ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຟີລິບ
ພາກທີ 2
ຈົ່ງມີຈິດໃຈດຽວກັບພຣະກຣິສໂຕເຈົ້າ
1. ຂ້າພະເຈົ້າຂໍວິງວອນພວກພີ່ນ້ອງຢ່າງຮີບຮ້ອນໃນພຣະກຣິສໂຕ ຄືໃຫ້ເອົາອົກເອົາໃຈກັນດ້ວຍຄວາມຮັກ ສະໝານສາມັກຄີກັນໃນພຣະຈິດເຈົ້າ ມີຄວາມຮັກຄວາມເມດຕາກະລຸນາຕໍ່ກັນແລະກັນ. 2.ຂໍພວກພີ່ນ້ອງທະວີຄວາມສຸກໃຫ້ຂ້າພະເຈົ້າຢ່າງເຕັມພຽບ ດ້ວຍມີນ້ຳໜຶ່ງໃຈດຽວກັນ ມີຄວາມຮັກອັນດຽວກັນ ມີຄວາມນຶກຄິດຢ່າງດຽວກັນ ຈົ່ງຊອກຫາຄວາມເປັນນ້ຳໜຶ່ງໃຈດຽວກັນ. 3.ຢ່າແຂ່ງດີກັນ, ຢ່າໂອ້ອວດຕົວ, ຈົ່ງມີໃຈສຸພາບອ່ອນນ້ອມ. ໃຫ້ຖືວ່າຜູ້ອື່ນດີກວ່າຕົນ 4.ຢ່າໃຫ້ມີໃຜໃນພວກພີ່ນ້ອງຄິດຫາແຕ່ຜົນປະໂຫຍດໃສ່ຕົວເອງ, ແຕ່ໃຫ້ຄິດເຖິງປະໂຫຍດຂອງຜູ້ອື່ນດ້ວຍ. 5.ຈົ່ງມີຄວາມນຶກຄິດຢ່າງດຽວກັນກັບທີ່ມີໃນພຣະກຣິສໂຕເຈົ້າຄື: 6.ແມ່ນວ່າຊົງມີສະພາບເປັນພຣະເປັນເຈົ້າກໍຕາມ ພຣະອົງກໍບໍ່ໄດ້ຫວງແຫນຄວາມສະເໝີພາບກັບພຣະເປັນເຈົ້າ. 7.ກົງກັນຂ້າມ ພຣະອົງໄດ້ຍອມເສຍສະລະທຸກຢ່າງ ມາຮັບເອົາສະພາບເປັນຂ້ອຍທາດ ແລະກາຍເປັນມະນຸດຄືທຸກຄົນ ພຣະອົງໄດ້ຖືຕົວຄືມະນຸດທຸກຢ່າງ.8. ພຣະອົງຍັງຖ່ອມຕົວລົງ ແລະນົບນອບຈົນເຖິງສິ້ນພຣະຊົນ ແລະສິ້ນພຣະຊົນຄຶງໃສ່ກາງເຂນ. 9.ດ້ວຍເຫດນີ້ພຣະອົງເຈົ້າໄດ້ຍົກຍໍພຣະອົງ ແລະປະທານພຣະນາມອັນເລີດກວ່າພຣະນາມທັງໝົດໃຫ້ 10.ເພື່ອວ່າເມື່ອໄດ້ຍິນອອກພຣະນາມ“ເຢຊູ” ທັງຊາວສະຫວັນ ຊາວໂລກ ແລະຊາວນະລົກ ຈົ່ງຄູ້ເຂົ່າຂາບໄຫວ້ 10.ແລະທຸກຊາດທຸກພາສາປະກາດວ່າ ພຣະກຣິສໂຕເປັນພຣະອົງເຈົ້າ ເພື່ອສີມຸງຄຸນແດ່ພຣະເຈົ້າພຣະບິດາ.
