ພຣະວໍຣະສານ ໂດຍນັກບຸນ ມັກໂກ

ພາກທີ 5

ຄົນຖືກຜີສິງຢູ່ເຢຣາຊາ

1.ພຣະເຢຊູເຈົ້າແລະພວກສາວົກຂ້າມທະເລໄປສູ່ອີກຝັ່ງໜຶ່ງ ຊຶ່ງແມ່ນດິນແດນຂອງຊາວເຢຣາຊາ. 2.ພໍພຣະອົງສະເດັດຂຶ້ນຈາກເຮືອ ກໍມີຄົນຖືກຜີຊົ່ວຮ້າຍສິງຜູ້ໜຶ່ງ ອອກຈາກຄູຫາຝັງສົບ ມາຫາພຣະອົງ. 3.ຄົນຜູ້ນີ້ເອົາຄູຫາຝັງສົບເປັນທີ່ຢູ່ອາໄສ ແລະບໍ່ມີໃຜມັດມັນໄດ້, ແມ່ນຈະເອົາໂສ້ກໍຕາມ. 4.ຍ້ອນວ່າຫລາຍເທື່ອເຂົາເອົາເຊືອກແລະໂສ້ມາມັດ, ແຕ່ມັນຫັກໂສ້ແລະດຶງເຊືອກຂາດໝົດ; ບໍ່ມີໃຜຜາບມັນຢູ່ໄດ້. 5.ທັງເວັນທັງຄືນບໍ່ມີຍາມຢຸດ, ມັນເຂົ້າຢູ່ໃນຄູຫາຝັງສົບຫລືຂຶ້ນເທິງພູ, ຄາງ, ຮ້ອງແລະເອົາຫີນມາຄູດຕົວເອງ. 6.ພໍແນມເຫັນພຣະເຢຊູເຈົ້າແຕ່ໄກ, ມັນກໍແລ່ນມາຫາແລະຂາບລົງຕໍ່ພຣະພັກພຣະອົງ, 7.ພ້ອມທັງຮ້ອງສຽງດັງວ່າ: “ພຣະເຢຊູ, ພຣະບຸດຂອງພຣະເປັນເຈົ້າຜູ້ສູງສຸດເອີຍ! ມາກຸກກວນເຮົາຫຍັງ? ເຮົາໄຫວ້ ວອນທ່ານດ້ວຍເດຊະພຣະເປັນເຈົ້າ, ຂໍຢ່າໄດ້ມາບັງບຽດເຮົາທ້ອນ.” 8.ຍ້ອນພຣະອົງໄດ້ກ່າວກັບມັນວ່າ: “ຜີຊົ່ວຮ້າຍ, ຈົ່ງອອກໜີຈາກຄົນຜູ້ນີ້.” 9.ພຣະອົງຖາມມັນວ່າ: “ເຈົ້າຊື່ຫຍັງ?” ມັນຕອບວ່າ: “ເຮົາຊື່ກອງທັບ, ຍ້ອນວ່າພວກເຮົາມີຈຳນວນມາກມາຍ.” 10.ແລ້ວມັນໄຫວ້ ວອນຂໍພຣະອົງຢ່າໄລ່ມັນອອກຈາກດິນແດນນີ້. 11.ເວລານັ້ນ ຢູ່ເທິງພູມີໝູຝູງໃຫຍ່ກຳລັງຫາກິນຢູ່. 12.ພວກຜີຈຶ່ງວອນຂໍພຣະອົງວ່າ: “ໂຜດສົ່ງພວກເຮົາເຂົ້າສິງໝູຊຸມນີ້ເທີ້ນ.” 13.ພຣະອົງກໍຊົງອະນຸຍາດໃຫ້. ພວກຜີຊົ່ວຮ້າຍເລີຍອອກໜີ ແລ້ວເຂົ້າໄປສິງໝູ. ໝູຝູງນີ້ມີຈຳນວນປະມານສອງພັນຕົວ, ກໍແລ່ນຈາກເກີ້ຍພູໂຕນລົງທະເລ, ແລະຈົມນ້ຳຕາຍໝົດ. 14.ພວກລ້ຽງໝູພາກັນປົບໜີ ແລະໄປສົ່ງຂ່າວໃຫ້ຊາວບ້ານຊາວເມືອງຊາບ. ພວກຜູ້ຄົນກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ. 15.ເມື່ອມາໃກ້ພຣະເຢຊູເຈົ້າແລ້ວ, ພວກເຂົາເຫັນຄົນຜູ້ຖືກຜີກອງທັບສິງ ນຸ່ງເສື້ອ ນັ່ງຢູ່ ແລະມີສະຕິດີ; ພວກເຂົາຈຶ່ງຕື່ນຕົກໃຈ. 16.ພວກທີ່ໄດ້ເຫັນເຫດການເປັນມາແກ່ຄົນຖືກຜີສິງ ແລະແກ່ຝູງໝູ ຈຶ່ງໄດ້ເລົ່າເລື່ອງໃຫ້ພວກທີ່ມານັ້ນຟັງ. 17.ພວກເຂົາຈຶ່ງໄຫວ້ວອນຂໍພຣະອົງອອກໜີຈາກດິນແດນຂອງພວກເຂົາ. 18.ເມື່ອພຣະອົງສະເດັດລົງເຮືອ, ຄົນຜູ້ຖືກຜີສິງແຕ່ກ່ອນກໍຂໍໄປນຳ. 19.ແຕ່ພຣະອົງບໍ່ຍອມ ແລະບອກລາວວ່າ: “ຫລົບເມືອເຮືອນຂອງເຈົ້າເສຍ, ແລ້ວເລົ່າໃຫ້ພວກພີ່ນ້ອງຂອງເຈົ້າຟັງທຸກສິ່ງທີ່ພຣະອົງເຈົ້າໄດ້ຊົງ ພຣະເມດຕາກະທຳຕໍ່ເຈົ້າ.” 20.ຄົນນັ້ນກໍໄດ້ໄປປະກາດໃນທົ່ວເຂດແດນສິບຫົວເມືອງ ເຖິງທຸກສິ່ງທີ່ພຣະເຢຊູເຈົ້າໄດ້ກະທຳຕໍ່ລາວ. ແລະທຸກຄົນຕ່າງກໍພິດສະຫວົງງົງງຶດ.

