ພຣະວໍຣະສານ ໂດຍນັກບຸນ ມັກໂກ

ພາກທີ 3

ຊົງປິ່ນປົວຄົນມືລີບ

1.ພຣະເຢຊູເຈົ້າສະເດັດເຂົ້າໃນໂຮງທຳອີກ. ຢູ່ທີ່ນັ້ນມີຄົນມືລີບຜູ້ໜຶ່ງ. 2.ພວກຟາຣີເຊວຄອຍຈອບເບິ່ງວ່າ ພຣະອົງຈະປົວຄົນນັ້ນໃນວັນພຣະຫລືບໍ່, ເພື່ອຈະຫາເລື່ອງໃສ່ພຣະອົງ. 3.ພຣະອົງກ່າວກັບຄົນມືລີບວ່າ: “ມາຢືນຢູ່ກາງພີ້.” 4.ແລ້ວກ່າວກັບພວກນັ້ນວ່າ: “ໃນວັນພຣະ ມີອະນຸຍາດທຳການດີຫລືການຊົ່ວ? ມີອະນຸຍາດຊ່ວຍເອົາຊີວິດຫລືປະໃຫ້ຕາຍ?” ແຕ່ພວກນັ້ນມິດບໍ່ປາກ. 5.ພຣະອົງຈຶ່ງເຫລືອດສາຍຕາອັນເຄັ່ງຂຶມມາໃສ່ພວກເຂົາ, ແລະໂສກພຣະໄທ ເຫັນພວກເຂົາໃຈແຂງກະດ້າງ, ແລ້ວພຣະອົງກ່າວກັບຄົນນັ້ນວ່າ: “ຢຽດມືອອກ.” ລາວກໍຢຽດອອກ ແລະມືນັ້ນກໍຫາຍດີ. 6.ພວກຟາຣີເຊວກໍອອກໜີ ແລະທັນທີກໍໄປປຶກສາກັບພວກລູກນ້ອງຂອງກະສັດເຮຣອດເພື່ອຫາທາງທຳລາຍພຣະອົງ.

 

ຝູງຊົນຕິດຕາມພຣະອົງ

7.ພຣະເຢຊູເຈົ້າພ້ອມກັບພວກສາວົກສະເດັດໄປຝັ່ງທະເລ. ມີຝູງຊົນມາກມາຍຈາກແຂວງຄາລີເລຕິດຕາມພຣະອົງໄປ. 8.ຈາກແຂວງຢູເດ, ເຢຣູຊາແລມ, ອີດູເມ, ຟາກພຸ້ນຂອງແມ່ນ້ຳຢໍແດນ, ຈາກບໍລິເວນເມືອງຕີໂຣແລະຊີດອນ ກໍມີຄົນຫລວງຫລາຍຫລັ່ງໄຫລມາຫາພຣະອົງ, ຍ້ອນໄດ້ຍິນຂ່າວເລື່ອງກິດຈະການທີ່ພຣະອົງໄດ້ຊົງກະທຳ. 9.ເພື່ອບໍ່ໃຫ້ຝູງຊົນມາບຽດສຽດພຣະອົງໂພດ, ພຣະອົງໄດ້ສັ່ງໃຫ້ພວກສາວົກຈັດຕຽມເຮືອລຳໜຶ່ງໄວ້. 10.ພຣະອົງໄດ້ປິ່ນປົວຫລາຍຄົນໃຫ້ດີພະຍາດ, ຈົນວ່າຄົນເຈັບໂຊທັງຫລາຍຫລຸຫລັ່ງເຂົ້າມາຈັບບາຍພຣະອົງ. 11.ເມື່ອເຫັນພຣະອົງ, ພວກຜີຊົ່ວຮ້າຍກໍກາບລົງຕໍ່ພຣະພັກພຣະອົງ ແລ້ວຮ້ອງຂຶ້ນວ່າ: “ທ່ານແມ່ນບຸດຂອງພຣະເປັນເຈົ້າ.” 12.ແຕ່ພຣະອົງໄດ້ຊົງຫ້າມພວກມັນຢ່າງເດັດຂາດ ບໍ່ໃຫ້ປະກາດເລື່ອງນັ້ນໃຫ້ຜູ້ໃດຮູ້.

 

ຊົງເລືອກອັກຄະສາວົກ

13.ຕໍ່ມາພຣະອົງກໍສະເດັດຂຶ້ນພູ ແລະຮຽກເອົາຜູ້ທີ່ພຣະອົງພໍພຣະໄທ; ພວກເຂົາກໍໄດ້ມາຫາພຣະອົງ. 14.ພຣະອົງໄດ້ຊົງແຕ່ງຕັ້ງເອົາ 12 ຄົນເພື່ອຢູ່ກັບພຣະອົງ, ແລະເພື່ອສົ່ງພວກເຂົາໄປເທດສອນ, 15.ພ້ອມທັງໃຫ້ມີອຳນາດໄລ່ຜີປີສາດໄດ້. 16.ພວກສິບສອງທີ່ພຣະອົງໄດ້ແຕ່ງຕັ້ງຄື ຊີມອນ, ຜູ້ໄດ້ຮັບຊື່ໃໝ່ຈາກພຣະອົງວ່າເປໂຕ; 17.ຕໍ່ມາແມ່ນຢາໂກເບບຸດຂອງເຊເບເດ ແລະຢວງນ້ອງຊາຍຂອງຢາໂກເບ, ທັງສອງໄດ້ຮັບຊື່ໃໝ່ຈາກພຣະອົງວ່າ “ບໍອາເນ ແຢດ” ແປວ່າບຸດແຫ່ງຟ້າຮ້ອງ; 18.ອັນເດຣ, ຟີລິບ, ບາກໂທໂລເມ, ມັດເທວ, ໂທມາ, ຢາໂກເບບຸດຂອງອັນເຟ, ທາເດ, ຊີມອນຜູ້ໃຈຮ້ອນຮົນ, 19.ແລະຢູດາອິດສະກາຣີອັອດ ຜູ້ໄດ້ມອບພຣະອົງ.

