ຈົດໝາຍ ຂຽນເຖິງ ສັດຕະບຸລຸດຊາວເຮເບີຣ

ພາກທີ 5

ພຣະກຣິສໂຕແມ່ນມະຫາສົງຜູ້ເຫັນໃຈ

1ເພິ່ນເຄີຍເລືອກເອົາມະຫາສົງຢູ່ໃນໝູ່ມະນຸດສະເໝີ, ມະຫາສົງນັ້ນໄດ້ຮັບພາລະໃຫ້ວິງ ວອນຊ່ວຍເຫລືອມະນຸດ ໃນການຕິດຕໍ່ສຳພັນກັບພຣະເຈົ້າ. ເພິ່ນມີໜ້າທີ່ຖະຫວາຍເຄື່ອງບັນນາການແລະສິນບູຊາເພື່ອໃຊ້ໂທດບາບ. 2ເພິ່ນຕ້ອງຮູ້ຈັກເຫັນໃຈຜູ້ໂງ່ງ່າວແລະຜູ້ຫລົງຜິດ, ຍ້ອນວ່າເພິ່ນເອງກໍເຕັມພຽບດ້ວຍຄວາມອ່ອນແອຄືກັນ. 3ແລະຍ້ອນຄວາມອ່ອນແອນີ້ ເພິ່ນເອງຈຶ່ງຕ້ອງຖະຫວາຍສິນບູຊາໃຊ້ໂທດບາບ ທັງຂອງເພິ່ນເອງແລະຂອງປະຊາກອນດ້ວຍ. 4ບໍ່ມີໃຜບັງອາດແອບອ້າງເອົາຍົດສັກນີ້ມາໃຫ້ຕົວເອງ, ແຕ່ຕ້ອງແມ່ນພຣະເຈົ້າຮຽກເອົາໃຫ້ ມາຮັບ ເໝືອນດັ່ງອາອາຣອນ. 5ພຣະກຣິສໂຕເຈົ້າກໍດັ່ງດຽວກັນ, ພຣະອົງບໍ່ໄດ້ແອບອ້າງຕົວເອງຂຶ້ນເປັນມະຫາສົງ, ແຕ່ພຣະອົງໄດ້ຊົງຮັບພະກຽດນີ້ຈາກພຣະເຈົ້າ ຜູ້ກ່າວກັບພຣະອົງວ່າ: “ທ່ານແມ່ນບຸດຂອງເຮົາ, ເຮົາໄດ້ບັງເກີດທ່ານໃນວັນນີ້” 6ແລະຍັງມີກ່າວໄວ້ບ່ອນອື່ນວ່າ: “ທ່ານເປັນສົງຕະຫລອດນິຣັນດອນ ຕາມແບບຢ່າງຂອງເມັນກີເຊແດັກ” 7ແມ່ນພຣະອົງນີ້ແລ້ວ ເມື່ອເວລາດຳຣົງຊີວິດຢູ່ໃນແຜ່ນດິນ, ໄດ້ຖະຫວາຍຄຳພາວະນາໄຫວ້ວອນດ້ວຍສຽງຮ້ອງໄຫ້ ວອນຂໍພຣະເຈົ້າ ຜູ້ຊົງສາມາດຊ່ວຍພຣະອົງໃຫ້ຫວິດພ້ອຍຄວາມຕາຍໄດ້. ແລະຍ້ອນພຣະອົງໄດ້ນອບນ້ອມຟັງຄວາມໃນທຸກຢ່າງ, ພຣະເຈົ້າຈຶ່ງຮັບຕາມຄຳວິງວອນຂອງພຣະອົງ. 8ແມ່ນວ່າພຣະອົງຊົງເປັນບຸດຂອງພຣະເຈົ້າກໍຕາມ, ແຕ່ພຣະອົງກໍຍອມຮຽນໃຫ້ຮູ້ຈັກການນົບນອມຟັງຄວາມ ຈາກມະຫາທໍຣະມານຂອງພຣະອົງ. 9ດັ່ງນີ້, ເມື່ອພຣະເຈົ້າໄດ້ຈັດໃຫ້ພຣະອົງພຽບພ້ອມບໍລິບູນແລ້ວ, ພຣະອົງຈຶ່ງໄດ້ກາຍເປັນບໍ່ເກີດແຫ່ງຄວາມຮອດນິຣັນດອນ ແກ່ທຸກຄົນທີ່ເຊື່ອຟັງພຣະອົງ, 10ຍ້ອນໄດ້ຮັບການສະຖາປະນາຈາກພຣະເຈົ້າ ໃຫ້ເປັນມະຫາສົງຕາມຢ່າງຂອງເມັນກີເຊແດັກ. 11ກ່ຽວກັບເລື່ອງນີ້, ພວກເຮົາມີຫລາຍແນວຕ້ອງເວົ້າ, ແລະຍາກທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້, ຍ້ອນວ່າພວກພີ່ນ້ອງກາຍເປັນຄົນປຶກໜາໄປແລ້ວ. 12ຕາມຈິງພວກພີ່ນ້ອງຄວນຈະໄດ້ເປັນອາຈານແຕ່ດົນມາແລ້ວ, ແຕ່ດຽວນີ້ ຍັງຕ້ອງການໃຫ້ມີຜູ້ສິດສອນຄວາມຮູ້ເບື້ອງຕົ້ນ ກ່ຽວກັບພຣະວາຈາຂອງພຣະເຈົ້າໃຫ້ໃໝ່ອີກຊ້ຳ. ພວກພີ່ນ້ອງຢູ່ໃນຂັ້ນທີ່ຕ້ອງການອາຫານແຫລວຄືນົມ ບໍ່ແມ່ນອາຫານແຂງ. 13ດ້ວຍວ່າຜູ້ໃດຍັງກິນນົມຢູ່, ກໍບໍ່ສາມາດເຂົ້າໃຈບັນຫາເລື່ອງຄວາມຊອບທຳໄດ້, ຍ້ອນເຂົາຍັງເປັນເດັກນ້ອຍຢູ່. 14ກົງຂ້າມ ຜູ້ທີ່ໃຫຍ່ແລ້ວ ກໍກິນອາຫານແຂງ. ແລະອາໄສການເຝິກຫັດອົບອົມ, ເຂົາຈຶ່ງສັງເກດໄດ້ວ່າ ແນວໃດດີ ແນວໃດບໍ່ດີ.