ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 9

ຊົງປິ່ນປົວຄົນເປັນຫລ່ອຍ

1.ພຣະເຢຊູເຈົ້າສະເດັດລົງເຮືອ, ແລ້ວຂ້າມນ້ຳກັບມາໃນເມືອງຂອງພຣະອົງ. 2.ພໍດີມີຜູ້ຫາມຄົນເປັນລ່ອຍຜູ້ໜຶ່ງນອນຢູ່ເທິງຊະແນນ ເຂົ້າມາຫາພຣະອົງ. ພຣະເຢຊູເຈົ້າຊົງຫລິງເຫັນຄວາມເຊື່ອຂອງພວກເຂົາ, ຈຶ່ງເວົ້າກັບຜູ້ເປັນລ່ອຍວ່າ: “ລູກເອີຍ, ຈົ່ງໄວ້ໃຈເຖີດ, ບາບຂອງເຈົ້າຫລຸດແລ້ວ.” 3.ແຕ່ອາຈານພຣະຄຳພີບາງຄົນຄຶດໃນໃຈວ່າ: “ຄົນນີ້ເວົ້າປະໝາດປະຈານພຣະເປັນເຈົ້າ.” 4.ສ່ວນພຣະເຢຊູເຈົ້າຊົງຮູ້ຈັກໃນຄວາມຄຶດຂອງພວກເຂົາ ຈຶ່ງກ່າວວ່າ: “ເປັນຫຍັງພວກເຈົ້າຈຶ່ງຄຶດແນວບໍ່ດີໃນໃຈ? 5.ອັນໃດງ່າຍກວ່າກັນ, ບອກວ່າບາບຂອງເຈົ້າຫລຸດແລ້ວ ຫລືບອກວ່າລຸກຂຶ້ນແລະຍ່າງໄປ? 6.ດ້ວຍເຫດນີ້, ເພື່ອໃຫ້ພວກເຈົ້າຮູ້ວ່າບຸດແຫ່ງມະນຸດມີສິດຍົກບາບໃນແຜ່ນດິນນີ້.”... ພຣະອົງຈຶ່ງກ່າວແກ່ຄົນເປັນລ່ອຍວ່າ: “ລຸກຂຶ້ນ, ແບກເອົາຊະແນນຂອງເຈົ້າເມືອເຮືອນເຖີດ.” 7.ແລ້ວລາວກໍລຸກຂຶ້ນເມືອເຮືອນຂອງລາວ. 8.ເມື່ອເຫັນດັ່ງນັ້ນ, ຝູງຄົນກໍເກີດມີຄວາມຢ້ານສັ່ນແລະສັນຣະເສີນພຣະເປັນເຈົ້າ, ຍ້ອນພຣະອົງໄດ້ປະທານສິດອຳນາດເຖິງພຽງນີ້ໃຫ້ມະນຸດ.

 

ຊົງຮຽກມັດເທວ

9.ເມື່ອອອກຈາກກາຟາກນາອຸມແລ້ວ, ແລະກຳລັງສະເດັດຜ່ານດ່ານພາສີໄປ, ພຣະເຢຊູເຈົ້າໄດ້ເຫັນຊາຍຄົນໜຶ່ງນັ່ງຢູ່ທີ່ນັ້ນ ລາວຊື່ວ່າມັດເທວ. ພຣະອົງຊົງກ່າວແກ່ລາວວ່າ: “ຈົ່ງຕິດຕາມເຮົາມາ.” ລາວກໍລຸກຂຶ້ນແລະຕິດຕາມພຣະອົງໄປ. 

 

ຊົງຮັບປະທານອາຫານຮ່ວມກັບຄົນບາບ

10.ຢູ່ມາ ເມື່ອພຣະອົງຊົງປະທັບຮ່ວມໂຕະທີ່ເຮືອນຂອງມັດເທວ, ກໍມີຄົນເກັບສ່ວຍ ແລະຄົນບາບຫລາຍຄົນ ເຂົ້າມາຮ່ວມໂຕະກັບພຣະອົງແລະພວກສາວົກ. 11.ເຫັນດັ່ງນັ້ນ ພວກຟາຣີເຊວຈຶ່ງເວົ້າກັບພວກສາວົກວ່າ: “ເປັນຫຍັງອາຈານພວກເຈົ້າຮັບປະທານອາຫານ ຮ່ວມກັບພວກຄົນເກັບສ່ວຍແລະຄົນບາບ?” 12.ແຕ່ພຣະເຢຊູເຈົ້າໄດ້ຍິນຄວາມເວົ້າຂອງພວກເຂົາ, ພຣະອົງຈຶ່ງຕອບວ່າ: “ຄົນສະບາຍດີບໍ່ຕ້ອງການໝໍຢາດອກ, ແຕ່ວ່າແມ່ນຄົນເຈັບປ່ວຍທີ່ຕ້ອງການໝໍ. 13.ດັ່ງນີ້ ຈົ່ງຮຽນຮູ້ແລະເຂົ້າໃຈເຖິງຄວາມໝາຍຂອງວາຈາທີ່ວ່າ: “ເຮົາປະສົງຄວາມເມດຕາກະລຸນາ, ບໍ່ແມ່ນເຄື່ອງບູຊາ.” ທີຈິງແລ້ວ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ວ່າເພື່ອເອີ້ນເອົາພວກຄົນບາບ.”

