ພຣະວໍຣະສານ ໂດຍນັກບຸນ ມັກໂກ

ພາກທີ 12

ຄວາມປຽບທຽບເລື່ອງພວກເຊົ່າສວນອະງຸ່ນ

1.ແລ້ວພຣະເຢຊູເຈົ້າກ່າວເປັນຄວາມປຽບທຽບວ່າ: “ຄົນຜູ້ໜຶ່ງໄດ້ທຳສວນອະງຸ່ນ, ໄດ້ເຮັດຮົ້ວອ້ອມ, ຂຸດອ່າງຢຽບໝາກອະງຸ່ນ ແລະສ້າງຫໍຄອຍໄວ້. ແລ້ວໄດ້ໃຫ້ຊາວສວນມາເຊົ່າ; ຕົວລາວເອງກໍອອກເດີນທາງໄປຕ່າງປະເທດ. 2.ເມື່ອເຖິງຍາມເກັບໝາກຜົນ, ລາວກໍສົ່ງຄົນໃຊ້ຜູ້ໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຂອງລາວ. 3.ແຕ່ພວກເຊົ່າສວນໄດ້ຈັບຄົນໃຊ້ຜູ້ນັ້ນຕີເຂົາ, ແລ້ວໄລ່ຄືນເມືອມືເປົ່າ. 4.ລາວສົ່ງຄົນໃຊ້ຜູ້ອື່ນໄປອີກ, ກໍຖືກພວກນັ້ນຕີຫົວແຕກ ແລະຖືກປ້ອຍດ່າຕ່າງໆນານາດ້ວຍ. 5.ເຈົ້າສວນສົ່ງຄົນໃຊ້ໄປອີກ, ກໍຖືກພວກເຊົ່າສວນຂ້າຕາຍ. ແລ້ວເຈົ້າສວນຍັງສົ່ງຄົນໃຊ້ໄປອີກຫລາຍຄົນ, ແຕ່ລາງພວກຖືກເຂົາທຸບຕີ, ລາງພວກຖືກພວກເຂົາຂ້າຖິ້ມ. 6.ຍັງເຫລືອແຕ່ຄົນດຽວ, ຄືລູກຊາຍທີ່ຮັກຂອງລາວ. ລາວຈຶ່ງສົ່ງໄປເປັນຄົນສຸດທ້າຍ ດ້ວຍຄຶດວ່າ: “ພວກນັ້ນຄົງຈະນັບຖືລູກຂອງເຮົາ.” 7.ແຕ່ພວກເຊົ່າສວນເວົ້າກັນວ່າ: “ນີ້ແຫລະຜູ້ສືບມໍລະດົກ, ຈົ່ງພາກັນໄປຂ້າມັນຖິ້ມ, ແລ້ວມໍລະດົກຂອງມັນຈະຕົກເປັນຂອງພວກເຮົາ.” 8.ແລ້ວພາກັນຈັບລູກຊາຍນັ້ນໄປຂ້າ, ແລະຖິ້ມສົບອອກນອກສວນ. 9.ເຈົ້າຂອງສວນຈະທຳຢ່າງໃດ? ເພິ່ນຈະມາແລະສັ່ງຂ້າພວກເຊົ່າສວນ, ແລ້ວເອົາສວນໃຫ້ພວກອື່ນເຊົ່າ. 10.ພວກເຈົ້າບໍ່ໄດ້ອ່ານຂໍ້ຄວາມນີ້ໃນ ພຣະຄຳພີບໍ? ຄືຫີນທີ່ພວກຊ່າງກໍ່ໂຍນຖິ້ມນັ້ນ ໄດ້ກາຍເປັນຫີນຈອດມຸມແລ້ວ. 11.ພຣະອົງເຈົ້າຊົງບັນດານໃຫ້ເປັນດັ່ງນີ້ ເກີນວ່າເປັນໜ້າພິດສະຫວົງແກ່ສາຍຕາຂອງພວກເຮົາ.” 12.ພວກນັ້ນກໍຫາທາງຈັບພຣະອົງ, ແຕ່ຍັງຢ້ານຝູງຊົນຢູ່. ພວກເຂົາຮູ້ດີວ່າ ພຣະອົງກ່າວຄວາມປຽບທຽບນີ້ສຽດໃສ່ພວກເຂົາ. ພວກເຂົາຈຶ່ງປະພຣະອົງ ແລ້ວໜີໄປ.

