ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 13
ເລື່ອງສິ້ນພິພົບ
1.ເມື່ອພຣະເຢຊູເຈົ້າສະເດັດອອກຈາກພຣະວິຫານ, ສາວົກຄົນໜຶ່ງທູນພຣະອົງວ່າ: “ພຣະອາຈານ, ເຊີນເບິ່ງກ້ອນຫີນແລະຕຶກເຫລົ່ານີ້ເຖີດ!” 2.ພຣະເຢຊູເຈົ້າກ່າວວ່າ: “ເຈົ້າເຫັນຕຶກອັນຍິ່ງໃຫຍ່ນີ້ບໍ? ມັນຈະຖືກທຳລາຍພິນາດໝົດ, ຈົນບໍ່ມີກ້ອນຫີນເຫລືອຊ້ອນກັນ”. 3.ແລະເມື່ອພຣະອົງຊົງປະທັບນັ່ງຢູ່ໂນນສວນໝາກກອກຕໍ່ໜ້າພຣະວິຫານ, ເປໂຕ ຢາໂກເບ ຢວງແລະອັນເດຣ ທູນຖາມພຣະອົງຕ່າງຫາກວ່າ: 4.“ໂຜດບອກໃຫ້ພວກຂ້ານ້ອຍຮູ້ວ່າ ເລື່ອງນີ້ຈະເກີດຂຶ້ນຍາມໃດ ແລະແມ່ນຫຍັງຈະເປັນເຄື່ອງໝາຍບອກວ່າສິ່ງເຫລົ່ານີ້ຈະສຳເລັດໄປ?” 5.ພຣະເຢຊູເຈົ້າຈຶ່ງກ່າວວ່າ: “ລະວັງຢ່າໃຫ້ໃຜມາຕົວະຫລອກພວກເຈົ້າ. 6.ຈະມີຫລາຍຄົນມາໃນນາມຂອງເຮົາແລະເວົ້າວ່າ: “ແມ່ນຂ້າພະເຈົ້ານີ້ເອງ”, ແລະຈະທຳໃຫ້ຫລາຍຄົນຫລົງເຊື່ອ. 7.ເມື່ອພວກເຈົ້າໄດ້ຍິນເວົ້າເລື່ອງເສິກສົງຄາມ ແລະສຽງເລົ່າລືເຖິງເສິກສົງຄາມ, ພວກເຈົ້າຢ່າມີຄວາມຕົກໃຈ: ຈຳເປັນສິ່ງເຫລົ່ານີ້ຕ້ອງເປັນມາ, ແຕ່ຍັງບໍ່ແມ່ນວາລະສຸດທ້າຍດອກ. 8.ຊາດກັບຊາດ, ປະເທດກັບປະເທດຈະຂັດສູ້ກັນ, ຈະເກີດແຜ່ນດິນສະເທືອນຫວັ່ນໄຫວຢູ່ບ່ອນນັ້ນຢູ່ບ່ອນນີ້, ຈະເກີດຄວາມອຶດຢາກຕ່າງໆ. ນີ້ແຫລະແມ່ນຂັ້ນຕົ້ນແຫ່ງຄວາມເຈັບປວດຂອງການປະສູດ.
ພວກສາວົກຈະຖືກບັງບຽດ
9.“ພວກເຈົ້າກໍຈົ່ງເຝົ້າລະວັງ, ເຂົາຈະມອບຕົວພວກເຈົ້າໃຫ້ສານ, ພວກເຈົ້າຈະຖືກຂ້ຽນຕີໃນໂຮງທຳ, ຈະຕ້ອງຖືກເຂົານຳຕົວເຂົ້າຫາບັນດາຜູ້ວ່າລາດຊະການແລະບັນດາກະສັດຍ້ອນເຮົາ, ເພື່ອຢັ້ງຢືນເປັນພະຍານໃຫ້ເຮົາຕໍ່ໜ້າພວກເຂົາ. 10.ດ້ວຍວ່າກ່ອນໝົດ ຈຳເປັນຕ້ອງປະກາດພຣະວໍຣະສານໃຫ້ນານາຊາດຮູ້. 11.ແລະເມື່ອເຂົາເອົາພວກເຈົ້າໄປມອບ, ພວກເຈົ້າຢ່າເປັນຫ່ວງຄຶດຫາຂໍ້ຄວາມທີ່ຈະເວົ້າ, ແຕ່ໃຫ້ເວົ້າຕາມທີ່ຈະໄດ້ຮັບດົນໃຈໃນເວລານັ້ນ: ຍ້ອນວ່າບໍ່ແມ່ນພວກເຈົ້າດອກຈະເປັນຜູ້ປາກເວົ້າ, ແຕ່ແມ່ນອົງພຣະຈິດເຈົ້າ. 12.ອ້າຍຈະມອບນ້ອງໃຫ້ເຂົາຂ້າ, ພໍ່ຈະມອບລູກ, ລູກເຕົ້າຈະລຸກຂຶ້ນຕໍ່ສູ້ກັບພໍ່ແມ່ ແລະຈະໃຫ້ເຂົາຂ້າພໍ່ແມ່ຂອງຕົນ. 13.ຄົນທັງຫລາຍຈະຄຽດຊັງພວກເຈົ້າຍ້ອນນາມຂອງເຮົາ; ແຕ່ຜູ້ໃດຕັ້ງໝັ້ນຈົນວາລະສຸດທ້າຍ, ຜູ້ນັ້ນຈະເອົາຕົວຮອດ”.