 

ເລື່ອງຖືສິນອົດອາຫານ

14.ຕໍ່ຈາກນັ້ນ ພວກສາວົກຂອງທ່ານຢວງພາກັນເຂົ້າມາຫາພຣະເຢຊູເຈົ້າ ແລະທູນພຣະອົງວ່າ: “ເປັນຈັ່ງໃດ ພວກຂ້ານ້ອຍແລະພວກຟາຣີເຊວຖືສິນອົດອາຫານ, ແຕ່ສ່ວນພວກລູກສິດຂອງພຣະອົງບໍ່ຖືເລີຍ?” 15.ພຣະເຢຊູເຈົ້າກ່າວຕອບວ່າ: “ພວກມິດສະຫາຍຂອງເຈົ້າບ່າວ ຈະໄວ້ທຸກເວລາເຈົ້າບ່າວຢູ່ນຳ ຢ່າງໃດໄດ້ ຈະມີມື້ໜຶ່ງເມື່ອເຈົ້າບ່າວຖືກຍົກໄປແລ້ວ, ເວລານັ້ນແຫລະພວກເຂົາຈຶ່ງຈະອົດອາຫານ. 16.ບໍ່ມີໃຜເອົາຜ້າໃໝ່ໄປຕາບໃສ່ເສື້ອເກົ່າ, ຍ້ອນວ່າຜ້າໃໝ່ນັ້ນຈະຈ່ອງເສື້ອ ແລະເຮັດໃຫ້ເສື້ອຂາດກ້ວາງອອກກວ່າເກົ່າອີກ. 17.ດັ່ງດຽວກັນ, ບໍ່ມີໃຜເອົານ້ຳອະງຸ່ນໃໝ່ໃສ່ຖົງໜັງເກົ່າ, ຍ້ອນຢ້ານຖົງໜັງຈະແຕກ, ນ້ຳອະງຸ່ນຈະໄຫລອອກໝົດ ແລະຖົງຈະເສຍດ້ວຍ; ແຕ່ຕ້ອງເອົານ້ຳອະງຸ່ນໃໝ່ໃສ່ໃນຖົງໃໝ່ ແລະທັງສອງຈະຄົງຢູ່ໄດ້”.

 

ລູກສາວຂອງຢາອີແລະຍິງລົງເລືອດ

18.ເວລາພຣະເຢຊູເຈົ້າກຳລັງກ່າວຢູ່ນັ້ນ ເຈົ້ານາຍຜູ້ໜຶ່ງມາຂາບທູນພຣະອົງວ່າ: “ລູກ ສາວຂ້ານ້ອຍຫາກໍສິ້ນໃຈ, ແຕ່ຂໍເຊີນພຣະອົງສະເດັດໄປປົກພະຫັດ ແລະນາງຈະກັບມີຊິວິດ.” 19.ພຣະເຢຊູເຈົ້າຊົງລຸກຂຶ້ນແລະຕາມເພິ່ນໄປພ້ອມກັບພວກສາວົກ. 20.ພໍດີມີຍິງຄົນໜຶ່ງທີ່ເປັນພະຍາດລົງເລືອດມາໄດ້ສິບສອງປີແລ້ວ, ໄດ້ຫຍັບເຂົ້າມາທາງຫລັງ ແລະໄດ້ບາຍ ຍອຍເສື້ອຂອງພຣະອົງ. 21.ຍ້ອນລາວຄຶດໃນໃຈຕົວເອງວ່າ: “ຖ້າຂ້ອຍໄດ້ພຽງແຕ່ບາຍເສື້ອຂອງພຣະອົງເທົ່ານັ້ນ ຂ້ອຍກໍຈະດີຈາກພະຍາດ.” 22.ພຣະເຢຊູເຈົ້າງວາກມາເຫັນນາງຈຶ່ງກ່າວວ່າ: “ລູກເອີຍ, ຈົ່ງໄວ້ໃຈເຖີດ, ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີຈາກພະຍາດແລ້ວ.” ແລະນັບແຕ່ເວລານັ້ນ ຍິງຜູ້ນັ້ນກໍດີຈາກພະຍາດ. 23.ເມື່ອມາເຖິງເຮືອນເຈົ້ານາຍນັ້ນ, ພຣະເຢຊູເຈົ້າເຫັນພວກເປົ່າຂຸ່ຍ ແລະໝູ່ຄົນເຮັດອຶກກະທຶກຢູ່. ພຣະອົງຈຶ່ງຊົງກ່າວວ່າ: 24.“ພາກັນອອກໄປສາ ນາງນ້ອຍນີ້ບໍ່ຕາຍດອກ, ພຽງແຕ່ນອນຫລັບຊື່ໆ.” ພວກເຫລົ່ານັ້ນກໍຫົວຂວັນພຣະອົງ. 25.ເມື່ອສັ່ງໃຫ້ຜູ້ຄົນອອກນອກໝົດແລ້ວ, ພຣະອົງສະເດັດເຂົ້າໄປ, ຊົງຈັບມືຂອງນາງນ້ອຍນັ້ນ ແລະນາງກໍລຸກຂຶ້ນ. 26.ເລື່ອງນີ້ກໍແຜ່ໄປທົ່ວບໍລິເວນນັ້ນ.

