ພຣະວໍຣະສານ ໂດຍນັກບຸນ ມັກໂກ

ພາກທີ 7

ກ່ຽວເລື່ອງຂະໜົບທຳນຽມຂອງພວກຟາຣີເຊວ

1.ພວກຟາຣີເຊວພ້ອມກັບພວກອາຈານພຣະຄຳພີບາງຄົນ ຈາກນະຄອນເຢຣູຊາແລມ ພາກັນມາຫາພຣະອົງ. 2.ພວກເຂົາໄດ້ເຫັນພວກສາວົກຂອງພຣະອົງ ຮັບປະທານອາຫານດ້ວຍມືບໍ່ບໍລິສຸດ, ຄືວ່າບໍ່ໄດ້ລ້າງມືກ່ອນ. 3.ຍ້ອນວ່າພວກຟາຣີເຊວແລະພວກຢິວທົ່ວໄປ ບໍ່ເຄີຍຮັບອາຫານໂດຍບໍ່ໄດ້ລ້າງມືຈົນເຖິງສອກເສຍກ່ອນ. ເປັນທຳນຽມທີ່ເຄີຍມາແຕ່ໂບຮານ. 4.ແລະເມື່ອຫລົບມາຈາກຕະຫລາດ, ກໍຕ້ອງລ້າງຕົວກ່ອນຮັບອາຫານ. ແລະຍັງມີທຳນຽມອື່ນໆທີ່ຕ້ອງຖືອີກຫລາຍ, ເຊັ່ນວ່າລ້າງຈອກ, ລ້າງໄຫແລະຖາດທອງເຫລືອງ. 5.ດັ່ງນີ້ພວກຟາຣີເຊວແລະພວກອາຈານພຣະຄຳພີ ຈຶ່ງຖາມພຣະອົງວ່າ: “ເປັນຫຍັງ ພວກລູກສິດຂອງທ່ານຈຶ່ງບໍ່ຖືຮີດຄອງເຖົ້າແກ່ໂບຮານ, ແຕ່ພາກັນຮັບອາຫານດ້ວຍມືບໍ່ບໍລິສຸດ?” 6.ພຣະເຢຊູເຈົ້າກ່າວຕອບວ່າ: “ອີຊາຢາໄດ້ທຳນາຍຢ່າງຖືກຕ້ອງເຖິງພວກເຈົ້າ, ຜູ້ທຽມໃຈບຸນ, ດັ່ງມີຂຽນໄວ້ວ່າ: “ຄົນພວກນີ້ນັບຖືເຮົາແຕ່ຮິມສົບເທົ່ານັ້ນ, ແຕ່ໃຈພວກເຂົາຢູ່ຫ່າງໄກເຮົາ. 7.ພວກເຂົາເຄົາລົບບູຊາເຮົາ, ແຕ່ບໍ່ມີຜົນເລີຍ, ຍ້ອນວ່າຄຳສັ່ງສອນຂອງພວກເຂົາ ເປັນແຕ່ຄຳສັ່ງສອນຂອງມະນຸດເທົ່ານັ້ນ.” 8.ພວກເຈົ້າປະຖິ້ມພຣະບັນຢັດຂອງພຣະເປັນເຈົ້າ ເພື່ອໄປຖືຕາມຂະໜົບທຳນຽມຂອງມະນຸດ.” 9.ພຣະອົງກ່າວຕໍ່ໄປວ່າ: “ພວກເຈົ້າລຶບລ້າງພຣະບັນຢັດຂອງພຣະເປັນເຈົ້າຢ່າງຄັກແນ່ ເພື່ອຖືຕາມຂະໜົບທຳນຽມຂອງພວກເຈົ້າ. 10.ຍ້ອນໂມແຊໄດ້ບອກວ່າ: ຈົ່ງນັບຖືບິດາມານດາ ແລະຊ້ຳວ່າ: ໃຜປ້ອຍດ່າມານດາຕ້ອງໂທດເຖິງຕາຍ. 11.