ພຣະວໍຣະສານ ໂດຍນັກບຸນ ມັກໂກ
ພາກທີ 1
I. ຕຽມພາລະກິດຂອງພຣະເຢຊູເຈົ້າ
ຢວງບັບຕິສຕາອອກເທດສະໜາ
1.ເລີ່ມຕົ້ນພຣະວໍຣະສານກ່ຽວເຖິງພຣະເຢຊູກຣິສໂຕພຣະບຸດຂອງພຣະເຈົ້າ. 2.ຕາມທີ່ໄດ້ຂຽນໄວ້ໃນໜັງສືຂອງປະພາສົກອີຊາຢາວ່າ: “ນັ້ນເດ, ເຮົາສົ່ງຜູ້ຖືສານຂອງເຮົາໄປຕຽມທາງໄວ້ລ່ວງໜ້າທ່ານ. 3.ມີສຽງຮ້ອງເຕືອນໃນທີ່ປ່ຽວວ່າ: “ຈົ່ງຈັດຕຽມເສັ້ນທາງຂອງພຣະອົງເຈົ້າໃຫ້ຮາບພຽງ”. 4.ຢວງບັບຕິສຕາໄດ້ປາກົດຕົວຢູ່ທີ່ປ່ຽວ ແລະເທດສະໜາເລື່ອງພິທີລ້າງ ເຕືອນໃຫ້ເປັນທຸກກັບໃຈເພື່ອຈະໄດ້ຮັບການອະໄພໂທດໂຜດບາບ. 5.ທົ່ວແຂວງຢູເດແລະຊາວນະຄອນເຢຣູຊາແລມທັງໝົດພາກັນມາຫາຢວງ ແລະຮັບພິທີລ້າງຈາກທ່ານຢູ່ແມ່ນ້ຳຢໍແດນ ດ້ວຍສາຣະພາບບາບຂອງຕົນ. 6.ຢວງນຸ່ງຫົ່ມດ້ວຍໜັງອູດ, ຮັດແອວດ້ວຍເຊືອກໜັງ, ກິນຕັກແຕນແລະນ້ຳເຜິ້ງປ່າເປັນອາຫານ. 7.ທ່ານເທດສະໜາວ່າ: “ຜູ້ມາຕາມຫລັງຂ້າພະເຈົ້າ ຊົງລິດອຳນາດກວ່າຂ້າພະເຈົ້າ, ຂ້າພະເຈົ້າເອງບໍ່ສົມກົ້ມລົງແກ້ສາຍເກີບຂອງເພິ່ນຊ້ຳ. 8. ຂ້າພະເຈົ້າໄດ້ຊຳຣະພວກທ່ານດ້ວຍນ້ຳ, ສ່ວນເພິ່ນຜູ້ນັ້ນຈະຊຳຣະລ້າງພວກທ່ານດ້ວຍພຣະຈິດເຈົ້າ”.
ພຣະເຢຊູເຈົ້າຊົງຮັບພິທີລ້າງ
9.ເວລານັ້ນ ພຣະເຢຊູເຈົ້າສະເດັດຈາກບ້ານນາຊາແຣັດແຂວງຄາລີເລ ແລະຊົງຮັບພິທີລ້າງຈາກຢວງຢູ່ແມ່ນ້ຳຢໍແດນ. 10.ເມື່ອສະເດັດຂຶ້ນຈາກນ້ຳແລ້ວ ພຣະອົງກໍແລເຫັນທ້ອງຟ້າຍະອອກ ແລະເຫັນພຣະຈິດເຈົ້າສະເດັດລົງມາສະຖິດຢູ່ເໜືອພຣະອົງເປັນຮູບນົກກາງແກ 11.ແລະມີສຽງດັງມາຈາກຟ້າວ່າ: “ທ່ານແມ່ນບຸດສຸດທີ່ຮັກຂອງເຮົາ ເຮົາພໍພຣະໄທນຳທ່ານເປັນຢ່າງຍິ່ງ”.
ພຣະເຢຊູເຈົ້າຢູ່ທີ່ປ່ຽວ
12.ແລ້ວທັນໃດນັ້ນ ພຣະຈິດເຈົ້າຊົງພາພຣະອົງສະເດັດໄປໃນທີ່ປ່ຽວ. 13.ພຣະອົງໄດ້ປະທັບຢູ່ທີ່ປ່ຽວເປັນໝູ່ກັບສັດປ່າ ເປັນເວລາສີ່ສິບວັນ. ຊົງຖືກຜີຊາຕານມາຫລອກຫລວງ ແລະມີເທວະດາມາຮັບໃຊ້ພຣະອົງ.
II. ພາລະກິດຂອງພຣະເຢຊູເຈົ້າຢູ່ແຂວງຄາລີເລ
ພຣະເຢຊູເຈົ້າເລີ່ມເທດສະໜາ
14.ເມື່ອຢວງໄດ້ຖູກຈັບແລ້ວ, ພຣະເຢຊູເຈົ້າກໍສະເດັດມາແຂວງຄາລີເລ ເພື່ອປະກາດພຣະວໍຣະສານຂອງພຣະເຈົ້າວ່າ: 15.“ເຖິງກຳນົດແລ້ວ ແລະອານາຈັກຂອງພຣະເຈົ້າກໍໃກ້ເຂົ້າມາແລ້ວດ້ວຍ. ຈົ່ງເປັນທຸກກັບໃຈ ແລະເຊື່ອພຣະວໍຣະສານເຖີດ.”
