ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ເອເຟໂຊ

ພາກທີ 4

ຄຳແນະນຳສຳລັບກຣິສຕະຊົນທົ່ວໄປຈົ່ງເປັນໜຶ່ງດຽວກັນໃນພຣະກາຍທິບຂອງພຣະກຣິສໂຕ

1.ດັ່ງນີ້ ຂ້າພະເຈົ້າຜູ້ຖືກຄຸມຂັງຍ້ອນພຣະອົງເຈົ້າ, ຂໍວິງວອນພວກພີ່ນ້ອງ ຈົ່ງປະພຶດຕົວໃຫ້ສົມກັບທີ່ໄດ້ຖືກພຣະເປັນເຈົ້າໄດ້ຮຽກຮ້ອງມາ 2.ຄືວ່າ ຕ້ອງມີໃຈສຸພາບແທ້, ມີຄວາມອ່ອນຫວານ, ພາກພຽນ, ອົດທົນຕໍ່ກັນແລະກັນດ້ວຍຄວາມຮັກ. 3.ຈົ່ງພະຍາຍາມເອົາຄວາມສັນຕິສຸກຜູກມັດຄວາມເປັນນ້ຳໜຶ່ງໃຈດຽວກັນ. 4.ມີພຣະກາຍດຽວ, ມີພຣະຈິດເຈົ້າອົງດຽວ ຕາມທີ່ພຣະເຈົ້າໄດ້ຮຽກເອົາພວກພີ່ນ້ອງມາເພື່ອຄວາມຫວັງອັນດຽວ. 5.ມີພຣະອົງເຈົ້າຜູ້ດຽວ, ມີຄວາມເຊື່ອອັນດຽວແລະສິນລ້າງບາບອັນດຽວ. 6.ມີພຣະເຈົ້າອົງດຽວຜູ້ເປັນພຣະບິດາຂອງທຸກຄົນ, ພຣະອົງຊົງສະຖິດຢູ່ເໜືອທຸກຄົນແລະຢູ່ໃນທຸກຄົນ. 7.ປານນັ້ນກໍດີ, ພວກເຮົາແຕ່ລະຄົນໄດ້ຮັບພະທານມາກນ້ອຍ ຕາມແຕ່ພຣະກຣິສໂຕຈະກຳນົດໃຫ້. 8.ດ້ວຍເຫດນີ້ ຈຶ່ງມີຄຳກ່າວວ່າ: “ເມື່ອພຣະອົງສະເດັດຂຶ້ນເບື້ອງບົນ, ພຣະອົງໄດ້ຈັບພວກເປັນຂ້າຊະເລີຍໄປພ້ອມ. ພຣະອົງຊົງແຈກຂອງພະລາດຊະທານແກ່ມວນມະນຸດ.” 9.ຄຳວ່າ “ພຣະອົງສະເດັດຂຶ້ນ” ໝາຍຄວາມວ່າ ພຣະອົງສະເດັດລົງໄປແຜ່ນດິນເບື້ອງລຸ່ມກ່ອນ ບໍ່ແມ່ນບໍ? 10.