ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 6
ສະເດັດໄປນາຊາແຣັດ
1.ເມື່ອອອກຈາກບ່ອນນັ້ນແລ້ວ ພຣະອົງກໍສະເດັດໄປບ້ານເກີດເມືອງນອນຂອງພຣະອົງ, ພວກສາວົກກໍຕິດຕາມໄປດ້ວຍ. 2.ເຖິງວັນພຣະພຣະອົງກໍສະເດັດໄປເທດສອນຢູ່ໂຮງທຳ. ຄົນມາກມາຍທີ່ໄດ້ຍິນໄດ້ຟັງກໍມີຄວາມພິດສະຫວົງແລະເວົ້າວ່າ: “ເພິ່ນເອົາເລື່ອງເຫລົ່ານີ້ມາແຕ່ໃສ? ຄວາມສະຫລາດສຸຂຸມທີ່ເພິ່ນໄດ້ຮັບ ທັງການອັດສະຈັນທີ່ເພິ່ນກະທຳນັ້ນ ມັນແມ່ນແບບໃດນໍ? 3.ນີ້ບໍ່ແມ່ນຊ່າງໄມ້, ລູກຂອງນາງມາຣີອາ, ບໍ່ແມ່ນພີ່ນ້ອງຂອງຢາໂກເບ, ຢໍແຊ, ຢູດາແລະຊີມອນນັ້ນບໍ? ແລະພວກເອື້ອຍນ້ອງຂອງເພິ່ນກໍບໍ່ແມ່ນຢູ່ກາງພວກເຮົານີ້ບໍ? ແລະພວກເຂົາກໍຖືເອົາພຣະອົງເປັນສະດຸດ. 4.ພຣະເຢຊູເຈົ້າຈຶ່ງກ່າວກັບພວກເຂົາວ່າ: “ປະພາສົກບໍ່ໄດ້ຮັບການນັບໜ້າຖືຕາແຕ່ຢູ່ບ້ານເກີດ, ຈາກຍາດວົງແລະເຮືອນຊານຂອງຕົນ.” 5.ແລ້ວພຣະອົງກໍທຳການອັດສະຈັນຫຍັງບໍ່ໄດ້, ມີແຕ່ປິ່ນປົວຄົນເຈັບລາງຄົນດ້ວຍການປົກ ພະຫັດເທົ່ານັ້ນ. 6.ພຣະອົງມີຄວາມປະຫລາດໃຈເຫັນພວກເຂົາດື້ດຶງບໍ່ຍອມເຊື່ອ. ແລ້ວພຣະອົງກໍເລາະໄປເທດສອນຕາມບ້ານຕ່າງໆທີ່ຢູ່ອ້ອມໆນັ້ນ.
ສົ່ງອັກຄະສາວົກໄປເທດສອນ
7.ພຣະອົງຊົງຮຽກພວກອັກຄະສາວົກທັງສິບສອງ ແລະສົ່ງພວກເຂົາໄປເປັນຄູ່ໆ; ພຣະອົງໄດ້ປະທານລິດອຳນາດບັງຄັບພວກຜີຊົ່ວຮ້າຍ. 8.ພຣະອົງສັ່ງບອກວ່າ: “ເວລາເດີນທາງບໍ່ໃຫ້ເອົາຫຍັງຕິດຕົວໄປ, ເວັ້ນແຕ່ໄມ້ຄ້ອນເທົ້າເທົ່ານັ້ນ, ບໍ່ໃຫ້ຖືຂະໜົມປັງ, ບໍ່ໃຫ້ຖືຖົງພາຍຫລືເງິນແມ່ນແຕ່ໜ້ອຍໜຶ່ງຕິດໄຖ່ໄປນຳ. 9.ໃຫ້ຖືແຕ່ເກີບ, ແລະບໍ່ໃຫ້ເອົາເສື້ອຊັ້ນໃນໄປນຳເຖິງສອງໂຕ.” 10.ພຣະອົງກ່າວສັ່ງອີກວ່າ: “ເມື່ອເຂົ້າເຮືອນໃດ ກໍໃຫ້ພັກເຊົາຢູ່ທີ່ນັ້ນຈົນເຖິງເວລາຈາກໄປ. ຖ້າບ່ອນໃດບໍ່ຕ້ອນຮັບແລະບໍ່ມີຄົນຟັງພວກເຈົ້າ, ໃຫ້ພວກເຈົ້າໜີຈາກບ່ອນນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນພວກເຈົ້າອອກ, ເພື່ອເປັນຫລັກຖານພະຍານຟ້ອງພວກເຂົາ.” 12.ພວກສາວົກເລີຍອອກໄປເທດສອນເລື່ອງການເປັນທຸກກັບໃຈ. 13.ພວກເຂົາໄດ້ຂັບໄລ່ຜີປີສາດເປັນຈຳນວນມາກ ແລະໄດ້ປິ່ນປົວຄົນເຈັບຫລາຍຄົນໃຫ້ຫາຍດີ ດ້ວຍການທານ້ຳມັນ.
