ຈົດໝາຍ ຂຽນເຖິງ ສັດຕະບຸລຸດຊາວເຮເບີຣ

ພາກທີ 12

ຈົ່ງອົດທົນໃນຍາມຖືກທົດລອງ - ແບບຢ່າງຂອງພຣະກຣິສໂຕ

1.ໃນເມື່ອພວກເຮົາມີຄົນມາກມາຍເປັນພິຍານໃຫ້ໃນທຸກດ້ານແລ້ວ, ພວກເຮົາຈົ່ງປະຖິ້ມທຸກສິ່ງທີ່ຈ່ອງດຶງ ແລະບາບທີ່ບີບເຕັງພວກເຮົານັ້ນເສຍ, ແລະພາກັນແລ່ນດ້ວຍຄວາມມານະອົດທົນ ຈົນສຸດເສັ້ນທາງ ທີ່ເພິ່ນໄດ້ກຳໜົດໄວ້ໃຫ້ພວກເຮົາ. 2ຈົ່ງຈ້ອງຕາເບິ່ງພຣະເຢຊູເຈົ້າ ຜູ້ເປັນບໍ່ເກີດແຫ່ງຄວາມເຊື່ອ ແລະຜູ້ທຳໃຫ້ຄວາມເຊື່ອນັ້ນສົມບູນ. ພຣະອົງຊົງຮັບເອົາຄວາມທຸກທໍຣະມານເທິງໄມ້ກາງເຂນ ໂດຍບໍ່ຖືວ່າເປັນຄວາມອັບອາຍ, ທັງນີ້ກໍເພື່ອຈະໄດ້ຮັບຄວາມຍິນດີ ທີ່ໄດ້ຈັດຕຽມໄວ້ສຳລັບພຣະອົງເປັນພິເສດ, ແລະພຣະອົງໄດ້ປະທັບຢູ່ເບື້ອງຂວາ ບົນລາດຊະບັນລັງຂອງພຣະເຈົ້າແລ້ວ. 3ຈົ່ງຄິດເຖິງພຣະອົງ ຜູ້ໄດ້ສູ້ທົນການຕໍ່ຕ້ານຂັດສູ້ຂອງພວກຄົນບາບເຖິງພຽງນີ້ ເພື່ອບໍ່ໃຫ້ພວກພີ່ນ້ອງຕ້ອງເໜື່ອຍອ່ອນຍ້ອນໝົດກຳລັງໃຈ. 4ໃນການຕໍ່ສູ້ກັບບາບນີ້, ພວກພີ່ນ້ອງກໍຍັງບໍ່ທັນໄດ້ຕໍ່ສູ້ ຈົນເຖິງເລືອດຕົກຢາງອອກດອກ. 5ແລະພວກພີ່ນ້ອງໄດ້ລືມຄຳຕຸກເຕືອນອັນອົບອຸ່ນ ຊຶ່ງໄດ້ມີຕໍ່ພວກພີ່ນ້ອງ ເໝືອນດັ່ງບຸດວ່າ: “ລູກເອີຍ! ຢ່າໝິ່ນປະໝາດການລົງໂທດຂອງພຣະອົງເຈົ້າ, ຢ່າເສຍໃຈ ເມື່ອຖືກພຣະອົງຕິຕຽນ, 6ຍ້ອນວ່າພຣະອົງເຈົ້າຮັກແພງຜູ້ໃດ ພຣະອົງກໍຕີສອນຜູ້ນັ້ນ, ພຣະອົງລົງໂທດທຸກຄົນທີ່ພຣະອົງຖືເອົາເປັນລູກ.” 7ພວກພີ່ນ້ອງຕ້ອງທຸກທໍຣະມານ ກໍເພື່ອເປັນການດັດສັນດານພວກພີ່ນ້ອງນັ້ນເອງ. ພຣະເຈົ້າຖືເອົາພວກພີ່ນ້ອງເປັນຄືລູກ. ມີລູກຄົນໃດທີ່ບໍ່ຖືກພໍ່ແມ່ດັດສອນບໍ? 8ຖ້າຫາກວ່າພວກພີ່ນ້ອງບໍ່ໄດ້ຮັບການດັດສອນ ດັ່ງຄົນອື່ນໆແລ້ວ, ພວກພີ່ນ້ອງກໍເປັນແຕ່ລູກທາງ ບໍ່ແມ່ນລູກແທ້. 9ພວກເຮົາທຸກຄົນມີພໍ່ມີແມ່ເປັນມະນຸດ ເພື່ອເຝິກສອນເຮົາ ແລະພວກເຮົາກໍເຄົາລົບນັບຖືພວກເພິ່ນ, ພວກເຮົາຈະບໍ່ຍອມເຕັມໃຈນອບນ້ອມຕໍ່ພຣະບິດາຝ່າຍຈິດ ແລະຮັບເອົາຊີວິດຈາກພຣະອົງ ຫລາຍກວ່າອີກບໍ? 10ຕາມຈິງ, ພໍ່ແມ່ນັ້ນເປັນຜູ້ເຝິກສອນເຮົາຊົ່ວໄລຍະໜຶ່ງ ຕາມຄວາມເຫັນດີເຫັນຊອບຂອງເພິ່ນ. ສ່ວນພຣະອົງນັ້ນ ເຝິກສອນເຮົາເພື່ອຄວາມດີຂອງພວກເຮົາ ເພື່ອໃຫ້ພວກເຮົາມີສ່ວນຮ່ວມໃນຄວາມສັກສິດຂອງພຣະອົງ. 11ແນ່ນອນ, ໃນເວລາຖືກຕິຕຽນບອກສອນນັ້ນ, ກໍບໍ່ມີຄວາມຍິນດີ, ມີແຕ່ຄວາມໂສກເສົ້າ. ແຕ່ວ່າພາຍຫລັງ, ຄຳຕິຕຽນບອກສອນນັ້ນຈະທຳໃຫ້ພວກທີ່ໄດ້ຮັບການດັດແປງ ມີຄວາມສຳຣານໃຈແລະຄວາມທ່ຽງທຳ. 12ດັ່ງນີ້ ຈົ່ງຍໍມືລີບແລະຂາເປ້ຍຂຶ້ນ. 13ຈົ່ງທຳໃຫ້ເສັ້ນທາງເດີນຊື່ກົງ ຮາບພຽງ, ແລ້ວຂາພິການຈະບໍ່ຫລຸດໂບກ ແຕ່ຈະດີຫາຍເປັນປົກກະຕິ.