 

ລູກສາວຂອງຢາອີແລະຍິງລົງເລືອດ

21.ເມື່ອພຣະເຢຊູເຈົ້າສະເດັດລົງເຮືອຂ້າມຄືນເມືອຝັ່ງເກົ່າແລ້ວ, ມີຝູງຊົນມາກມາຍ ພາກັນມາເຕົ້າໂຮມຢູ່ອ້ອມໆພຣະອົງ; ເວລານັ້ນ ພຣະອົງປະທັບຢູ່ແຄມທະເລ. 22.ມີຫົວໜ້າໂຮງທຳຜູ້ໜຶ່ງ, ຊື່ຢາອີ, ກໍໄດ້ມາເຖິງບ່ອນນັ້ນດ້ວຍ. ພໍຫລຽວເຫັນພຣະອົງ, ເພິ່ນກໍຂາບລົງແທບພະບາດ, 23.ແລະອ້ອນວອນຂໍພຣະອົງຢ່າງຮີບຮ້ອນວ່າ: ລູກສາວນ້ອຍຂອງຂ້ານ້ອຍເກືອບສິ້ນໃຈແລ້ວ; ເຊີນພຣະອົງໄປປົກພະຫັດເພື່ອໃຫ້ນາງຫາຍດີແລະມີຊີວິດ.” 24.ພຣະອົງເລີຍສະເດັດໄປນຳເພິ່ນ; ຝູງຊົນມາກມາຍຕິດຕາມພຣະອົງໄປ ທັງບຽດສຽດກັນມາທຸກທິດທຸກທາງ. 25.ພໍດີມີສະຕີຜູ້ໜຶ່ງເປັນພະຍາດລົງເລືອດມາໄດ້ສິບສອງປີແລ້ວ. 26.ນາງຕ້ອງທໍຣະມານຫລາຍ, ຍ້ອນໄດ້ຮັບການປິ່ນປົວຈາກນາຍໝໍຫລາຍຄົນແລ້ວ; ນາງໄດ້ເສຍເງິນຄຳຈົນໝົດແຕ່ບໍ່ທຸເລົາ, ຊ້ຳແຮງໂຊກວ່າເກົ່າອີກ. 27.ໄດ້ຍິນເຂົາເວົ້າເລື່ອງພຣະເຢຊູເຈົ້າ, ນາງຈຶ່ງເຂົ້າມາທາງຫລັງປະປົນຢູ່ກັບຝູງຊົນ, ແລ້ວບາຍເສື້ອຕຸ້ມຂອງພຣະອົງ. 28.ຍ້ອນນາງຄິດວ່າ: “ຖ້າຂ້ອຍບາຍພຽງແຕ່ເສື້ອຂອງພຣະອົງເທົ່ານັ້ນ, ຂ້ອຍກໍຈະດີພະຍາດ.” 29.ທັນທີເລືອດກໍຢຸດ ແລະນາງໄດ້ຮູ້ສຶກໃນຮ່າງກາຍວ່າໄດ້ດີພະຍາດແລ້ວ. 30.ໃນເວລາດຽວກັນ ພຣະເຢຊູເຈົ້າກໍຮູ້ສຶກວ່າມີຣິດອັນໜຶ່ງອອກຈາກພຣະອົງ, ຈຶ່ງຊົງຫັນມາຫາຝູງຊົນແລະຖາມວ່າ: “ໃຜບາຍເສື້ອເຮົາ?” 31.ພວກສາວົກທູນພຣະອົງວ່າ: “ພຣະອົງເຫັນແລ້ວ, ຝູງຊົນບຽດກັນເຂົ້າມາທຸກທິດທຸກທາງດັ່ງນີ້; ພຣະອົງຍັງຈະມາຖາມວ່າ: ແມ່ນໃຜບາຍເຮົາບໍ?” 32.ແລ້ວພຣະອົງກວາດສາຍຕາໄປອ້ອມໆ ເພື່ອຈະໄດ້ເຫັນຍິງຜູ້ຈັບບາຍນັ້ນ. 33.ນາງຕົກໃຈຢ້ານຈົນຕົວສັ່ນ, ຍ້ອນຮູ້ດີເຖິງເລື່ອງທີ່ເປັນມາ. ນາງເລີຍເຂົ້າໄປຂາບລົງແທບພະບາດ ທັງທູນໃຫ້ຊາບຄວາມຈິງທຸກຢ່າງ. 34.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ລູກເອີຍ ຄວາມເຊື່ອຂອງເຈົ້າໄດ້ຊ່ວຍເຈົ້າໃຫ້ຮອດ. ຈົ່ງໄປດີແລະຫາຍຈາກພະຍາດເທີ້ນ.”