ຢວງບັບຕິສຕາຖືກປະຫານຊີວິດ
14.ກະສັດເຮຣອດໄດ້ຍິນເວົ້າເຖິງພຣະເຢຊູເຈົ້າ, ຍ້ອນພຣະນາມຂອງພຣະອົງໄດ້ລືຊາໄປ, ແລະມີຄົນເວົ້າວ່າ: “ທ່ານຢວງບັບຕິສຕາໄດ້ກັບເປັນຄືນມາຈາກພວກຜູ້ຕາຍແລ້ວ; ຍ້ອນເຫດນີ້ຈຶ່ງມີຣິດທຳອັດສະຈັນໄດ້.” 15.ລາງຄົນວ່າ: “ແມ່ນເອລີ”; ລາງຄົນກໍວ່າ: “ແມ່ນປະພາສົກຄືປະພາສົກອື່ນໆ.” 16.ກະສັດເຮຣອດໄດ້ຍິນຈຶ່ງກ່າວວ່າ: “ແມ່ນທ່ານ ຢວງຜູ້ເຮົາໄດ້ສັ່ງຕັດຄໍທີ່ໄດ້ກັບເປັນຄືນມາໃໝ່.”
17.ຕາມຈິງແລ້ວ, ກໍແມ່ນກະສັດເຮຣອດນີ້ເອງເປັນຜູ້ສັ່ງໃຫ້ຈັບກຸມທ່ານຢວງ ແລະຈຳຈອງທ່ານໄວ້ໃນຄຸກຍ້ອນນາງເຮໂຣດີອັດ, ພັນລະຍາຂອງຟີລິບຜູ້ນ້ອງຊາຍ, ຊຶ່ງກະສັດເຮຣອດໄດ້ເອົາມາເປັນພັນລະຍາຂອງຕົນ. 18.ທ່ານຢວງໄດ້ຕິຕຽນກະສັດເຮຣອດວ່າ: “ທ່ານບໍ່ມີສິດເອົາພັນລະຍາຂອງນ້ອງຊາຍໄດ້.” 19.ນາງເຮໂຣດີອັດມີຄວາມຄຽດແຄ້ນຕໍ່ທ່ານຢວງ ແລະຫາທາງຂ້າທ່ານ; ແຕ່ນາງເຮັດຫຍັງບໍ່ໄດ້, 20.ຍ້ອນກະສັດເຮຣອດຢ້ານຈຽມທ່ານຢວງ ໂດຍຮູ້ດີວ່າທ່ານເປັນຄົນຊອບທຳແລະຄົນບຸນ, ທັງຍັງປ້ອງກັນທ່ານດ້ວຍ. ແລະເມື່ອໄດ້ຟັງທ່ານ ຢວງ, ກະສັດກໍຮູ້ສຶກວຸ້ນວາຍໃຈເປັນທີ່ສຸດ, ແຕ່ກໍຍິນດີຟັງຄຳຂອງທ່ານ.
