ຈົດໝາຍ ຂຽນເຖິງ ສັດຕະບຸລຸດຊາວເຮເບີຣ

ພາກທີ 11

ແບບຢ່າງຄວາມເຊື່ອຂອງພວກບັນພະບຸຣຸດ

1ຄວາມເຊື່ອ ຄືຄວາມແນ່ໃຈວ່າຈະໄດ້ຮັບສິ່ງທີ່ເຮົາຫວັງ ແລະເປັນຊ່ອງທາງຊ່ວຍເຮົາໃຫ້ຮູ້ຈັກວ່າ ສິ່ງທີ່ຕາແນມບໍ່ເຫັນນັ້ນ ມີຢູ່ຈິງ. 2ພວກບັນພະບຸຣຸດຂອງພວກເຮົາ ໄດ້ຮັບການຮັບຮອງຈາກພຣະເຈົ້າ ກໍແມ່ນຍ້ອນຄວາມເຊື່ອນີ້ແລ້ວ. 3ຍ້ອນມີຄວາມເຊື່ອ, ພວກເຮົາຈຶ່ງເຂົ້າໃຈວ່າ ໂລກຈັກກະວານນີ້ໄດ້ຖືກສ້າງຂຶ້ນດ້ວຍພຣະວາຈາຂອງພຣະເຈົ້າ. ດັ່ງນີ້ ໂລກທີ່ເຮົາແນມເຫັນ ຈຶ່ງເກີດມາຈາກສິ່ງທີ່ຕາແນມບໍ່ເຫັນ. 4ຍ້ອນມີຄວາມເຊື່ອ, ອາແບນຈຶ່ງຖະຫວາຍເຄື່ອງບູຊາທີ່ດີກວ່າຂອງກາອິນ ແດ່ພຣະເຈົ້າ. ອາໄສຄວາມເຊື່ອ, ພຣະເຈົ້າຈຶ່ງຮັບຮູ້ວ່າເພິ່ນເປັນຜູ້ຊອບທຳ ແລະພຣະອົງຊົງເປັນພິຍານ ດ້ວຍຮັບເອົາຂອງຖະຫວາຍຂອງເພິ່ນ. ແລະຍ້ອນຄວາມເຊື່ອອີກ, ເພິ່ນຈຶ່ງຍັງປາກໄດ້ຢູ່ ແມ່ນວ່າຕາຍແລ້ວກໍຕາມ. 5ຍ້ອນເອນົກມີຄວາມເຊື່ອ, ພຣະເປັນເຈົ້າຈຶ່ງຍົກເອົາເພິ່ນໄປ ເພື່ອບໍ່ໃຫ້ເພິ່ນປະສົບຄວາມຕາຍ ແລະບໍ່ມີໃຜພົບເຫັນເພິ່ນ ຍ້ອນພຣະເປັນເຈົ້າໄດ້ຍົກເພິ່ນໄປແລ້ວ. ຕາມຈິງແລ້ວ ກ່ອນຖືກຍົກເອົາໄປນັ້ນ, ກໍມີຫລັກຖານຢືນຢັນວ່າ ເພິ່ນເປັນທີ່ຊອບພຣະໄທພຣະເຈົ້າ. 6ດັ່ງນີ້ ຖ້າຂາດຄວາມເຊື່ອ, ກໍເປັນທີ່ຊອບພຣະໄທພຣະເຈົ້າບໍ່ໄດ້ເລີຍ, ຍ້ອນວ່າ ຖ້າຜູ້ໃດເຂົ້າຫາພຣະເຈົ້າ ກໍຕ້ອງເຊື່ອວ່າພຣະອົງມີຈິງແທ້ ແລະພຣະອົງກໍປະທານບຳເໜັດແກ່ຜູ້ທີ່ຊອບພຣະໄທພຣະອົງດ້ວຍ. 7ຍ້ອນມີຄວາມເຊື່ອ ໂນແອຈຶ່ງຮັບຄຳເຕືອນຈາກພຣະເຈົ້າ ກ່ຽວກັບເລື່ອງທີ່ເພິ່ນເອງຍັງບໍ່ແນມເຫັນ, ເພິ່ນຮັບເອົາວາຈາຂອງພຣະເຈົ້າດ້ວຍຈິງໃຈ ຈຶ່ງໄດ້ສ້າງສຳເພົາຂຶ້ນ ເພື່ອຊ່ວຍຄອບຄົວຂອງເພິ່ນໃຫ້ຮອດ. 8ຍ້ອນມີຄວາມເຊື່ອ, ອາບຣາຮຳຈຶ່ງນອບນ້ອມຕໍ່ຄຳສັ່ງຂອງພຣະເຈົ້າ ແລະເດີນທາງໄປສູ່ດິນແດນທີ່ຈະຕົກເປັນມໍລະດົກແກ່ທ່ານ. ເພິ່ນໄດ້ອອກເດີນທາງໄປ ບໍ່ຮູ້ວ່າຈະໄປບ່ອນໃດ. 9ຍ້ອນມີຄວາມເຊື່ອ, ອາບຣາຮຳໄດ້ມາຢູ່ດິນແດນແຫ່ງພຣະສັນຍານີ້ ດັ່ງຄົນຕ່າງດ້າວ. ເພິ່ນໄດ້ພັກອາໄສຢູ່ໃນຜາມ ພ້ອມກັບອີຊາອັກແລະຢາກັອບ ຜູ້ຮ່ວມຮັບມໍລະດົກແຫ່ງພຣະສັນຍາອັນດຽວກັນ. 10ຍ້ອນວ່າທ່ານຄອງຖ້າເຫັນນະຄອນທີ່ແໜ້ນໜາຖາວອນ ຊຶ່ງຈະແມ່ນພຣະເປັນເຈົ້າເອງເປັນຜູ້ອອກແບບ ແລະເປັນຜູ້ກໍ່ສ້າງດ້ວຍ. 11ຍ້ອນມີຄວາມເຊື່ອ,ນາງຊາຣາຜູ້ເຖົ້າແກ່ແລ້ວ ກໍຍັງມີລູກໄດ້, ຍ້ອນນາງເຊື່ອວ່າ ພຣະອົງຜູ້ຊົງໃຫ້ຄຳສັນຍານັ້ນ ເປັນຜູ້ມີສັດຈະ. 12ດ້ວຍເຫດນີ້, ຄົນຈຳນວນມາກມາຍເຫລືອທີ່ຈະນັບໄດ້ ດັ່ງດວງດາວຢູ່ທ້ອງຟ້າ ແລະເມັດຊາຍຢູ່ຫາດແຄມທະເລ ຈະໄດ້ເກີດມາຈາກບຸລຸຸດຄົນດຽວ ຜູ້ແກ່ຊາຣາໝໍ່ຕາຍແລ້ວ. 13ພວກບັນພະບຸຣຸດເຫລົ່ານັ້ນກໍໄດ້ຕາຍໄປແລ້ວໃນຄວາມເຊື່ອ, ໂດຍບໍ່ໄດ້ເຫັນພຣະສັນຍານັ້ນສຳເລັດໄປ, ແຕ່ພວກເພິ່ນກໍໄດ້ແນມເຫັນສິ່ງເຫລົ່ານັ້ນແຕ່ໄກໆ ແລະໄດ້ຕ້ອນຮັບເອົາດ້ວຍຄວາມຍິນດີ ພ້ອມທັງປະກາດວ່າ ພວກເພິ່ນເປັນພຽງແຕ່ຄົນແຂກ ແລະຄົນສັນຈອນໄປມາໃນໂລກເທົ່ານັ້ນ. 14ຍ້ອນພວກທີ່ເວົ້າແບບນີ້ ສະແດງໃຫ້ເຫັນຢ່າງຊັດແຈ້ງ ວ່າ ເຂົາເຈົ້າກຳລັງຊອກຫາບ້ານເກີດເມືອງນອນອັນແທ້ຂອງຕົນ. 15ແລະຖ້າເຂົາເຈົ້າຄິດເຖິງບ້ານເມືອງທີ່ເຂົາເຈົ້າຈາກໄປນັ້ນ, ເຂົາເຈົ້າກໍຄົງຈະມີໂອກາດຫລົບຄືນມາອີກ. 16ແຕ່ຕາມຈິງແລ້ວ, ເຂົາປາດຖະໜາຢາກໄດ້ຖິ່ນຖານທີ່ປະເສີດກວ່າ ຄືວິມານສະຫວັນນັ້ນເອງ. ດ້ວຍເຫດນີ້ ພຣະເປັນເຈົ້າຈຶ່ງບໍ່ມີຄວາມລະອາຍ ເມື່ອເຂົາເຈົ້າເອີ້ນພຣະອົງວ່າເປັນພຣະເຈົ້າຂອງຕົນ ຍ້ອນພຣະອົງໄດ້ຈັດຕຽມເມືອງໜຶ່ງໄວ້ໃຫ້ເຂົາເຈົ້າແລ້ວ.