ສ່ວນພວກເຈົ້າ, ພວກເຈົ້າບອກວ່າ: ຖ້າໃຜບອກກັບບິດາຫລືມານດາຂອງຕົນວ່າ: ຊັບສິນທີ່ລູກຈະເອົາມາຊ່ວຍພໍ່ແມ່ໄດ້ນັ້ນເປັນ ”ກອກບັນ” ແລ້ວ (ແປວ່າຂອງຖະຫວາຍພະ). 12.ພວກເຈົ້າກໍອະນຸຍາດໃຫ້ລູກຜູ້ນັ້ນ ບໍ່ຕ້ອງຊ່ວຍເຫລືອບິດາຫລືມານດາຂອງຕົນໄດ້. 13.ພວກເຈົ້າລຶບລ້າງວາຈາຂອງພຣະເປັນເຈົ້າ ດ້ວຍຂະໜົບທຳນຽມທີ່ພວກເຈົ້າຖືມາ, ແລະພວກເຈົ້າຍັງກະທຳແບບນີ້ອີກຫລາຍຢ່າງ.” 14.ແລ້ວພຣະອົງຊົງຮຽກຝູງຊົນເຂົ້າມາອີກ ແລະກ່າວວ່າ: “ທຸກຄົນຈົ່ງຟັງແລະເຂົ້າໃຈໃຫ້ດີ. 15.ບໍ່ມີຫຍັງຢູ່ນອກຕົວຄົນ, ເມື່ອເຂົ້າໃນຕົວຄົນແລ້ວຈະທຳໃຫ້ຄົນເປື້ອນໝອງໄດ້. ແຕ່ສິ່ງທີ່ອອກມາຈາກຕົວຄົນນັ້ນແລ້ວທຳໃຫ້ຄົນເປື້ອນໝອງ. 16.ໃຜມີຫູຟັງ ກໍໃຫ້ຟັງເອົາ!” 17.ເມື່ອພຣະອົງສະເດັດເຂົ້າໃນເຮືອນຫ່າງຈາກຝູງຊົນແລ້ວ, ພວກສາວົກກໍພາກັນທູນຖາມພຣະອົງເຖິງເລື່ອງຄວາມປຽບທຽບນັ້ນ. 18.ພຣະອົງກ່າວຕອບວ່າ: “ພວກເຈົ້າເອງກໍຍັງປຶກໜາປານນີ້ບໍ? ພວກເຈົ້າບໍ່ເຂົ້າໃຈບໍວ່າ ສິ່ງຢູ່ນອກເຂົ້າໄປໃນຕົວຄົນ, ມັນບໍ່ທຳໃຫ້ຄົນເປື້ອນໝອງດອກ. 19.ຍ້ອນວ່າມັນບໍ່ເຂົ້າໄປເຖິງຫົວໃຈແຕ່ຢູ່ໃນທ້ອງ ແລ້ວຖືກຖ່າຍຖິ້ມໃນຫ້ອງຖ່າຍ.” ດັ່ງນີ້ພຣະອົງຈຶ່ງວ່າ ອາຫານໃດໆບໍລິສຸດໝົດ. 20.ພຣະອົງກ່າວຊ້ຳອີກວ່າ: “ສິ່ງທີ່ອອກມາຈາກໃຈຄົນນັ້ນແລ້ວທຳໃຫ້ຄົນເປື້ອນໝອງ. 21.ຍ້ອນວ່າຄວາມຄຶດຊົ່ວຮ້າຍຕ່າງໆອອກມາຈາກທາງໃນ, ມາຈາກໃຈຄົນ ດັ່ງການຊົ່ວລະມົກ, ການລັກຂະໂມຍ, ການຂ້າຄົນ, 22.ການລ່ວງປະເວນີ, ຄວາມໂລບໂລພາ, ຄວາມໂຫດຮ້າຍ, ການຄົດໂກງ, ຄວາມຫຍາບຄາຍ, ຄວາມອິດສາພະຍາບາດ, ການສັບສໍ່ໃສ່ຄວາມ, ຄວາມຈອງຫອງ, ແລະຄວາມຫລົງໄຫລໂລເລຕ່າງໆ. 23.ສິ່ງຊົ່ວຮ້າຍເຫລົ່ານີ້ອອກມາຈາກທາງໃນ ແລະເຮັດໃຫ້ຄົນເປື້ອນໝອງ.”