 

ພວກຍາດພີ່ນ້ອງຂອງພຣະເຢຊູເຈົ້າ

20.ແລ້ວພຣະອົງສະເດັດຫລົບເມືອເຮືອນ. ພວກຜູ້ຄົນກໍແຫຍ້ກັນເຂົ້າມາຫາພຣະອົງອີກ, ຈົນວ່າພຣະອົງແລະພວກສາວົກບໍ່ມີເວລາຮັບປະທານອາຫານ. 21.ເມື່ອໄດ້ຂ່າວ, ພວກຍາດພີ່ນ້ອງຂອງພຣະອົງກໍພາກັນມາເພື່ອຈັບພຣະອົງໄວ້ ຍ້ອນເຂົາເວົ້າວ່າພຣະອົງເສຍສະຕິແລ້ວ.

 

ອາຈານພຣະຄຳພີສັບສໍ່ໃສ່ຄວາມ

22.ພວກອາຈານພຣະຄຳພີທີ່ມາຈາກນະຄອນເຢຣູຊາແລມ ເວົ້າວ່າ: “ເພິ່ນຖືກເບແອນ ເຊບຸນສິງ ແລະເພິ່ນໄລ່ຜີກໍດ້ວຍອາໄສເຈົ້າຈອມຜີປີສາດນີ້ເອງ.” 23.ພຣະອົງຈຶ່ງຮຽກພວກນັ້ນເຂົ້າມາຫາ, ແລ້ວກ່າວຄວາມປຽບທຽບໃຫ້ຟັງວ່າ: “ຜີປີສາດໄລ່ຜີປີສາດໄດ້ແນວໃດ? 24.ຖ້າອານາຈັກໜຶ່ງເກີດການແຕກແຍກ, ອານາຈັກນັ້ນກໍຄົງຢູ່ບໍ່ໄດ້. 25.ເຮືອນໃດແຕກແຍກກັນ, ເຮືອນນັ້ນກໍຄົງຢູ່ບໍ່ໄດ້. 26.ຖ້າຜີປີສາດເກີດກະບົດແລະແຕກແຍກກັນ, ມັນກໍຕັ້ງໝັ້ນແກ່ນຢູ່ບໍ່ໄດ້, ຕ້ອງສຸດສ້ຽງລົງໄປ. 27.ບໍ່ມີໃຜສາມາດເຂົ້າໄປປຸ້ນເອົາເຄື່ອງຂອງຢູ່ເຮືອນຂອງຜູ້ທີ່ມີກຳລັງຫລາຍ ໂດຍບໍ່ຜູກມັດເຈົ້າເຮືອນນັ້ນໄວ້ກ່ອນ. ເມື່ອຜູກມັດແລ້ວ ຈຶ່ງປຸ້ນເຮືອນໄດ້.

 

ບາບຜິດຕໍ່ພຣະຈິດເຈົ້າ

28.“ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ບາບຕ່າງໆພ້ອມທັງຄຳປະໝາດປະຈານເທົ່າທີ່ມະນຸດຈະກ່າວອອກມາ ຈະໄດ້ຮັບອະໄພໂທດ. 29.ແຕ່ຜູ້ໃດກ່າວປະໝາດປະຈານພຣະຈິດສັກສິດ, ຈະບໍ່ໄດ້ຮັບອະໄພເລີຍ, ຍ້ອນເຂົາສົມຮັບໂທດຕະຫລອດນິຣັນດອນ.” 30.ພຣະເຢຊູເຈົ້າກ່າວດັ່ງນີ້ແກ່ພວກເຂົາ ກໍຍ້ອນພວກເຂົາເວົ້າວ່າ: “ຄົນນີ້ຖືກຜີຊົ່ວຮ້າຍສິງ.”

 

ພີ່ນ້ອງແທ້ຂອງພຣະເຢຊູເຈົ້າ

31.ພຣະມານດາພ້ອມກັບພວກຍາດພີ່ນ້ອງຂອງພຣະອົງມາຮອດ, ຄອງຖ້າຢູ່ນອກ ແລະໄດ້ໃຫ້ຄົນໄປເອີ້ນພຣະອົງ. 32.ຝູງຄົນພາກັນນັ່ງຢູ່ອ້ອມໆພຣະອົງ. ມີຄົນມາທູນວ່າ: “ແມ່ແລະພວກພີ່ນ້ອງຂອງທ່ານຢູ່ຂ້າງນອກ ກຳລັງຊອກຫາທ່ານ.” 33.ພຣະອົງກ່າວຕອບວ່າ: “ໃຜເປັນແມ່ເຮົາ? ໃຜເປັນພີ່ນ້ອງເຮົາ?” 34.ແລ້ວພຣະອົງຊົງເຫລືອດຕາເບິ່ງພວກທີ່ນັ່ງຢູ່ອ້ອມໆພຣະອົງ ພ້ອມທັງກ່າວວ່າ: “ນີ້ແລ້ວແມ່ແລະພີ່ນ້ອງຂອງເຮົາ. 35.ໃຜທຳຕາມນ້ຳພຣະໄທຂອງພຣະເປັນເຈົ້າ, ຜູ້ນັ້ນແລ້ວແມ່ນອ້າຍ, ແມ່ນເອື້ອຍແລະແມ່ຂອງເຮົາ.”