ພຣະວໍຣະສານ ໂດຍນັກບຸນ ມັກໂກ

ພາກທີ 14

V. ມະຫາທໍຣະມານແລະການກັບເປັນຄືນມາ

 

ການປະຊຸມໃສ່ພຣະເຢຊູເຈົ້າ

1.ອີກສອງມື້ຈະເຖິງກຳໜົດປາສກາແລະປັງບໍ່ມີເຊື້ອ; ພວກຫົວໜ້າສົງແລະພວກອາຈານພຣະຄຳພີ ຄິດຫາກົນອຸບາຍຈັບພຣະເຢຊູເຈົ້າເພື່ອປະຫານຊີວິດ. 2.ພວກເຂົາ ເວົ້າກັນວ່າ: “ບໍ່ຕ້ອງທຳໃນວັນສະຫລອງ, ຢ້ານເກີດການວຸ້ນວາຍໃນໝູ່ປະຊາຊົນ”.

 

ຊະໂລມນ້ຳມັນຢູ່ເບທານີ

3.ເວລານັ້ນ ພຣະເຢຊູເຈົ້າປະທັບຢູ່ບ້ານເບທານີ, ໃນເຮືອນຂອງຊີມອນຜູ້ເປັນຂີ້ທູດ. ເມື່ອກຳລັງນັ່ງໂຕະຮັບປະທານອາຫານ, ກໍມີຍິງຜູ້ໜຶ່ງເຂົ້າມາຫາພຣະອົງ; ນາງຖືເຕົ້າຫີນອ່ອນເຕັມດ້ວຍນ້ຳຫອມລາຄາແພງ. ນາງທັບເຕົ້ານັ້ນໃຫ້ແຕກ, ແລ້ວຖອກນ້ຳຫອມລົງໃສ່ສີສະຂອງພຣະອົງ. 4.ມີລາງຄົນຮູ້ສຶກແຄ້ນໃຈເວົ້າກັນວ່າ: “ເປັນຫຍັງຈຶ່ງເຮັດເສຍລ້າໆ? 5.ຖ້າຂາຍ, ຄົງຈະໄດ້ເງິນກວ່າສາມຮ້ອຍຫລຽນ, ແລະເອົາໄປທານໃຫ້ຄົນທຸກຈົນ”. ແລ້ວພວກນັ້ນກໍຕິຕຽນນາງ. 6.ແຕ່ພຣະເຢຊູເຈົ້າກ່າວວ່າ: “ປະໃຫ້ນາງທຳ; ເປັນຫຍັງໃຫ້ນາງເສຍໃຈ? ການທີ່ນາງປະຕິບັດຕໍ່ເຮົານີ້ກໍເປັນການດີແລ້ວ. 7.ທີ່ຈິງພວກຄົນທຸກຈົນຈະມີຢູ່ນຳພວກເຈົ້າສະເໝີ, ແລະໃຫ້ທານແກ່ພວກເຂົາເວລາໃດກໍໄດ້. ສ່ວນເຮົານັ້ນ, ພວກເຈົ້າຈະບໍ່ໄດ້ມີຢູ່ນຳສະເໝີໄປດອກ. 8.ນາງທຳຕາມຄວາມສາມາດຂອງນາງ; ນາງໄດ້ເອົານ້ຳຫອມຊະໂລມກາຍຂອງເຮົາໄວ້ລ່ວງໜ້າ ເພື່ອການປົງສົບຂອງເຮົາ. 9.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຢູ່ບ່ອນໃດໃນໂລກທີ່ມີການປະກາດຂ່າວປະເສີດ, ເຂົາກໍຈະເລົ່າລືສິ່ງທີ່ນາງໄດ້ກະທຳນີ້ ເປັນທີ່ລະລຶກເຖິງນາງ”.

 

ການທໍລະຍົດຂອງຢູດາ

10.ແລ້ວຢູດາອິດສະກາຣີອົດ, ຜູ້ໜຶ່ງໃນພວກສິບສອງ, ກໍອອກໄປຫາພວກຫົວໜ້າສົງເພື່ອມອບພຣະອົງ. 11.ພໍໄດ້ຂ່າວນີ້, ພວກເຂົາກໍມີຄວາມຊື່ນຊົມຍິນດີ ແລະສັນຍາວ່າຈະເອົາເງິນໃຫ້. ຢູດາຈຶ່ງຫາໂອກາດເໝາະເພື່ອມອບພຣະອົງ.

