູນວ່າ: “ພວກໜຶ່ງເວົ້າວ່າ ພຣະອົງແມ່ນຢວງບັບຕິສຕາ; ພວກໜຶ່ງວ່າແມ່ນເອລີ; ແລະອີກພວກໜຶ່ງວ່າ ແມ່ນຜູ້ໜຶ່ງໃນພວກປະພາສົກ.” 29.ພຣະອົງຈຶ່ງຖາມພວກສາວົກວ່າ: “ສ່ວນພວກເຈົ້າເດ, ພວກເຈົ້າວ່າເຮົາແມ່ນໃຜ?” ເປໂຕຈຶ່ງທູນຕອບວ່າ “ພຣະອົງແມ່ນພຣະກຣິສໂຕ.” 30.ພຣະອົງເລີຍສັ່ງຫ້າມພວກເຂົາຢ່າງເດັດຂາດ ບໍ່ໃຫ້ເວົ້າເລື່ອງພຣະອົງໃຫ້ຜູ້ໃດຟັງ.
ທຳນາຍເຖິງມະຫາທໍຣະມານເທື່ອທີໜຶ່ງ
31.ພຣະອົງໄດ້ເລີ່ມສັ່ງສອນພວກເຂົາວ່າ: “ຈຳເປັນບຸດແຫ່ງມະນຸດຕ້ອງທົນທຸກທໍຣະມານຫລາຍ, ຖືກພວກເຖົ້າແກ່ ພວກຫົວໜ້າສົງ ແລະພວກອາຈານພຣະຄຳພີປະຖິ້ມ, ຕ້ອງຖືກປະຫານຊີວິດແລະກັບເປັນຄືນມາໃນວັນທີສາມ.” 32.ພຣະອົງໄດ້ກ່າວຂໍ້ຄວາມເຫລົ່ານີ້ອອກມາຢ່າງເປີດເຜີຍ. ເປໂຕຈຶ່ງດຶງພຣະອົງມາແລະຄັດຄ້ານພຣະອົງ. 33.ແຕ່ພຣະເຢຊູເຈົ້າຊົງຫັນພຣະພັກມາຫາພວກສາວົກ ແລະກ່າວຕິຮ້າຍເປໂຕວ່າ: “ຜີຊາຕານເອີຍ! ໜີໄປໃຫ້ພົ້ນ, ດ້ວຍວ່າເຈົ້າບໍ່ຄຶດຢ່າງພຣະເປັນເຈົ້າ ແຕ່ຄຶດຕາມປະສາມະນຸດ.”
ຈົ່ງສະລະຕົວເອງເພື່ອຕິດຕາມພຣະເຢຊູເຈົ້າ
34.ເມື່ອຊົງຮຽກປະຊາຊົນແລະພວກສາວົກເຂົ້າມາຫາແລ້ວ, ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ຖ້າຜູ້ໃດຢາກຕິດຕາມເຮົາມາ, ກໍໃຫ້ສະລະປະຕົວເອງ, ແບກກາງເຂນຂອງຕົນແລະຕິດຕາມເຮົາມາ. 35.ຜູ້ໃດຫວງແຫນຊີວິດຂອງຕົນໄວ້, ແມ່ນເຮັດໃຫ້ມັນເສຍ; ແຕ່ຜູ້ໃດຍອມເສຍຊີວິດຂອງຕົນຍ້ອນເຮົາແລະພຣະວໍຣະສານ, ກໍແມ່ນຊ່ວຍເອົາຊີວິດຂອງຕົນໃຫ້ຮອດ. 36.ຍ້ອນວ່າຈະມີປະໂຫຍດຫຍັງໃຫ້ຄົນ ເມື່ອໄດ້ໝົດໂລກມາເປັນກຳມະສິດ ແລ້ວຊີວິດຂອງຕົນຕ້ອງພິນາດໄປ? 37.ຄົນຈະເອົາຫຍັງມາແລກປ່ຽນກັບຊີວິດຂອງຕົນໄດ້? 38.ຍ້ອນວ່າຜູ້ໃດອາຍເຮົາແລະອາຍວາຈາຂອງເຮົາຕໍ່ໜ້າຄົນຊົ່ວຊ້າສາມານໃນເຊັ່ນນີ້, ບຸດແຫ່ງມະນຸດກໍຈະອາຍຜູ້ນັ້ນ, ເມື່ອພຣະອົງຈະສະເດັດມາດ້ວຍສີມຸງຄຸນຂອງພຣະບິດາພ້ອມກັບພວກນິກອນເທວະດາຜູ້ສັກສິດ.”