ທຸກເວດທະນາອັນໃຫຍ່ຫລວງ
14.“ເມື່ອພວກເຈົ້າຈະໄດ້ເຫັນສິ່ງອຸຈາດບາດໃຈ ມາຕັ້ງຢູ່ທີ່ບໍ່ແມ່ນບ່ອນຂອງມັນ - ຜູ້ໃດອ່ານກໍໃຫ້ເຂົ້າໃຈເອົາເອງ -,ເວລານັ້ນ ຜູ້ໃດຢູ່ໃນແຂວງຢູດາກໍໃຫ້ໜີຂຶ້ນພູ. 15.ຜູ້ຢູ່ຫລັງຄາພຽງ ກໍຢ່າລົງມາເອົາຂອງໃນເຮືອນ. 16.ຜູ້ຢູ່ທົ່ງນາ ກໍຢ່າຫລົບຄືນເມືອເອົາເສື້ອຕຸ້ມ. 17.ເວນກຳແກ່ພວກທີ່ຖືພາຫລືລ້ຽງລູກອ່ອນໃນວັນເຫລົ່ານັ້ນ. 18.ຈົ່ງພາວະນາ ຂໍຢ່າໃຫ້ເຫດການນັ້ນເກີດຂຶ້ນໃນຍາມໜາວ. 19.ຍ້ອນວ່າໃນວັນເຫລົ່ານັ້ນ, ຈະເກີດມີຄວາມທຸກເວດທະນາຢ່າງໃຫຍ່ຫລວງ, ຢ່າງບໍ່ເຄີຍມີສະເໝີເໝືອນ, ຕັ້ງແຕ່ພຣະເປັນເຈົ້າສ້າງໂລກມາຈົນເຖິງບັດນີ້ ແລະຈະບໍ່ມີສະເໝີເໝືອນອີກຈັກເທື່ອໃນພາຍໜ້າ. 20.ແລະຖ້າພຣະເປັນເຈົ້າບໍ່ຫຍໍ້ວັນເຫລົ່ານັ້ນໃຫ້ສັ້ນເຂົ້າ, ກໍຈະບໍ່ມີໃຜເອົາຕົວຮອດໄດ້ສັກຄົນ. ແຕ່ຍ້ອນເຫັນແກ່ພວກເລືອກສັນ ພຣະອົງຈຶ່ງຫຍໍ້ວັນເຫລົ່ານັ້ນໃຫ້ສັ້ນເຂົ້າ. 21.ເວລານັ້ນ, ຖ້າໃຜບອກພວກເຈົ້າວ່າ: “ພຣະກຣິສໂຕຢູ່ບ່ອນນີ້, ຢູ່ບ່ອນນັ້ນ, ພວກເຈົ້າຢ່າເຊື່ອ. 22.ຍ້ອນວ່າຈະມີພຣະກຣິສໂຕເທັດທຽມ ແລະປະພາສົກເທັດທຽມປາກົດຕົວອອກມາ. ພວກນັ້ນຈະທຳການອັດສະຈັນແລະການແປກປະຫລາດຕ່າງໆ ເພື່ອຕົວະຫລອກບັນດາຜູ້ເລືອກສັນໃຫ້ຫລົງເຊື່ອ, ຫາກວ່າເປັນໄປໄດ້. 23.ສ່ວນພວກເຈົ້າ, ຈົ່ງລະວັງດີໆ, ເຮົາໄດ້ບອກໃຫ້ພວກເຈົ້າຮູ້ທຸກສິ່ງລ່ວງໜ້າແລ້ວ. 24.ໃນວັນເຫລົ່ານັ້ນ, ເມື່ອຄວາມທຸກເວດທະນາຜ່ານໄປແລ້ວ, ດວງຕາເວັນກໍຈະມືດມົວ, ດວງຈັນຈະດັບສູນແສງ, 25.ດວງດາວຈະຕົກຈາກຟ້າ ແລະອານຸພາບຢູ່ບົນທ້ອງຟ້າຈະພັງທະລາຍລົງ. 26.ແລ້ວຈະໄດ້ເຫັນບຸດແຫ່ງມະນຸດສະເດັດມາເທິງເມກ ພ້ອມດ້ວຍຣິດທານຸພາບແລະສີມຸງຄຸນ. 27.ພຣະອົງຈະສົ່ງເທວະດາໄປຮຽກໂຮມພວກເລືອກສັນຈາກສີ່ທິດ, ຈາກສຸດແຜ່ນດິນໄປຫາສຸດຂອບຟ້າ.
