ຈົດໝາຍ ຂຽນເຖິງ ສັດຕະບຸລຸດຊາວເຮເບີຣ
ພາກທີ 6
1ດັ່ງນີ້ ພວກເຮົາຈຶ່ງປະຄວາມຮູ້ເບື້ອງຕົ້ນ ກ່ຽວກັບພຣະກຣິສໂຕ ໄວ້ເສຍ, ແລ້ວພາກັນກ້າວຂຶ້ນສູ່ສະພາບອັນບໍລິບູນແຫ່ງການເປັນຜູ້ໃຫຍ່, ໂດຍບໍ່ກ່ຽວກັບເລື່ອງພື້ນຖານດັ່ງການກັບໃຈໃໝ່ ຈາກກິດຈະການທີ່ນຳໄປສູ່ຄວາມຕາຍ, ເລື່ອງຄວາມເຊື່ອໃນພຣະເຈົ້າ, 2ເລື່ອງຫລັກຄຳສອນກ່ຽວກັບພິທີລ້າງບາບແລະການປົກມື, ເລື່ອງການກັບເປັນຄືນມາຂອງພວກຜູ້ຕາຍ ແລະການຕັດສິນພິພາກສາບັ້ນເດັດຂາດ. 3ນີ້ແລ້ວ ແມ່ນເລື່ອງທີ່ພວກເຮົາຈະລົງມືທຳ ຖ້າຫາກວ່າພຣະເຈົ້າຊົງອະນຸຍາດ. 4ຕາມຈິງ ພວກທີ່ໄດ້ຮັບຄວາມສະຫວ່າງມາເທື່ອໜຶ່ງແລ້ວ, ທັງໄດ້ຊິມລົດພະທານຈາກສະຫວັນ, ໄດ້ມີສ່ວນໃຈພຣະຈິດເຈົ້າ, 5ໄດ້ຊິມລົດພຣະວາຈາອັນລ້ຳເລີດຂອງພຣະເຈົ້າ ແລະໄດ້ຮັບພາລະກຳລັງຂອງໂລກໜ້າແລ້ວ. 6ແຕ່ຕ້ອງພາດລົ້ມໄປອີກ, ກໍເປັນການເຫລືອວິໄສທີ່ຈະຊ່ວຍພວກເຂົາໃຫ້ກັບໃຈໃຊ້ໂທດບາບເສຍໃໝ່ໄດ້, ໃນເມື່ອພວກເຂົາເອງ ເປັນໂຕການຄຶງກາງເຂນພຣະບຸດຂອງພຣະເຈົ້າ ແລະທຳໃຫ້ພຣະອົງຖືກປະໝາດປະຈານດ້ວຍ 7ເມື່ອຜືນດິນດູດເອົານ້ຳຝົນທີ່ຕົກມາໃສ່ຢູ່ເລື້ອອໆ ແລະເກີດພືດພັນທີ່ເປັນປະໂຫຍດແກ່ຜູ້ຫວ່ານ, ຜືນດິນນັ້ນກໍໄດ້ຮັບພຣະພອນຈາກພຣະເຈົ້າ. 8ແຕ່ຜືນດິນທີ່ເກີດແຕ່ຫຍ້າໜາມແລະພຸ່ມໄມ້ໜາມ, ກໍບໍ່ມີຄຸນຄ່າ, ໃກ້ຈະຖືກສາບແຊ່ງແລ້ວ, ແລະທ້າຍສຸດກໍຈະຖືກໄຟເຜົາ.
9ພີ່ນ້ອງທີ່ຮັກ, ແມ່ນວ່າພວກເຮົາເວົ້າດັ່ງນີ້ ກໍຍ້ອນເຊື່ອໝັ້ນວ່າ ພວກພີ່ນ້ອງຢູ່ໃນສະພາບທີ່ດີແລ້ວ ຄືຢູ່ໃນສະພາບແຫ່ງຄວາມຮອດ. 10ຍ້ອນວ່າພຣະເຈົ້າບໍ່ຊົງເປັນຜູ້ຂາດຄວາມຍຸຕິທຳ. ພຣະອົງບໍ່ອາດລືມກິດຈະການດີຂອງພວກພີ່ນ້ອງ ພ້ອມທັງຄວາມຮັກທີ່ພວກພີ່ນ້ອງໄດ້ສຳແດງຕໍ່ພຣະນາມຂອງພຣະອົງ ໃນການຊ່ວຍເຫລືອຮັບໃຊ້ບັນດາຜູ້ສັກສິດ ຄາວແຕ່ກ່ອນແລະດຽວນີ້ໄດ້. 11ແຕ່ພວກເຮົາປາດຖະໜາໃຫ້ພວກພີ່ນ້ອງແຕ່ລະຄົນ ສຳແດງນ້ຳໃຈຫ້າວຫັນດັ່ງດຽວກັນ ໃນການທຳໃຫ້ຄວາມຫວັງຂອງຕົນ ກ້າວໄປເຖິງຄວາມສຳເລັດສົມບູນ, 12ໂດຍບໍ່ທຳໃຫ້ຄວາມມານະຂອງພວກພີ່ນ້ອງຕ້ອງອ່ອນເພຍ, ແຕ່ເພື່ອໃຫ້ເອົາຢ່າງພວກທີ່ໄດ້ຮັບມໍລະດົກຕາມພຣະສັນຍາ ດ້ວຍອາໄສຄວາມເຊື່ອແລະຄວາມອົດທົນ.