 

ຊົງປິ່ນປົວຄົນຕາບອດສອງຄົນ

27.ເມື່ອພຣະເຢຊູເຈົ້າສະເດັດອອກໄປຈາກທີ່ນັ້ນ, ມີຄົນຕາບອດສອງຄົນຕິດຕາມພຣະອົງໄປ ຮ້ອງວ່າ: “ບຸດກະສັດດາວິດເອີຍ! ຂໍຊົງເມດຕາພວກຂ້ານ້ອຍແດ່ທ້ອນ!” 28.ເມື່ອພຣະອົງເຈົ້າເຂົ້າໄປໃນເຮືອນ ພວກຄົນຕາບອດກໍເຂົ້າມາຫາພຣະອົງ ແລະພຣະອົງກ່າວແກ່ພວກເຂົາວ່າ: “ພວກເຈົ້າເຊື່ອວ່າ ເຮົາສາມາດກະທຳສິ່ງນັ້ນໄດ້ບໍ?” ພວກເຂົາທູນຕອບວ່າ: “ໂດຍພຣະອົງເຈົ້າ.” 29.ພຣະອົງຈຶ່ງຊົງບາຍຕາຂອງພວກເຂົາ ກ່າວວ່າ: ຂໍໃຫ້ເປັນໄປຕາມຄວາມເຊື່ອຂອງພວກເຈົ້າເຖີດ!” 30.ແລະຕາຂອງພວກເຂົາກໍເຫັນຮຸ່ງແຈ້ງ ພຣະເຢຊູເຈົ້າຈຶ່ງສັ່ງພວກເຂົາເດັດຂາດວ່າ: “ລະວັງ! ຢ່າໃຫ້ໄຜຮູ້ເລື່ອງນີ້ເລີຍ.” 31.ແຕ່ວ່າເມື່ອອອກໄປທາງນອກແລ້ວ ພວກເຂົາກໍປະກາດຊື່ສຽງຂອງພຣະອົງທົ່ວບໍລິເວນນັ້ນ.

 

ຊົງປິ່ນປົວຄົນຖືກຜີສິງປາກກືກ

32.ພໍແຕ່ພວກຄົນດີບອດສອງຄົນອອກໄປແລ້ວ, ກໍມີຜູ້ນຳຄົນຖືກຜີສິງປາກກືກຜູ້ໜຶ່ງ ເຂົ້າມາຫາພຣະອົງ. 33.ເມື່ອຜີປີສາດຖືກໄລ່ອອກແລ້ວ, ຄົນກືກກໍປາກເວົ້າໄດ້. ຝູງຄົນພາກັນພິດສະຫວົງງົງງຶດ ຮ້ອງດ້ວຍສຽງດັງວ່າ: “ໃນປະເທດອິສຣາແອນ ຍັງບໍ່ເຄີຍເຫັນເຫດການເຊັ່ນນີ້ເລີຍຈັກເທື່ອ.” 34.ແຕ່ພວກຟາຣີເຊວເວົ້າວ່າ: “ເພິ່ນຂັບໄລ່ຜີປີສາດດ້ວຍລິດ ເດດຂອງຫົວໜ້າຜີປີສາດ.” 

 

ພຣະເຢຊູເຈົ້າຊົງສັງເວດຝູງຊົນ

35.ພຣະເຢຊູເຈົ້າສະເດັດໄປຕາມບ້ານຕາມເມືອງຕ່າງໆ. ຊົງເທດສະໜາສັ່ງສອນ ຕາມໂຮງທຳທົ່ວໄປ, ຊົງປ່າວປະກາດຂ່າວປະເສີດແຫ່ງອານາຈັກ, ແລະຊົງປິ່ນປົວພະຍາດໂລຄາທຸກຊະໜິດ. 36.ເມື່ອທອດພຣະເນດເຫັນຝູງຊົນ, ພຣະອົງຊົງຮູ້ສຶກສົມເພດເວດທະນາ, ຍ້ອນເຂົາເຫລົ່ານັ້ນມີສີໜ້າອິດເມື່ອຍລົ້ມທ່າວ ຄືແກະບໍ່ມີຜູ້ລ້ຽງດູ, 37.ພຣະອົງຈຶ່ງກ່າວແກ່ ພວກສາວົກວ່າ: “ເຂົ້າຈະກ່ຽວໃນນາມີຫລາຍ ແຕ່ຄົນງານມີໜ້ອຍ. 38.ເພາະສະນັ້ນ ພວກເຈົ້າຈົ່ງວອນຂໍໃຫ້ເຈົ້າຂອງນາສົ່ງຄົນງານມາກ່ຽວເຖີດ.”