ຈົດໝາຍ ຂຽນເຖິງ ສັດຕະບຸລຸດຊາວເຮເບີຣ
ພາກທີ 9
ການສັກກາລະບູຊາແບບເກົ່າ
1ພຣະສັນຍາເດີມກໍມີກົດເກນກ່ຽວກັບພິທີກຳ ແລະມີວິຫານຢູ່ແຜ່ນດິນ. 2ດ້ວຍວ່າໄດ້ສ້າງຜາມຂຶ້ນໜຶ່ງຫລັງ. ຫ້ອງນອກທີ່ເອີ້ນວ່າສະຖານສັກສິດ ມີຕີນທຽນ, ໂຕະແລະປັງບູຊາ. 3ຕໍ່ຈາກນັ້ນ ຫລັງຜ້າກັ້ງຜືນທີສອງ ມີຫ້ອງທີ່ເອີ້ນວ່າ ສະຖານຍອດສັກສິດ. 4ມີແທ່ນເປັນດ້ວຍຄຳເພື່ອເຜົາຍານ, ມີຫີບພຣະສຳພັນໄມຕີໂອບດ້ວຍຄຳ. ໃນຫີບນັ້ນ ມີຂັນໃສ່ມັນນາໄວ້, ມີຄ້ອນເທົ້າຂອງອາອາຣອນທີ່ອອກດອກ ແລະແຜ່ນສີລາຈາລຶກພຣະສັນຍາ. 5ຢູ່ເທິງຫີບນັ້ນມີຮູບເກຣູບິມແຫ່ງຄວາມຮຸ່ງເຮືອງ ຜຶ່ງປີກມາປົກຄຸມບັນລັງແຫ່ງພະກະລຸນາ. ແຕ່ຢູ່ນີ້ ຈະເວົ້າໃຫ້ລະອຽດລະອໍບໍ່ໄດ້. 6ເມື່ອຈັດຕຽມທຸກສິ່ງໄວ້ດັ່ງນີ້ແລ້ວ, ພວກພຣະສົງກໍເຂົ້າໄປປະກອບພິທີຢູ່ຫ້ອງນອກນັ້ນຢູ່ທຸກຍາມ 7ສ່ວນຢູ່ຫ້ອງທີສອງນັ້ນ, ມີແຕ່ມະຫາສົງຜູ້ດຽວ ເຂົ້າໄປປີລະເທື່ອເທົ່ານັ້ນ, ແລະຍັງຕ້ອງເອົາເລືອດເຂົ້າໄປຖະຫວາຍ ເພື່ອໃຊ້ໂທດຄວາມຜິດຂອງຕົນເອງແລະຂອງປະຊາຊົນດ້ວຍ. 8ດັ່ງນີ້ ພຣະຈິດເຈົ້າຈຶ່ງສຳແດງໃຫ້ເຫັນວ່າ ຍາມໃດຍັງມີຫ້ອງນອກຢູ່ ກໍບໍ່ມີໃຜສາມາດເຂົ້າໄປໃນສະຖານຍອດສັກສິດໄດ້. 9ຫ້ອງນອກນັ້ນເປັນສັນຍາລັກແຫ່ງສະໄໝປັດຈຸບັນ, ຂອງຖະຫວາຍແລະບູຊາຍັນທີ່ທຳກັນຢູ່ທີ່ນັ້ນ ບໍ່ສາມາດພາຜູ້ທີ່ທຳການສັກກະລະບູຊາ ໄປເຖິງຄວາມດີພາຍໃນໄດ້ຢ່າງສົມບູນ. 10ຍ້ອນເປັນແຕ່ເລື່ອງຂອງກິນຂອງດື່ມ ແລະການຊຳຣະລ້າງຕ່າງໆ ອັນເປັນຈາຮີດພິທີພາຍນອກ ທີ່ຖືເອົາໄວ້ ຈົນກວ່າຈະມີການປ່ຽນແປງໃໝ່.
