ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 11
IV. ພາລະກິດຂອງພຣະເຢຊູເຈົ້າຢູ່ນະຄອນເຢຣູຊາແລມ
ຊົງສະເດັດເຂົ້ານະຄອນເຢຣູຊາແລມ
1.ເມື່ອພຣະເຢຊູເຈົ້າກັບພວກລູກສິດສະເດັດມາໃກ້ນະຄອນເຢຣູຊາແລມ ແລະມາເຖິງບ້ານເບທານີທີ່ຢູ່ຕີນພູໝາກກອກ, ພຣະອົງຊົງໃຊ້ລູກສິດສອງຄົນໄປ 2.ພ້ອມທັງສັ່ງວ່າ: “ຈົ່ງໄປບ້ານທີ່ຢູ່ຕໍ່ໜ້າພຸ້ນ, ເມື່ອໄປຮອດແລ້ວ ພວກເຈົ້າຈະເຫັນລູກລາລ່າມຢູ່. ລາຕົວນີ້ບໍ່ທັນມີໃຜເຄີຍຂີ່. ຈົ່ງແກ້ເອົາແລະຈູງມາໃຫ້ເຮົາ. 3.ຖ້າມີໃຜຖາມວ່າ: ເຮັດຫຍັງນັ້ນ? ກໍໃຫ້ຕອບເຂົາວ່າ: ພຣະອົງເຈົ້າຕ້ອງການ ແລະຈະເອົາຄືນມາສົ່ງໃຫ້ໃນໄວໆນີ້. 4.ພວກລູກສິດທັງສອງກໍພາກັນໄປ ແລະເຫັນລູກລາລ່າມຢູ່ໜ້າປະຕູນອກທາງ, ຈຶ່ງເຂົ້າໄປແກ້ເອົາ. 5.ໃນພວກທີ່ຢູ່ທີ່ນັ້ນ ມີລາງຄົນຮ້ອງຖາມວ່າ: “ແກ້ເອົາລາໄປເຮັດຫຍັງ?” 6.ພວກລູກສິດກໍຕອບຕາມທີ່ພຣະເຢຊູເຈົ້າໄດ້ສັ່ງ. ເຂົາເລີຍປະໃຫ້ແກ້ເອົາໄປ. 7.ແລ້ວລູກສິດທັງສອງກໍຈູງລູກລາມາຫາພຣະເຢຊູເຈົ້າ. ພວກເຂົາແກ້ເສື້ອຕຸ້ມຂອງຕົນມາປູເທິງຫລັງມັນ ແລ້ວເຊີນພຣະເຢຊູເຈົ້າສະເດັດປະທັບນັ່ງ. 8.ຫລາຍໆຄົນແກ້ເສື້ອຕຸ້ມຂອງຕົນມາປູລົງຕາມທາງສະເດັດ. ລາງຄົນກໍເອົາກິ່ງໄມ້ທີ່ຕັດມາແຕ່ທົ່ງປູຢາຍຕາມທາງ. 9.ຝູງຄົນທີ່ແຫ່ຢູ່ທາງໜ້າແລະທາງຫລັງ ພ້ອມກັນໂຮຮ້ອງວ່າ: “ໂຮຊັນນາ! ຂໍຖະຫວາຍພອນແດ່ທ່ານຜູ້ສະເດັດມາ ເດຊະພຣະນາມຂອງພຣະອົງເຈົ້າ. 10.ຂໍຖະຫວາຍພອນໃຫ້ລາດຊະອານາຈັກຂອງພະຍາດາວິດ ບັນພະບຸຣຸດຂອງພວກເຮົາ ທີ່ກຳລັງຈະມາເຖິງ. ໂຮຊັນນາຢູ່ສະຫວັນສູງສຸດ”. 11.ພຣະເຢຊູເຈົ້າສະເດັດເຂົ້ານະຄອນເຢຣູຊາແລມ, ແລ້ວຈຶ່ງເຂົ້າໄປໃນພຣະວິຫານ. ເມື່ອໄດ້ຊົງທອດພຣະເນດທຸກສິ່ງທຸກຢ່າງ, ແລະເວລາກໍສວາຍແລ້ວ, ພຣະອົງຈຶ່ງສະເດັດອອກໄປບ້ານເບທານີພ້ອມກັບສາວົກທັງສິບສອງ.