 

ຕຽມການກິນລ້ຽງປາສກາ

12.ມື້ຕົ້ນເທດສະການກິນປັງບໍ່ມີເຊື້ອ ອັນແມ່ນເວລາເຂົາຂ້າລູກແກະປາສກາ, ພວກສາວົກທູນພຣະອົງວ່າ: “ພຣະອາຈານຢາກໃຫ້ພວກຂ້ານ້ອຍໄປຈັດຕຽມການກິນລ້ຽງປາສກາຢູ່ບ່ອນໃດ?” 13.ພຣະອົງຈຶ່ງສົ່ງສາວົກສອງຄົນໄປພ້ອມທັງສັ່ງວ່າ: “ຈົ່ງເຂົ້າໄປໃນເມືອງ; ພວກເຈົ້າຈະພົບຄົນຜູ້ໜຶ່ງມີໄຫນ້ຳທູນຫົວ. ຈົ່ງຕິດຕາມເຂົາໄປ. 14.ເຂົາເຂົ້າບ່ອນໃດ, ກໍໃຫ້ພວກເຈົ້າບອກກັບເຈົ້າເຮືອນນັ້ນວ່າ ພຣະອາຈານບອກໃຫ້ຖາມວ່າ ຫ້ອງບ່ອນພຣະອົງຈະກິນລ້ຽງ ປາສກາກັບພວກສາວົກນັ້ນຢູ່ບ່ອນໃດ? 15.ເຂົາກໍຈະບອກວ່າຢູ່ຊັ້ນເທິງ ມີຫ້ອງໃຫຍ່ທີ່ຈັດປູໄວ້ພ້ອມແລ້ວ. ພວກເຈົ້າຈົ່ງຕຽມການກິນລ້ຽງຢູ່ທີ່ນັ້ນ”. 16.ສາວົກທັງສອງກໍເຂົ້າໄປໃນເມືອງ ແລະໄດ້ພົບເຫັນທຸກຢ່າງຕາມທີ່ພຣະອົງໄດ້ບອກ, ແລ້ວກໍພາກັນຈັດຕຽມສະຫລອງ ປາສກາ.

 

ຊີ້ບອກຕົວຜູ້ທໍລະຍົດ

17.ພໍຕົກຄ່ຳ ພຣະເຢຊູເຈົ້າກໍສະເດັດມາເຖິງພ້ອມກັບພວກສາວົກທັງສິບສອງ. 18.ໃນເວລາຮັບປະທານອາຫານຢູ່ນັ້ນ, ພຣະເຢຊູເຈົ້າກ່າວວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຜູ້ໜຶ່ງໃນພວກເຈົ້າທີ່ຮັບປະທານຮ່ວມກັບເຮົາຈະມອບເຮົາ”. 19.ພວກສາວົກເກີດເສົ້າໃຈຫລາຍ, ຈຶ່ງພາກັນທູນຖາມພຣະອົງເທື່ອລະຄົນວ່າ: “ແມ່ນຂ້ານ້ອຍບໍ?” 20.ພຣະອົງຕອບພວກເຂົາວ່າ: “ແມ່ນຜູ້ໜຶ່ງໃນພວກສິບສອງ, ຜູ້ທີ່ຍື່ນມືລົງໃນຈານດຽວພ້ອມກັນກັບເຮົາ. 21.ແມ່ນແລ້ວ, ບຸດແຫ່ງມະນຸດກຳລັງຈະຈາກໄປ, ຕາມທີ່ໄດ້ຂຽນໄວ້ກ່ຽວກັບພຣະອົງ. ແຕ່ເວນກຳແກ່ຜູ້ທີ່ມອບບຸດແຫ່ງມະນຸດ. ຄົນຜູ້ນັ້ນບໍ່ເກີດມາຄົງຈະດີກວ່າ”.

