ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຟີລິບ

ພາກທີ 4

1.ດ້ວຍເຫດນີ້, ພີ່ນ້ອງທີ່ຮັກ, ຜູ້ເປັນຍອດປາດຖະໜາ, ເປັນຄວາມຍິນດີ ແລະເປັນກຽດສັກສີຂອງຂ້າພະເຈົ້າເອີຍ! ຈົ່ງຕັ້ງໝັ້ນໄວ້ດັ່ງນີ້ໃນພຣະອົງເຈົ້າເຖີດ.

 

ຄວາມປອງດອງ - ຄວາມຍິນດີ - ສັນຕິສຸກ

2. ຂ້າພະເຈົ້າຂໍເຕືອນນາງເອໂວດີອາ ແລະຂໍເຕືອນນາງຊິນຕີເກ ໃຫ້ມີຄວາມປອງດອງກັນໃນພຣະອົງເຈົ້າ. 3.ສ່ວນເຈົ້າ, ເພື່ອນຮ່ວມງານທີ່ນັບຖືຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍທ່ານຊ່ວຍເຫລືອພວກຜູ້ຍິງເຫລົ່ານີ້ດ້ວຍ, ຍ່ອນວ່າພວກນາງໄດ້ຊ່ວຍຊູຂ້າພະເຈົ້າຕໍ່ສູ້ໃນການປະກາດຂ່າວປະເສີດ ຮ່ວມກັບເກລແມນເຕ ແລະຜູ້ຮ່ວມງານອື່ນໆ ຊຶ່ງມີຊື່ໃນບັນຊີແຫ່ງຊີວິດແລ້ວ. 4.ພວກທ່ານຈົ່ງຊື່ນຊົມຍິນດີໃນພຣະອົງເຈົ້າສະເໝີ. ຂ້າພະເຈົ້າຂໍເວົ້າຊ້ຳອີກວ່າ: ພວກທ່ານຈົ່ງຊື່ນຊົມຍິນດີເຖີດ. 5.ຂໍໃຫ້ຄວາມສຸພາບຂອງພວກທ່ານປາກົດແກ່ຄົນທັງຫລາຍ, ພຣະອົງເຈົ້າສະເດັດມາໃກ້ແລ້ວ. 6.ຢ່າສົນລະວົນນຳສິ່ງໃດເລີຍ: ແຕ່ຈົ່ງສົມມະນາພຣະຄຸນ ແລະສະເໜີຄວາມຕ້ອງການຂອງພວກທ່ານຕໍ່ພຣະເປັນເຈົ້າ ທາງຄຳພາວະນາວິງວອນ. 7.ຂໍໃຫ້ສັນຕິສຸກຂອງພຣະເຈົ້າອັນເກີນປັນຍາມະນຸດ ຈົ່ງປົກປ້ອງຮັກສາຈິດໃຈຂອງພວກທ່ານໃນພຣະເຢຊູກຣິສໂຕເຈົ້າ. 8.ພີ່ນ້ອງທັງຫລາຍ! ທ້າຍສຸດນີ້, ສິ່ງໃດດີ, ສິ່ງໃດສູງສົ່ງ, ສິ່ງໃດຊອບທຳ, ສິ່ງໃດບໍລິສຸດ, ສິ່ງໃດເປັນຕາຮັກ, ສິ່ງໃດເປັນຕານັບຖື, ຄຸນງາມຄວາມດີຕ່າງໆທີ່ຄວນຍ້ອງຍໍສັນຣະເສີນ. ທັງໝົດເຫລົ່ານີ້ແຫລະ ທີ່ພວກພີ່ນ້ອງຕ້ອງເອົາໃຈໃສ່ໄວ້ໃຫ້ດີ. 9.ແລະສິ່ງໃດທີ່ພວກພີ່ນ້ອງໄດ້ຮຽນຮູ້ແລະໄດ້ຮັບເອົາໄວ້, ສິ່ງໃດທີ່ໄດ້ຍິນແລະໄດ້ເຫັນຈາກຂ້າພະເຈົ້າ. ຂໍຈົ່ງເອົາມາປະຕິບັດເຖີດ ແລ້ວພຣະເຈົ້າແຫ່ງສັນຕິສຸກກໍຈະຊົງສະຖິດຢູ່ນຳພວກພີ່ນ້ອງ.

 

