ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງຕີໂມເທ ສະບັບທີ 1

ພາກທີ 2

ການວິງວອນພາວະນາໃນພິທີກຳ

1.ກ່ອນອື່ນໝົດ, ຂ້າພະເຈົ້າຂໍຮ້ອງໃຫ້ທຸກຄົນວິງວອນ, ພາວະນາ, ໄຫວ້ວອນ ແລະຂອບພຣະຄຸນ ອຸທິດໃຫ້ມະນຸດທັງຫລາຍ, 2.ອຸທິດໃຫ້ບັນດາກະສັດແລະອາດຍາສິດທັງຫລາຍ ເພື່ອພວກເຮົາຈະໄດ້ດຳເນີນຊີວິດໃນຄວາມສະຫງົບແລະສັນຕິສຸກ, ມີຄວາມເຫລື້ອມໃສສັດທາ ແລະຄວາມປະພຶດດີງາມທຸກຢ່າງ. 3.ການກະທຳແບບນີ້ແຫລະ ເປັນການດີງາມ ແລະຊອບພຣະໄທພຣະເຈົ້າ ພຣະຜູ້ບັນດານຄວາມຮອດຂອງເຮົາ. 4.ພຣະອົງຊົງປາດຖະໜາໃຫ້ມະນຸດທັງຫລາຍໄດ້ຮອດ ແລະມາຮູ້ຈັກຄວາມຈິງ 5.ຍ້ອນວ່າ ມີແຕ່ພຣະເຈົ້າດຽວລະຫວ່າງ ພຣະເຈົ້າກັບມະນຸດທັງຫລາຍ, ຄົນນັ້ນຄືພຣະເຢຊູກຣິສໂຕເຈົ້າ, 6.ຜູ້ໄດ້ມອບພຣະອົງເອງເປັນຄ່າໄຖ່ມະນຸດທັງຫລາຍ ນີ້ແຫລະຫລັກຖານທີ່ພຣະອົງໄດ້ໃຫ້ໄວ້ ເມື່ອເຖິງເວລາທີ່ພຣະເປັນເຈົ້າໄດ້ກຳໜົດ. 7.ສຳລັບເລື່ອງນີ້ເອງ ຂ້າພະເຈົ້າເອງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ, ເປັນອັກຄະສາວົກ ແລະເປັນອາຈານສອນນານາຊາດ ໃຫ້ຮູ້ຈັກຄວາມເຊື່ອແລະຄວາມຈິງ. ຂ້າພະເຈົ້າເວົ້າຈິງບໍ່ຕົວະ. 8.ດັ່ງນັ້ນ, ຂ້າພະເຈົ້າປາດຖະໜາໃຫ້ພວກຜູ້ຊາຍສວດພາວະນາໃນທຸກແຫ່ງຫົນ, ໃຫ້ເຂົາຍໍມືອັນບໍລິສຸດຂຶ້ນພາວະນາ ດ້ວຍມີໃຈປາດສະຈາກຄວາມໂກດແຄ້ນແລະຜິດຖຽງກັນ. 9.ສ່ວນພວກຜູ້ຍິງກໍດັ່ງດຽວກັນ, ຂໍໃຫ້ພວກນາງແຕ່ງຕົວສຸພາບ ແລະສະງ່ຽມຈຽມຕົວ, ບໍ່ຕ້ອງເຜືອຜົມຫລືປະດັບຕົວດ້ວຍເຄື່ອງຄຳ, ເພັດພອຍຫລືເຄື່ອງນຸ່ງທີ່ມີລາຄາແພງໆ, 10.ແຕ່ໃຫ້ພວກນາງແຕ່ງເອ້ຕົວດ້ວຍບຸນກຸສົນ ອັນເປັນສິ່ງເໝາະສົມກັບຜູ້ຍິງທີ່ມີຄວາມນັບຖືຕໍ່ພຣະເຈົ້າ 11.ໃນເວລາຟັງຄຳເທດສອນ, ໃຫ້ພວກຜູ້ຍິງຟັງຢ່າງງຽບໆ ແລະດ້ວຍໃຈອ່ອນນ້ອມ. 12. ຂ້າພະເຈົ້າບໍ່ຍອມໃຫ້ຜູ້ຍິງສັ່ງສອນ ຫລືໃຊ້ອຳນາດບັງຄັບຜູ້ຊາຍ. ແຕ່ຂໍໃຫ້ເຂົາເຈົ້າມິດງຽບຢູ່.

13.ຕາມຈິງ, ພຣະເປັນເຈົ້າໄດ້ນິມິດສ້າງອາດຳກ່ອນ, ແລ້ວຈຶ່ງສ້າງເອວາ 14.ບໍ່ແມ່ນອາດຳຖືກຫລອກລວງ, ແຕ່ແມ່ນຜູ້ຍິງນັ້ນຖືກຫລອກລວງ ຈຶ່ງໄດ້ຕົກໃນບາບ. 15.ແຕ່ເຖິງປານນັ້ນກໍດີ, ຜູ້ຍິງຈະເອົາຕົວຮອດໄດ້ ກໍໂດຍອາໄສການເປັນແມ່, ຖ້າຫາກວ່າເຂົາໝັ້ນຄົງໃນຄວາມເຊື່ອ, ຄວາມຮັກ ແລະຄວາມສັກສິດ ດ້ວຍຄວາມສະງ່ຽມຈຽມຕົວ.