 

ເສຍສ່ວຍໃຫ້ເຈົ້າເຊຊາ

13.ຕໍ່ມາພວກເຂົາກໍໄດ້ສົ່ງພວກຟາຣີເຊວ ແລະລູກນ້ອງຂອງກະສັດເຮຣອດລາງຄົນມາເພື່ອຫາທາງຈັບຜິດພຣະອົງໃນຄຳເວົ້າ. 14.ພວກນີ້ເຂົ້າມາທູນພຣະອົງວ່າ: “ພຣະອາຈານເອີຍ ພວກຂ້ານ້ອຍຮູ້ວ່າທ່ານເປັນຄົນຊື່ກົງ, ບໍ່ຫ່ວງນຳຜູ້ໃດ, ບໍ່ເຫັນແກ່ຊັ້ນວັນນະໃດ. ແຕ່ທ່ານສັ່ງສອນເສັ້ນທາງຂອງພຣະເປັນເຈົ້າ. ຕາມຄວາມສັດຈິງ ມີອະນຸຍາດເສຍສ່ວຍໃຫ້ເຈົ້າເຊຊາຫລືບໍ່? ພວກຂ້ານ້ອຍຕ້ອງເສຍຫລືບໍ່ເສຍ?” 15.ແຕ່ພຣະເຢຊູເຈົ້າຊົງຮູ້ຈັກໃຈຄົດລ້ຽວຂອງພວກເຂົາ, ຈຶ່ງກ່າວວ່າ: “ເປັນຫຍັງຈຶ່ງແຕ່ງອຸບາຍເພື່ອຈັບຜິດເຮົາ? ເອົາເງິນມາໃຫ້ເຮົາຫລຽນໜຶ່ງເບິ່ງດູ.” 16.ພວກເຂົາກໍເອົາມາຖະຫວາຍ. ພຣະອົງຈຶ່ງຖາມວ່າ: “ຮູບແລະຕົວໜັງສືນີ້ເປັນຂອງຜູ້ໃດ?” ພວກເຂົາທູນຕອບວ່າ: “ແມ່ນຂອງເຈົ້າເຊຊາ”. 17.ພຣະອົງຈຶ່ງກ່າວວ່າ: “ຂອງເຈົ້າເຊຊາ, ກໍຈົ່ງສົ່ງຄືນໃຫ້ເຈົ້າເຊຊາ; ຂອງພຣະເປັນເຈົ້າ, ກໍຈົ່ງສົ່ງຄືນໃຫ້ພຣະເປັນເຈົ້າ.” ພວກນັ້ນກໍແປກປະຫລາດໃຈນຳພຣະອົງ.

 