ຮຽກອັກຄະສາວົກສີ່ອົງຕົ້ນ
16.ເມື່ອສະເດັດເລາະຝັ່ງທະເລຄາລີເລ, ພຣະອົງໄດ້ເຫັນຊີມອນແລະອັນເດຣຜູ້ນ້ອງ ກຳລັງຕຶກແຫຢູ່ທະເລ, ຍ້ອນທັງສອງເປັນຊາວປະມົງ. 17.ພຣະເຢຊູເຈົ້າກ່າວກັບທັງສອງວ່າ: “ຈົ່ງຕິດຕາມເຮົາມາ, ເຮົາຈະໃຫ້ພວກເຈົ້າເປັນຊາວປະມົງຫາຄົນ”. 18.ທັນທີທັງສອງກໍປະແຫແລະຕິດຕາມພຣະເຢຊູເຈົ້າໄປ. 19.ພໍສະເດັດໄປໄກນ້ອຍໜຶ່ງ, ພຣະອົງກໍເຫັນຢາໂກເບ, ລູກຂອງເຊເບເດ ແລະຢວງຜູ້ນ້ອງ ກຳລັງຝູງມອງຢູ່ໃນເຮືອ. 20.ແລະພຣະອົງຊົງຮຽກພວກເຂົາໂລດ. ພວກເຂົາກໍໄດ້ປະເຊເບເດຜູ້ເປັນພໍ່ແລະພວກລູກຈ້າງໄວ້ຢູ່ໃນເຮືອ, ແລ້ວຕິດຕາມພຣະອົງໄປ. 21.ພຣະອົງເຂົ້າໃນເມືອງກາຟາກນາອຸມພ້ອມກັບພວກສາວົກ. ພໍເຖິງວັນພຣະ ພຣະອົງກໍສະເດັດເຂົ້າໃນໂຮງທຳແລະລົງມືເທດສອນພວກເຂົາ. 22.ພວກທີ່ໄດ້ຍິນໄດ້ຟັງມີຄວາມພິດສະຫວົງງົງງຶດໃນຄຳສັ່ງສອນຂອງພຣະອົງ ຍ້ອນພຣະອົງເທດສອນຢ່າງຜູ້ມີສິດອຳນາດ ຕ່າງກັບພວກອາຈານພຣະຄຳພີ.
ຄົນຖືກຜີຊົ່ວຮ້າຍສິງຢູ່ກາຟາກນາອຸມ
23.ພໍດີເວລານັ້ນຢູ່ໂຮງທຳ ມີຄົນຜູ້ໜຶ່ງຖືກຜີຊົ່ວຮ້າຍສິງ. ມັນຮ້ອງສຽງດັງວ່າ: 24.“ເຢຊູຊາວນາຊາແຣັດ, ທ່ານມາກ່ຽວກວນເຮົາຫຍັງ? ທ່ານມາທຳໃຫ້ເຮົາພິນາດບໍ? ເຮົາຮູ້ແລ້ວວ່າທ່ານແມ່ນຜູ້ໃດ: ທ່ານແມ່ນຜູ້ສັກສິດຂອງພຣະເປັນເຈົ້າ.” 25.ພຣະເຢຊູເຈົ້ານາບຂູ່ມັນວ່າ: “ຈົ່ງມິດແລະອອກຈາກຄົນນີ້.” 26.ຜີຊົ່ວຮ້າຍກໍເຮັດໃຫ້ຄົນນັ້ນຊັກດິ້ນຢ່າງແຮງ, ແລ້ວກໍອອກໜີດ້ວຍຮ້ອງສຽງດັງ. 27.ໝົດທຸກຄົນມີຄວາມຕົກໃຈ ຖາມກັນວ່າ: “ແມ່ນແນວໃດນີ້? ເຫັນບໍຄຳສອນແບບໃໝ່ທີ່ປະກາດຢ່າງມີສິດອຳນາດແທ້! ແມ່ນຈະສັ່ງບັງຄັບພວກຜີຊົ່ວຮ້າຍ ມັນກໍຟັງ.” 28.ທັນທີຊື່ສຽງຂອງພຣະອົງກໍຊ່າລືໄປທົ່ວທຸກບ່ອນໃນແຂວງຄາລີເລ.