ພຣະສັນຍາແລະຄວາມຫວັງ
13ເມື່ອເວລາພຣະເຈົ້າຊົງທຳສັນຍາກັບອາບຣາຮຳນັ້ນ, ພຣະອົງບໍ່ເຫັນມີໃຜຍິ່ງໃຫຍ່ກວ່າ ເພື່ອເອົາມາເປັນພິຍານໄດ້, ພຣະອົງຈຶ່ງສາບານເອົາພຣະອົງເອງເປັນພິຍານ 14ແລະກ່າວວ່າ: “ແນ່ ນອນ, ເຮົາຈະອວຍພອນໃຫ້ເຈົ້າຢ່າງລົ້ນຫລາມ, ຈະໃຫ້ເຊື້ອສາຍຂອງເຈົ້າແຜ່ຜາຍໄປຢ່າງມາກມາຍ.” 15ດັ່ງນີ້ ເມື່ອໄດ້ພາກພຽນຄອຍຖ້າແລ້ວ ອາບຣາຮຳກໍໄດ້ຮັບຕາມພຣະສັນຍານັ້ນຢ່າງຈິງແທ້. 16ມະນຸດເຮົາສາບານໂດຍເອົາຜູ້ໃຫຍ່ກວ່າຕົນ ມາເປັນພິຍານ, ແລະເມື່ອມີການຜິດຂ້ອງຕ້ອງຖຽງກັນ, ກໍເອົາຄຳສາບານນັ້ນມາເປັນແນວປະກັນ, 17ດ້ວຍເຫດນີ້ເອງ ເມື່ອພຣະເຈົ້າຊົງປາດຖະໜາຢາກສຳແດງໃຫ້ພວກທີ່ຈະໄດ້ຮັບມໍລະດົກຕາມພຣະສັນຍາ ເຫັນວ່າ ພຣະອົງບໍ່ປ່ຽນແປງການຕັດສິນໃຈຂອງພຣະອົງແລ້ວ, ພຣະອົງຈຶ່ງຢືນຢັນພຣະສັນຍານັ້ນ ດ້ວຍຄຳສາບານ. 18ດັ່ງນັ້ນ ການກະທຳສອງປະການ ອັນບໍ່ມີປ່ຽນແປງ ແລະໃນນັ້ນບໍ່ມີວ່າພຣະເຈົ້າຈະຕົວະຫລອກໄດ້ ຈຶ່ງທຳໃຫ້ພວກເຮົາຜູ້ໄດ້ປະຖິ້ມທຸກຢ່າງ ເພື່ອຢຶດເອົາຄວາມຫວັງທີ່ຊົງສະເໜີໃຫ້ນັ້ນ ມີກຳລັງໃຈເຂັ້ມແຂງຂຶ້ນ. 19ຄວາມຫວັງນັ້ນເປັນດັ່ງສະໝໍເຮືອແຫ່ງ ວິນຍານໃຫ້ພວກເຮົາ, ແມ່ນຄວາມຫວັງທີ່ແນ່ນອນແລະໝັ້ນແກ່ນ ທັງໄດ້ເຂົ້າໄປກາຍມ່ານກັ້ງ 20ຈົນເຖິງບ່ອນທີ່ພຣະເຢຊູ ຜູ້ໄດ້ຮັບຕຳແໜ່ງເປັນມະຫາສົງຕະຫລອດນິຣັນດອນ ຕາມແບບຂອງເມັນກີເຊແດັກ ໄດ້ເຂົ້າໄປກ່ອນແລ້ວ ເພື່ອພວກເຮົາ.