21.ຢູ່ມາມື້ໜຶ່ງ, ແມ່ນມື້ສັນວັນດີຄື ໂອກາດຂວບວັນເກີດຂອງເຮຣອດກໍມາເຖິງ ກະສັດໄດ້ຈັດງານລ້ຽງພວກເຈົ້າຂຸນມຸນນາຍ, ພວກນາຍທະຫານ, ແລະບຸກຄົນສຳຄັນໃນແຂວງກາລີເລ. 22.ລູກສາວຂອງນາງເຮໂຣດີອັດໄດ້ເຂົ້າມາຟ້ອນລຳ, ທຳໃຫ້ກະສັດແລະຜູ້ມາຮ່ວມກິນລ້ຽງມີຄວາມພໍໃຈ. ກະສັດຈຶ່ງກ່າວກັບນາງສາວວ່າ: “ເຈົ້າຢາກໄດ້ຫຍັງກໍຈົ່ງຂໍ,ເຮົາຈະປະທານໃຫ້.” 23.ແລ້ວກະສັດຍັງສາບານວ່າ: “ທຸກສິ່ງທີ່ເຈົ້າຈະຂໍ, ເຮົາກໍຈະປະທານໃຫ້ໝົດ, ແມ່ນຈະເປັນອານາຈັກຂອງເຮົາເຄິ່ງໜຶ່ງກໍຕາມ.” ນາງນັ້ນຈຶ່ງແລ່ນອອກໄປຖາມແມ່ວ່າ: “ໃຫ້ລູກຂໍຫຍັງ?” ແມ່ເລີຍວ່າ: “ໃຫ້ຂໍຫົວຂອງຢວງບັບຕິສຕາ.” 24.ນາງເລີຍຮີບແລ່ນເຂົ້າມາຫາກະສັດແລະທູນຂໍວ່າ: “ຂ້ານ້ອຍຕ້ອງການໃຫ້ທ່ານເອົາຫົວຢວງບັບຕິສຕາໃສ່ຖາດມາໃຫ້ຂ້ານ້ອຍດຽວນີ້.” 26.ກະສັດຮູ້ສຶກໂສກເຫງົາຢ່າງໃຫຍ່. ແຕ່ຍ້ອນໄດ້ສາບົດສາບານຕໍ່ໜ້າແຂກທີ່ມາກິນລ້ຽງ ຈຶ່ງບໍ່ຢາກປະຕິເສດ. 27.ທັນທີກະສັດກໍໄດ້ສັ່ງໃຫ້ທະຫານຄົນໜຶ່ງໄປເອົາຫົວຢວງມາໃຫ້. ທະຫານຄົນນັ້ນກໍໄດ້ໄປຕັດຄໍຢວງຢູ່ໃນຄຸກ, 28.ແລ້ວເອົາຫົວໃສ່ຖາດມາໃຫ້ນາງສາວນັ້ນ ນາງກໍໄດ້ເອົາໄປໃຫ້ແມ່. 29.ເມື່ອພວກລູກສິດຂອງ ຢວງໄດ້ຂ່າວ ກໍໄດ້ມາເອົາສົບຂອງທ່ານໄປຝັງໃນຄູຫາແຫ່ງໜຶ່ງ.
