ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງຕີໂມເທ ສະບັບທີ 2
ພາກທີ 1
ຈົດໝາຍຂອງນັກບຸນເປົາໂລຂຽນເຖິງຕີໂມເທ ສະບັບທີ 2
ຄຳນັບຖາມຂ່າວ
1.ຈາກເປົາໂລ ອັກຄະທໍາມະທູດຂອງພຣະກຣິສໂຕເຢຊູ, ຕາມນ້ຳພຣະໄທຂອງພຣະເຈົ້າ ເພື່ອປະກາດພຣະສັນຍາທີ່ຈະຊົງປະທານຊີວິດ ຊຶ່ງມີຢູ່ໃນພຣະກຣິສໂຕເຢຊູ. 2.ເຖິງຕີໂມເທລູກທີ່ຮັກ. ຂໍພຣະຄຸນ ພຣະເມດຕາ ແລະສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະຈາກພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາ ຈົ່ງຢູ່ນຳເຈົ້າເທີ້ນ!
ຂອບພຣະຄຸນ
3.ເຮົາຂອບພຣະຄຸນພຣະເປັນເຈົ້າຜູ້ເຮົາຮັບໃຊ້ດ້ວຍມະໂນທຳອັນບໍລິສຸດ ເໝືອນດັ່ງພວກບັນພະບຸຣຸດຂອງເຮົາແຕ່ກ່ອນ, ເມື່ອເຮົາລະລຶກເຖິງເຈົ້າໃນຄຳພາວະນາຢູ່ບໍ່ຂາດທັງເວັນທັງຄືນ. 4.ເມື່ອເຮົາລະລຶກເຖິງນ້ຳຕາຂອງເຈົ້າ, ເຮົາກໍມີຄວາມປາດຖະໜາອັນແຮງກ້າຢາກເຫັນໜ້າເຈົ້າ, ເພື່ອຈະໄດ້ມີຄວາມຍິນດີຢ່າງເຕັມໃຈ. 5.ເຮົາລະລຶກເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ, ອັນແມ່ນຄວາມເຊື່ອທີ່ໄດ້ຝັງຢູ່ໃນດວງໃຈຂອງນາງໂລອີແມ່ເຖົ້າເຈົ້າ ແລະຂອງນາງເອີນີກາແມ່ຂອງເຈົ້າ ແຕ່ກ່ອນແລ້ວ. ແລະເຮົາກໍແນ່ໃຈວ່າ ຄວາມເຊື່ອນັ້ນກໍຝັງຢູ່ໃນຕົວເຈົ້າດ້ວຍ.
ພຣະຄຸນທີ່ຕີໂມເທໄດ້ຮັບ
6.ດ້ວຍເຫດນີ້, ເຮົາຂໍເຕືອນເຈົ້າ ຈົ່ງບຳລຸງພຣະຄຸນພຣະເຈົ້າທີ່ເຈົ້າໄດ້ຮັບດ້ວຍການປົກມືຂອງເຮົານັ້ນ ໃຫ້ມີຣິດມີກຳລັງຍິ່ງໆຂຶ້ນ. 7.ຍ້ອນວ່າພຣະອົງເຈົ້າບໍ່ໄດ້ໃຫ້ພວກເຈົ້າເປັນຄົນມີໃຈຢ້ານກົວ ແຕ່ໄດ້ໃຫ້ພວກເຮົາມີໃຈເຂັ້ມແຂງ ມີຄວາມຮັກແລະຮູ້ຈັກບັງຄັບຕົວ. 8.ຢ່າອາຍໃນການຢັ້ງຢືນເປັນພິຍານໃຫ້ພຣະອົງເຈົ້າຂອງເຮົາ, ແລະຢ່າອາຍເຮົາຜູ້ຖືກຄຸມຂັງຍ້ອນພຣະເຈົ້າ. ແຕ່ຈົ່ງຮ່ວມທຸກທໍຣະມານກັບເຮົາເພື່ອພຣະວໍຣະສານ ຕາມກຳລັງເຫື່ອແຮງທີ່ພຣະເປັນເຈົ້າປະທານໃຫ້. 