 

ຈົ່ງຊື່ສັດຕໍ່ພຣະຄຸນຂອງພຣະເຈົ້າ

14.ຈົ່ງຫາທາງເຂົ້າດີກັບທຸກຄົນ, ແລະຈົ່ງສະແຫວງຫາຄວາມສັກສິດ ອັນແມ່ນສິ່ງຈຳເປັນ ເພື່ອຈະໄດ້ເຫັນພຣະພັກພຣະເຈົ້າ. 15ຈົ່ງລະວັງເບິ່ງແຍງ ຢ່າໃຫ້ມີໃຜຂາດພຣະຄຸນຂອງພຣະເຈົ້າ, ຢ່າໃຫ້ມີຮາກອັນຂົມຂື່ນ ປົ່ງຂຶ້ນມາທຳຄວາມເດືອດຮ້ອນ ແລະເປັນຢາພິດໃຫ້ໝົດໝູ່ຄະນະ. 16ຈົ່ງເຝົ້າເບິ່ງແຍງ ຢ່າໃຫ້ມີການຜິດສິນທຳ ຫລືມີຄົນປະໝາດປະຈານພຣະເຈົ້າ ດັ່ງເອເຊົາ, ຜູ້ຍອມຂາດສິດເປັນອ້າຍ ເພື່ອແລກກັບເຂົ້າຄາບດຽວ. 17ຍ້ອນພວກພີ່ນ້ອງກໍຮູ້ດີແລ້ວວ່າ ຕໍ່ມາພາຍຫລັງ ເມື່ອເອເຊົາຢາກຮັບເອົາພອນມາເປັນມໍລະດົກ, ກໍຖືກປະຕິເສດ, ແລະແມ່ນວ່າເຂົາໄດ້ໄຫ້ຮ້ອງວອນຂໍ, ກໍບໍ່ມີທາງແກ້ໄຂເລີຍ! 18ພວກພີ່ນ້ອງບໍ່ໄດ້ເຂົ້າໄປໃກ້ກັບຂອງຈິງທີ່ບາຍຕ້ອງໄດ້, ໃກ້ໄຟທີ່ລຸກຮຸ່ງ, ໃກ້ຄວາມມິດ, ໃກ້ຄວາມມືດມິດ, ໃກ້ລົມແດງ. 19ໃກ້ສຽງແກແລະພະສຸລະສຽງຂອງພຣະເຈົ້າ ຊຶ່ງທຳໃຫ້ພວກທີ່ໄດ້ຍິນ ຕ້ອງໄຫວ້ວອນຂໍໃຫ້ຢຸດເຊົາ. 20ຍ້ອນວ່າພວກເຂົາທົນດຳຣັດສັ່ງທີ່ຊົງກ່າວນັ້ນບໍ່ໄດ້ ຄື: “ຜູ້ໃດແຕະຕ້ອງພູໜ່ວຍນີ້, ແມ່ນຈະເປັນສັດຕົວໃດຕົວໜຶ່ງກໍຕາມ ຈະຕ້ອງຖືກແກ່ວງກ້ອນຫີນໃສ່ໃຫ້ຕາຍ.”. 21ຮູບພາບທີ່ປາກົດໃຫ້ເຫັນນັ້ນ ເປັນໜ້າຢ້ານກົວຫາທີ່ສຸດ ຈົນໂມແຊເອງອອກປາກວ່າ: “ຂ້າພະເຈົ້າຢ້ານກົວຈົນຕົວສັ່ນ.” 22ແຕ່ພວກພີ່ນ້ອງໄດ້ເຂົ້າໄປຫາພູຊີອອນ, ໄປຫານະຄອນຂອງ ພຣະເຈົ້າຜູ້ຊົງຊີວິດ, ໄປຫານະຄອນເຢຣູຊາແລມຢູ່ສະຫວັນ, ໄປຫາຝູງເທວະດານັບໂກດ ທີ່ກຳລັງຊຸມນຸມກັນມ່ວນຊື່ນລື່ນເລີງ, 23ໄປຫາບ່ອນຊຸມນຸມຂອງພວກບຸດຫົວປີ ຄືພວກທີ່ມີຊື່ຈາລຶກໄວ້ແລ້ວຢູ່ສະຫວັນ, ໄປຫາພຣະເຈົ້າອົງພິພາກສາທຸກຄົນ, ໄປຫາວິນຍານຂອງພວກຄົນຊອບທຳ ທີ່ໄດ້ເຖິງຂັ້ນດີສົມບູນແລ້ວ, 24ແລະໄປຫາອົງພຣະເຢຊູເຈົ້າ ຜູ້ເປັນຄົນກາງແຫ່ງພຣະສຳພັນໄມຕີໃໝ່, ໄປຫາໂລຫິດ ຊຶ່ງ ເມື່ອຊິດໄປແລ້ວ ກໍຮ້ອງດັງກວ່າເລືອດຂອງອາແບນອີກ. 25‑‑ພວກພີ່ນ້ອງຈົ່ງລະມັດລະວັງຢ່າເຮັດຫູທວນລົມ ເມື່ອເວລາພຣະອົງກ່າວ. ຍ້ອນວ່າ ຖ້າພວກພີ່ນ້ອງບໍ່ຍອມຟັງພຣະອົງກ່າວ ກໍບໍ່ພົ້ນໂທດແລ້ວ, ເສີນຫຍັງພວກເຮົາ, ຜູ້ປິ່ນຫູໜີບໍ່ຍອມຟັງພຣະອົງຜູ້ກ່າວມາຈາກສະຫວັນ, ພວກເຮົາກໍຈະບໍ່ພົ້ນໂທດດອກ. 26ແມ່ນພະສຸລະສຽງຂອງພຣະອົງນີ້ແລ້ວ ໄດ້ທຳໃຫ້ແຜ່ນດິນສະເທືອນແຕ່ປາງກ່ອນ, ແລະດຽວນີ້ ພຣະອົງກໍໄດ້ປະກາດວ່າ ເຮົາຈະທຳໃຫ້ເກີດຄວາມສະນັ່ນຫວັ່ນໄຫວອີກເປັນຄັ້ງສຸດທ້າຍ, ບໍ່ແມ່ນແຕ່ຢູ່ແຜ່ນດິນເທົ່ານັ້ນ, ຍັງຢູ່ເທິງຟ້າອີກດ້ວຍ. 27ຄຳວ່າ “ເປັນຄັ້ງສຸດທ້າຍ” ນັ້ນ ສະແດງວ່າ ທຸກສິ່ງທີ່ມີຢູ່ໃນໂລກອານິຈັງ ຊຶ່ງພຣະອົງໄດ້ສ້າງມານັ້ນ ຈະຕ້ອງສາບສູນໄປໝົດ, ເພື່ອໃຫ້ເຫລືອໄວ້ແຕ່ສິ່ງທີ່ໝັ້ນໜຽວຖາວອນ. 28ຍ້ອນວ່າພວກເຮົາໄດ້ຮັບອານາຈັກທີ່ໝັ້ນໜຽວຖາວອນແລ້ວ, ພວກເຮົາຈົ່ງຮັກສາພຣະຄຸນນີ້ໄວ້ໃຫ້ດີ. ແລະຈົ່ງໃຊ້ພຣະຄຸນນັ້ນ ເພື່ອສັກກາລະບູຊາພຣະເຈົ້າ ຢ່າງຊອບພຣະໄທພຣະອົງ, ດ້ວຍມີຄວາມນອບນ້ອມແລະຢ້ານຈຽມ. 29ຍ້ອນວ່າພຣະເຈົ້າຂອງເຮົາເປັນໄຟທີ່ເຜົາຜານ.