 

ຊົງຕັ້ງສິນມະຫາສະໜິດ

22.ໃນເວລາກຳລັງຮັບປະທານອາຫານຢູ່ນັ້ນ, ພຣະອົງຊົງຈັບເອົາເຂົ້າໜົມປັງ, ຊົງສົມມະນາພຣະຄຸນ, ຊົງບິແບ່ງ, ແລ້ວຍື່ນໃຫ້ພວກສາວົກພ້ອມທັງກ່າວວ່າ: “ຈົ່ງຮັບເອົາເຖີດ. ນີ້ແຫລະກາຍຂອງເຮົາ”. 23.ແລ້ວພຣະອົງຊົງຈັບເອົາຈອກ, ຊົງສົມມະນາພຣະຄຸນ, ແລ້ວຍື່ນໃຫ້ພວກສາວົກ ແລະທຸກຄົນກໍໄດ້ດື່ມ. 24.ແລ້ວພຣະອົງກ່າວວ່າ: “ນີ້ແຫລະໂລຫິດຂອງເຮົາ, ແມ່ນໂລຫິດແຫ່ງພຣະສຳພັນໄມຕີ ທີ່ຈະໄຫລຫລັ່ງອອກມາເພື່ອຄົນທັງຫລາຍ. 25.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ເຮົາຈະບໍ່ດື່ມນ້ຳອະງຸ່ນອີກເລີຍ, ຈົນຮອດມື້ເຮົາຈະດື່ມນ້ຳອະງຸ່ນໃໝ່ໃນອານາຈັກຂອງພຣະເປັນເຈົ້າ”.

 

ຊົງທຳນາຍວ່າເປໂຕຈະປະຕິເສດ

26.ເມື່ອຂັບຮ້ອງບົດເພງສັກສິດແລ້ວ, ພຣະເຢຊູເຈົ້າກໍສະເດັດໄປໂນນສວນໝາກ ກອກພ້ອມກັບພວກສາວົກ. 27.ພຣະອົງກ່າວວ່າ: “ພວກເຈົ້າທຸກຄົນຈະສະດຸດໃຈ, ດັ່ງມີຂຽນໄວ້ວ່າ: “ເຮົາຈະທຸບຕີນາຍຊຸມພາບານ, ແລະໝູ່ແກະຈະແຕກກັນໄປທົ່ວທີບ”. 28.ແຕ່ເມື່ອເຮົາກັບເປັນຄືນມາແລ້ວ, ເຮົາຈະໄປຄອງຖ້າພວກເຈົ້າຢູ່ແຂວງກາລີເລ”. 29.ເປໂຕທູນວ່າ: “ແມ່ນໃຜຈະສະດຸດໃຈກໍຕາມ. ສ່ວນຂ້ານ້ອຍຈະບໍ່ເປັນດັ່ງນັ້ນ”. 30.ພຣະເຢຊູເຈົ້າກ່າວວ່າ: “ເຮົາກ່າວແກ່ເຈົ້າເປັນຄວາມຈິງວ່າ: ມື້ນີ້, ໃນຄືນນີ້ເອງ, ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. 31.ແຕ່ເປໂຕເວົ້າຄັດຄ້ານຢ່າງແຂ່ງຂັນວ່າ: “ແມ່ນຈະຕ້ອງຕາຍກັບພຣະອົງ, ຂ້ານ້ອຍກໍຈະບໍ່ຍອມປະຕິເສດພຣະອົງ”. ແລະທຸກຄົນກໍເວົ້າດັ່ງດຽວກັນ.

 

