ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກໂລຊາ
ພາກທີ 2
1. ຂ້າພະເຈົ້າຢາກໃຫ້ພວກພີ່ນ້ອງຊາບວ່າ ຂ້າພະເຈົ້າຕ້ອງຮົບສູ້ຢ່າງໜັກໜ່ວງສັກພຽງໃດເພື່ອພວກພີ່ນ້ອງ, ເພື່ອຊາວເມືອງລາວດີເຊ ແລະເພື່ອທຸກຄົນທີ່ບໍ່ເຄີຍເຫັນໜ້າຂ້າພະເຈົ້າ 2.ດັ່ງນີ້ ກໍເພື່ອຢາກໃຫ້ເຂົາເຈົ້າມີມານະເຂັ້ມແຂງ ແລະສາມັກຄີກັນຢ່າງແໜ້ນແກ່ນໃນຄວາມຮັກ, ແລ້ວຈະໄດ້ມີສະຕິປັນຍາຈະເລີນສົມບູນລົ້ນເຫລືອ ທັງເຂົ້າໃຈຢ່າງຊາບຊຶ້ງເຖິງຂໍ້ເລິກລັບຂອງພຣະເຈົ້າ ຄືພຣະກຣິສໂຕ, 3.ຜູ້ຊົງເປັນຂຸມຊັບອັນລ້ຳຄ່າ ບັນດານຄວາມສະຫລາດສຸຂຸມແລະຄວາມຮູ້ຕ່າງໆ. 4. ຂ້າພະເຈົ້າເວົ້າດັ່ງນີ້ ກໍເພື່ອບໍ່ໃຫ້ມີໃຜລວງພວກພີ່ນ້ອງດ້ວຍຖ້ອຍຄຳອັນອ່ອນຫວານໜ້າຟັງ. 5.ແມ່ນຈິງ, ຂ້າພະເຈົ້າຢູ່ໄກພວກພີ່ນ້ອງແຕ່ກາຍ, ສ່ວນທາງຈິດໃຈນັ້ນ ຂ້າພະເຈົ້າຢູ່ນຳພວກພີ່ນ້ອງ; ຂ້າພະເຈົ້າມີຄວາມສຸກໃຈ ເຫັນພວກພີ່ນ້ອງຢູ່ກັນຢ່າງຮຽບຮ້ອຍ, ແລະມີຄວາມເຊື່ອໝັ້ນແກ່ນໃນພຣະກຣິສໂຕເຈົ້າ. 6.ດັ່ງນີ້ ເມື່ອພວກພີ່ນ້ອງຮັບເອົາພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາ ຢ່າງໃດ, ກໍຈົ່ງດຳເນີນຊີວິດຕາມພຣະອົງຢ່າງນັ້ນດ້ວຍ. 7.ຄື ຈົ່ງໝັ້ນແກ່ນແໜ້ນໜາ ແລະຊົງຕົວຢູ່ຢ່າງໜຽວແໜ້ນໃນພຣະອົງ, ແລະເຂັ້ມແຂງຍິ່ງຂຶ້ນໃນຄວາມເຊື່ອຕາມທີ່ໄດ້ຮຽນຮູ້ມາ, ຈົ່ງຂອບພຣະຄຸນພຣະເປັນເຈົ້າຢ່າໄດ້ຂາດ. 8.ຈົ່ງລະວັງຢ່າໃຫ້ໃຜມາລວງພວກພີ່ນ້ອງໃຫ້ຕົກເປັນເຫຍື່ອຂອງເຂົາ ດ້ວຍເອົາຫລັກຄວາມສະຫລາດຂອງໂລກຕາມຕຳນານທີ່ໄດ້ສອນກັນມາ ຫລືເອົາສິ່ງສັກສິດແຫ່ງສາກົນໂລກມາເປັນຂອງອ້າງອິງ ບໍ່ແມ່ນເອົາຕາມຄຳສອນຂອງພຣະກຣິສໂຕເຈົ້າ. 9.ຍ້ອນວ່າສາພາວະພຣະເຈົ້າດຳຣົງຢູ່ຢ່າງສົມບູນໃນພຣະກາຍຂອງພຣະອົງ. 10.ແລະພວກພີ່ນ້ອງກໍຈະໄດ້ຮັບຄວາມສົມບູນຢູ່ໃນພຣະອົງຜູ້ເປັນຫົວໜ້າຂອງເທບພຣະເຈົ້າ ຄະນະນາຍ ແລະຄະນະມີອຳນາດທັງໝົດ. 11.ພວກພີ່ນ້ອງໄດ້ຮັບສິນຕັດຢູ່ໃນພຣະອົງ ອັນແມ່ນສິນຕັດທີ່ບໍ່ໄດ້ທຳດ້ວຍມືຄົນ ແຕ່ໄດ້ຕັດພວກພີ່ນ້ອງໃຫ້ຂາດໄປຈາກກິດຈະການຝ່າຍເນື້ອໜັງ. ນີ້ແລ້ວແມ່ນສິນຕັດຂອງພະກກຣິສໂຕເຈົ້າ. 12.ພວກພີ່ນ້ອງໄດ້ຖືກຝັງໃນຄູຫາຮ່ວມກັບພຣະອົງໃນສິນລ້າງບາບ, ແລະໄດ້ກັບເປັນຄືນມາຮ່ວມກັບພຣະອົງ ຍ້ອນວ່າພວກພີ່ນ້ອງໄດ້ເຊື່ອໃນຣິດທານຸພາບຂອງພຣະເຈົ້າ ຜູ້ໄດ້ບັນດານໃຫ້ພຣະກຣິສໂຕເຈົ້າກັບຄືນຊີບຈາກພວກຜູ້ຕາຍ. 13.