ການກັບເປັນຄືນມາຂອງພວກຜູ້ຕາຍ

18.ມີພວກຊັດດູເຊວທີ່ບໍ່ເຊື່ອວ່າມີການກັບເປັນຄືນມາ ໄດ້ພາກັນມາຫາພຣະເຢຊູເຈົ້າ ພວກເຂົາທູນຖາມພຣະອົງວ່າ: 19.“ພຣະອາຈານ, ທ່ານໂມແຊໄດ້ສັ່ງພວກຂ້ານ້ອຍວ່າດັ່ງນີ້: ຖ້າຊາຍຜູ້ໜຶ່ງຕາຍໄປ, ປະພັນລະຍາເປັນໝ້າຍໂດຍບໍ່ມີລູກ, ກໍໃຫ້ນ້ອງຊາຍຂອງເຂົາເອົານາງໝ້າຍນັ້ນ ເພື່ອເກີດລູກສືບເຊື້ອສາຍຂອງຜູ້ຕາຍ. 20.ຍັງມີອ້າຍນ້ອງເຈັດຄົນ, ຄົນຕົ້ນແຕ່ງງານແລ້ວກໍຕາຍໂດຍບໍ່ມີລູກ; 21.ຜູ້ທີສອງແຕ່ງງານກັບນາງໝ້າຍແລ້ວຕາຍ, ບໍ່ມີລູກຄືກັນ. ຜູ້ທີສາມກໍທຳດັ່ງດຽວ. 22.ທັງເຈັດອ້າຍນ້ອງກໍຕາຍໂດຍບໍ່ມີລູກ. ແລະສຸດທ້າຍ ຜູ້ຍິງນັ້ນກໍຕາຍດ້ວຍ. 23.ເຖິງວັນກັບເປັນຄືນມາ, ເມື່ອພວກເຂົາຈະກັບເປັນຄືນມາ, ຍິງນັ້ນຈະເປັນພັນລະຍາຂອງໃຜ? ຍ້ອນທັງເຈັດກໍໄດ້ເອົານາງເປັນພັນລະຍາ?” 24.ພຣະເຢຊູເຈົ້າກ່າວຕອບວ່າ: “ບໍ່ແມ່ນພວກເຈົ້າເຂົ້າໃຈຜິດບໍ? ຍ້ອນພວກເຈົ້າບໍ່ເຂົ້າໃຈພຣະຄຳພີແລະຣິດທານຸພາບຂອງພຣະເປັນເຈົ້າ. 25.ຍ້ອນວ່າເມື່ອກັບເປັນຄືນມາຈາກພວກຜູ້ຕາຍແລ້ວ, ຈະບໍ່ເອົາຜົວເອົາເມຍອີກ, ແຕ່ຈະເປັນດັ່ງເທວະດາຢູ່ສະຫວັນ. 26.ສ່ວນເລື່ອງການກັບເປັນຄືນມານັ້ນ, ພວກເຈົ້າບໍ່ໄດ້ອ່ານໜັງສືຂອງທ່ານໂມແຊ, ບ່ອນເວົ້າເຖິງພຸ່ມໄມ້ບໍ? ພຣະເປັນເຈົ້າໄດ້ກ່າວກັບໂມແຊວ່າ: “ເຮົາເປັນພຣະເປັນເຈົ້າຂອງອາບຣາຮຳ, ພຣະເປັນເຈົ້າຂອງອີຊາອັກ ແລະພຣະເປັນເຈົ້າຂອງຢາກັອບ.” 27.ພຣະອົງບໍ່ໄດ້ເປັນພຣະເປັນເຈົ້າຂອງພວກຜູ້ຕາຍ, ແຕ່ເປັນພຣະເປັນເຈົ້າຂອງພວກຜູ້ເປັນ. ພວກເຈົ້າຫລົງຜິດຫລາຍແລ້ວ.”

 

ພຣະບັນຢັດທີໜຶ່ງ

28.ອາຈານພຣະຄຳພີຜູ້ໜຶ່ງໄດ້ຟັງການໂຕ້ຖຽງກັນ ແລະເຫັນວ່າພຣະອົງຕອບຖືກຕ້ອງ, ຈຶ່ງເຂົ້າມາທູນພຣະອົງວ່າ: “ໃນພຣະບັນຢັດທັງຫລາຍ ປະການໃດເປັນປະການທີໜຶ່ງ?” 29. ພຣະເຢຊູເຈົ້າກ່າວຕອບວ່າ: “ພຣະບັນຢັດປະການທີໜຶ່ງຄື: ອິສຣາແອນເອີຍ, ຈົ່ງຟັງເຖີດ! ພຣະອົງພຣະເປັນເຈົ້າຂອງພວກເຮົາແມ່ນພຣະເປັນເຈົ້າແຕ່ຜູ້ດຽວ. 30.ຈົ່ງຮັກພຣະອົງພຣະເປັນເຈົ້າຂອງເຈົ້າສຸດດວງໃຈ, ສຸດວິນຍານ, ສຸດສະຕິປັນຍາ ແລະສຸດເຫື່ອແຮງຂອງເຈົ້າເຖີດ. 31.ແລະປະການທີສອງຄື: ເຈົ້າຈົ່ງຮັກເພື່ອນມະນຸດຄືຮັກຕົວເຈົ້າເອງ. ບໍ່ມີພຣະບັນຢັດໃດໃຫຍ່ ກວ່າພຣະບັນຢັດສອງປະການນີ້.” 32.ອາຈານພຣະຄຳພີຈຶ່ງທູນວ່າ: “ອາຈານຕອບຖືກຕ້ອງດີແທ້ວ່າ ພຣະອົງມີແຕ່ຜູ້ດຽວ, ແລະບໍ່ມີພຣະເປັນເຈົ້າອື່ນອີກ. 33.ຮັກພຣະອົງສຸດດວງໃຈ, ສຸດສະຕິປັນຍາ ແລະສຸດເຫື່ອແຮງ, ກັບຮັກເພື່ອນມະນຸດຄືຮັກຕົວເອງ ດີກວ່າເຄື່ອງບູຊາແລະຂອງຖະຫວາຍທຸກແນວ.” 34.ພຣະເຢຊູເຈົ້າສັງເກດເຫັນວ່າ ເຂົາຕອບຢ່າງສະຫລາດ, ຈຶ່ງກ່າວວ່າ: “ເຈົ້າບໍ່ຢູ່ໄກອານາຈັກຂອງພຣະເປັນເຈົ້າດອກ.” ແລ້ວກໍບໍ່ມີໃຜກ້າມາຖາມພຣະອົງອີກ.