ທີ່ສວນແຢດເຊມານີ

32.ແລ້ວກໍມາເຖິງສວນບ່ອນໜຶ່ງຊື່ວ່າແຢດເຊມານີ. ພຣະເຢຊູເຈົ້າກ່າວກັບພວກສາວົກວ່າ: “ຈົ່ງພາກັນນັ່ງຢູ່ນີ້; ເຮົາຈະໄປສວດພາວະນາ”. 33.ແລ້ວພຣະອົງກໍເອົາເປໂຕ, ຢາໂກເບແລະຢວງໄປນຳ, ແລະພຣະອົງກໍຮູ້ສຶກສັ່ນຢ້ານ ແລະອຸກອັ້ນຕັນພຣະໄທເຕັມທີ. 34.ຈຶ່ງກ່າວກັບທັງສາມວ່າ: “ວິນຍານຂອງເຮົາໂສກເສົ້າຈົນເກືອບຈະຕາຍ; ພວກເຈົ້າຈົ່ງຢູ່ບ່ອນນີ້ແລະຕື່ນເຝົ້າຢູ່”. 35.ພຣະອົງສະເດັດໄປໄກກວ່າອີກໜ້ອຍໜຶ່ງ, ຊົງໝູບລົງຈຸດິນແລະພາວະນາ ເພື່ອຂໍໃຫ້ໂມງເວລານີ້ໜີໄປໄກຈາກພຣະອົງ, ຖ້າຫາກພໍເປັນໄປໄດ້. 36.ພຣະອົງພາວະນາວ່າ: “ໂອພຣະບິດາເຈົ້າ, ພຣະອົງຊົງກະທຳໄດ້ທຸກສິ່ງ, ຂໍໃຫ້ເອົາຈອກນີ້ໄປໄກຈາກລູກເຖີດ! ແຕ່ທັງນັ້ນກໍດີ ຂໍຢ່າໃຫ້ເປັນໄປຕາມນ້ຳໃຈຂອງລູກ, ແຕ່ຂໍໃຫ້ເປັນໄປຕາມນ້ຳພຣະໄທຂອງພຣະອົງເອງ”. 37.ແລ້ວພຣະອົງຫລົບມາຫາພວກສາວົກ, ແລະເຫັນພວກເຂົາກຳລັງນອນຫລັບຢູ່; ພຣະອົງຈຶ່ງກ່າວກັບເປໂຕວ່າ: “ຊີມອນເອີຍ! ເຈົ້ານອນຫລັບບໍ! ເຈົ້າຕື່ນເຝົ້າຢູ່ສັກໂມງໜຶ່ງບໍ່ໄດ້ບໍ? 38.ຈົ່ງຕື່ນເຝົ້າແລະພາວະນາ ເພື່ອບໍ່ໃຫ້ເສຍທີໃນເວລາຖືກຫລອກລວງ; ຈິດໃຈວ່ອງໄວ, ແຕ່ເນື້ອໜັງອ່ອນແອ”. 39.ແລ້ວພຣະອົງສະເດັດຫລົບໄປອີກ ແລະພາວະນາຄວາມເກົ່າ. 40.ພຣະອົງຄືນມາອີກ ກໍເຫັນພວກເຂົາກຳລັງນອນຫລັບຢູ່, ຍ້ອນພວກເຂົາມືນຕາບໍ່ຂຶ້ນ ແລະບໍ່ຈັກຈະຕອບພຣະອົງແນວໃດ. 41.ພຣະອົງຫລົບຄືນມາອີກເປັນເທື່ອທີສາມ ແລ້ວກ່າວກັບພວກເຂົາວ່າ: “ບັດນີ້ໃຫ້ພາກັນນອນແລະພັກຜ່ອນໄດ້... ແລ້ວໆ, ເຖິງເວລາແລ້ວ. ບຸດແຫ່ງມະນຸດຈະຖືກມອບຢູ່ໃນກຳມືຂອງພວກຄົນບາບ. 42.ຈົ່ງລຸກຂຶ້ນແລະພ້ອມກັນໄປເຖີດ ຜູ້ມອບເຮົາໃກ້ຈະມາຮອດແລ້ວ”.

 

