ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ເອເຟໂຊ
ພາກທີ 2
ຈາກຄວາມຕາຍໄປສູ່ຊີວິດ
1.ພຣະເຈົ້າກໍຊົງບັນດານໃຫ້ພວກພີ່ນ້ອງຄືນມີຊີວິດດ້ວຍ, ແມ່ນວ່າ ແຕ່ກ່ອນພວກພີ່ນ້ອງໄດ້ຕາຍຍ້ອນຄວາມຜິດແລະການບາບ. 2.ໃນສະໄໝກ່ອນ ພວກພີ່ນ້ອງໄດ້ຈຳເລີນຊີວິດຢູ່ໃນການບາບຕາມວິທີຂອງໂລກ, ຕາມເຈົ້າຄຸ້ມຄອງອະວະກາດ, ຄືຈິດທີ່ຍັງດຳເນີນງານຂອງມັນຢູ່ໃນຕົວຜູ້ທີ່ຂະບົດບໍ່ຍອມເຊື່ອ. 3.ແຕ່ກ່ອນພວກເຮົາກໍເປັນຄືກັນກັບພວກເຂົາ, ພວກເຮົາໄດ້ດຳເນີນຊີວິດໄປຕາມລາຄະຕັນຫາຂອງເນື້ອໜັງ, ຍອມຕາມຄວາມປາດຖະໜາແລະແນວຄິດບໍ່ດີຕ່າງໆຂອງມັນ, ຈົນວ່າຕາມສັນດານແລ້ວ, ພວກເຮົາສົມຕ້ອງຖືກພຣະເຈົ້າໂກດຮ້າຍຄືກັນກັບຄົນອື່ນໆ. 4.ແຕ່ພຣະເຈົ້າຜູ້ຊົງເຕັມພຽບດ້ວຍຄວາມເມດຕາກະລຸນາ ໄດ້ຊົງຮັກແພງພວກເຮົາຢ່າງເຫລືອລົ້ນ. 5.ແມ່ນວ່າພວກເຮົາໄດ້ຕາຍຍ້ອນບາບກໍຕາມ, ພຣະອົງກໍໄດ້ໃຫ້ພວກເຮົາມີຊີວິດໃໝ່ໃນພຣະກຣິສໂຕ (ແມ່ນພຣະຄຸນຂອງພຣະອົງຊ່ວຍພວກພີ່ນ້ອງໃຫ້ຮອດ) 6.ພຣະເຈົ້າຊົງບັນດານໃຫ້ພວກເຮົາໄດ້ຮ່ວມກັບເປັນຄືນມາກັບພຣະກຣິສໂຕ ແລະໂຜດໃຫ້ພວກເຮົາໄດ້ນັ່ງຮ່ວມສະເຫວີຍຣາດກັບພຣະກຣິສໂຕຢູ່ສະຫວັນດ້ວຍ. 7.ທັງນີ້ກໍເພື່ອສະແດງໃຫ້ຄົນໃນທຸກສະໄໝພາຍໜ້າ ໄດ້ເຫັນຄວາມອຸດົມສົມບູນແຫ່ງພຣະຄຸນຂອງພຣະອົງ ຍ້ອນພຣະເມດຕາກະລຸນາທີ່ພຣະອົງມີຕໍ່ພວກເຮົາໃນພຣະເຢຊູກຣິສໂຕເຈົ້າ. 8.ຕາມຈິງແລ້ວ ແມ່ນພຣະຄຸນໄດ້ຊ່ວຍພວກພີ່ນ້ອງໃຫ້ຮອດດ້ວຍອາໄສຄວາມເຊື່ອ, ແລະຄວາມຮອດນີ້ບໍ່ໄດ້ມາຈາກພວກພີ່ນ້ອງເອງ, ແຕ່ເປັນຂອງທານຈາກພຣະເຈົ້າ. 9.ທັງບໍ່ແມ່ນຍ້ອນກິດກຸສົນທີ່ພວກພີ່ນ້ອງໄດ້ກະທຳ, ເພື່ອບໍ່ໃຫ້ມີໃຜອວດຕົວໄດ້. 10.ເຮົາທຸກຄົນເປັນຜົນງານຂອງພຣະອົງ, ພວກເຮົາຖືກສ້າງມາໃນພຣະເຢຊູກຣິສໂຕເຈົ້າ ເພື່ອໃຫ້ພວກເຮົາໄດ້ປະຕິບັດວຽກການອັນດີງາມຕ່າງໆ ຊຶ່ງພຣະເປັນເຈົ້າໄດ້ຈັດຕຽມໄວ້ລ່ວງໜ້າແລ້ວ.
