ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 8

III. ການເທດສອນເຖິງອານຍາຈັກສະຫວັນ

 

ຊົງປິ່ນປົວຄົນຂີ້ທູດ

1.ເວລານັ້ນພຣະເຢຊູເຈົ້າສະເດັດລົງມາຈາກພູ ແລະມີຝູງຄົນມາກມາຍຫ້ອມລ້ອມ ຕິດຕາມພຣະອົງໄປ. 2.ພໍດີມີຄົນເປັນຂີ້ທູດຜູ້ໜຶ່ງເຂົ້າມາຂາບລົງຕໍ່ພຣະພັກພຣະອົງ ແລະທູນ ວ່າ: “ພຣະອົງເຈົ້າ! ຖ້າພຣະອົງພໍພຣະໄທແລ້ວ, ພຣະອົງກໍສາມາດປົວຂ້ານ້ອຍໃຫ້ດີໄດ້.” 3.ພຣະເຢຊູເຈົ້າໄດ້ຍື່ນພະຫັດໄປບາຍເຂົາ ພ້ອມທັງກ່າວວ່າ: “ເຮົາພໍໃຈແລ້ວ, ຈົ່ງຫາຍດີເຖີດ.” ແລະໃນທັນທີນັ້ນ ພະຍາດຂີ້ທູດກໍຫາຍດີ. 4.ພຣະອົງຈຶ່ງກ່າວແກ່ເຂົາວ່າ: “ລະວັງຢ່າເວົ້າເລື່ອງນີ້ໃຫ້ໃຜຟັງເລີຍ, ແຕ່ວ່າໃຫ້ເຈົ້າໄປສະແດງຕົວຕໍ່ພຣະສົງ ແລະຖະຫວາຍເຄື່ອງບູຊາ ຕາມທີ່ໂມແຊໄດ້ບົ່ງໄວ້, ເພື່ອເປັນຫລັກຖານຢືນຢັນແກ່ພວກເຂົາ.”

 

ຊົງປິ່ນປົວຄົນໃຊ້ຂອງນາຍຮ້ອຍທະຫານ

5.ເມື່ອພຣະເຢຊູເຈົ້າສະເດັດເຂົ້າເມືອງກາຟາກນາອຸມ, ນາຍຮ້ອຍທະຫານຜູ້ໜຶ່ງມາຫາພຣະອົງແລະໄຫວ້ວອນວ່າ: 6.“ໂອພຣະອົງເຈົ້າ, ຄົນໃຊ້ຂອງຂ້ານ້ອຍເປັນລ່ອຍນອນຢູ່ເຮືອນ ທໍຣະມານຫລາຍເຕັມທີ.” 7.ພຣະເຢຊູເຈົ້າກ່າວແກ່ເພິ່ນວ່າ: “ເຮົາຈະໄປປົວໃຫ້ເຂົາດີ.” 8.ນາຍຮ້ອຍທະຫານທູນຕອບວ່າ: “ພຣະອົງເຈົ້າ, ຂ້ານ້ອຍບໍ່ສົມຕ້ອນຮັບພຣະອົງເຂົ້າໃນເຮືອນ, ແຕ່ຂໍພຣະອົງຊົງກ່າວແຕ່ຄຳດຽວ ແລະຄົນໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 9.ດ້ວຍວ່າຂ້ານ້ອຍເອງກໍຢູ່ກ້ອງບັງຄັບຜູ້ໃຫຍ່, ແລະກໍມີທະຫານຢູ່ກ້ອງບັງຄັບຂອງຂ້ານ້ອຍດ້ວຍ, ແລະເວລາຂ້ານ້ອຍບອກຜູ້ນີ້ວ່າ: ໄປ! ເຂົາກໍໄປ; ສັ່ງຜູ້ນັ້ນວ່າ: ມາ! ເຂົາກໍມາ; ແລະບອກຄົນໃຊ້ວ່າ: ເຮັດອັນນີ້! ເຂົາກໍເຮັດ.” 10.ເມື່ອພຣະເຢຊູເຈົ້າໄດ້ຍິນຄວາມນີ້ກໍພິດສະຫວົງ ແລະກ່າວແກ່ພວກຕິດຕາມພຣະອົງມາວ່າ: “ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ໃນຊາດອິສຣາແອນ ເຮົາຍັງບໍ່ທັນໄດ້ພົບໃຜມີຄວາມເຊື່ອໃຫຍ່ພຽງນີ້. 11.ເພາະສະນັ້ນເຮົາ ກ່າວແກ່ພວກເຈົ້າວ່າ: ຄົນຈຳນວນມາກຈະມາຈາກຕາເວັນອອກແລະຕາເວັນຕົກ ແລະຈະເຂົ້າກິນຊຸມຮ່ວມກັບອາບຣາຮຳ ອີຊາອັກແລະຢາກັອບ ໃນອານາຈັກສະຫວັນ. 12.ແຕ່ສ່ວນບຸດແຫ່ງອານາຈັກເອງຈະຖືກໄລ່ອອກນອກໃນທີ່ມົວມືດ; ຢູ່ບ່ອນນັ້ນຈະມີແຕ່ສຽງຮ້ອງໄຫ້ແລະກັດແຂ້ວ.” 13.ຕໍ່ໄປ ພຣະອົງຊົງກ່າວແກ່ນາຍຮ້ອຍທະຫານວ່າ: “ເຊີນໄປດີ, ຈົ່ງເປັນໄປຕາມຄວາມເຊື່ອຂອງທ່ານ!” ແລະໃນເວລານັ້ນເອງ ຄົນໃຊ້ຂອງເພິ່ນກໍດີຈາກພະຍາດ.