ຜູ້ທີ່ສະເດັດລົງໄປ ກໍແມ່ນຄົນດຽວກັບຜູ້ທີ່ຂຶ້ນໄປເໜືອສະຫວັນຊັ້ນຟ້າ ເພື່ອຈະໄດ້ເປັນເຈົ້າຄອງທຸກສິ່ງ, 11.ແມ່ນພຣະອົງເອງໄດ້ຊົງປະທານໃຫ້ລາງຄົນເປັນອັກຄະທຳມະທູດ, ລາງຄົນເປັນປະພາສົກ, ລາງຄົນເປັນຜູ້ປ່າວປະກາດຂ່າວປະເສີດ, ລາງຄົນເປັນນາຍຊຸມພາບານຫລືຜູ້ສັ່ງສອນ, 12.ເພື່ອໃຫ້ກຣິສຕະຊົນມີຖານະຕຽມພ້ອມທຳໜ້າທີ່ຕ່າງໆ ໃນການເສີມສ້າງພຣະກາຍຂອງພຣະກຣິສໂຕເຈົ້າ. 13.ຈົນກວ່າພວກເຮົາທຸກຄົນຈະໄດ້ບັນລຸເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເລິກເຊິ່ງເຖິງພຣະບຸດຂອງພຣະເຈົ້າ ແລະໄດ້ເປັນຜູ້ໃຫຍ່ເຕັມສານ ຄືເຕັມຂະໜາດຄວາມສົມບູນຂອງພຣະກຣິສໂຕ. 14.ດັ່ງນີ້ ພວກເຮົາຈະບໍ່ເປັນເດັກນ້ອຍອີກຕໍ່ໄປ, ບໍ່ຖືກພັດໄປພັດມາ, ບໍ່ຕ້ອງຊັດເຊລອຍລ່ອງໄປຕາມກະແສລົມແຫ່ງຄຳສອນທຸກຢ່າງ, ດ້ວຍເລ່ກົນຂອງມະນຸດທີ່ຫລອກໃຫ້ຫລົງຕາມອຸບາຍອັນສະຫລາດຂອງເຂົາ 15.ແຕ່ຖ້າພວກເຮົາຢຶດຖືເອົາຄວາມຈິງດ້ວຍຄວາມຮັກ, ພວກເຮົາກໍຈະເຕີບໂຕຂຶ້ນໃນທຸກດ້ານ ຈົນເຖິງພຣະອົງຜູ້ເປັນສີສະຄືພຣະກຣິສໂຕ. 16.ເປັນຍ້ອນພຣະອົງ, ພຣະກາຍທັງໝົດຈຶ່ງຕິດຕໍ່ປະສານກັນຢ່າງສະໜິດແໜ້ນ ອາໄສຂໍ້ຕ່າງໆທຸກຂໍ້ ຊຶ່ງທຳໜ້າທີ່ຂອງຕົນຢ່າງຮຽບຮ້ອຍ ຕາມຂອບເຂດຂອງແຕ່ລະສ່ວນ, ດັ່ງນີ້ ຮ່າງກາຍນັ້ນກໍເຕີບໂຕ ເພື່ອເສີມສ້າງຕົນເອງຂຶ້ນໃນຄວາມຮັກ.

