ພຣະວໍຣະສານ ໂດຍນັກບຸນ ມັກໂກ

ພາກທີ 2

ຊົງປິ່ນປົວຄົນເປັນລ່ອຍ

1.ຫລັງຈາກນັ້ນສອງສາມມື້, ພຣະອົງກໍສະເດັດເຂົ້າໃນເມືອງກາຟາກນາອຸມອີກ. ພໍໄດ້ຍິນວ່າພຣະອົງປະທັບຢູ່ເຮືອນ, 2.ຜູ້ຄົນພາກັນມາໂຮມຢ່າງມາກມາຍ ຈົນວ່າໜ້າປະຕູກໍບໍ່ມີບ່ອນຢູ່. ແລ້ວພຣະອົງຈຶ່ງປະກາດຂ່າວປະເສີດແກ່ພວກເຂົາ. 3.ພໍດີມີສີ່ຄົນຫາມຄົນເປັນລ່ອຍຜູ້ໜຶ່ງມາຫາພຣະອົງ. 4.ແຕ່ພວກເຂົາເຂົ້າໄປເຖິງພຣະອົງບໍ່ໄດ້ຍ້ອນຄົນຫລາຍ; ພວກເຂົາຈຶ່ງມ້າງຫລັງຄາຊື່ກັບບ່ອນພຣະອົງຢູ່, ແລ້ວຢ່ອນຊະແນນຄົນເປັນລ່ອຍລົງຕາມປ່ອງນັ້ນ. 5.ເມື່ອຊົງເຫັນຄວາມເຊື່ອຂອງພວກເຂົາ, ພຣະອົງຈຶ່ງກ່າວກັບຄົນເປັນລ່ອຍວ່າ: “ລູກເອີຍ! ບາບຂອງເຈົ້າຫລຸດແລ້ວ.” 6.ຢູ່ທີ່ນັ້ນ ມີອາຈານພຣະຄຳພີລາງຄົນຢູ່ດ້ວຍ; ພວກເຂົາຄຶດໃນໃຈວ່າ: 7.“ເປັນຫຍັງເພິ່ນນັ້ນຈຶ່ງເວົ້າແບບນີ້? ການເວົ້າດັ່ງນີ້ເປັນການປະໝາດປະຈານ. ນອກຈາກພຣະເປັນເຈົ້າຜູ້ດຽວ ມີໃຜແດ່ໂຜດບາບໄດ້?” 8.ທັນທີ ພຣະເຢຊູເຈົ້າຊາບໃນຄວາມຄິດຂອງພວກເຂົາ, ຈຶ່ງກາວວ່າ: “ເປັນຫຍັງພວກເຈົ້າຄຶດແບບນີ້ໃນໃຈ? 9.ເຮົາບອກຄົນເປັນລ່ອຍວ່າ: ບາບຂອງເຈົ້າຫລຸດແລ້ວ, ກັບວ່າ: ຈົ່ງລຸກຂຶ້ນ ແບກເອົາຊະແນນຍ່າງໄປ, ແນວໃດງ່າຍກວ່າ? 10.ແຕ່ເພື່ອໃຫ້ພວກເຈົ້າຮູ້ວ່າ ຢູ່ໃນແຜ່ນດິນນີ້ບຸດແຫ່ງມະນຸດມີສິດໂຜດຍົກບາບ.”... ພຣະອົງຈຶ່ງກ່າວກັບຄົນເປັນລ່ອຍວ່າ: 11.“ເຮົາສັ່ງເຈົ້າ: ຈົ່ງລຸກຂຶ້ນ ແບກເອົາຊະແນນເມືອເຮືອນເຈົ້າເສຍ.” 12.ທັນທີຄົນນັ້ນກໍລຸກຂຶ້ນ ແບກເອົາຊະແນນ ແລ້ວຍ່າງໄປຕໍ່ໜ້າຄົນທັງຫລາຍທີ່ເກີດງຶດງໍ້ ແລະຮ້ອງສັນຣະເສີນພຣະເປັນເຈົ້າວ່າ: “ພວກເຮົາບໍ່ເຄີຍເຫັນແບບນີ້ເລີຍ.”

 

ຊົງຮຽກເອົາເລວີ

13.ແລ້ວພຣະເຢຊູເຈົ້າສະເດັດໄປຝັ່ງທະເລອີກ. ຝູງຊົນມາຫາພຣະອົງ, ພຣະອົງກໍໄດ້ສັ່ງສອນພວກເຂົາ. 14.ໃນເວລາກຳລັງສະເດັດໄປນັ້ນ, ພຣະອົງໄດ້ເຫັນເລວີ, ບຸດຂອງອັນເຟ, ນັ່ງຢູ່ດ່ານພາສີ, ຈຶ່ງກ່າວກັບລາວວ່າ: “ຈົ່ງຕິດຕາມເຮົາມາ.” ລາວກໍລຸກຂຶ້ນຕິດຕາມພຣະອົງໄປ. 15.ມີຄົນເກັບສ່ວຍແລະຄົນບາບຕິດຕາມພຣະເຢຊູເຈົ້າໄປດ້ວຍ; ແລະເມື່ອພຣະອົງຮັບປະທານອາຫານຢູ່ເຮືອນຂອງເລວີນັ້ນ, ພວກເຂົາກໍໄດ້ຮັບປະທານອາຫານຮ່ວມກັບພຣະອົງ ແລະພວກສາວົກດ້ວຍ. 16.ພວກອາຈານພຣະຄຳພີຊຶ່ງເປັນພວກຟາຣີເຊວ ເຫັນພຣະອົງຮັບປະທານອາຫານຮ່ວມກັບພວກເກັບສ່ວຍແລະພວກຄົນບາບ, ຈຶ່ງເວົ້າກັບພວກສາວົກຂອງ ພຣະອົງວ່າ: “ເປັນຫຍັງເພິ່ນນັ້ນຈຶ່ງຮັບອາຫານຮ່ວມກັບພວກເກັບສ່ວຍແລະພວກຄົນບາບ?” 17.ພຣະເຢຊູເຈົ້າໄດ້ຍິນດັ່ງນີ້, ຈຶ່ງກ່າວກັບພວກເຂົາວ່າ: “ບໍ່ແມ່ນຄົນຢູ່ດີມີແຮງດອກທີ່ຕ້ອງການໝໍຢາ, ແຕ່ແມ່ນຄົນເຈັບໂຊຕ່າງຫາກທີ່ຕ້ອງການ. ເຮົາບໍ່ໄດ້ມາເອີ້ນເອົາຄົນຊອບທຳ, ແຕ່ມາເອີ້ນເອົາຄົນບາບ.”