 

III. ເທດສອນຢູ່ນອກແຂວງຄາລີເລ

 

ຜູ້ຍິງຊາວຊີໂຣເຟນີເຊຍ

24.ອອກຈາກທີ່ນັ້ນແລ້ວ, ພຣະເຢຊູເຈົ້າເດີນທາງໄປເຂດເມືອງຕີໂຣ, ພຣະອົງສະເດັດເຂົ້າໃນເຮືອນຫລັງໜຶ່ງໂດຍບໍ່ຢາກໃຫ້ໃຜຮູ້ຈັກ, ແຕ່ປິດບັງໄວ້ບໍ່ໄດ້. 25.ຍິງຜູ້ໜຶ່ງມີລູກສາວນ້ອຍຖືກຜີຊົ່ວຮ້າຍສິງ; ພໍໄດ້ຍິນຂ່າວເລື່ອງພຣະອົງ, ນາງກໍມາຂາບລົງແທບພະບາດພຣະອົງໂລດ. 26.ຍິງຜູ້ນີ້ເປັນຄົນຕ່າງດ້າວ, ເປັນຊາວຊີໂຣເຟນີເຊຍ. ນາງທູນຂໍພຣະອົງໄລ່ຜີອອກຈາກຕົວລູກສາວຂອງນາງ. 27.ພຣະອົງກ່າວຕອບວ່າ: “ປະໃຫ້ລູກເຕົ້າກິນອີ່ມເສຍກ່ອນ, ຍ້ອນວ່າບໍ່ຄວນເອົາຂະໜົມປັງຂອງລູກໄປຖິ້ມໃຫ້ໝານ້ອຍກິນ.” 28.ແຕ່ຍິງຜູ້ນັ້ນທູນຕອບວ່າ: “ແມ່ນຢູ່, ພຣະອົງເຈົ້າເອີຍ! ແຕ່ໝານ້ອຍທີ່ຢູ່ກ້ອງໂຕະກໍກິນເສດຂະໜົມປັງທີ່ລູກເຕົ້າຖິ້ມລົງ.” 29.ພຣະອົງກ່າວວ່າ: “ຍ້ອນຄຳເວົ້ານີ້, ເຈົ້າຈົ່ງເມືອດີ, ຜີປີສາດອອກຈາກລູກສາວຂອງເຈົ້າແລ້ວ.” 30.ນາງເລີຍຫລົບເມືອເຮືອນ, ແລະເຫັນລູກສາວຂອງຕົນນອນຢູ່ເທິງຕຽງ. ຜີປີສາດໄດ້ອອກໄປແລ້ວ.

 

ຊົງປິ່ນປົວຄົນຫູໜວກແລະປາກກືກ

31.ເມື່ອສະເດັດອອກຈາກເມືອງຕີໂຣ, ພຣະເຢຊູເຈົ້າກໍສະເດັດຜ່ານເມືອງຊີດອນ ເພື່ອໄປສູ່ທະເລສາບຄາລີເລ, ຢູ່ກາງເຂດແຂວງເດກາໂປນ. 32.ໄດ້ມີຜູ້ພາຄົນປາກກືກຫູໜວກຜູ້ໜຶ່ງມາຫາພຣະອົງ, ຂໍພຣະອົງປົກພະຫັດ. 33.ພຣະເຢຊູເຈົ້າຊົງພາຄົນປາກກືກຫູໜວກນັ້ນອອກໄປຈາກຝູງຊົນ, ຊົງປ່ອນນິ້ວມືເຂົ້າໃນໂກນຫູຂອງເຂົາ, ເອົານ້ຳລາຍແປະໃສ່ລີ້ນໃຫ້. 34.ແລ້ວພຣະອົງຊົງເງີຍພຣະພັກຂຶ້ນເບື້ອງບົນ ຫັນໃຈຍາວ ແລ້ວກ່າວກັບຜູ້ນັ້ນວ່າ: “ແອບເຟຕາ”, ໝາຍຄວາມວ່າ: “ຈົ່ງເປີດອອກ.” 35.ໃນທັນທີຫູຂອງເຂົາກໍໄດ້ຍິນ, ລີ້ນກໍມາຍອອກແລະປາກໄດ້ຢ່າງຊັດແຈ້ງ. 36.ພຣະເຢຊູເຈົ້າຊົງຫ້າມເວົ້າເລື່ອງນີ້ໃຫ້ຜູ້ໃດຟັງ. ແຕ່ແຮງຫ້າມ, ພວກເຂົາແຮງປະກາດ. 37.ພວກຜູ້ຄົນມີຄວາມອັດສະຈັນໃຈເປັນຢ່າງຍິ່ງ ເວົ້າວ່າ: “ຄົນຜູ້ນີ້ທຳສິ່ງໃດກໍດີໝົດ, ໄດ້ທຳໃຫ້ຄົນຫູໜວກໄດ້ຍິນ ແລະຄົນກືກປາກໄດ້ດ້ວຍ.”