ທຸກຄົນຮວມເປັນໜຶ່ງດຽວໃນພຣະກຣິສໂຕເຈົ້າ
11.ດັ່ງນີ້ ພວກພີ່ນ້ອງຈົ່ງລະລຶກວ່າ ແຕ່ກ່ອນ ພວກພີ່ນ້ອງເປັນຄົນຕ່າງສາດສະໜາໂດຍກຳເນີດ, ຖືກພວກທີ່ຮັບສິນຕັດດ້ວຍມືມະນຸດ ຮຽກພວກພີ່ນ້ອງວ່າ “ພວກບໍ່ໄດ້ຮັບສິນຕັດ”. 12.ຈົ່ງລະລຶກອີກວ່າ ໃນສະໄໝນັ້ນ ພວກພີ່ນ້ອງບໍ່ມີພຣະຜູ້ໄຖ່, ບໍ່ໄດ້ເປັນພົນລະເມືອງອິດສະລະແອນ, ບໍ່ໄດ້ມີສ່ວນໃນຄຳໝັ້ນສັນຍາທີ່ໄດ້ຊົງສັນຍາໄວ້ຢູ່ໃນໂລກ ໂດຍບໍ່ມີຄວາມຫວັງແລະບໍ່ມີພຣະເຈົ້າ. 13.ແຕ່ກ່ອນພວກພີ່ນ້ອງຢູ່ຫ່າງໄກພຣະເຈົ້າ, ດຽວນີ້ພວກພີ່ນ້ອງຢູ່ໃກ້ພຣະອົງ ດ້ວຍອາໄສພຣະໂລຫິດຂອງພຣະກຣິສໂຕເຈົ້າ. 14.ແມ່ນພຣະອົງນີ້ແລ້ວ ເປັນຄວາມສັນຕິສຸກຂອງພວກເຮົາ. ພຣະອົງຊົງທຳໃຫ້ຄົນສອງພວກຮວມກັນເປັນປະຊາກອນດຽວ, ແລະທຳລາຍສິ່ງກີດຂວາງທີ່ແບ່ງແຍກພວກເຮົາ ຄືການເປັນປໍລະປັກຕໍ່ກັນ ດ້ວຍອາໄສພຣະກາຍທີ່ຖືກຄຶງໃສ່ກາງເຂນ. 15.ພຣະອົງຊົງລຶບລ້າງບົດບັນຢັດແລະຂໍ້ບັງຄັບຕ່າງໆ ທີ່ຢູ່ໃນພຣະທຳແລະໃນກົດໝາຍຂອງໂມແຊ. ນີ້ກໍເພື່ອຮວບຮວມທັງສອງເຂົ້າເປັນຄົນໃໝ່ແຕ່ຄົນດຽວຢູ່ໃນຕົວພຣະອົງ ເພື່ອສ້າງສັນຕິສຸກ, 16.ແລະເມື່ອທັງສອງໄດ້ຮ່ວມກັນເປັນຮ່າງກາຍດຽວແລ້ວ, ພຣະອົງກໍໄດ້ເຂົ້າດີກັບພຣະເຈົ້າດ້ວຍອາໄສກາງເຂນ, ດັ່ງນີ້ ພຣະອົງໄດ້ທຳລາຍຄວາມຜິດພາດບາດໝາງກັນໃຫ້ໝົດສິ້ນໄປໃນຕົວພຣະອົງ. 17.ພຣະອົງໄດ້ສະເດັດມາປ່າວປະກາດຂ່າວປະເສີດແຫ່ງສັນຕິສຸກ, ສັນຕິສຸກສຳລັບພວກທີ່ຢູ່ໄກ, ສັນຕິສຸກສຳລັບພວກທີ່ຢູ່ໃກ້. 18.ດ້ວຍອາໄສພຣະອົງ ເຮົາທັງສອງພວກຈຶ່ງສາມາດເຂົ້າໄປໃກ້ພຣະບິດາເຈົ້າໃນພຣະຈິດອົງດຽວ. 19.ດັ່ງນີ້ ພວກພີ່ນ້ອງບໍ່ແມ່ນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ, ແຕ່ເປັນເພື່ອນຮ່ວມຊາດກັບໝູ່ປະຊາກອນຂອງພຣະອົງ, ເປັນຄົນໃນຄອບຄົວຂອງພຣະເຈົ້າ. 20.ພວກພີ່ນ້ອງໄດ້ຖືກປະກອບເຂົ້າເປັນສ່ວນໃນຫໍໂຮງທີ່ຖືກສ້າງຂຶ້ນ ໂດຍມີພວກອັກຄະທຳມະທູດແລະພວກປະພາສົກເປັນຮາກຖານ ແລະມີພຣະເຢຊູກຣິສໂຕເຈົ້າເປັນສີລາຫົວມຸມ. 21.ຢູ່ໃນພຣະອົງນັ້ນເອງ ທຸກໆສ່ວນຂອງຫໍໂຮງຈອດກັນຢ່າງສະໜິດແໜ້ນ ແລະໃຫຍ່ສູງຂຶ້ນເປັນວິຫານສັກສິດຂອງພຣະອົງເຈົ້າ. 22.ແລະຢູ່ໃນພຣະອົງນັ້ນອີກ ພວກພີ່ນ້ອງກຳລັງຖືກປະກອບເຂົ້າເປັນສ່ວນໃນການກໍ່ສ້າງ ເພື່ອໃຫ້ກາຍເປັນທີ່ພຳນັກຂອງພຣະເຈົ້າ ດ້ວຍເດຊະພຣະຈິດ.