ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ເທຊາໂລນິກ ສະບັບທີ 1
ພາກທີ 2
ກິດທຸລະຂອງເປົາໂລຢູ່ເມືອງເທຊາໂລນິກ
1.ພີ່ນ້ອງທັງຫລາຍ, ພວກພີ່ນ້ອງເອງກໍຮູ້ແລ້ວວ່າ ການທີ່ພວກເຮົາມາຢ້ຽມຢາມພວກພີ່ນ້ອງນັ້ນ ບໍ່ເປັນການໄຮ້ປະໂຫຍດເລີຍ. 2.ແມ່ນວ່າພວກເຮົາຕ້ອງສູ້ທົນຄວາມທຸກລຳບາກ ແລະຖືກດ່າວ່ານານາປະການຢູ່ເມືອງຟິລິບ ດັ່ງທີ່ພວກພີ່ນ້ອງຮູ້ຢູ່ແລ້ວນັ້ນກໍຕາມ. ພຣະເຈົ້າກໍຍັງໂຜດໃຫ້ພວກເຮົາມີໃຈກ້າຫານປ່າວປະກາດຂ່າວປະເສີດແກ່ພວກພີ່ນ້ອງ ໂດຍຕ້ອງຜ່ານແນວກີດຂວາງແສນລຳບາກ, 3.ຍ້ອນວ່າຄຳເທດສອນຂອງພວກເຮົາບໍ່ໄດ້ມາຈາກຄວາມຫລົງຜິດ, ຈາກເຫດຜົນອັນຕ່ຳຊ້າແລະກົນອຸບາຍໃດໆ. 4.ແຕ່ພຣະອົງເຈົ້າໄດ້ຊົງທົດລອງພວກເຮົາກ່ອນ, ແລ້ວຈຶ່ງໄດ້ມອບຂ່າວປະເສີດໃຫ້ພວກເຮົາ. ພວກເຮົາກໍປະກາດໄປ, ບໍ່ແມ່ນເພື່ອໃຫ້ຖືກໃຈຄົນ, ແຕ່ເພື່ອໃຫ້ຊອບພຣະໄທພຣະເຈົ້າຜູ້ຊົງຮູ້ແຈ້ງໃນຈິດໃຈຂອງພວກເຮົາ. 5.ດັ່ງນີ້ແລ້ວ ພວກເຮົາຈຶ່ງບໍ່ໃຊ້ຄວາມເວົ້າຖະແຫລງຫລືຫລອກລວງຫາຜົນກໍາໄລ. ພຣະເຈົ້າເປັນພິຍານໃຫ້ໃນເລື່ອງນີ້. 6.ພວກເຮົາບໍ່ໄດ້ສະແຫວງຫາກຽດຕິຍົດຊື່ສຽງຈາກມະນຸດເລີຍ, ບໍ່ວ່າຈະມາຈາກພວກພີ່ນ້ອງຫລືຈາກຜູ້ອື່ນ. 7.ແມ່ນວ່າໃນຖານະອັກຄະທຳມະທູດຂອງພຣະກຣິສໂຕເຈົ້າ, ພວກເຮົາມີສິດຮຽກຮ້ອງເອົາໄດ້. ແຕ່ກົງກັນຂ້າມ ເມື່ອພວກເຮົາຢູ່ກັບພວກພີ່ນ້ອງນັ້ນ, ພວກເຮົາໄດ້ປະພຶດຕົວເປັນຜູ້ສຸພາບອ່ອນຫວານ ເໝືອນດັ່ງແມ່ເອົາໃຈໃສ່ຖະໜອມລູກນ້ອຍຂອງຕົນ. 8.ພວກເຮົາມີຄວາມຮັກແພງພວກພີ່ນ້ອງທີ່ສຸດ ຈົນວ່າພ້ອມທີ່ຈະມອບທຸກສິ່ງໃຫ້ພວກພີ່ນ້ອງ, ບໍ່ວ່າແຕ່ພຣະວໍຣະສານຂອງພຣະເຈົ້າເທົ່ານັ້ນ, ແມ່ນແຕ່ຊິີວິດພວກເຮົາເອງກໍຍິນດີມອບໃຫ້ດ້ວຍ ຍ້ອນວ່າພວກເຮົາຮັກແພງພວກພີ່ນ້ອງຫາ ບ່ອນປຽບບໍ່ໄດ້. 9.ພວກພີ່ນ້ອງຍັງຈື່ຈຳຄວາມທຸກຍາກລຳບາກ ແລະຄວາມອິດອ່ອນຂອງພວກເຮົາໄດ້ດີວ່າ ຕະຫລອດເວລາທີ່ພວກເຮົາປ່າວປະກາດພຣະວໍຣະສານຂອງພຣະເຈົ້າໃຫ້ພວກພີ່ນ້ອງນັ້ນ ພວກເຮົາກໍໄດ້ພາກັນກາກກຳທຳງານທັງເວັນທັງຄືນ ເພື່ອບໍ່ໃຫ້ໃຜໃນພວກພີ່ນ້ອງຕ້ອງຮັບພາລະໜັກໃນການລ້ຽງເກືອພວກເຮົາ. 10.ພວກພີ່ນ້ອງກໍເປັນພິຍານ ແລະພຣະເປັນເຈົ້າກໍເປັນພິຍານໃຫ້ດ້ວຍ ຄືພວກເຮົາໄດ້ປະພຶດຕົວຕໍ່ພວກພີ່ນ້ອງຜູ້ເຊື່ອນັ້ນ ຢ່າງສັກສິດ ຊອບທຳ ແລະປາດສະຈາກຄວາມຕ້ອງຕິ. 