ສິນບູຊາຂອງພຣະກຣິສໂຕເຈົ້າ
11ສ່ວນພຣະກຣິສໂຕ, ພຣະອົງໄດ້ສະເດັດມາໃນຖານະເປັນມະຫາສົງ ຜູ້ຈະບັນດານຄວາມສຸກໃນພາຍໜ້າ. ພຣະອົງໄດ້ສະເດັດຜ່ານຜາມໄຊອັນຍິ່ງໃຫຍ່ ແລະສັກສິດບໍລິບູນກວ່າ ຊຶ່ງບໍ່ແມ່ນມືມະນຸດສ້າງຂຶ້ນ, ຄືວ່າ ບໍ່ແມ່ນຜາມໄຊແຫ່ງໂລກນີ້. 12ພຣະອົງໄດ້ສະເດັດເຂົ້າສະຖານສັກສິດແຕ່ເທື່ອດຽວ, ບໍ່ແມ່ນເອົາເລືອດແບ້ ຫລືເລືອດງົວໄປນຳ, ແຕ່ເອົາພຣະໂລຫິດຂອງພຣະອົງເອງ. ດັ່ງນີ້ ພຣະອົງຈຶ່ງນຳເອົາການກູ້ໄຖ່ນິຣັນດອນມາໃຫ້ພວກເຮົາ. 13ດັ່ງນີ້ ຖ້າວ່າເລືອດແບ້, ເລືອດງົວ ແລະເທົ່າງົວແມ່ທີ່ເພິ່ນຊິດໃສ່ຄົນເປື້ອນໝອງນັ້ນ ສາມາດທຳໃຫ້ເຂົາສັກສິດ ດ້ວຍບັນດານຄວາມບໍລິສຸດແລ້ວ. 14ເສີນຫຍັງ, ພຣະໂລຫິດຂອງພຣະກຣິສໂຕ ຜູ້ໄດ້ມອບຖະຫວາຍພຣະອົງເອງເປັນເຄື່ອງບູຊານິລະມົນ ແດ່ພຣະເຈົ້າ ດ້ວຍອາໄສພຣະຈິດນິຣັນດອນ ຈະບໍ່ທຳໃຫ້ຈິດໃຈຂອງພວກເຮົາບໍລິສຸດ ປາດສະຈາກສິ່ງທີ່ພາໄປເຖິງຄວາມຕາຍ ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງຊີວິດນັ້ນກວ່າອີກສັກເທົ່າໃດ.
ພຣະສັນຍາທີ່ປະທັບຕາດ້ວຍເລືອດ
15ດ້ວຍເຫດນີ້ ພຣະອົງຈຶ່ງເປັນຄົນກາງແຫ່ງພຣະສຳພັນໄມຕີໃໝ່, ແລະແຫ່ງພິໄນກຳໃໝ່. ແລະຍ້ອນວ່າການສິ້ນພຣະຊົນຂອງພຣະອົງ ໄດ້ກູ້ໄຖ່ພວກທີ່ໄດ້ທຳຜິດໃນພຣະສຳພັນໄມຕີເດີມ, ບັນດາຜູ້ທີ່ຖືກຮຽກ ຈຶ່ງສາມາດຮັບເອົາມໍລະດົກນິຣັນດອນ ຕາມທີ່ໄດ້ຊົງສັນຍາໄວ້. 16ກ່ຽວເລື່ອງພິໄນກຳນັ້ນ, ຈະຕ້ອງພິສູດວ່າ ຜູ້ທຳໜັງສືນັ້ນຕາຍແລ້ວ. 17ຕ້ອງມີການຕາຍແທ້, ໜັງສືພິໄນກຳຈຶ່ງມີຜົນໃຊ້ໄດ້. ເມື່ອຜູ້ທຳໜັງສືຍັງມີຊີວິດຢູ່, ພິໄນກຳກໍໃຊ້ການບໍ່ໄດ້. 18ພຣະສັນຍາເດີມກໍຕ້ອງການໃຫ້ມີການຫລັ່ງໄຫລເລືອດດ້ວຍ ເພື່ອຈະໄດ້ມີຜົນໃຊ້ໄດ້. 