ຊົງທະວີເຂົ້າປັງເທື່ອຕົ້ນ
30.ພວກທຳມະທູດພາກັນເຂົ້າມາໂຮມຢູ່ໃກ້ພຣະເຢຊູເຈົ້າ, ແລະລາຍງານສິ່ງທີ່ໄດ້ກະທຳແລະໄດ້ສັ່ງສອນໃຫ້ພຣະອົງຊາບ. 31.ພຣະອົງກ່າວກັບພວກເຂົາວ່າ: “ຈົ່ງພາກັນໄປພັກຜ່ອນຢູ່ບ່ອນສອກຫລີກສັກຄາວໜຶ່ງ.” ຍ້ອນວ່າເວລານັ້ນມີຄົນໄປມາຫລາຍ, ຈົນພວກທຳມະທູດບໍ່ມີເວລາຮັບປະທານອາຫານ. 32.ພຣະອົງແລະພວກທຳມະທູດກໍພາກັນລົງເຮືອໄປບ່ອນສອກຫລີກໄກຈາກຝູງຊົນ. 33.ປະຊາຊົນເຫັນພຣະອົງລົງເຮືອໄປ ມີຫລາຍຄົນທວາຍໄດ້ວ່າພຣະອົງຈະສະເດັດໄປບ່ອນໃດ. ດັ່ງນີ້ປະຊາຊົນຈາກເມືອງຕ່າງໆຈຶ່ງພາກັນຍ່າງໄປ ແລະຮອດບ່ອນນັ້ນກ່ອນພຣະອົງ. 34.ເມື່ອສະເດັດອອກຈາກເຮືອ, ພຣະອົງເຫັນຝູງຊົນຫລວງຫລາຍກໍມີຄວາມເວດທະນາສົງສານ, ຍ້ອນພວກເຂົາເປັນດັ່ງໝູ່ແກະທີ່ຂາດນາຍຊຸມພາບານ; ພຣະອົງຈຶ່ງເລີ່ມເທດສອນພວກເຂົາຢ່າງຍືດຍາວ.
35.ເມື່ອເວລາລ່ວງເລີຍໄປຫລາຍແລ້ວ, ພວກສາວົກກໍເຂົ້າໄປທູນພຣະອົງວ່າ: “ບ່ອນນີ້ເປັນທີ່ປ່ຽວ, ແລະເວລາກໍລ່ວງເລີຍໄປຫລາຍແລ້ວ. 36.ຂໍພຣະອົງສົ່ງຄົນພວກນີ້ໄປຫາຊື້ກິນ ຕາມບ້ານນ້ອຍໃຫຍ່ໃກ້ໆນີ້ເຖີດ.” 37.ພຣະເຢຊູເຈົ້າກ່າວວ່າ: “ໃຫ້ພວກເຈົ້າເອງເອົາອາຫານລ້ຽງພວກເຂົາເຖີດ.” ພວກສາວົກທູນວ່າ: “ພວກຂ້ານ້ອຍຈະຕ້ອງຈ່າຍເງິນເຖິງສອງຮ້ອຍຫລຽນບໍ ເພື່ອຊື້ຂະໜົມປັງໃຫ້ພວກນີ້ກິນ?” 38.ພຣະອົງກ່າວວ່າ: “ພວກເຈົ້າມີຂະໜົມປັງຈັກກ້ອນ? ໄປເບິ່ງດູ.” ເມື່ອໄປເບິ່ງແລ້ວ, ພວກເຂົາກໍທູນວ່າ: ມີຫ້າກ້ອນກັບປາສອງໂຕ.”
39.ພຣະອົງຈຶ່ງສັ່ງພວກສາວົກໃຫ້ບອກຝູງຊົນນັ່ງລົງເປັນໝູ່ຕາມຫຍ້າຂຽວ. 40.ພວກເຂົາກໍພາກັນນັ່ງລົງກັບດິນ ເປັນໝູ່ຮ້ອຍ, ໝູ່ຫ້າສິບກໍມີ. 41.ພຣະອົງຊົງຈັບເອົາຂະໜົມປັງຫ້າກ້ອນ ແລະປາສອງໂຕ, ຊົງເງີຍພຣະພັກຂຶ້ນຟ້າ, ຊົງກ່າວສົມມະນາພຣະຄຸນ, ຊົງບິຂະໜົມປັງນັ້ນ ແລ້ວຍື່ນໃຫ້ພວກສາວົກເອົາໄປແຈກຢາຍ. ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ທຸກຄົນກິນອີກ. 42.ທຸກຄົນໄດ້ກິນອີ່ມ. 43.ແລະຍັງໄດ້ເກັບຂະໜົມປັງແລະປາທີ່ເຫລືອກິນໄວ້ອີກ ເຕັມສິບສອງກະບຸງ. 44.ໃນພວກທີ່ໄດ້ຮັບປະທານເທື່ອນີ້ ມີຜູ້ຊາຍປະມານຫ້າພັນຄົນ.
