ຈົດໝາຍ ຂຽນເຖິງ ສັດຕະບຸລຸດຊາວເຮເບີຣ

ພາກທີ 3

1ດັ່ງນີ້ “ເມື່ອພຣະສັນຍາວ່າຈະໃຫ້ເຂົ້າຮ່ວມພັກຜ່ອນກັບພຣະອົງ” ຍັງມີຜົນໃຊ້ຢູ່, ກໍໃຫ້ພວກເຮົາມີຄວາມຢ້ານກົວໄວ້ ຍ້ອນອາດມີລາງຄົນໃນພວກພີ່ນ້ອງຕ້ອງໂທດ ຍ້ອນຢູ່ລາກຫລັງໝູ່. 2ດ້ວຍວ່າພວກເຮົາກໍໄດ້ຮັບແຈ້ງຂ່າວປະເສີດຢ່າງດຽວກັບພວກເຂົາ, ແຕ່ພຣະວາຈາທີ່ພວກເຂົາໄດ້ຍິນນັ້ນ ບໍ່ເກີດປະໂຫຍດຫຍັງໃຫ້ພວກເຂົາເລີຍ ຍ້ອນຜູ້ຟັງບໍ່ຍອມຮັບເອົາດ້ວຍຄວາມເຊື່ອ. 3ສ່ວນພວກເຮົາຜູ້ມີຄວາມເຊື່ອແລ້ວ, ກໍຈະເຂົ້າຮ່ວມພັກຜ່ອນກັັບພຣະອົງ ຕາມທີ່ໄດ້ຊົງກ່າວວ່າ “ເຮົາຈຶ່ງສາບານດ້ວຍຄວາມໂກດວ່າ: ພວກເຂົາຈະບໍ່ໄດ້ເຂົ້າຮ່ວມພັກຜ່ອນກັບເຮົາຢ່າງເດັດຂາດ”, ເຖິງວ່າວຽກການຂອງພຣະອົງໄດ້ສຳເລັດເສັດສິ້ນໄປແລ້ວ ຕັ້ງແຕ່ຕົ້ນສ້າງໂລກກໍຕາມ, 4ຍ້ອນໄດ້ຊົງກ່າວໄວ້ກ່ຽວກັບວັນທີ່ເຈັດວ່າ: “ໃນວັນຖ້ວນເຈັດ, ພຣະເຈົ້າໄດ້ຊົງຢຸດພັກວຽກການທັງສິ້ນຂອງພຣະອົງ” 5ແລະຍັງມີກ່າວໄວ້ໃນບ່ອນດຽວອີກວ່າ: “ພວກເຂົາຈະບໍ່ໄດ້ເຂົ້າຮ່ວມພັກຜ່ອນກັບເຮົາ.” 6ດັ່ງນີ້, ຍ້ອນວ່າຈະມີລາງຄົນເຂົ້າຮ່ວມໄດ້ຢ່າງແນ່ນອນ, ແຕ່ພວກທີ່ໄດ້ຮັບຂ່າວປະເສີດກ່ອນໝູ່ນັ້ນ ຈະບໍ່ໄດ້ເຂົ້າ ຍ້ອນເຂົາຫົວດື້ ບໍ່ຍອມເຊື່ອ. 7ພຣະເຈົ້າຈຶ່ງຊົງກຳໜົດໄວ້ອີກວັນໜຶ່ງຂຶ້ນໃໝ່ ເອີ້ນວ່າ: “ວັນນີ້” ຕາມທີ່ໄດ້ຊົງກ່າວທາງກະສັດດາວິດແຕ່ດົນນານ ດັ່ງທີ່ໄດ້ອ້າງມາແລ້ວວ່າ: “ວັນນີ້ ຖ້າພວກເຈົ້າໄດ້ຍິນສຽງຂອງພຣະອົງແລ້ວ ກໍຢ່າເຮັດໃຈແຂງກະດ້າງ”.