 

ເລື່ອງການຖືສິນອົດອາຫານ

18.ມື້ໜຶ່ງ ເວລາພວກລູກສິດຂອງທ່ານຢວງແລະພວກຟາຣີເຊວຖືສິນອົດອາຫານ, ກໍມີຄົນມາທູນພຣະອົງວ່າ: “ພວກລູກສິດຂອງທ່ານຢວງ ແລະພວກລູກສິດຂອງພວກຟາຣີເຊວ ຖືສິນອົດອາຫານ; ເປັນຫຍັງພວກລູກສິດຂອງທ່ານຈຶ່ງບໍ່ຖື?” 19.ພຣະເຢຊູເຈົ້າຕອບວ່າ: “ພວກມິດສະຫາຍຂອງເຈົ້າບ່າວຈະຖືສິນອົດອາຫານ, ເມື່ອເວລາມີເຈົ້າບ່າວຢູ່ນຳໄດ້ບໍ? ຕະຫລອດເວລາທີ່ເຈົ້າບ່າວຍັງຢູ່ນຳພວກເຂົາ ບໍ່ຄວນອົດອາຫານ. 20.ແຕ່ວ່າຈະມີມື້ໜຶ່ງ ເມື່ອເຈົ້າບ່າວຈະຖືກຍົກໄປແລ້ວ; ເວລານັ້ນພວກເຂົາຈຶ່ງຈະອົດອາຫານ. 21.ບໍ່ມີໃຜເອົາແພໃໝ່ມາຕາບໃສ່ເສື້ອເກົ່າ, ຍ້ອນແພໃໝ່ທີ່ຕາບໃສ່ເສື້ອເກົ່ານັ້ນ ຈະຈ່ອງໃຫ້ມັນຂາດ ກວ້າງອອກກວ່າເກົ່າອີກ. 22.ແລະບໍ່ມີໃຜເຄີຍຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ, ດ້ວຍວ່າເຫລົ້າໃໝ່ຈະເຮັດໃຫ້ຖົງນັ້ນແຕກ; ແລ້ວທັງເຫລົ້າທັງຖົງກໍຈະເສຍຫາຍໝົດ. ແຕ່ໃຫ້ໃສ່ເຫລົ້າໃໝ່ໃນຖົງໜັງໃໝ່.”

 

ເດັດຮວງເຂົ້າໃນວັນພຣະ

23.ມື້ວັນພຣະມື້ໜຶ່ງ, ເມື່ອເວລາພຣະເຢຊູເຈົ້າສະເດັດຜ່ານທົ່ງນາທີ່ມີເຂົ້າກຳລັງສຸກ, ແລະເວລາຍ່າງໄປນັ້ນ, ພວກສາວົກໄດ້ເດັດຮວງເຂົ້າ. 24.ພວກຟາຣີເຊວຈຶ່ງເວົ້າຕໍ່ພຣະອົງວ່າ: “ເຫັນບໍ! ເປັນຫຍັງພວກລູກສິດຂອງທ່ານທຳສິ່ງທີ່ເກືອດຫ້າມໃນວັນພຣະ?” 25.ພຣະເຢຊູເຈົ້າກ່າວຕອບວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າ ກະສັດດາວິດແລະບໍລິວານໄດ້ເຮັດຫຍັງເວລາຕ້ອງອຶດຢາກຫອດຫິວ? 26.ເພິ່ນໄດ້ເຂົ້າໃນທີ່ພຳນັກຂອງພຣະເປັນເຈົ້າໃນສະໄໝອາບີອາທາເປັນພຣະສົງ, ແລະໄດ້ເອົາຂະໜົມປັງທີ່ຖະຫວາຍແລ້ວມາກິນ; ຂະໜົມປັງນີ້ບໍ່ມີໃຜກິນໄດ້ນອກຈາກພວກພຣະສົງ; ແລ້ວເພິ່ນຍັງໄດ້ເອົາໄປໃຫ້ບໍລິວານກິນດ້ວຍ.” 27.ພຣະອົງຍັງກ່າວຊ້ຳອີກວ່າ: “ວັນພຣະມີໄວ້ເພື່ອຄົນ, ບໍ່ແມ່ນມີຄົນໄວ້ເພື່ອວັນພຣະ. 28.ດັ່ງນັ້ນແລ້ວ, ບຸດແຫ່ງມະນຸດກໍເປັນເຈົ້າວັນພຣະດ້ວຍ.”