ຊົງໄຕ່ເທິງຫລັງນ້ຳ
45.ແລ້ວທັນທີພຣະເຢຊູເຈົ້າກໍສັ່ງພວກສາວົກລົງເຮືອອີກ ແລະພາຍໄປເມືອງເບັດຊາອິດກ່ອນ, ໃນເວລາທີ່ພຣະອົງກຳລັງສົ່ງຝູງຄົນເມືອ. 46.ເມື່ອໄດ້ສົ່ງພວກເຂົາໄປໝົດແລ້ວ, ພຣະອົງກໍສະເດັດຂຶ້ນພູເພື່ອພາວະນາ. 47.ພໍຕົກຄ່ຳ ເຮືອພວກສາວົກຢູ່ກາງທະເລ; ສ່ວນພຣະອົງຢູ່ເທິງບົກແຕ່ຜູ້ດຽວ. 48.ເມື່ອເຫັນພວກສາວົກພາຍເຮືອສູ້ລົມຢ່າງອ່ອນເພຍ, ພຣະອົງກໍສະເດັດໄຕ່ຫລັງນ້ຳມາຫາພວກເຂົາ ແລະເບິ່ງຄືຈະກາຍໄປ; ເວລານັ້ນແມ່ນເວລາປະມານສີ່ໂມງເຊົ້າ. 49.ເຫັນພຣະອົງໄຕ່ຫລັງນ້ຳມາດັ່ງນີ້, ພວກສາວົກກໍຄຶດວ່າແມ່ນຜີຫລອກ, ຈຶ່ງພາກັນຮ້ອງຂຶ້ນ, 50.ຍ້ອນທຸກຄົນໄດ້ເຫັນແລະຕົກໃຈ. ແຕ່ທັນທີພຣະອົງໄດ້ກ່າວກັບພວກເຂົາວ່າ: “ຈົ່ງໝັ້ນໃຈເຖີດ, ແມ່ນເຮົາເອງ, ຢ່າຢ້ານເລີຍ.” 51.ແລ້ວພຣະອົງສະເດັດຂຶ້ນເຮືອກັບພວກເຂົາ ແລະລົມກໍສະຫງັດລົງ. ພວກສາວົກທຸກຄົນງຶດງໍ້ຢ່າງໃຫຍ່, 52.ຍ້ອນພວກເຂົາບໍ່ເຂົ້າໃຈອັດສະຈັນທະວີຂະໜົມປັງ; ຈິດໃຈຂອງພວກເຂົາຍັງປຶກໜາຢູ່.
ຊົງປິ່ນປົວຄົນເຈັບໂຊຕ່າງໆ
53.ພຣະເຢຊູເຈົ້າແລະພວກສາວົກຂ້າມທະເລແລ້ວ, ກໍພໍດີຖືກຝັ່ງບ້ານເຊເນຊາແຣັດ ແລະຈອດເຮືອຢູ່ທີ່ນັ້ນ. 54.ພໍພຣະອົງອອກຈາກເຮືອ, ກໍມີຫລາຍຄົນຈື່ພຣະອົງ. 55.ພວກເຂົາຈຶ່ງແຍກກັນໄປທົ່ວບໍລິເວນນັ້ນ ແລະພາກັນຫາມຄົນເຈັບໂຊໃສ່ຊະແນນໄປຫາບ່ອນເຂົາຍິນວ່າພຣະອົງປະທັບຢູ່. 56.ພຣະອົງສະເດັດໄປບ່ອນໃດ, ຈະເປັນບ້ານໃຫຍ່, ບ້ານນ້ອຍຫລືເມືອງກໍຕາມ, ເຂົາກໍເອົາຄົນເຈັບໂຊມາໂຮມຢູ່ສະໜາມ ແລະຂໍພຣະອົງປະໃຫ້ພວກຄົນເຈັບໄດ້ຈັບບາຍ, ແມ່ນຈະເປັນຍອຍເສື້ອຕຸ້ມກໍຕາມ, ແລະໃຜໆທີ່ໄດ້ຈັບບາຍພຣະອົງກໍດີພະຍາດໝົດທຸກຄົນ.