ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 4
ຄວາມປຽບທຽບເລື່ອງຜູ້ຫວ່ານ
1.ພຣະເຢຊູເຈົ້າເລີ່ມເທດສອນຢູ່ແຄມທະເລອີກ. ຝູງຄົນຈຳນວນຫລວງຫລາຍພາກັນມາຊຸມຢູ່ອ້ອມພຣະອົງ ຈົນພຣະອົງຕ້ອງລົງປະທັບນັ່ງຢູ່ເຮືອລຳໜຶ່ງທີ່ຈອດຢູ່ນອກຝັ່ງ. ສ່ວນຝູງຄົນນັ້ນຢູ່ເທິງບົກຕາມແຄມນ້ຳ. 2.ພຣະອົງສັ່ງສອນພວກເຂົາເປັນຄວາມປຽບທຽບຫລາຍຢ່າງ. ພຣະອົງກ່າວສອນວ່າ: 3.“ຈົ່ງຟັງໃຫ້ດີ ຜູ້ຫວ່ານອອກໄປຫວ່ານເຂົ້າ. 4.ເວລາກຳລັງຫວ່ານຢູ່ນັ້ນ, ມີລາງເມັດຕົກຕາມແຄມທາງ; ນົກກໍມາຕອດກິນໝົດ. 5.ລາງເມັດຕົກໃສ່ພະລານຫີນບ່ອນບໍ່ມີດິນຫລາຍ ມັນກໍງອກຂຶ້ນທັນທີ, ຍ້ອນດິນບໍ່ເລິກ. 6.ແລະພໍແດດອອກ, ແດດກໍເຜົາມັນ ແລະຍ້ອນບໍ່ມີຮາກ ຈຶ່ງຕ້ອງຫ່ຽວແຫ້ງໄປ. 7.ລາງເມັດຕົກໃສ່ກໍໜາມ, ໜາມກໍປົ່ງຂຶ້ນແລະຫງຳມັນ, ຈຶ່ງບໍ່ມີໝາກຜົນເລີຍ. 8.ສ່ວນເມັດອື່ນໆທີ່ຕົກໃນດິນດີ, ກໍງອກງາມໃຫຍ່ຂຶ້ນ, ແລະເກີດໝາກເກີດຜົນເປັນສາມສິບເທົ່າ, ຫົກສິບເທົ່າ ແລະຮ້ອຍເທົ່າຕໍ່ໜຶ່ງ.” 9.ແລ້ວພຣະອົງກ່າວວ່າ: “ໃຜມີຫູສຳລັບຟັງ, ກໍໃຫ້ຟັງເອົາ.”
ເຫດໃດຈຶ່ງກ່າວເປັນຄວາມປຽບທຽບ
10.ເມື່ອພຣະອົງຊົງຢູ່ແຕ່ຜູ້ດຽວ, ພວກທີ່ຢູ່ນຳພຣະອົງແລະອັກຄະສາວົກສິບສອງຄົນ ຈຶ່ງທູນຖາມພຣະອົງເຖິງຄວາມໝາຍຂອງຄວາມປຽບທຽບນີ້. 11.ພຣະອົງກ່າວຕອບວ່າ: “ພວກເຈົ້າແມ່ນຜູ້ໄດ້ຮັບພະທານໃຫ້ເຂົ້າໃຈເລື່ອງອານາຈັກຂອງພຣະເປັນເຈົ້າ. ສ່ວນພວກຢູ່ນອກ ໄດ້ຟັງແຕ່ຄວາມປຽບທຽບ, 12.ເພື່ອໃຫ້ພວກເຂົາໄດ້ແຕ່ເບິ່ງ, ຫາກບໍ່ເຫັນ, ໄດ້ຍິນແຕ່ບໍ່ເຂົ້າໃຈ, ຢ້ານວ່າເຂົາຈະກັບໃຈແລະໄດ້ຮັບອະໄພໂທດ.”