ນ້ຳໃຈກວ້າງຂອງຊາວເມືອງຟີລິບ

10. ຂ້າພະເຈົ້າມີຄວາມຊື່ນຊົມຍິນດີໃນພຣະອົງເຈົ້າເປັນຢ່າງຍິ່ງ, ຍ້ອນໄດ້ຂ່າວໃນທີ່ສຸດວ່າ ພວກພີ່ນ້ອງເປັນຫ່ວງກັງວົນນຳຂ້າພະເຈົ້າອີກ. ຕາມຈິງ ພວກພີ່ນ້ອງກໍເປັນຫ່ວງກັງວົນນຳ ຂ້າພະເຈົ້າຢູ່ແລ້ວ, ແຕ່ບໍ່ມີໂອກາດສະແດງອອກມາເທົ່ານັ້ນ. 11.ບໍ່ແມ່ນຍ້ອນຂັດສົນ, ຂ້າພະເຈົ້າຈຶ່ງເວົ້າແບບນີ້, ຍ້ອນວ່າ ແມ່ນຈະຢູ່ໃນສະພາບໃດກໍຕາມ, ຂ້າພະເຈົ້າກໍຮູ້ຈັກພໍໃຈຢູ່ຢ່າງນັ້ນ. 12. ຂ້າພະເຈົ້າຮູ້ຈັກກິນຢູ່ຢ່າງອົດອອມ. ຂ້າພະເຈົ້າຮູ້ຈັກຢູ່ຢ່າງສະບາຍດ້ວຍ. ຂ້າພະເຈົ້າເຄີຍພົບເຫັນມາແລ້ວທຸກຢ່າງ, ເຄີຍຫິວໂຫຍແລະກິນອິ່ມ, ເຄີຍຢູ່ສະບາຍ ແລະເຄີຍຢູ່ຢ່າງຂັດສົນ. 13. ຂ້າພະເຈົ້າສາມາດທຳທຸກຢ່າງໃນພຣະອົງຜູ້ຊົງປະທານກຳລັງເຫື່ອແຮງແກ່ຂ້າພະເຈົ້າ. 14.ແນວໃດກໍດີ, ການທີ່ພວກພີ່ນ້ອງໄດ້ມາຮ່ວມທຸກກັບຂ້າພະເຈົ້ານັ້ນ ກໍເປັນການດີຫລາຍ. 15.ພີ່ນ້ອງຊາວເມືອງຟີລິບທັງຫລາຍ, ພວກພີ່ນ້ອງກໍຮູ້ດີແລ້ວວ່າ ຫລັງຈາກທີ່ຂ້າພະເຈົ້າໄດ້ລົງມືປະກາດຂ່າວປະເສີດ ແລະອອກຈາກແຂວງມາເຊດວນໄປແລ້ວ, ບໍ່ມີກຸ່ມກກຣິສຕະຊົນໃດໄດ້ຊ່ວຍເຫລືອຂ້າພະເຈົ້າດ້ວຍເງິນທຳບຸນ, ນອກຈາກພວກພີ່ນ້ອງແຕ່ພວກດຽວເທົ່ານັ້ນ. 16.ເມື່ອເວລາຂ້າພະເຈົ້າພັກເຊົາຢູ່ເມືອງເທຊາໂລນິກ, ພວກພີ່ນ້ອງກໍໄດ້ຝາກຂອງໄປຊ່ວຍເຫລືອຂ້າພະເຈົ້າຕາມຄວາມຕ້ອງການຫລາຍເທື່ອແລ້ວ. 17.ບໍ່ແມ່ນວ່າຂ້າພະເຈົ້າຢາກໃຫ້ພວກພີ່ນ້ອງໝັ່ນທານຂອງໃຫ້ຂ້າພະເຈົ້າດອກ; ສິ່ງທີ່ຂ້າພະເຈົ້າປາດຖະໜານັ້ນ ແມ່ນຢາກໃຫ້ຜົນກຸສົນຂອງພວກພີ່ນ້ອງເພີ່ມພູນທະວີຂຶ້ນນັ້ນເອງ. 18.ສຳລັບດຽວນີ້ ຂ້າພະເຈົ້າມີພໍໃຊ້ພໍກິນທຸກຢ່າງ ແລະເກີນຄວາມຕ້ອງການອີກຊ້ຳ. ຂ້າພະເຈົ້າມີເຫລືອໃຊ້ ຍ້ອນວ່າໄດ້ຮັບເງິນທຳບຸນທີ່ພວກພີ່ນ້ອງຝາກນຳເອປາໂຟຣດິດໄປໃຫ້, ເປັນດັ່ງຂອງທານທີ່ຊົງກິ່ນຫອມຫວານ, ເປັນເຄື່ອງບູຊາທີ່ພຣະເຈົ້າຊົງຮັບໄວ້ ແລະເປັນທີ່ຊອບພຣະໄທພຣະອົງ. 19.ແລະພຣະເຈົ້າຂອງຂ້າພະເຈົ້າຜູ້ຊົງສະງ່າລາສີ, ມີພຣະໄທກວ້າງຂວາງ, ຈະປະທານທຸກສິ່ງໃຫ້ພວກພີ່ນ້ອງຕາມຄວາມຕ້ອງການ ສົມກັບຄວາມອຸດົມສົມບູນຂອງພຣະອົງ ໃນພຣະເຢຊູກຣິສໂຕເຈົ້າ. 20.ສີມຸງຄຸນຈົ່ງມີແດ່ພຣະເຈົ້າພຣະບິດາຂອງພວກເຮົາ ຕະຫລອດເທົ່າໃດໆເທີ້ນ ອາແມນ.

 

ອຳລາສຸດທ້າຍ

21.ຂໍຝາກຄວາມຢາມໝູ່ກຣິສຕະຊົນທຸກຄົນໃນພຣະກຣິສໂຕເຈົ້າ. ບັນດາພວກພີ່ນ້ອງທີ່ຢູ່ກັບຂ້າພະເຈົ້າດຽວນີ້ ກໍຝາກຄວາມຢາມພວກພີ່ນ້ອງດ້ວຍ. 22.ໝູ່ກຣິສຕະຊົນທຸກຖ້ວນໜ້າ ກໍຝາກຄວາມຢາມພວກພີ່ນ້ອງ, ເປັນຕົ້ນພວກທີ່ຢູ່ໃນລາດຊະວັງຂອງກະສັດເຊຊາ. 23.ຂໍພຣະຄຸນຂອງພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ ສະຖິດຢູ່ໃນຈິດໃຈຂອງພວກພີ່ນ້ອງເທີ້ນ.