35.ເວລາພຣະອົງກຳລັງກ່າວຢູ່ນັ້ນ, ກໍມີຄົນຈາກເຮືອນຂອງຫົວໜ້າໂຮງທຳມາບອກເພິ່ນວ່າ: “ລູກສາວຂອງທ່ານຕາຍແລ້ວ, ຢ່າລົບກວນພຣະອາຈານອີກເຮັດຫຍັງ?” 36.ເມື່ອ ພຣະເຢຊູເຈົ້າໄດ້ຍິນຂ່າວທີ່ເຂົາບອກກັບຫົວໜ້າໂຮງທຳ, ພຣະອົງກ່າວກັບເພິ່ນວ່າ: “ທ່ານຢ່າຢ້ານ ໃຫ້ເຊື່ອກໍເປັນພໍ.” 37.ແລ້ວພຣະອົງກໍສະເດັດໄປ, ບໍ່ໃຫ້ຜູ້ອື່ນໃດໄປນຳສັກຄົນ, ເອົາໄປນຳແຕ່ເປໂຕ, ຢາໂກເບແລະຢວງ, ນ້ອງຊາຍຂອງຢາໂກເບເທົ່ານັ້ນ. 38.ເມື່ອມາເຖິງເຮືອນຂອງຫົວໜ້າໂຮງທຳ, ພຣະອົງທອດພຣະເນດເຫັນຄົນໄຫ້ຈົ່ມໄຫ້ວ່າຢູ່ອຶກກະທຶກ. 39.ພຣະອົງສະເດັດເຂົ້າໃນເຮືອນ, ແລ້ວກ່າວກັບພວກນັ້ນວ່າ: “ພາກັນຮ້ອງໄຫ້ແລະອຶກກະທຶກເຮັດຫຍັງ? ນາງນ້ອຍບໍ່ໄດ້ຕາຍດອກ ນາງນອນຫລັບຢູ່ເທົ່ານັ້ນ.” 40.ໃຜໆກໍຫົວຂວັນພຣະອົງ ເມື່ອໄດ້ສັ່ງໃຫ້ທຸກຄົນອອກໄປນອກແລ້ວ, ພຣະອົງກໍເອົາພໍ່ແມ່ແລະຜູ້ໄປນຳພຣະອົງເຂົ້າໄປບ່ອນນາງນ້ອຍນອນຢູ່. 41.ຊົງຈັບມືຂອງເດັກແລະກ່າວວ່າ: “ຕາລີຕາກູມີ”, ແປວ່າ “ນາງນ້ອຍເອີຍ! ເຮົາສັ່ງເຈົ້າ, ຈົ່ງລຸກຂຶ້ນ.” 42.ທັນທີນາງນ້ອຍນັ້ນກໍລຸກຂຶ້ນແລະຍ່າງໄປ, ຍ້ອນວ່າອາຍຸນາງໄດ້ສິບສອງປີແລ້ວ. ໃນທັນໃດນັ້ນ, ຄົນທັງຫລາຍກໍມີຄວາມຕົກໃຈຢ່າງໃຫຍ່. 43.ພຣະອົງໄດ້ສັ່ງບັງຄັບບໍ່ໃຫ້ແຜ່ຜາຍຂ່າວນີ້ໃຫ້ຜູ້ໃດຊາບຢ່າງເດັດຂາດ ແລ້ວບອກໃຫ້ເອົາເຂົ້າມາໃຫ້ນາງນ້ອຍນັ້ນກິນ.