ແຕ່ກ່ອນພວກພີ່ນ້ອງໄດ້ຕາຍຍ້ອນວ່າໄດ້ທຳບາບ ແລະຍ້ອນເນື້ອໜັງບໍ່ໄດ້ຮັບສິນຕັດ ແຕ່ພຣະເປັນເຈົ້າໄດ້ໃຫ້ພວກພີ່ນ້ອງມີຊີວິດຮ່ວມກັບພຣະອົງ ແລະໄດ້ອະໄພໂທດໂຜດບາບທັງໝົດໃຫ້ພວກເຮົາ. 14.ພຣະອົງຊົງລຶບລ້າງບົດບັນຢັດທີ່ໄດ້ຂຽນໄວ້ເພື່ອບີບບັງຄັບ ແລະຝາກໂທດໃສ່ພວກເຮົານັ້ນ ດ້ວຍຕອກມັນຕິດໃສ່ກາງເຂນຂອງພຣະກຣິສໂຕເຈົ້າ. 15.ພຣະອົງຊົງປົດອຳນາດເທບພຣະເຈົ້າ ຄະນະນາຍ ແລະຄະນະມີອຳນາດ, ຊົງປະຈານເຂົາຕໍ່ໜ້າຄົນທັງຫລາຍ ແລະລາກແກ່ເຂົາໄປໃນຂະບວນແຫ່ອັນມີໄຊ ແຫ່ງກາງເຂນຂອງພຣະກຣິສໂຕເຈົ້າ. 16.ດັ່ງນີ້ຢ່າໃຫ້ມີໃຜກ່າວໂທດພວກພີ່ນ້ອງໃນເລື່ອງການກິນການດື່ມ, ໃນເລື່ອງບຸນສິນກິນທານປະຈຳປີ, ໃນເລື່ອງບຸນມື້ເພັງຫລືມື້ວັນພຣະ. 17.ເລື່ອງທັງໝົດເຫລົ່ານີ້ເປັນແຕ່ເງົາຂອງເຫດການທີ່ຈະເປັນມາໃນພາຍໜ້າ. ແຕ່ຕົວຈິງນັ້ນ ແມ່ນອົງພຣະກຣິສໂຕເຈົ້າ. 18.ຢ່າປະໃຫ້ໃຜມາຕົບຕາ ຍາດເອົາໄຊຊະນະຂອງພວກພີ່ນ້ອງໄປ ດ້ວຍສະແດງຕົນເປັນຄົນສັດທາ, ໄຫວ້ບູຊາເທບພຣະເຈົ້າ. ຄົນພວກນີ້ໃຝ່ຝັນແຕ່ໃນພາບນິມິດທີ່ເຂົາເຫັນ. ຄວາມຄິດສະຕິປັນຍາອັນຕ່ຳຊ້າຂອງເຂົາ ທຳໃຫ້ເຂົາຈອງຫອງພອງຂົນນຳສິ່ງທີ່ໄຮ້ສາລະ, 19.ແລະບໍ່ເອົາພຣະອົງຜູ້ຊົງເປັນສີສະມາເປັນທີ່ເພິ່ງ. ສີສະນັ້ນແຫລະເປັນເຫດໃຫ້ກາຍທັງໝົດໄດ້ຮັບການຫລໍ່ລ້ຽງ ແລະຕິດຕໍ່ກັນເປັນໜຶ່ງດຽວ ດ້ວຍອາໄສດູກຂໍ້ແລະເສັ້ນເອັນຕ່າງໆ, ຈຶ່ງຈະເລີນເຕີບໂຕຂຶ້ນ ຕາມທີ່ພຣະເປັນເຈົ້າຊົງໂຜດໃຫ້.
ຄວາມເສລີພາບຂອງຜູ້ໄດ້ຮັບສິນລ້າງບາບແລ້ວ
20.ເມື່ອພວກພີ່ນ້ອງໄດ້ຕາຍກັບພຣະກຣິສໂຕເຈົ້າ ແລະຫວິດພົ້ນຈາກອຳນາດສັກສິດແຫ່ງສາກົນໂລກແລ້ວ, ເປັນຫຍັງຈຶ່ງດຳເນີນຊີວິດຄືຍັງຢູ່ຝ່າຍໂລກ ແລະນອບນ້ອມຕາມຂໍ້ບັນຢັດທີ່ວ່າ: 21.“ຫ້າມຈັບ, ຫ້າມຊິມ ແລະຫ້າມບາຍຕ້ອງ” ເປັນຕົ້ນ. 22.ບັນຢັດເຫລົ່ານີ້ແມ່ນກ່ຽວກັບສິ່ງທີ່ຕ້ອງສາບສູນໄປ ເມື່ອໃຊ້ແລ້ວ. ນີ້ແຫລະແມ່ນຫລັກທຳແລະຄຳສອນຂອງມະນຸດ. 23.ຈິງຢູ່, ຫລັກທຳເຫລົ່ານີ້ ເບິ່ງໄປ ກໍຄືມີຄວາມສະຫລາດສຸຂຸມຢູ່ ຄືສອນໃຫ້ມີຄວາມສັດທາ, ສຸພາບຖ່ອມຕົວ ແລະການທໍຣະມານກາຍ. ແຕ່ຕາມຈິງແລ້ວ ຫລັກທຳເຫລົ່ານີ້ບໍ່ມີປະໂຫຍດຫຍັງ, ມີແຕ່ຊ່ວຍໃຫ້ກິເລດຕັນຫາໄດ້ຮັບຄວາມພໍອົກພໍໃຈເທົ່ານັ້ນ.