ອະທິບາຍຄວາມປຽບທຽບເລື່ອງຜູ້ຫວ່ານ
13.ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ: “ພວກເຈົ້າບໍ່ເຂົ້າໃຈຄວາມປຽບທຽບນີ້ບໍ? ດັ່ງນີ້ ພວກເຈົ້າຈະເຂົ້າໃຈຄວາມປຽບທຽບທັງໝົດໄດ້ຢ່າງໃດ? 14.ຜູ້ຫວ່ານນັ້ນຫວ່ານພຣະວາຈາ. 15.ພວກທີ່ຢູ່ຕາມແຄມທາງບ່ອນພຣະວາຈາຕົກໃສ່ນັ້ນ, ຄືພວກທີ່ພໍແຕ່ໄດ້ຍິນພຣະວາຈາ, ຜີປີສາດກໍມາຫລົກຖອນເອົາໄປເສຍ. 16.ພວກທີ່ຮັບເອົາພຣະວາຈາຢູ່ບ່ອນພະລານຫີນກໍດັ່ງດຽວກັນ, ເມື່ອໄດ້ຍິນພຣະວາຈາກໍຍິນດີຮັບເອົາໄວ້ 17.ແຕ່ບໍ່ມີຮາກ ແລະຢູ່ໄດ້ແຕ່ຄາວໜຶ່ງ. ພໍຖືກຄວາມລຳບາກຫລືການບຽດບຽນຍ້ອນພຣະວາຈາ, ກໍເລີຍພະລາດລົ້ມທັນທີ. 18.ຍັງມີເມັດອື່ນທີ່ຕົກຢູ່ໃນກໍໜາມ ຄືພວກທີ່ໄດ້ຍິນພຣະວາຈາແລ້ວ. 19.ແຕ່ມີຄວາມສົນລະວົນນຳໂລກ, ຕິດໃຈນຳຊັບສົມບັດແລະຄວາມມັກໄດ້ຕ່າງໆທີ່ແຊກຊຶມເຂົ້າມາຫງຳພຣະວາຈາ, ເລີຍບໍ່ເກີດຜົນ. 20.ທ້າຍສຸດ ພວກທີ່ຮັບເອົາເຂົ້າປູກຫວ່ານລົງໃສ່ດິນດີ ຄືພວກທີ່ຟັງພຣະວາຈາ, ແລະຮັບເອົາໄວ້ ຈຶ່ງເກີດຜົນເປັນສາມສິບເທົ່າ, ຫົກສິບເທົ່າ ແລະຮ້ອຍເທົ່າຕໍ່ໜຶ່ງ.”
ຄວາມປຽບທຽບເລື່ອງຕະກຽງແລະເຄື່ອງຕວງ
21.ພຣະອົງກ່າວວ່າ: “ໃຕ້ຕະກຽງແລ້ວຈະເອົາກະຖັງມາກວບ ຫລືເອົາໄປໄວ້ກ້ອງຕຽງບໍ? ບໍ່ແມ່ນຈະເອົາໄປໃສ່ເທິງຮ້ານຕັ້ງບໍ? 22.ຍ້ອນວ່າບໍ່ມີຫຍັງທີ່ເຂົາປິດບັງໄວ້ຈະບໍ່ຖືກໄຂອອກມາ, ແລະທຸກສິ່ງທີ່ຖືກປິດບັງໄວ້ເປັນຄວາມລັບ ກໍຈະໄດ້ເປີດເຜີຍອອກ. 23.ໃຜມີຫູສຳລັບຟັງ ກໍໃຫ້ຟັງເອົາ.” 24.ແລ້ວພຣະອົງກ່າວວ່າ: “ຈົ່ງຕັ້ງໃຈຟັງໃຫ້ດີ. ພວກເຈົ້າໃຊ້ເຄື່ອງຕວງແນວໃດ, ເຂົາກໍຈະໃຊ້ເຄື່ອງຕວງແນວດຽວກັນສຳລັບພວກເຈົ້າ ແລະເຂົາຈະຕື່ມໃຫ້ອີກ. 25.ຍ້ອນວ່າໃຜມີແລ້ວ, ຈະໄດ້ຮັບຕື່ມໃຫ້ອີກ. ສ່ວນຜູ້ທີ່ບໍ່ມີ, ແມ່ນວ່າອັນທີ່ມີແລ້ວກໍຈະຖືກຢຶດເອົາໄປຊ້ຳ.”
ຄວາມປຽບທຽບເມັດເຂົ້າທີ່ໃຫຍ່ຂຶ້ນເອງ
26.ພຣະອົງກ່າວອີກວ່າ: “ອານາຈັກຂອງພຣະເປັນເຈົ້າຍັງປຽບຄືຄົນຜູ້ໜຶ່ງທີ່ຫວ່ານເມັດເຂົ້າລົງດິນ. 27.ເຂົາຈະນອນຫລືຕື່ນ, ກາງເວັນຫລືກາງຄືນກໍຕາມ, ເມັດນັ້ນກໍແຕກງອກແລະປົ່ງຂຶ້ນ, ໂດຍເຂົາເອງບໍ່ຮູ້ວ່າມັນເປັນໄປຢ່າງໃດ. 28.ດິນໄດ້ທຳໃຫ້ມັນເກີດເປັນລຳຕົ້ນເສຍກ່ອນ, ແລ້ວເປັນຮວງ, ແລ້ວໃນຮວງນັ້ນກໍມີເມັດເຂົ້າຢູ່ເຕັມ. 29.ແລະເມື່ອເມັດເຂົ້າສຸກພຽບພ້ອມແລ້ວ, ເຂົາກໍເອົາກ່ຽວມາກ່ຽວທັນທີ, ຍ້ອນວ່າເຖິງຍາມກ່ຽວພໍດີ.”