ຊົງສາບແຊ່ງກົກເດື່ອ
12.ມື້ຕໍ່ມາ ເວລາພຣະອົງສະເດັດອອກຈາກບ້ານເບທານີ, ພຣະອົງຮູ້ສຶກຫີວ. 13.ຊົງທອດພຣະເນດແຕ່ໄກໆເຫັນກົກເດື່ອກົກໜຶ່ງມີໃບຢູ່; ພຣະອົງຈຶ່ງເຂົ້າໄປເບິ່ງວ່າຈະມີໝາກຫລືບໍ່. ແຕ່ເມື່ອເຂົ້າໄປເຖິງໃກ້ໆແລ້ວ ກໍເຫັນມີແຕ່ໃບ, ຍ້ອນວ່າບໍ່ທັນເຖິງລະດູມີໝາກ. 14.ພຣະອົງຈຶ່ງກ່າວບອກກົກເດື່ອວ່າ: “ຢ່າໃຫ້ມີໃຜໄດ້ກິນໝາກຂອງເຈົ້າອີກເລີຍ.” ພວກສາວົກກໍໄດ້ຍິນວາຈານີ້.
ຊົງຂັບໄລ່ພວກພໍ່ຄ້າອອກຈາກພຣະວິຫານ
15.ພຣະອົງສະເດັດໄປເຖິງນະຄອນເຢຣູຊາແລມພ້ອມກັບພວກສາວົກ. ພໍສະເດັດເຂົ້າໃນ ພຣະວິຫານ, ພຣະອົງກໍລົງມືຂັບໄລ່ພວກຊື້ສິ່ງຂາຍຂອງຢູ່ທີ່ນັ້ນອອກໜີ. ພຣະອົງຄວ່ຳໂຕະຂອງພວກປ່ຽນເງິນ, ແລະຕັ່ງຂອງພວກຂາຍນົກກາງແກ. 16.ແລະບໍ່ຍອມໃຫ້ໃຜແບກເຄື່ອງຂອງຜ່ານພຣະວິຫານໄປ. 17.ພຣະອົງໄດ້ກ່າວສອນພວກເຂົາວ່າ: “ບໍ່ໄດ້ມີຂຽນໄວ້ບໍວ່າ: ທີ່ພຳນັກຂອງເຮົາຈະມີຊື່ວ່າ ເປັນບ່ອນສວດພາວະນາສຳລັບນານາຊາດ? ສ່ວນພວກເຈົ້າ ພວກເຈົ້າໄດ້ໃຊ້ເປັນບ່ອນລີ້ຊ່ອນຂອງພວກໂຈນຜູ້ຮ້າຍ.” 18.ພໍໄດ້ຍິນດັ່ງນີ້ ພວກຫົວໜ້າສົງແລະພວກອາຈານພຣະຄຳພີ ກໍຊອກຫາທາງເພື່ອປະຫານພຣະອົງ; ແຕ່ຍັງຈຽມພຣະອົງຢູ່, ຍ້ອນປະຊາຊົນກຳລັງນິຍົມຊົມຊອບຄຳສັ່ງສອນຂອງພຣະອົງ. 19.ພໍຕົກຄ່ຳ, ພຣະອົງກໍສະເດັດອອກຈາກພະນະຄອນ.