 

ພຣະກຣິສໂຕ, ບຸດພຣະອົງເຈົ້າ, ບຸດກະສັດດາວິດ

35.ພຣະເຢຊູເຈົ້າຊົງເທດສອນໃນພຣະວິຫານວ່າ: “ເຫດໃດພວກອາຈານພຣະຄຳພີຈຶ່ງວ່າ: ພຣະກຣິສໂຕເປັນບຸດຂອງກະສັດດາວິດ? 36.ກະສັດດາວິດເອງໄດ້ກ່າວໂດຍມີພຣະຈິດດົນໃຈວ່າ: “ພຣະອົງເຈົ້າກ່າວກັບພຣະອົງເຈົ້າຂອງຂ້າພະເຈົ້າວ່າ: ເຊີນປະທັບນັ່ງຢູ່ເບື້ອງຂວາຂອງເຮົາ ຈົນກວ່າເຮົາຈະທຳໃຫ້ພວກສັດຕູຂອງທ່ານເປັນຕັ່ງຮອງພະບາດຂອງທ່ານ.” 37.ເມື່ອກະສັດດາວິດເອງຮຽກພຣະກຣິສໂຕເປັນພຣະອົງເຈົ້າ, ພຣະກຣິສໂຕຈະເປັນບຸດຂອງກະສັດດາວິດໄດ້ຢ່າງໃດ?” ສ່ວນມະຫາຊົນກໍຟັງພຣະວາຈາຂອງພຣະອົງດ້ວຍຄວາມຊື່ນໃຈ.

 

ພວກອາຈານພຣະຄຳພີທຽມໃຈບຸນ

38.ພຣະເຢຊູເຈົ້າຊົງເທດສອນຕໍ່ໄປວ່າ: “ຈົ່ງລະວັງພວກອາຈານພຣະຄຳພີທີ່ມັກນຸ່ງເຄື່ອງຍາວຍ່າງໄປມາ, ມັກໃຫ້ຄົນສະແດງຄາລະວະຢູ່ຕາມສະໜາມຫລວງ, 39.ມັກນັ່ງຢູ່ແຖວໜ້າໃນໂຮງທຳ, ແລະຢູ່ຫົວໂຕະໃນງານລ້ຽງ. 40.ແມ່ນພວກເຂົານັ້ນເອງ ທີ່ແຫບແຫ້ນກິນຊັບພະສິ່ງຂອງຂອງພວກນາງໝ້າຍ, ພ້ອມທັງທຳທ່າສວດພາວະນາຍາວໆ. ຄົນພວກນັ້ນຈະຖືກຕັດສິນລົງໂທດໜັກກວ່າຄົນອື່ນໆ.”

 

ຂອງທານຂອງນາງໝ້າຍ

41.ເວລານັ້ນ ພຣະເຢຊູເຈົ້າປະທັບນັ່ງຢູ່ຊື່ກັບຕູ້ທານເງິນ ພຣະອົງເຫັນຝູງຊົນມາປ່ອນເງິນໃສ່ໃນຕູ້ທານ. ຄົນຮັ່ງມີຫລາຍຄົນກໍທານຢ່າງມາກມາຍ. 42.ມີຍິງໝ້າຍທຸກຈົນຜູ້ໜຶ່ງທານສອງອັດ ຄືວ່າໜຶ່ງໄພ. 43.ພຣະອົງຈຶ່ງຮຽກພວກສາວົກມາແລະກ່າວວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຍິງໝ້າຍທຸກຈົນຜູ້ນີ້ໄດ້ໃສ່ຕູ້ທານຫລາຍກວ່າໝົດທຸກຄົນ. 44.ຍ້ອນວ່າຜູ້ອື່ນທັງໝົດນັ້ນທານແຕ່ຂອງເຫລືອໃຊ້ ສ່ວນນາງ ນາງໄດ້ທານຕາມຊັບອັນຈຳເປັນທັງໝົດ ທີ່ນາງມີເພື່ອລ້ຽງຊີວິດ.”