9.ພຣະອົງໄດ້ຊ່ວຍພວກເຮົາໃຫ້ຮອດ, ໄດ້ຊົງຮຽກພວກເຮົາດ້ວຍພະກະແສຮຽກອັນສັກສິດຂອງພຣະອົງ ບໍ່ແມ່ນຍ້ອນຄຸນງາມຄວາມດີທີ່ເຮົາທຳໄວ້, ແຕ່ຕາມແຜນການຂອງພຣະອົງ ແລະຍ້ອນຄວາມຮັກຊຶ່ງພຣະອົງໄດ້ປະທານໃຫ້ພວກເຮົາ ໃນພຣະເຢຊູກຣິສໂຕເຈົ້າແຕ່ນິຣັນດອນ. 10.ຄວາມຮັກນີ້ໄດ້ປາກົດມາຢ່າງຊັດແຈ້ງ ດ້ວຍການປະຈັກມາຂອງພຣະເຢຊູກຣິສໂຕ ພຣະຜູ້ບັນດານຄວາມຮອດຂອງພວກເຮົາ, ຜູ້ຊົງທຳລາຍຄວາມຕາຍ, ຜູ້ທຳໃຫ້ຊີວິດອະມະຕະຮຸ່ງຂຶ້ນດ້ວຍອາໄສພຣະວໍຣະສານ. 11.ເຮົາໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ, ເປັນອັກຄະສາວົກ ແລະເປັນອາຈານສອນພຣະວໍຣະສານນີ້ເອງ. 12.ດ້ວຍເຫດນີ້ແລ້ວ, ເຮົາຈຶ່ງຕ້ອງທຸກຍາກລຳບາກຢູ່ຢ່າງນີ້, ຍ້ອນເຮົາຮູ້ວ່າເຮົາເຊື່ອເຖິງຜູ້ໃດ, ແລະແນ່ໃຈວ່າ ພຣະອົງຊົງສາມາດຮັກສາຂອງຝາກຂອງເຮົາໄວ້ໄດ້ຈົນຮອດມື້ນັ້ນ. 13.ຈົ່ງຖືເອົາຖ້ອຍຄຳອັນຖືກຕ້ອງ ຊຶ່ງເຈົ້າໄດ້ຍິນຈາກເຮົາ ໃນຄວາມເຊື່ອແລະຄວາມຮັກ ໃນພຣະກຣິສໂຕເຢຊູນັ້ນ ມາເປັນຫລັກຄວາມປະພຶດເຖີດ. 14.ຈົ່ງຮັກສາຂອງຝາກອັນດີເລີດນີ້ໄວ້ ເດຊະພຣະຈິດຜູ້ສະຖິດຢູ່ໃນພວກເຮົາ. 15.ເຈົ້າກໍຮູ້ດີແລ້ວວ່າ ພວກທີ່ຢູ່ແຂວງອາຊີນັ້ນ ໄດ້ປະຖິ້ມເຮົາເສຍແລ້ວ, ໃນຈຳນວນນັ້ນມີ ຟີເຊເລແລະແອໂມແຊເນ. 16.ຂໍພຣະອົງເຈົ້າຊົງເມດຕາຕໍ່ຄອບຄົວຂອງໂອເນຊີຟໍ, ຍ້ອນໄດ້ເປັນກຳລັງໃຫ້ເຮົາຢູ່ເລື້ອຍໆ ແລະບໍ່ອາຍເມື່ອເຫັນເຮົາຕ້ອງຖືກໂສ້. 17.ກົງຂ້າມ, ເມື່ອໄປເຖິງນະຄອນໂຣມາແລ້ວ, ເພິ່ນກໍໄດ້ຊອກຫາເຮົາຈົນພໍ້. 18.ຂໍພຣະອົງເຈົ້າໂຜດເມດຕາຕໍ່ເພິ່ນໃນມື້ນັ້ນ. ສ່ວນເລື່ອງເພິ່ນໄດ້ຊ່ວຍເຫລືອເຮົາຢູ່ເມືອງເອເຟໂຊ ຫລາຍປານໃດນັ້ນ, ເຈົ້າກໍຮູ້ຈັກດີກວ່າໝູ່ໝົດ.