ຄວາມເຊື່ອແລະຄຳພາວະນາ
20.ໃນເວລາເດີນກາຍມາຍາມເຊົ້າ, ພວກສາວົກໄດ້ເຫັນກົກເດື່ອຫ່ຽວແຫ້ງຈົນເຖິງຮາກ. 21.ເປໂຕຈື່ໄດ້ ຈຶ່ງທູນພຣະອົງວ່າ: “ພຣະອາຈານ, ເຫັນບໍກົກເດື່ອທີ່ພຣະອາຈານແຊ່ງ ວານນີ້ຫ່ຽວແຫ້ງໄປແລ້ວ?” 22.ພຣະເຢຊູເຈົ້າກ່າວຕອບວ່າ: “ຈົ່ງເຊື່ອເຖິງພຣະເປັນເຈົ້າເຖີດ. 23.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ຖ້າຜູ້ໃດມີຄວາມເຊື່ອແລະບໍ່ລັງເລໃຈເລີຍ ຈະບອກພູໜ່ວຍນີ້ວ່າ: “ຈົ່ງຖອນຕົວຂຶ້ນ ແລະໂດດໄປຢູ່ທະເລພຸ້ນ”, ກໍຈະເປັນໄປໄດ້. 24.ດ້ວຍເຫດນີ້, ເຮົາບອກພວກເຈົ້າວ່າ: ທຸກສິ່ງທີ່ພວກເຈົ້າພາວະນາວອນຂໍ, ຈົ່ງເຊື່ອວ່າຈະໄດ້ຮັບ ແລ້ວພວກເຈົ້າກໍຈະໄດ້ຮັບຈິງແທ້. 25.ເມື່ອພວກເຈົ້າຢືນຂຶ້ນພາວະນາ, ຖ້າເຫັນວ່າຕົນຍັງມີແນວໜຶ່ງບໍ່ຖືກກັບຜູ້ອື່ນ, ກໍຈົ່ງໂຜດຜິດໃຫ້ເຂົາເສຍກ່ອນ ເພື່ອໃຫ້ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນ ໂຜດຜິດໃຫ້ພວກເຈົ້າດ້ວຍ.” (26) (ຖ້າພວກເຈົ້າບໍ່ຍອມໂຜດຄວາມຜິດໃຫ້ຊາວມະນຸດ, ພຣະບິດາຂອງພວກເຈົ້າກໍຈະບໍ່ໂຜດຄວາມຜິດໃຫ້ພວກເຈົ້າເລີຍ)
ສິດອຳນາດຂອງພຣະເຢຊູເຈົ້າ
27.ພຣະເຢຊູເຈົ້າສະເດັດມານະຄອນເຢຣູຊາແລມພ້ອມກັບພວກສາວົກອີກ. ເວລາພຣະອົງກຳລັງເດີນຢູ່ໃນພຣະວິຫານ, ພວກຫົວໜ້າສົງ, ພວກອາຈານພຣະຄຳພີ ແລະພວກເຖົ້າແກ່ ພາກັນເຂົ້າມາຫາ, 28.ແລະຖາມພຣະອົງວ່າ: “ທ່ານເອົາສິດມາແຕ່ໃສເພື່ອກະທຳສິ່ງເຫລົ່າ ນີ້? ແລະຜູ້ໃດມອບສິດໃຫ້ທ່ານກະທຳດັ່ງນີ້?” 29.ພຣະເຢຊູເຈົ້າຕອບວ່າ: “ເຮົາຂໍຖາມພວກເຈົ້າແນວໜຶ່ງ; ຈົ່ງຕອບເຮົາ, ແລ້ວເຮົາຈະບອກວ່າ ເຮົາເອົາສິດມາແຕ່ໃສເພື່ອກະທຳດັ່ງນີ້. 30.ພິທີລ້າງຂອງທ່ານຢວງມາຈາກສະຫວັນຫລືມາຈາກຄົນ? ເຊີນຕອບເບິ່ງ.” 31.ພວກເຂົາພາກັນຄຶດໃນໃຈວ່າ: “ຖ້າພວກເຮົາວ່າມາຈາກສະຫວັນ ເພິ່ນກໍຈະເວົ້າວ່າ ເປັນຫຍັງພວກເຈົ້າບໍ່ໄດ້ເຊື່ອທ່ານຢວງ. 32.ກົງກັນຂ້າມ ຖ້າພວກເຮົາຈະຕອບວ່າ ມາຈາກຄົນບໍ?”... ພວກເຂົາກໍຢ້ານປະຊາຊົນ, ຍ້ອນວ່າຄົນທັງຫລາຍຖືເອົາທ່ານຢວງເປັນປະພາສົກແທ້ອົງໜຶ່ງ. 33.ພວກເຂົາຈຶ່ງທູນຕອບພຣະອົງວ່າ: “ພວກຂ້ານ້ອຍບໍ່ຮູ້ຈັກ.” ພຣະເຢຊູເຈົ້າເລີຍກ່າວວ່າ: “ເຮົາຄືກັນ, ເຮົາກໍບໍ່ບອກພວກເຈົ້າວ່າ ເຮົາເອົາສິດມາແຕ່ໃສເພື່ອກະທຳດັ່ງນີ້.”