ຊົງປິ່ນປົວແມ່ເຖົ້າຂອງເປໂຕ
29.ອອກຈາກໂຮງທຳເມືອງກາຟາກນາອຸມແລ້ວ, ພຣະອົງສະເດັດໄປເຮືອນຂອງຊີມອນແລະອັນເດຣ ພ້ອມທັງຢາໂກເບແລະຢວງ. 30.ເວລານັ້ນແມ່ເຖົ້າຂອງຊີມອນນອນເປັນໄຂ້ຢູ່. ເຂົາເລີຍທູນໃຫ້ພຣະອົງຊາບ. 31.ພຣະອົງຈຶ່ງເຂົ້າໄປຫາຜູ້ປ່ວຍ, ຈັບມືແລະສັ່ງໃຫ້ລຸກຂຶ້ນ. ທັນທີລາວກໍດີໄຂ້ແລະຈັດການຕ້ອນຮັບພຣະອົງ.
ຊົງປິ່ນປົວຄົນເຈັບໂຊຕ່າງໆ
32.ເມື່ອເຖິງຄ່ຳ ເວລາຕາເວັນຕົກແລ້ວ, ມີຄົນພາພວກເຈັບໂຊແລະຖືກຜີສິງມາຫາ ພຣະອົງ. 33.ຄົນໝົດເມືອງພາກັນມາໂຮມໜາແໜ້ນຢູ່ໜ້າປະຕູ. 34.ພຣະອົງໄດ້ຊົງປິ່ນປົວ ໃຫ້ຫລາຍຄົນຫາຍດີຈາກພະຍາດຕ່າງໆ. ພຣະອົງໄດ້ໄລ່ຜີອອກຢ່າງຫລວງຫລາຍດ້ວຍ. ແຕ່ພຣະອົງບໍ່ໄດ້ອະນຸຍາດໃຫ້ພວກມັນປາກເວົ້າ, ຍ້ອນພວກມັນຮູ້ວ່າພຣະອົງແມ່ນຜູ້ໃດແລ້ວ.
ຄຳພາວະນາຂອງພຣະເຢຊູເຈົ້າ
35.ຮອດມື້ເຊົ້າ ພຣະອົງກໍຊົງລຸກຂຶ້ນກ່ອນແຈ້ງ, ສະເດັດອອກໄປບ່ອນສອກຫລີກ ແລະຊົງພາວະນາຢູ່ທີ່ນັ້ນ. 36.ຊີມອນແລະພວກໝູ່ພາກັນໄປຊອກຫາພຣະອົງ. 37.ພົບເຫັນພຣະອົງແລ້ວ, ຈຶ່ງທູນວ່າ: “ໃຜໆກໍຊອກຫາພຣະອົງ.” 38.ພຣະເຢຊູເຈົ້າກ່າວຕອບວ່າ: “ຈົ່ງພາກັນໄປບ່ອນອື່ນ, ໄປຕາມບ້ານເມືອງໃກ້ຖັດນີ້, ເພື່ອເຮົາຈະໄດ້ເທດສອນ, ຍ້ອນເຮົາມາເພື່ອວຽກການນີ້.” 39.ແລ້ວກໍສະເດັດໄປເທດສອນຕາມໂຮງທຳຕ່າງໆທົ່ວແຂວງຄາລີເລ ແລະໄລ່ຜີປີສາດດ້ວຍ.
ຊົງປິ່ນປົວຄົນຂີ້ທູດ
40.ຄົນຂີ້ທູດຜູ້ໜຶ່ງມາຫາພຣະອົງ ແລະຂາບທູນວ່າ: “ຖ້າພຣະອົງພໍພຣະໄທ, ພຣະອົງກໍທຳໃຫ້ຂ້ານ້ອຍຫາຍດີໄດ້.” 41.ພຣະອົງຮູ້ສຶກສົງສານເຂົາ, ຈຶ່ງຍື່ນພະຫັດຈັບບາຍແລະກ່າວວ່າ: “ເຮົາພໍໃຈ, ຈົ່ງຫາຍດີເຖີດ.” 42.ທັນທີຂີ້ທູດກໍຫາຍສູນໄປ ແລະຄົນນັ້ນກໍດີພະຍາດ. 43.ແລ້ວພຣະອົງກໍບອກເຂົາໜີ ພ້ອມສັ່ງຫ້າມເຂົາຢ່າງເຄັ່ງຄັດວ່າ: 44.“ລະວັງຢ່າບອກໃຜໝົດ, ແຕ່ໃຫ້ໄປສະເໜີຕົວຕໍ່ພຣະສົງ, ແລະຖະຫວາຍຂອງບູຊາຕາມທີ່ທ່ານໂມແຊໄດ້ກຳໜົດໄວ້ ເພື່ອເປັນຫລັກຖານຢືນຢັນແກ່ພວກເຂົາ.” 45.ພໍແຕ່ໄປຫວິດ, ຄົນນັ້ນກໍຮ້ອງປ່າວປະກາດຂ່າວນັ້ນ, ຈົນພຣະເຢຊູເຈົ້າສະເດັດເຂົ້າເມືອງຢ່າງເປີດເຜີຍບໍ່ໄດ້. ພຣະອົງຈຶ່ງປະທັບເຊົາຢູ່ບ່ອນສອກຫລີກນອກເມືອງ. ແຕ່ຄົນຈາກທຸກທິດທຸກທາງກໍພາກັນຫລັ່ງໄຫລມາຫາພຣະອົງ.