19ດ້ວຍວ່າເມື່ອໂມແຊປະກາດບັນຢັດຂໍ້ໃດຂໍ້ໜຶ່ງໃຫ້ປະຊາຊົນຊາບ, ຖືກຕ້ອງຕາມກົດໝາຍແລ້ວ, ເພິ່ນກໍເອົາເລືອດງົວ ເລືອດແບ້ ປົນນ້ຳ, ເອົາງ່າແກ່ນຈັນຫອມ ແລະຂົນແກະຍ້ອມເລືອດ ມາຈຸ່ມຊິດໃສ່ມ້ວນໜັງສື ແລະໃສ່ປະຊາຊົນ. 20ພ້ອມທັງເວົ້າວ່າ: “ນີ້ແມ່ນເລືອດແຫ່ງພຣະສັນຍາທີ່ພຣະເປັນເຈົ້າໄດ້ບັນຢັດໄວ້ ສຳລັບພວກເຈົ້າ” 21ແລ້ວຊິດໃສ່ຜາມແລະເຄື່ອງໃຊ້ຕ່າງໆໃນພິທີກຳດ້ວຍ. 22ເອົາຕາມກົດໝາຍແລ້ວ, ເກືອບໝົດທຸກຢ່າງຕ້ອງຊຳຣະດ້ວຍເລືອດ. ຖ້າຫາກວ່າບໍ່ມີການຫລັ່ງໄຫລເລືອດ ກໍບໍ່ມີການອະໄພບາບ. 23ດັ່ງນີ້ ຖ້າຫາກວ່າສິ່ງທີ່ເປັນແຕ່ຮູບເງົາແຫ່ງຂອງຈິງຢູ່ສະຫວັນ ໄດ້ຮັບການຊຳຣະໃຫ້ບໍລິສຸດດ້ວຍພິທີນີ້ແລ້ວ, ຂອງຈິງແທ້ໃນສະຫວັນ ແຮງຕ້ອງໄດ້ຮັບການຊຳຣະໃຫ້ບໍລິສຸດດ້ວຍສິນບູຊາອັນດີເລີດ ກວ່ານີ້ອີກຫລາຍເທົ່າ.
ພຣະກຣິສໂຕສະເດັດເຂົ້າສະຫວັນ
24ພຣະກຣິສໂຕເຈົ້າບໍ່ໄດ້ສະເດັດເຂົ້າໃນສະຖານສັກສິດ ທີ່ສ້າງຂຶ້ນດ້ວຍມືມະນຸດ, ອັນເປັນການລອກແບບຈາກສະຖານທີ່ສັກສິດຈິງແທ້, ແຕ່ພຣະອົງໄດ້ສະເດັດເຂົ້າໃນສະຫວັນເອງ ເພື່ອເຂົ້າເຝົ້າພຣະເຈົ້າ ເພື່ອພວກເຮົາໃນເວລານີ້. 25ແລະບໍ່ແມ່ນເພື່ອຖະຫວາຍພຣະອົງເອງຫລາຍຄັ້ງຫລາຍຄາວ ເໝືອນກັບມະຫາສົງທີ່ເຂົ້າໃນສະຖານທີ່ສັກສິດທຸກໆປີ, ພ້ອມກັບເອົາເລືອດ ທີ່ບໍ່ແມ່ນເລືອດຂອງຕົວເອງເຂົ້າໄປນຳ. 26ບໍ່ດັ່ງນັ້ນ ພຣະອົງຄົງຈະຕ້ອງທົນທໍຣະມານຫລາຍຄັ້ງຫລາຍຄາວແລ້ວ ຕັ້ງແຕ່ເລີ່ມສ້າງໂລກມາ. ຕາມຈິງແລ້ວ, ພຣະອົງໄດ້ສຳແດງຕົນເທື່ອດຽວ ໃນວາລະສຸດທ້າຍ ເພື່ອລຶບລ້າງບາບ ດ້ວຍຖະຫວາຍພຣະອົງເອງເປັນສິນບູຊາ 27ມະນຸດເຮົາຖືກກຳໜົດໃຫ້ຕາຍແຕ່ເທື່ອດຽວ ແລ້ວຖືກພິພາກສາແນວໃດ, 28ພຣະກຣິສໂຕກໍດັ່ງດຽວກັນ, ພຣະອົງໄດ້ຊົງຖະຫວາຍພຣະອົງເອງເທື່ອດຽວ ເພື່ອລຶບລ້າງບາບຂອງຄົນທັງຫລາຍ, ແລະພຣະອົງຈະປາກົດມາອີກເທື່ອທີສອງ, ຫາກບໍ່ແມ່ນກ່ຽວກັບເລື່ອງບາບ: ແຕ່ເພື່ອນຳຄວາມຮອດມາໃຫ້ພວກທີ່ຄອງຖ້າພຣະອົງ.