ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຟີລິບ
ພາກທີ 3
ຢ່າຫລົງໄປເຊື່ອພວກອາຈານທຽມ
1.ພີ່ນ້ອງທັງຫລາຍ ຈົ່ງຊື່ນຊົມຍິນດີໃນພຣະອົງເຈົ້າເຖີດ. ການທີ່ຂ້າພະເຈົ້າຂຽນເລື່ອງເກົ່າຊ້ຳໄປຊ້ຳມາຫາພວກພີ່ນ້ອງນັ້ນ, ກໍບໍ່ເປັນການຍາກໃຈຫຍັງໃຫ້ຂ້າພະເຈົ້າດອກ ແຕ່ມັນຈຳ ເປັນເພື່ອຄວາມປອດໄພຂອງພວກພີ່ນ້ອງເອງ. 2.ຈົ່ງລະວັງພວກໝາ, ຈົ່ງລະວັງພວກຄົນງານບໍ່ດີ, ຈົ່ງລະວັງພວກຖືພິທີປາດເນື້ອເຖືອໜັງ (ພິທີສິນຕັດ) 3.ພວກທີ່ໄດ້ຮັບພິທີສິນຕັດແທ້ ແມ່ນພວກເຮົານີ້ເອງ, ພວກເຮົານົບໄຫວ້ບູຊາພຣະເຈົ້າດ້ວຍເດຊະພຣະຈິດ. ພວກເຮົາຖືເປັນກຽດໃນພຣະເຢຊູກຣິສໂຕເຈົ້າ ແລະບໍ່ມີຄວາມໄວ້ໃຈໃນເນື້ອໜັງຕົວເອງ. 4.ແຕ່ຂ້າພະເຈົ້າກໍມີເຫດຜົນພໍໄວ້ໃຈນຳເນື້ອໜັງໄດ້ດ້ວຍຄືກັນ. ຖ້າຫາກມີໃຜຄິດວ່າເຂົາມີເຫດຜົນພໍໄວ້ ໃຈນຳເນື້ອໜັງໄດ້, ຂ້າພະເຈົ້າກໍແຮງມີຫລາຍກວ່າອີກ, 5.ຄືຂ້າພະເຈົ້າໄດ້ຮັບສິນຕັດເມື່ອເກີດມາໄດ້ແປດວັນ, ຂ້າພະເຈົ້າເປັນເຊື້ອຊາດອິດສະລະແອນໃນຕະກູນແບນຢາມິນ. ຂ້າພະເຈົ້າເປັນຄົນເຮເບີຣ, ເກີດຈາກພໍ່ແມ່ເຮເບີຣ. ໃນດ້ານພຣະທຳບັນຢັດແລ້ວ, ຂ້າພະເຈົ້າຢູ່ໃນຄະນະຟາຣີເຊວ. 6.ໃນດ້ານຄວາມຮ້ອນຮົນສັດທາ, ຂ້າພະເຈົ້າເປັນຜູ້ຂົ່ມເຫັງບັງບຽດ ພຣະກຣິສຕະຈັກ. ກ່ຽວກັບຄວາມຊອບທຳທີ່ມີຢູ່ໃນພຣະທຳບັນຢັດແລ້ວ, ຂ້າພະເຈົ້າບໍ່ມີຫຍັງເປັນທີ່ຕິຕຽນໄດ້. 7.ແຕ່ວ່າທຸກສິ່ງ ຊຶ່ງແຕ່ກ່ອນຂ້າພະເຈົ້າຖືວ່າເປັນຄຸນປະໂຫຍດໃຫ້ຂ້າພະເຈົ້ານັ້ນ, ດຽວນີ້ຂ້າພະເຈົ້າຖືເປັນຄວາມເສຍຫາຍໄປໝົດ ຍ້ອນເຫັນແກ່ພຣະກຣິສໂຕ. 8.ແມ່ນແທ້, ຂ້າພະເຈົ້າຖືວ່າທຸກສິ່ງທຸກຢ່າງເປັນແຕ່ຄວາມເສຍຫາຍ ເມື່ອມາປຽບໃສ່ກັບສິ່ງທີ່ມີຄຸນຄ່າອັນລ້ຳເລີດ ຄືການຮູ້ຈັກພຣະເຢຊູກຣິສໂຕພຣະອົງເຈົ້າຂອງຂ້າພະເຈົ້າ. ດັ່ງນັ້ນ, ເພາະເຫັນແກ່ພຣະອົງ, ຂ້າພະເຈົ້າຍອມສະລະທຸກສິ່ງທຸກຢ່າງ ແລະຖືເອົາສິ່ງເຫລົ່ານັ້ນເປັນຄືເສດຂີ້ເຫຍື່ອ ເພື່ອຈະໄດ້ພຣະກຣິສໂຕເຈົ້າມາເປັນຂອງຂອງຂ້າພະເຈົ້າ, 9.ແລະຢູ່ນຳພຣະອົງ, ທັງນີ້ ບໍ່ແມ່ນອາໄສຄວາມຊອບທຳຂອງຂ້າພະເຈົ້າເອງ ອັນມາຈາກພຣະບັນຢັດ, ແຕ່ອາໄສຄວາມຊອບທຳທີ່ໄດ້ມາທາງຄວາມເຊື່ອໃນພຣະກຣິສໂຕເຈົ້າ, ອັນແມ່ນຄວາມຊອບທຳທີ່ມາຈາກພຣະເຈົ້າ ແລະຕັ້ງຢູ່ເທິງຄວາມເຊື່ອ. 10.ດັ່ງນີ້ ຂ້າພະເຈົ້າຈະໄດ້ຮູ້ຈັກພຣະກຣິສໂຕເຈົ້າ, ຮູ້ຈັກຣິດທານຸພາບແຫ່ງການກັບຄືນຊີບຂອງພຣະອົງ, ຈະມີສ່ວນໃນຄວາມທຸກລຳບາກຂອງພຣະອົງ, ໂດຍເປັນເໝືອນພຣະອົງໃນຄວາມຕາຍ. 11.ແລ້ວ ຖ້າເປັນໄປໄດ້, ຂ້າພະເຈົ້າມີຫວັງຈະໄດ້ບັນລຸເຖິງການກັບຄືນຊີບຈາກພວກຜູ້ຕາຍດ້ວຍ.