ໜ້າທີ່ຂອງຄົນກຣິສຕັງ
12.ດັ່ງນີ້ ພີ່ນ້ອງທີ່ຮັກ, ພວກພີ່ນ້ອງເປັນຄົນອ່ອນນ້ອມເຊື່ອຟັງຢູ່ສະເໝີມາ, ຈົ່ງເປັນດັ່ງນີ້ຕໍ່ໆໄປ, ບໍ່ແມ່ນແຕ່ເມື່ອເຫັນຂ້າພະເຈົ້າຢູ່ນຳເທົ່ານັ້ນ, ແຕ່ໃຫ້ເຊື່ອຟັງຫລາຍກວ່າອີກ ເມື່ອເວລາຂ້າພະເຈົ້າບໍ່ຢູ່. ຈົ່ງອົດສາດຳເນີນຊີວິດດ້ວຍຄວາມເກງກົວຕົວສັ່ນ 13.ຍ້ອນວ່າແມ່ນພຣະເປັນເຈົ້າກະທຳວຽກການຢູ່ໃນຕົວພວກພີ່ນ້ອງ, ພຣະອົງດົນບັນດານໃຫ້ພວກພີ່ນ້ອງເກີດຄວາມປາດຖະໜາ ແລະຊ່ວຍໃຫ້ກະທຳຈົນສຳເລັດຕາມແຜນການອັນດີຂອງພຣະອົງ. 14.ຂໍໃຫ້ທຳທຸກຢ່າງໂດຍບໍ່ຈົ່ມບໍ່ວ່າຫລືຜິດຖຽງກັນ, 15.ເພື່ອຈະໄດ້ປາດສະຈາກຄວາມຕ້ອງຕິແລະຄວາມຜິດ, ເປັນບຸດພຣະເຈົ້າປາດສະຈາກມົນທິນ ຢູ່ກາງສັງຄົມທີ່ເສື່ອມເສຍແລະຊົ່ວຊ້າ, ບ່ອນພີ່ນ້ອງທັງຫລາຍຕ້ອງປາກົດຕົວ ເປັນດັ່ງດວງປະທີບທີ່ສ່ອງແສງອັນຮຸ່ງແຈ້ງ ໃນໂລກ, 16.ດ້ວຍຖືເອົາພຣະວາຈາບັນດານຊີວິດມາເປັນຫລັກ. ຖ້າພວກພີ່ນ້ອງທຳດັ່ງນີ້, ພວກພີ່ນ້ອງກໍຈະທຳໃຫ້ເຮົາມີກຽດສັກສີ ໃນມື້ວັນຂອງພຣະກຣິສໂຕເຈົ້າຈະມາເຖິງ, ຍ້ອນວ່າເຮົາຈະບໍ່ໄດ້ແລ່ນຫລືທຳງານໄປເສຍລ້າໆ 17.ແລະແມ່ນວ່າຂ້າພະເຈົ້າຈະຕ້ອງຫລັ່ງໄຫລເລືອດເປັນສິນບູຊາ ເພື່ອຄວາມເຊື່ອຂອງພວກພີ່ນ້ອງແລ້ວ, ຂ້າພະເຈົ້າກໍຍິນດີແລະປຶ້ມອົກປຶ້ມໃຈກັບພວກພີ່ນ້ອງດ້ວຍ. 18.ຂໍໃຫ້ພວກພີ່ນ້ອງຍິນດີແລະປຶ້ມອົກປຶ້ມໃຈກັບຂ້າພະເຈົ້າດັ່ງດຽວກັນ.
ພາລະກິດຂອງຕີໂມເທແລະເອປາໂຟຣດິດ
19. ຂ້າພະເຈົ້າຫວັງໃຈໃນພຣະເຢຊູກຣິສໂຕເຈົ້າ ວ່າອີກບໍ່ເຫິງຈະສົ່ງຕີໂມເທມາຫາພວກພີ່ນ້ອງ, ເພື່ອຂ້າພະເຈົ້າຈະໄດ້ມີກຳລັງໃຈຕື່ມຂຶ້ນ ເມື່ອໄດ້ຮັບຂ່າວຈາກພວກພີ່ນ້ອງ. 20. ຂ້າພະເຈົ້າບໍ່ເຫັນໃຜມີຄວາມນຶກຄິດຄືຂ້າພະເຈົ້າດັ່ງຕີໂມເທ, ເພິ່ນເອົາໃຈໃສ່ໃນຄວາມທຸກສຸກຂອງພວກພີ່ນ້ອງຢ່າງແທ້ຈິງ. 21.