ຄວາມປຽບທຽບເລື່ອງເມັດໝາກງາ
30.ພຣະອົງກ່າວຕໍ່ໄປວ່າ: “ເຮົາຈະເອົາອານາຈັກຂອງພຣະເປັນເຈົ້າມາປຽບໃສ່ກັບຫຍັງ ຫລືເຮົາຈະໃຊ້ຄວາມປຽບທຽບແນວໃດນໍ? 31.ຈະປຽບໃສ່ເມັດໝາກງາ. ເມື່ອເຂົາຫວ່ານລົງດິນນັ້ນ, ມັນເປັນເມັດທີ່ນ້ອຍກວ່າໝູ່ໃນພວກເມັດພືດທີ່ມີຢູ່ໃນດິນ. 32.ແຕ່ເມື່ອຫວ່ານແລ້ວ, ມັນກໍໃຫຍ່ຂຶ້ນແລະກາຍເປັນຕົ້ນໃຫຍ່ກວ່າຜັກທຸກແນວໃນສວນ. ມັນແຕກງ່າແຕກແໜງອອກ ຈົນໝູ່ນົກໃນອາກາດມາຊົ້ນຢູ່ກ້ອງຮົ່ມມັນໄດ້.” 33.ເມື່ອພຣະອົງປະກາດພຣະວາຈາໃຫ້ຄົນຟັງ, ພຣະອົງໄດ້ໃຊ້ຄວາມປຽບທຽບແບບນີ້ຢ່າງມາກມາຍ, ຕາມແຕ່ພວກເຂົາຈະສາມາດເຂົ້າໃຈໄດ້. 34.ເມື່ອກ່າວສອນຝູງຊົນ ພຣະອົງໃຊ້ແຕ່ຄວາມປຽບທຽບເທົ່ານັ້ນ. ແຕ່ສຳລັບພວກສາວົກນັ້ນ, ພຣະອົງໄດ້ຊົງແປອະທິບາຍທຸກສິ່ງໃຫ້ຟັງເປັນພິເສດ.
ຊົງຜາບລົມພະຍຸ
35.ໃນມື້ດຽວກັນນັ້ນ, ພໍຕົກຄ່ຳ, ພຣະເຢຊູເຈົ້າກ່າວກັບພວກສາວົກວ່າ: “ຈົ່ງຂ້າມໄປຟາກພຸ້ນ.” 36.ເມື່ອປະຝູງຊົນໄປແລ້ວ, ພວກສາວົກກໍພາພຣະອົງຂີ່ເຮືອໄປເລີຍ, ແລະຍັງມີເຮືອລຳອື່ນໆໄປນຳດ້ວຍ. 37.ພໍດີເກີດລົມພາຍຸໃຫຍ່ ຟອງຊັດເຂົ້າຈົນນ້ຳເກືອບຈະເຕັມເຮືອແລ້ວ. 38.ສ່ວນພຣະເຢຊູເຈົ້າຊົງນອນຫລັບຢູ່ເທິງເສື່ອທ້າຍເຮືອ. ພວກສາວົກຮ້ອງປຸກ ພຣະອົງວ່າ: “ພຣະອາຈານເອີຍ! ພວກເຮົາພວມຈະຕາຍ, ພຣະອົງບໍ່ຫົວຊານຳບໍ?” 39.ເມື່ອຊົງຕື່ນຂຶ້ນແລ້ວ, ພຣະອົງຊົງບັງຄັບລົມ ແລະເວົ້າກັບທະເລວ່າ: “ຈົ່ງມິດແລະສະຫງົບເສຍ.” ລົມກໍຢຸດແລະມີຄວາມສະຫງົບງຽບ. 40.ແລ້ວພຣະອົງກ່າວກັບພວກສາວົກວ່າ: “ເປັນຫຍັງຈຶ່ງພາກັນຢ້ານ? ບໍ່ທັນມີຄວາມເຊື່ອບໍ?” 41.ພວກສາວົກມີຄວາມຕົກໃຈຢ່າງໃຫຍ່ ເວົ້ານຳກັນວ່າ: “ເພິ່ນຜູ້ນີ້ແມ່ນໃຜ, ຈົນວ່າລົມແລະທະເລກໍຟັງຄວາມ.”