11.ພວກພີ່ນ້ອງກໍຮູ້ດີວ່າ ພວກເຮົາໄດ້ປະຕິບັດຕໍ່ພວກພີ່ນ້ອງ ຄືພໍ່ກັບລູກຂອງຕົນ. 12.ຄືໃຫ້ຄຳຕຸກເຕືອນ ອອຍໃຈ ບອກສັ່ງພວກພີ່ນ້ອງ ໃຫ້ຈຳເລີນຊີວິດສົມກັບພຣະເຈົ້າ ຜູ້ຊົງຮຽກພວກພີ່ນ້ອງໃຫ້ເຂົ້າມາໃນພຣະຣາໄຊ ແລະໃນສີມຸງຄຸນຂອງພຣະອົງ. 13.ດ້ວຍເຫດນີ້, ພວກເຮົາຈຶ່ງສົມມະນາຄຸນພຣະເຈົ້າຢູ່ບໍ່ຂາດ ຍ້ອນວ່າ ເມື່ອພວກພີ່ນ້ອງຮັບເອົາພຣະວາຈາທີ່ໄດ້ຍິນຈາກພວກເຮົານັ້ນ ພວກພີ່ນ້ອງກໍໄດ້ຮັບເອົາ ບໍ່ແມ່ນໃນຖານເປັນວາຈາມະນຸດ ແຕ່ໃນຖານເປັນພຣະວາຈາຂອງພຣະເຈົ້າແທ້. ແມ່ນພຣະວາຈານີ້ເອງທີ່ກຳລັງທຳງານໃນຕົວພວກພີ່ນ້ອງຜູ້ມີຄວາມເຊື່ອ. 14.ພີ່ນ້ອງທັງຫລາຍ! ພວກພີ່ນ້ອງໄດ້ເດີນຕາມຢ່າງຂອງໝູ່ກຣິສຕະຊົນຂອງພຣະເຈົ້າ ໃນພຣະກຣິສໂຕເຢຊູທີ່ຢູ່ໃນແຂວງຢູເດ, ຍ້ອນພວກພີ່ນ້ອງເອງກໍໄດ້ຮັບທຸກທໍຣະມານຈາກເພື່ອນຮ່ວມຊາດ, ດັ່ງດຽວກັບໝູ່ກຣິສຕະຊົນຊາວຢິວຖືກຊາວຢິວດ້ວຍກັນບຽດບຽນຂົ່ມເຫງນັ້ນເອງ. 15.ຊາວຢິວເຫລົ່ານີ້ໄດ້ປະຫານຊີວິດພຣະເຢຊູເຈົ້າ ແລະບັນດາປະພາສົກ, ພວກເຂົາໄດ້ບັງບຽດຂົ່ມເຫງພວກເຮົາ. ພວກເຂົາບໍ່ຖືກໃຈພຣະເຈົ້າ ແລະເປັນສັດຕູກັບຄົນທັງຫລາຍ. 16.ພວກເຂົາຂັດຂວາງພວກເຮົາ ບໍ່ໃຫ້ເທດສອນຄົນຕ່າງສາດສະໜາ ເພື່ອເຂົາເຫລົ່ານັ້ນຈະໄດ້ຮອດ. ພວກເຂົາທຳດັ່ງນີ້ ກໍແມ່ນເຮັດໃຫ້ບາບຂອງພວກເຂົາເພີ່ມພູນທະວີ. ແຕ່ໃນທີ່ສຸດ ພະພິໂລດຂອງພຣະເຈົ້າກໍໄດ້ຕົກໃສ່ຫົວຂອງພວກເຂົາແລ້ວ.
ເປົາໂລຢາກຄືນໄປເທຊາໂລນິກອີກ
17.ພີ່ນ້ອງທັງຫລາຍ! ເມື່ອພວກເຮົາຕ້ອງພາກຈາກພວກພີ່ນ້ອງໄປຄາວໜຶ່ງ, ຈາກແຕ່ກາຍ, ໃຈບໍ່ໄດ້ຈາກ, ພວກເຮົາກໍພະຍາຍາມສຸດຄວາມສາມາດ ແລະມີຄວາມປາດຖະໜາອັນແຮງກ້າຢາກເຫັນໜ້າພວກພີ່ນ້ອງອີກ. 18.ດ້ວຍເຫດນີ້, ເຮົາເອງເປົາໂລ, ມີຄວາມປາດຖະໜາຢາກມາຢາມພວກພີ່ນ້ອງຫລາຍເທື່ອຫລາຍທີແລ້ວ. ແຕ່ຜີຊາຕານຂັດຂວາງໄວ້. 19.ຕາມຈິງແລ້ວ, ມີຫຍັງບໍຈະເປັນຄວາມຫວັງ, ຄວາມຍິນດີ ແລະເປັນມຸງກຸດຂອງພວກເຮົາ ເພື່ອເອ້ອວດຕໍ່ພຣະພັກຂອງພຣະເຢຊູກຣິສໂຕເຈົ້າ ເມື່ອພຣະອົງຈະສະເດັດກັບມາໃໝ່, ຖ້າບໍ່ແມ່ນພວກພີ່ນ້ອງເອງ? 20.ແມ່ນແທ້, ພວກພີ່ນ້ອງນັ້ນແຫລະເປັນກຽດມຸງຄຸນແລະຄວາມຍິນດີຂອງພວກເຮົາ.