 

ສະໄໝເກົ່າແລະດຽວນີ້ - ຈົ່ງຟື້ນຟູຕົວເອງຢູ່ສະເໝີ

17. ຂ້າພະເຈົ້າຂໍບອກແລະຂໍຮັບຮອງກັບພວກພີ່ນ້ອງ ໃນນາມຂອງພຣະອົງເຈົ້າວ່າ ພວກພີ່ນ້ອງຢ່າໄດ້ປະພຶດຕົນຄືຄົນຕ່າງສາດສະໜາ ທີ່ຈຳເລີນຊີວິດນຳສິ່ງທີ່ບໍ່ມີແກ່ນສານ. 18.ຄວາມຄິດຂອງເຂົາມືດບອດ, ບໍ່ມີສ່ວນໃນຊີວິດຂອງພຣະເຈົ້າ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ທີ່ເກີດມາຈາກຈິດໃຈແຂງກະດ້າງຂອງເຂົາ. 19.ເມື່ອຄວາມຮູ້ສຶກດ້ານສິນທຳເສື່ອມຊາມໄປແລ້ວ ເຂົາກໍປ່ອຍຕົວຕາມລາຄະຕັນຫາ ເກືອກກົ້ວຢູ່ກັບການຊົ່ວລາມົກນານາປະການ ຢ່າງບໍ່ມີວັນອິ່ມເປັນ. 20.ສ່ວນພວກພີ່ນ້ອງ, ພວກພີ່ນ້ອງໄດ້ມາເປັນລູກສິດຂອງພຣະກຣິສໂຕ ບໍ່ແມ່ນສຳລັບປະພຶດຕົນແບບນີ້. 21.ແຕ່ຢ່າງໜ້ອຍ ພວກພີ່ນ້ອງກໍໄດ້ຮັບເອົາພຣະອົງດ້ວຍການເທດສະໜາ ແລະຄຳສັ່ງສອນທີ່ຖືກຕ້ອງຕາມຄວາມຈິງ ທີ່ມີຢູ່ໃນພຣະເຢຊູເຈົ້າ. 22.ຄືວ່າ ພວກພີ່ນ້ອງຈົ່ງປະຖິ້ມຄວາມປະພຶດເດີມ ແລະປົດເປື້ອງສະພາບຄົນເກົ່າທີ່ໄດ້ເສື່ອມເສຍໄປ ຍ້ອນລາຄະຕັນຫາທີ່ຕົວະຫລອກນັ້ນເສຍ, 23.ແລ້ວມາປັບປຸງແກ້ໄຂຈິດໃຈຂຶ້ນໃໝ່. 24.ຈົ່ງນຸ່ງຫົ່ມສະພາບຄົນໃໝ່ ທີ່ໄດ້ຖືກສ້າງຂຶ້ນມາຕາມຮູບແບບຂອງພຣະເຈົ້າ ໃນຄວາມຊອບທຳແລະຄວາມສັກສິດອັນຈິງແທ້. 25.ດັ່ງນີ້ ຂໍຢ່າໃຫ້ມີໃຜເວົ້າຕົວະກັນອີກ. ໃຫ້ທຸກຄົນເວົ້າຄວາມຈິງກັບຜູ້ອື່ນ, ຍ້ອນວ່າພວກເຮົາເປັນສ່ວນຮ່າງກາຍຂອງກັນແລະກັນ. 26.ຖ້າເກີດໃຈຮ້າຍ ກໍຢ່າໃຫ້ເປັນບາບ. ຢ່າຍັງຮ້າຍຢູ່ຈົນຕາເວັນຕົກດິນ. 27.ຢ່າປ່ອຍໂອກາດໃຫ້ມານຮ້າຍ. 28.ໃຜເຄີຍລັກ ກໍໃຫ້ເຊົາລັກເສຍ, ໃຫ້ບາກບັ່ນທຳງານດ້ວຍນ້ຳເຫື່ອນ້ຳແຮງຂອງຕົນເອງ ເພື່ອຈະມີຫຍັງຊ່ວຍເຫລືອຜູ້ທີ່ຂັດສົນ. 29.ຢ່າໃຫ້ມີຄຳເວົ້າອັນຫຍາບຄາຍອອກຈາກປາກຂອງພວກພີ່ນ້ອງ. ໃຫ້ມີແຕ່ຄຳເວົ້າທີ່ດີ ສາມາດສ້າງເສີມແລະເປັນມຸງຄຸນແກ່ຜູ້ຟັງ. 30.ຢ່າທຳໃຫ້ພຣະຈິດເຈົ້າຕ້ອງໂສກພຣະໄທເລີຍ, ຍ້ອນວ່າ ເດຊະພຣະຈິດນັ້ນ ພຣະເປັນເຈົ້າໄດ້ປະທັບຕາຂອງພຣະອົງໃສ່ພວກພີ່ນ້ອງ ເພື່ອວັນແຫ່ງຄວາມຮອດແລ້ວ. 31.ຈົ່ງທຳລາຍຄວາມຂົມຂື່ນ, ໂມໂຫ, ຄຽດຮ້າຍ, ເວົ້າສຽດສີ, ດ່າປ້ອຍເຫລົ່ານີ້ ພ້ອມທັງຄວາມຊົ່ວຮ້າຍທຸກຢ່າງ ໃຫ້ສູນສິ້ນໄປຈາກຕົວພວກພີ່ນ້ອງ. 32.ຈົ່ງມີໃຈເອື້ອເຟື້ອເຜື່ອແຜ່, ມີເມດຕາຈິດຕໍ່ກັນ, ຈົ່ງຍົກໂທດໂຜດຜິດໃຫ້ກັນແລະກັນ ເໝືອນດັ່ງພຣະເປັນເຈົ້າໄດ້ຍົກໂທດໂຜດບາບໃຫ້ພວກພີ່ນ້ອງໃນພຣະກຣິສໂຕເຈົ້ານັ້ນເຖີດ.