17ທ່ານອາບຣາຮຳຜູ້ມີຄວາມເຊື່ອ, ເມື່ອຖືກຫົດລອງ, ກໍໄດ້ຍອມຖະຫວາຍອີຊາອັກ. ແມ່ນວ່າເພິ່ນເອງເປັນຜູ້ໄດ້ຮັບພຣະສັນຍາ, ເພິ່ນກໍຍອມຖະຫວາຍລູກຊາຍຄົນດຽວຂອງເພິ່ນເປັນສິນບູຊາ. 18ເພິ່ນເອງໄດ້ພຣະວາຈາທີ່ກ່າວວ່າ: “ຜູ້ສືບເຊື້ອສາຍຂອງເຈົ້າຈະເກີດມາຈາກອີຊາອັກ”. 19ເພິ່ນເຊື່ອໝັ້ນວ່າ ພຣະເປັນເຈົ້າມີຣິດທຳໃຫ້ຄົນຕາຍແລ້ວ ຄືນມາໄດ້. ດັ່ງນີ້ເພິ່ນຈຶ່ງໄດ້ບຸດ ຜູ້ຄືວ່າຕາຍແລ້ວນັ້ນ ຄືນມາ. 20ຍ້ອນມີຄວາມເຊື່ອ, ອີຊາອັກຈິງອວຍພອນໃຫ້ຢາກັອບແລະເອເຊົາ ເພື່ອພາຍໜ້າ. 21ຍ້ອນມີຄວາມເຊື່ອ, ຢາກັອບເມື່ອໃກ້ຈະຕາຍ ກໍໄດ້ອວຍພອນໃຫ້ລູກຂອງຢໍແຊແຕ່ລະຄົນ ດ້ວຍກົ້ມລົງຈຸຫົວໄມ້ຄ້ອນເທົ້າຂອງຕົນ ດັ່ງຜູ້ທີ່ກຳລັງນະມັດສະການ. 22ຍ້ອນມີຄວາມເຊື່ອ, ຢໍແຊ ເມື່ອໃກ້ຈະຕາຍ ກໍໄດ້ກ່າວເຖິງການອົບພະຍົບຂອງຊາວອິດສະລະແອນ ແລະສັ່ງບອກເລື່ອງການຝັງສົບຂອງເພິ່ນ. 23ຍ້ອນມີຄວາມເຊື່ອ, ເມື່ອໂມແຊເກີດມາ ມີຮູບໂສມສວຍງາມ, ພໍ່ແມ່ຂອງເພິ່ນກໍໄດ້ເອົາໄປເສື່ອງໄວ້ ເປັນເວລາສາມເດືອນ ດ້ວຍບໍ່ຫົວຊານຳຄຳສັ່ງຂອງເຈົ້າຊີວິດ. 24ຍ້ອນມີຄວາມເຊື່ອ,ເມື່ອໃຫຍ່ຂຶ້ນມາ ໂມແຊຈຶ່ງບໍ່ຍອມໃຫ້ເຂົາເອີ້ນວ່າເປັນບຸດຂອງທິດາຟາຣາໂອ. 25ແຕ່ສະໝັກຮັບທຸກຮ່ວມກັບປະຊາກອນຂອງພຣະເຈົ້າ ແທນທີ່ຈະເພີດເພີນສະໜຸກສະໜານຊົ່ວຄາວໜຶ່ງໃນການບາບ. 26ເພິ່ນຖືວ່າ ການສູ້ທົນຄວາມໝິ່ນປະໝາດເພື່ອພຣະກຣິສໂຕນັ້ນ ປະເສີດກວ່າຂຸມຊັບທັງໝົດຂອງປະເທດເອຢິບ, ຍ້ອນແສງຕາຂອງເພິ່ນແນມໄປຫາແຕ່ລາງ ວັນທີ່ຈະໄດ້ຮັບນັ້ນ. 27ຍ້ອນມີຄວາມເຊື່ອ ເພິ່ນຈຶ່ງໄດ້ອອກຈາກປະເທດເອຢິບ ໂດຍບໍ່ຢ້ານກະສັດຈະຕິຮ້າຍ, ເພິ່ນມີຄວາມໝັ້ນໃຈ ຄືຜູ້ທີ່ໄດ້ແນມເຫັນພຣະອົງ ຜູ້ຕາແນມເຫັນບໍ່ໄດ້. 28ຍ້ອນມີຄວາມເຊື່ອ, ເພິ່ນຈຶ່ງໄດ້ສະເຫລີມສະຫລອງປາສກາ ແລະທຳພິທີຊິດເລືອດ ເພື່ອປ້ອງກັນບໍ່ໃຫ້ເພັດຊະຄາດແຕະຕ້ອງບຸດຫົວປີຂອງຊາວອິດສະລະແອນ. 29ຍ້ອນມີຄວາມເຊື່ອ, ຊາວອິດສະລະແອນຈຶ່ງຍ່າງຂ້າມທະເລແດງຄືຍ່າງເທິງດິນແຫ້ງ. ສ່ວນຊາວເອຢິບທີ່ຢາກລອງຂ້າມນັ້ນ ໄດ້ຖືກນ້ຳຖ້ວມຕາຍໝົດ.