ວັນເວລາຂອງບຸດແຫ່ງມະນຸດ
28.“ຈົ່ງເອົາກົກເດື່ອມາເປັນຄວາມປຽບທຽບ. ເມື່ອມັນແຕກງ່າແລະປົ່ງໃບ, ພວກເຈົ້າກໍຮູ້ວ່າ ຍາມຮ້ອນໃກ້ຈະມາຮອດແລ້ວ. 29.ດັ່ງດຽວກັນ, ເມື່ອພວກເຈົ້າເຫັນເຫດການເຫລົ່ານີ້ເກີດເປັນມາ, ກໍຈົ່ງຮູ້ໄວ້ວ່າ ພຣະອົງນັ້ນມາໃກ້, ຢູ່ກັບປະຕູແລ້ວ. 30.ເຮົາບອກພວກເຈົ້າເປັນຄວາມຈິງວ່າ: ຄົນເຊັ່ນນີ້ຈະບໍ່ທັນຜ່ານພົ້ນໄປກ່ອນເຫດການເຫລົ່າຈະເປັນມາ. 31.ຟ້າແລະແຜ່ນດິນຈະຜ່ານພົ້ນໄປ, ແຕ່ວາຈາຂອງເຮົາຈະບໍ່ຜ່ານພົ້ນໄປເລີຍ. 32.ສ່ວນວັນໃດແລະເວລາໃດນັ້ນ, ບໍ່ມີໃຜຮູ້, ແມ່ນແຕ່ເທວະດາຢູ່ສະຫວັນກໍບໍ່ຮູ້, ແມ່ນແຕ່ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາເທົ່ານັ້ນຮູ້ຈັກ. 33.ຈົ່ງລະມັດລະວັງ, ຈົ່ງຕື່ນເຝົ້າ, ຍ້ອນພວກເຈົ້າບໍ່ຮູ້ວ່າ ເມື່ອໃດຈະເຖິງຍາມນັ້ນ. 34.ປຽບຄືຄົນຜູ້ໜຶ່ງອອກເດີນທາງໄປໄກ: ລາວໄດ້ປະເຮືອນຊານ, ໄດ້ມອບສິດໃຫ້ພວກຄົນໃຊ້, ແລະສັ່ງວຽກໃຫ້ແຕ່ລະຄົນ, ແລະເຕືອນຄົນເຝົ້າປະຕູໃຫ້ລະມັດລະວັງ. 35.ພວກເຈົ້າຈົ່ງຕື່ນເຝົ້າເຖີດ, ຍ້ອນບໍ່ຮູ້ວ່າເຈົ້າເຮືອນຈະຫລົບມາຍາມ ໃດ; ຈະແມ່ນຍາມແລງຫລືຍາມເດິກທ່ຽງຄືນ, ຍາມໄກ່ຂັນຫລືຍາມເຊົ້າກໍບໍ່ຮູ້. 36.ຢ້ານວ່າເມື່ອເພິ່ນມາຮອດຢ່າງກະທັນຫັນ, ກໍຈະເຫັນພວກເຈົ້ານອນຫລັບຢູ່. 37.ສິ່ງທີ່ເຮົາບອກພວກເຈົ້າ, ເຮົາກໍບອກທຸກຄົນວ່າ ຈົ່ງຕື່ນເຝົ້າຢູ່”.