8.ຕາມຈິງ, ຖ້າທ່ານໂຢຊູເອໄດ້ພາພວກເຂົາໄປເຖິງບ່ອນພັກຜ່ອນແລ້ວ, ພຣະເຈົ້າກໍຈະບໍ່ກ່າວເຖິງມື້ໃໝ່ອີກໃນພາຍຫລັງດອກ. 9ດັ່ງນີ້ ການພັກຜ່ອນໃນວັນຖ້ວນເຈັດ ກໍສະຫງວນໄວ້ສຳລັບປະຊາກອນຂອງພຣະເຈົ້າ. 10ຍ້ອນວ່າຜູ້ໃດໄດ້ເຂົ້າຮ່ວມພັກຜ່ອນກັບພຣະເຈົ້າ ກໍຕ້ອງພັກວຽກການຂອງຕົນ ເໝືອນດັ່ງພຣະເຈົ້າຊົງຢຸດວຽການຂອງພຣະອົງດ້ວຍ. 11ດ້ວຍເຫດນີ້ ພວກເຮົາຈົ່ງຟ້າວຮີບໄປໃຫ້ເຖິງທີ່ພັກຜ່ອນດັ່ງວ່ານັ້ນ ເພື່ອບໍ່ໃຫ້ມີໃຜພາດທ່າເສຍທີຍ້ອນມີໃຈແຂງດື້ ຕາມຢ່າງບູຮານພຸ້ນ. 12ຍ້ອນວ່າ ພຣະວາຈາຂອງພຣະເຈົ້າມີຊີວິດຊີວາ, ເຂັ້ມແຂງ, ຄົມກວ່າດາບສອງຄົມທຸກແນວ, ສາມາດແທງເຂົ້າເລິກ ຈົນແຍກວິນຍານອອກຈາກມະໂນຈິດ ແຍກຄໍ່ກະດູກອອກຈາກນ້ຳມັນລ້ຽງກະດູກໄດ້. ແລະຍັງສາມາດພິສູດໄດ້ວ່າ ອັນໃດເປັນແຕ່ຄວາມຮູ້ສຶກ, ອັນໃດເປັນຄວາມຕັ້ງໃຈແທ້. 13ບໍ່ມີສິ່ງໃດທີ່ຊົງສ້າງມາ ຫວິດພົ້ນຈາກສາຍພຣະເນດຂອງພຣະອົງໄດ້. ທຸກສິ່ງເປີດເຜີຍແລະກະຈ່າງແຈ້ງຕໍ່ສາຍພຣະເນດຂອງພຣະອົງ ຜູ້ພວກເຮົາຕ້ອງໃຫ້ການເລື່ອງຄວາມປະພຶດຂອງຕົນ.

 

ຈົ່ງສະໜິດແໜ້ນກັບພຣະກຣິສໂຕຜູ້ເປັນມະຫາສົງ

14ດັ່ງນີ້ ຍ້ອນວ່າພວກເຮົາມີມະຫາສົງຜູ້ຍິ່ງໃຫຍ່, ຜູ້ໄດ້ຜ່ານກາຍສະຫວັນຊັ້ນຟ້າແລ້ວຄື ພຣະເຢຊູພຣະບຸດຂອງພຣະເຈົ້າ, ພວກເຮົາຈົ່ງໝັ້ນໜຽວໃນພະສາດສະໜາຂອງເຮົາເຖີດ. 15ເຫດວ່າ ພວກເຮົາບໍ່ໄດ້ມີມະຫາສົງທີ່ບໍ່ສາມາດເຫັນໃຈໃນຄວາມອ່ອນແອຂອງພວກເຮົາ, ແຕ່ ພຣະອົງໄດ້ຜ່ານການທົດລອງໃນທຸກຢ່າງມາແລ້ວ ຕາມທຳນອງດຽວກັນກັບພວກເຮົາ, ເວັ້ນເສຍແຕ່ການບາບ. 16ດັ່ງນີ້ ຈົ່ງແນ່ໃຈກ້າວໄປສູ່ພະທີ່ນັ່ງແຫ່ງພຣະຄຸນ ເພື່ອຈະໄດ້ຮັບພຣະເມດຕາກະລຸນາ ແລະຈະໄດ້ພົບພໍ້ພຣະຄຸນມາຊ່ວຍເຫລືອ ໃນເວລາອັນເໝາະສົມ.