30ຍ້ອນມີຄວາມເຊື່ອ, ເມື່ອຊາວອິດສະລະແອນອ້ອມເມືອງເຢຣີໂກໄດ້ເຈັດວັນ, ກຳແພງເມືອງຈຶ່ງພັງທະລາຍລົງ. 31ຍ້ອນມີຄວາມເຊື່ອ, ນາງຣາຮັບ ຜູ້ເປັນໂສເພນີ ຈຶ່ງບໍ່ໄດ້ເສຍຊີວິດພ້ອມກັບພວກຫົວດື້ບໍ່ຍອມເຊື່ອ, ຍ້ອນວ່ານາງໄດ້ຮັບຕ້ອນພວກສອດແນມເປັນຢ່າງດີ. 32ແລະຈະໃຫ້ເວົ້າຫຍັງຕໍ່ໄປອີກບໍ? ຂ້າພະເຈົ້າບໍ່ມີເວລາພໍທີ່ຈະເວົ້າໃຫ້ລະອຽດ ກ່ຽວກັບເຊເດອົງ, ບາລັກ, ຊຳຊອນ, ແຢັບເຕ, ດາວິດ, ຊາມູແອນ ແລະພວກປະພາສົກ. 33ຍ້ອນອາໄສຄວາມເຊື່ອ, ພວກເພິ່ນເຫລົ່ານັ້ນໄດ້ມີໄຊຊະນະອານາຈັກຕ່າງໆ, ແຕ່ງຕັ້ງລະບອບຄວາມຍຸຕິທຳ, ໄດ້ເຫັນພຣະສັນຍາສຳເລັດຜົນ ແລະງັບປາກສິງໄວ້, 34ໄດ້ມອດໄຟອັນແຮງກ້າ, ໄດ້ຫວິດຈາກຄົມດາບ, ມີແຮງມີກຳລັງຂຶ້ນມາ ເມື່ອຫາຍຈາກພະຍາດແລ້ວ, ໄດ້ກາຍເປັນຜູ້ເຂັ້ມແຂງຍາມສົງຄາມ, ໄດ້ຂັບໄລ່ກອງທັບສັດຕູແຕກກະຈາຍໄປ. 35ພວກຜູ້ຍິງກໍໄດ້ເຫັນຜູ້ຕາຍຂອງຕົນກັບເປັນຄືນມາ. ບາງຄົນກໍຍອມຖືກທໍຣະມານ, ບໍ່ຍອມຮັບການປົດປ່ອຍ ຍ້ອນຢາກກັບເປັນຄືນມາຮັບເອົາຊີວິດທີ່ດີກວ່າ. 36ບາງຄົນຍອມໃຫ້ເຂົາໝິ່ນປະໝາດ, ຂ້ຽນຕີ, ຖືກໂສ້ຖືກຄຸກ, 37ຖືກເຂົາແກວ່ງກ້ອນຫີນໃສ່ໃຫ້ຕາຍ, ຖືກເລື່ອຍເປັນທ່ອນ, ຖືກງ້າວຟັນຕາຍ. ບາງຄົນຊັດເຊພະເນຈອນໄປມາ, ເອົາໜັງແກະໜັງແບ້ມານຸ່ງຫົ່ມ ອຶດຢາກໝາກແຄ້ນ, ຖືກຂົ່ມເຫງບັງບຽດ. 38ໂລກບໍ່ເໝາະສົມກັບຄົນເຫລົ່ານີ້, ພວກເຂົາຈຶ່ງຊັດເຊພະເນຈອນໄປ ອາໄສຢູ່ຕາມໂຄກປ່ຽວ ຕາມພູຜາ, ໃນຖ້ຳໃນຂຸມ. 39ເຂົາເຈົ້າທັງໝົດນີ້, ແມ່ນວ່າໄດ້ຮັບການຍົກຍ້ອງຍ້ອນຄວາມເຊື່ອກໍຕາມ, ແຕ່ກໍຍັງບໍ່ໄດ້ຮັບຕາມພຣະສັນຍາ. 40ຍ້ອນພຣະເປັນເຈົ້າຜູ້ໄດ້ຈັດຕຽມສິ່ງປະເສີດກວ່າອີກ ໄວ້ໃຫ້ພວກເຮົານັ້ນ ບໍ່ຊົງປາດຖະໜາ ໃຫ້ພວກເຂົາໄດ້ຮັບຄວາມສົມບູນ ກ່ອນພວກເຮົາ.