ບາກບັ່ນໄປສູ່ຫລັກໄຊ
12.ທັງນີ້ ບໍ່ແມ່ນວ່າຂ້າພະເຈົ້າໄດ້ໄປເຖິງຫລັກໄຊແລ້ວ ຫລືດີຄົບບໍລິບູນແລ້ວດອກ, ແຕ່ຂ້າພະເຈົ້າຍັງຕ້ອງແລ່ນຕໍ່ໄປ ເພື່ອຈັບເອົາຫລັກໄຊໃຫ້ໄດ້, ຍ້ອນວ່າພຣະເຢຊູກຣິສໂຕໄດ້ຈັບຂ້າພະເຈົ້າໄວ້ແລ້ວ. 13.ພີ່ນ້ອງທັງຫລາຍ, ຂ້າພະເຈົ້າບໍ່ໄດ້ອວດຕົວວ່າ ຂ້າພະເຈົ້າເຖິງຫລັກໄຊແລ້ວດອກ, ແຕ່ຂໍບອກແຕ່ພຽງທໍ່ນີ້ວ່າ: ຂ້າພະເຈົ້າລືມຊົ່ວໄລຍະທາງທີ່ແລ່ນກາຍມານັ້ນໝົດແລ້ວ. 14.ມີແຕ່ຕັ້ງໜ້າແລ່ນຕໍ່ໄປເລື້ອຍໆຈົນສຸດກຳລັງ, ແລ່ນໄປຫາຫລັກໄຊ ເພື່ອຈະໄດ້ລາງວັນ ທີ່ພຣະເປັນເຈົ້າຊົງຮຽກໃຫ້ໄປຮັບຢູ່ບົນສະຫວັນໃນພຣະກຣິສໂຕເຈົ້າ. 15.ດັ່ງນີ້ ເຮົາທຸກຄົນຊຶ່ງເປັນຜູ້ໃຫຍ່ແລ້ວ, ຈົ່ງເຫັນພ້ອງກັນໃນເລື່ອງນີ້. ຖ້າຫາກຍັງເຫັນພ້ອງໄປທາງອື່ນ, ພຣະເປັນເຈົ້າກໍຈະປະທານຄວາມສະຫວ່າງໃຫ້ພວກພີ່ນ້ອງດ້ວຍ. 16.ແຕ່ໃນເວລານີ້, ພວກເຮົາເດີນໄປເຖິງຍ່ານໃດແລ້ວ, ຂໍໃຫ້ເດີນຕາມທິດທາງນັ້ນຕໍ່ໄປເຖີດ.
ຈົ່ງເອົາຢ່າງຂ້າພະເຈົ້າ
17.ພີ່ນ້ອງທັງຫລາຍ, ຈົ່ງເອົາຢ່າງຂ້າພະເຈົ້າ ແລະຈົ່ງຮຽນແບບພວກທີ່ເດີນຕາມຢ່າງຂອງພວກເຮົາ. 18.ຍ້ອນວ່າ ມີຫລາຍຄົນທີ່ຂ້າພະເຈົ້າເວົ້າກັບພວກພີ່ນ້ອງຫລາຍເທື່ອແລ້ວ, ແລະດຽວນີ້ກໍເວົ້າຊ້ຳອີກພ້ອມກັບນ້ຳຕາວ່າ ເຂົາເຫລົ່ານັ້ນປະພຶດຕົວເປັນສັດຕູຕໍ່ກາງເຂນຂອງພຣະກຣິສໂຕເຈົ້າ: 19.ສຸດທ້າຍປາຍທາງຂອງພວກເຂົາແມ່ນຄວາມພິນາດ, ພຣະເຈົ້າຂອງພວກເຂົາແມ່ນທ້ອງພວກເຂົາເອງ. ພວກເຂົາເອົາຄວາມອັບອາຍມາເປັນກຽດ, ຕິດໃຈແຕ່ນຳສິ່ງຂອງໆໂລກ. 20.ສຳລັບພວກເຮົາ ສະຫວັນເປັນບ້ານເມືອງຂອງພວກເຮົາ. ພວກເຮົາຄອງຖ້າພຣະຜູ້ບັນດານຄວາມຮອດຈາກສະຫວັນ ຊຶ່ງແມ່ນພຣະເຢຊູກຣິສໂຕພຣະອົງເຈົ້ານັ້ນເອງ. 21.ພຣະອົງຈະປ່ຽນຮ່າງກາຍອັນໜ້າສົງສານຂອງພວກເຮົາ ດ້ວຍທຳໃຫ້ຄ້າຍຄືພຣະກາຍອັນຮຸ່ງເຮືອງຂອງພຣະອົງ, ເດຊະຣິດທານຸພາບຊຶ່ງທຳໃຫ້ພຣະອົງສາມາດຜາບໂລກຈັກກະວານທັງໝົດ ໃຫ້ຢູ່ກ້ອງອຳນາດຂອງພຣະອົງ.