ການຈັບກຸມພຣະເຢຊູເຈົ້າ

43.ໃນເວລາພຣະເຢຊູເຈົ້າກຳລັງກ່າວຢູ່ນັ້ນ, ຢູດາ, ຜູ້ໜຶ່ງໃນພວກສາວົກທັງສິບສອງກໍມາຮອດ ພ້ອມກັບພວກໝູ່ຫລາຍຄົນ ຖືງ້າວແລະຄ້ອນ; ແມ່ນພວກຫົວໜ້າສົງ, ພວກອາຈານພຣະຄຳພີແລະພວກເຖົ້າແກ່ບ້ານເມືອງສົ່ງພວກເຂົາມາ. 44.ຜູ້ທໍລະຍົດໄດ້ໃຫ້ສຳຄັນແກ່ໝູ່ວ່າ: “ເຮົາຈູບຜູ້ໃດ ກໍແມ່ນຜູ້ນັ້ນ; ໃຫ້ຈັບກຸມແລະຄຸມຕົວໄປຢ່າງລະມັດລະວັງ”. 45.ພໍມາຮອດ, ຢູດາກໍເຂົ້າໄປຫາພຣະອົງ ທູນວ່າ: “ພຣະອາຈານ”. ແລ້ວກໍຈູບພຣະອົງ. 46.ຄົນອື່ນກໍເຂົ້າຈັບກຸມພຣະອົງ. 47.ຄົນໜຶ່ງທີ່ຢູ່ບ່ອນນັ້ນຖອດງ້າວອອກຈາກຟັກ, ຟັນຄົນໃຊ້ຂອງເຈົ້າຄະນະສົງຖືກໃບຫູຂາດ. 48.ພຣະເຢຊູເຈົ້າກ່າວກັບພວກນັ້ນວ່າ: “ພວກເຈົ້າຖືງ້າວຖືຄ້ອນມາຈັບເຮົາຄືຫາຈັບໂຈນຜູ້ຮ້າຍນໍ! 49.ທຸກໆວັນ ເຮົາເຄີຍສັ່ງສອນຢູ່ກາງພວກເຈົ້າໃນພຣະວິຫານ ແລະພວກເຈົ້າກໍບໍ່ໄດ້ຈັບກຸມເຮົາ. ແຕ່ນີ້ ກໍເພື່ອໃຫ້ສຳເລັດໄປຕາມພຣະຄຳພີເທົ່ານັ້ນ”. 50.ແລ້ວພວກສາວົກກໍພາກັນປະພຣະອົງໜີໄປໝົດ. 51.ມີຊາຍໜຸ່ມຜູ້ໜຶ່ງນຸ່ງແພຕິດຕາມພຣະອົງໄປ. ພວກນັ້ນຫຸ້ມຈັບເຂົາ. 42.ແຕ່ເຂົາໄດ້ປະແພເປືອຍຕົວແລ່ນໜີໄປ.

 

ພຣະເຢຊູເຈົ້າຢູ່ຕໍ່ໜ້າສານສູງ

53.ພວກເຂົາໄດ້ຄຸມຕົວພຣະເຢຊູເຈົ້າໄປວັງຂອງເຈົ້າຄະນະສົງ; ແລະພວກຫົວໜ້າສົງ, ພວກເຖົ້າແກ່ແລະພວກອາຈານພຣະຄຳພີທັງຫລາຍກໍມາຮ່ວມປະຊຸມກັນ. 54.ເປໂຕກໍຕິດຕາມພຣະອົງໄປແຕ່ໄກ ຈົນຮອດເດີ່ນໃນວັງຂອງເຈົ້າຄະນະສົງ, ແລ້ວກໍນັ່ງຜີງໄຟກັບພວກຄົນໃຊ້. 55.ພວກຫົວໜ້າສົງແລະທີ່ປຶກສາສານສູງ ຊອກຫາຫລັກຖານໃສ່ຮ້າຍພຣະເຢຊູເຈົ້າ ເພື່ອຈະໄດ້ປະຫານຊີວິດພຣະອົງ, ແຕ່ບໍ່ເຫັນມີຫລັກຖານຫຍັງ. 56.ຕາມຈິງກໍມີຫລາຍຄົນອ້າງຫລັກຖານເທັດໃສ່ພຣະອົງ, ແຕ່ຫລັກຖານຂອງພວກເຂົາຂັດແຍ່ງກັນ. 57.ມີພະຍານເທັດລາງຄົນລຸກຂຶ້ນໃສ່ຮ້າຍພຣະອົງວ່າ: 58.“ພວກຂ້າພະເຈົ້າໄດ້ຍິນຄົນຜູ້ນີ້ເວົ້າວ່າ: ເຮົາຈະມ້າງພຣະວິຫານທີ່ສ້າງດ້ວຍມືຄົນນີ້, ແລ້ວຈະສ້າງພຣະວິຫານທີ່ບໍ່ແມ່ນດ້ວຍມືຄົນຂຶ້ນໃໝ່ພາຍໃນສາມວັນ”. 59.ແຕ່ຄຳໃຫ້ການຂອງພວກເຂົາກໍຍັງຂັດແຍ່ງກັນອີກ. 60.ເຈົ້າຄະນະສົງຈຶ່ງລຸກຂຶ້ນກາງສະພາແລະຖາມພຣະອົງວ່າ: “ທ່ານບໍ່ຕອບຫຍັງບໍ? ຄົນຊຸມນີ້ກ່າວຫາທ່ານເລື່ອງຫຍັງ?” 61.ແຕ່ພຣະເຢຊູເຈົ້າຊົງມິດຢູ່ ແລະບໍ່ຕອບຫຍັງ. ເຈົ້າຄະນະສົງຈຶ່ງຖາມພຣະອົງອີກວ່າ: “ທ່ານແມ່ນພຣະກຣິສໂຕ, ພຣະບຸດຂອງອົງຜູ້ສັກສິດບໍ?” 62.ພຣະເຢຊູເຈົ້າກ່າວຕອບວ່າ: “ແມ່ນແລ້ວ, ແລະທ່ານຈະໄດ້ເຫັນບຸດແຫ່ງມະນຸດປະທັບຢູ່ເບື້ອງຂວາຂອງອົງຜູ້ຊົງລິດ, ແລະສະເດັດມາເທິງເມກໃນທ້ອງຟ້າ”. 63.ເຈົ້າຄະນະສົງເລີຍຈີກເສື້ອຂອງຕົນ ພ້ອມທັງເວົ້າວ່າ: “ພວກເຮົາຍັງຕ້ອງການພະຍານຫຍັງອີກບໍ? 64.ພວກທ່ານເອງກໍໄດ້ຍິນຄຳປະໝາດປະຈານນີ້ແລ້ວ. ພວກທ່ານຈະຄຶດແນວໃດ?” ທຸກຄົນຕັດສິນວ່າພຣະອົງສົມຕ້ອງຕາຍ. 65.ແລ້ວລາງຄົນກໍລົງມືຖົ່ມນ້ຳລາຍໃສ່ພຣະອົງ, ເອົາແພປົກບັງພຣະພັກ, ຕົບຕີພ້ອມທັງເວົ້າວ່າ: “ເຊີນທວາຍເບິ່ງ!” ແລ້ວພວກຄົນໃຊ້ກໍພາກັນເຂົ້າຫຸ້ມຕີພຣະອົງ.