ສ່ວນພວກອື່ນນັ້ນ ຄິດຫາແຕ່ຜົນປະໂຫຍດສ່ວນຕົວ, ບໍ່ແມ່ນຄິດຫາປະໂຫຍດໃຫ້ພຣະເຢຊູກຣິສໂຕເຈົ້າ. 22.ແຕ່ສຳລັບຕີໂມເທນັ້ນ, ພວກພີ່ນ້ອງກໍຮູ້ແລ້ວວ່າ ເພິ່ນໄດ້ທຳຄຸນງາມຄວາມດີພຽງໃດແລ້ວ: ເພິ່ນໄດ້ຊ່ວຍຂ້າພະເຈົ້າປະກາດຂ່າວປະເສີດ ຄືລູກຊ່ວຍພໍ່ນັ້ນເອງ. 23. ຂ້າພະເຈົ້າຕັ້ງໃຈຈະສົ່ງເພິ່ນຜູ້ນີ້ແລ້ວມາຫາພວກພີ່ນ້ອງ ເມື່ອຂ້າພະເຈົ້າຈະໄດ້ຮູ້ຄັກແນ່ວ່າ ຊາຕາກຳຂອງຂ້າພະເຈົ້າຈະເປັນຢ່າງໃດແທ້. 24.ແຕ່ຂ້າພະເຈົ້າກໍມີຄວາມຫວັງໃນພຣະອົງເຈົ້າວ່າ ອີກບໍ່ເຫິງ ຂ້າພະເຈົ້າເອງຄົງຈະໄດ້ມາຢາມພວກພີ່ນ້ອງດ້ວຍ. 25.ສ່ວນທ່ານເອປາໂຟຣດິດ ຊຶ່ງພວກພີ່ນ້ອງໄດ້ສົ່ງໄປຊ່ວຍເຫລືອຂ້າພະເຈົ້າໃນຍາມຂັດສົນນັ້ນ, ເພິ່ນເປັນທັງນ້ອງຊາຍ, ເປັນເພື່ອນຮ່ວມງານແລະຮ່ວມສູ້ຂອງຂ້າພະເຈົ້າ. ຂ້າພະເຈົ້າຄິດວ່າ ຈຳເປັນຕ້ອງສົ່ງເພິ່ນຄືນມາຫາພວກພີ່ນ້ອງ. 26.ຍ້ອນເພິ່ນເອງກໍຄິດເຖິງພວກພີ່ນ້ອງທຸກຄົນ, ທັງມີຄວາມອຸກໃຈຍ້ອນໄດ້ຂ່າວວ່າ ພວກພີ່ນ້ອງກໍຮູ້ວ່າເພິ່ນບໍ່ສະບາຍ. 27.ແມ່ນແທ້, ເພິ່ນເຈັບໜັກເກືອບຕາຍພຸ້ນແລ້ວ, ແຕ່ພຣະເປັນເຈົ້າໄດ້ຊົງເມດຕາເພິ່ນ, ແລະບໍ່ແມ່ນແຕ່ເພິ່ນເທົ່ານັ້ນ, ພຣະອົງຍັງຊົງເມດຕາຕໍ່ຂ້າພະເຈົ້າອີກ ເພື່ອບໍ່ໃຫ້ຂ້າພະເຈົ້າຕ້ອງທຸກແລ້ວທຸກອີກຊ້ຳກັນ. 28.ດັ່ງນີ້ ຂ້າພະເຈົ້າຈຶ່ງຟ້າວສົ່ງເພິ່ນຄືນມາຫາພວກພີ່ນ້ອງ. ເມື່ອເຫັນເພິ່ນມາແລ້ວ ພວກພີ່ນ້ອງກໍຈະມີຄວາມຍິນດີ ແລະຄວາມທຸກໂສກຂອງຂ້າພະເຈົ້າກໍຈະເບົາບາງລົງ. 29.ຂໍພີ່ນ້ອງຮັບຕ້ອນເອົາເພິ່ນໃນພຣະອົງເຈົ້າ ດ້ວຍຄວາມຍິນດີຢ່າງເຕັມພຽບເຖີດ. ຈົ່ງເທີດເທີນຜູ້ທີ່ມີຄຸນທຳສູງສົ່ງຢ່າງເພິ່ນນີ້ດ້ວຍ. 30.ຍ້ອນວ່າເພິ່ນເອງກໍເກືອບເຖິງແກ່ຊີວິດ ຍ້ອນການປະຕິບັດງານຂອງພຣະກຣິສໂຕເຈົ້າ, ເພິ່ນເອງໄດ້ສ່ຽງຊີວິດຂອງຕົນໄປແທນພວກພີ່ນ້ອງ ໃນສິ່ງທີ່ພວກພີ່ນ້ອງບໍ່ສາມາດທຳໄດ້ດ້ວຍຕົນເອງເພື່ອຊ່ວຍຂ້າພະເຈົ້າ.