 

ເປໂຕປະຕິເສດ

66.ສ່ວນເປໂຕນັ້ນນັ່ງຢູ່ເດີ່ນທາງລຸ່ມ; ມີຍິງຄົນໃຊ້ຜູ້ໜຶ່ງຂອງເຈົ້າຄະນະສົງຍ່າງມາ, 67.ແນມເຫັນເປໂຕຜີງໄຟຢູ່, ຈຶ່ງເບິ່ງໜ້າລາວແລະເວົ້າວ່າ: “ເຈົ້າກໍເຄີຍຢູ່ກັບເຢຊູໄທນາຊາແຣັດດ້ວຍ!” 68ແຕ່ເປໂຕປະຕິເສດວ່າ: “ຂ້ອຍບໍ່ຈັກ ທັງບໍ່ເຂົ້າໃຈວ່າເຈົ້າເວົ້າຫຍັງ”. ແລ້ວເປໂຕກໍອອກໄປຢູ່ທີ່ຊຸ້ມປະຕູ; ທັນທີໄກ່ກໍຂັນ. 69.ຍິງຄົນໃຊ້ຜູ້ນັ້ນເຫັນເປໂຕ ກໍບອກກັບພວກຢູ່ທີ່ນັ້ນວ່າ: “ຜູ້ນີ້ກໍແມ່ນໝູ່ກັບພວກນັ້ນ”. ເປໂຕກໍປະຕິເສດອີກ. 70.ຕໍ່ມາຄາວໜຶ່ງ, ພວກຢູ່ທີ່ນັ້ນຈຶ່ງເວົ້າກັບເປໂຕວ່າ: “ເຈົ້າແມ່ນໝູ່ກັບພວກນັ້ນແທ້, ຍ້ອນເຈົ້າເປັນໄທກາລີເລ”. 71.ເປໂຕຈຶ່ງແຊ່ງສາບານວ່າ: “ຂ້ອຍບໍ່ຮູ້ຈັກຜູ້ເຈົ້າເວົ້ານັ້ນເລີຍ”. 72.ທັນທີໄກ່ກໍຂັນຂຶ້ນເປັນເທື່ອທີສອງ. ເປໂຕຈື່ຂໍ້ຄວາມທີ່ພຣະເຢຊູເຈົ້າໄດ້ບອກກັບຕົນວ່າ: “ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເປໂຕກໍຮ້ອງໄຫ້.