 

ຊົງປິ່ນປົວແມ່ເຖົ້າຂອງເປໂຕ

14.ພຣະເຢຊູເຈົ້າສະເດັດໄປເຮືອນຂອງເປໂຕ, ພໍດີພົບແມ່ເຖົ້າຂອງເພິ່ນກຳລັງນອນໄຂ້ຢູ່. 15.ພຣະອົງຊົງຈັບມືຂອງລາວ, ລາວກໍຊ່ວງໄຂ້ແລະລຸກຂຶ້ນມາຮັບໃຊ້ພຣະອົງ.

 

ຊົງປິ່ນປົວພະຍາດຕ່າງໆ

16.ເມື່ອຄ່ຳລົງແລ້ວ, ເຂົາກໍພາຄົນຖືກຜີສິງຈຳນວນມາກຫລາຍມາຫາພຣະອົງ. ພຣະອົງຊົງຂັບໄລ່ຜີດ້ວຍວາຈາ ແລະຊົງທຳໃຫ້ພວກເຈັບໄຂ້ໄດ້ປ່ວຍດີພະຍາດໝົດທຸກຄົນ. 17.ທັງນີ້ ເພື່ອສຳເລັດຕາມຄຳທຳນາຍຂອງປະພາສົກອີຊາຢາທີ່ກ່າວວ່າ “ພຣະອົງໄດ້ຮັບເອົາຄວາມພິການແລະພະຍາດຂອງພວກເຮົາໄວ້ນຳພຣະອົງ.”

 

ຄວາມເສຍສະລະເພື່ອພະກະແສຮຽກ

18.ເມື່ອພຣະເຢຊູເຈົ້າຊົງທອດພຣະເນດເຫັນຝູງຊົນແໜ້ນໜາຫ້ອມລ້ອມພຣະອົງ. ພຣະອົງຈຶ່ງຮັບສັ່ງໃຫ້ຂ້າມໄປຝັ່ງນັ້ນ. 19.ອາຈານພຣະຄຳພີຄົນໜຶ່ງເຂົ້າມາທູນພຣະອົງວ່າ: “ພຣະອາຈານ, ບໍ່ວ່າພຣະອົງຈະໄປໃສ, ຂ້ານ້ອຍຈະຕິດຕາມພຣະອົງໄປທຸກບ່ອນ.” 20.ພຣະເຢຊູເຈົ້າຊົງກ່າວວ່າ: “ໝາຈອກຍັງມີໝົ້ງຢູ່, ນົກໃນອາກາດຍັງມີຮັງອາໄສ, ສ່ວນບຸດແຫ່ງມະນຸດບໍ່ມີຮອດບ່ອນ ຈະປົງສີສະ.” 21.ສາວົກຄົນໜຶ່ງຂອງພຣະອົງທູນວ່າ: “ພຣະອາຈານເຈົ້າ, ໂຜດອານຸຍາດໃຫ້ຂ້ານ້ອຍໄປປົງສົບຂອງພໍ່ຂ້ານ້ອຍກ່ອນ.” 22.ແຕ່ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ: “ເຈົ້າຈົ່ງຕິດຕາມເຮົາມາ, ແລະປະໃຫ້ຄົນຕາຍຝັງຄົນຕາຍເອງ.”

 

ຊົງຜາບລົມພະຍຸ

23.ຕໍ່ຈາກນັ້ນ ພຣະເຢຊູເຈົ້າຊົງສະເດັດລົງເຮືອ, ພ້ອມດ້ວຍພວກສາວົກ. 24.ພໍດີເກີດມີລົມພາຍຸໃຫຍ່ໃນທະເລ, ຈົນວ່າຟອງຖ້ວມເຮືອ. ສ່ວນພຣະອົງກຳລັງນອນຫລັບຢູ່. 25.ພວກສາວົກຮ້ອງປຸກພຣະອົງວ່າ: “ພຣະອົງເຈົ້າ, ຂໍຊ່ວຍແດ່ທ້ອນ, ພວກເຮົາຈະຕາຍແລ້ວ.” 26.ແຕ່ພຣະອົງຊົງກ່າວຕອບພວກເຂົາວ່າ: “ຊາດຄວາມເຊື່ອນ້ອຍເອີຍ, ແມ່ນພວກເຈົ້າຢ້ານຫຍັງ?” ແລ້ວພຣະອົງກໍລຸກຂຶ້ນ, ບັງຄັບລົມແລະທະເລ, ແລ້ວກໍເກີດມີຄວາມສະຫງັດງຽບ. 27.ພວກເຂົາທັງຫລາຍຈຶ່ງເກີດມີຄວາມອັດສະຈັນໃຈເວົ້າກັນວ່າ: “ຄົນຜູ້ນີ້ແມ່ນໃຜ ຈຶ່ງວ່າ ລົມແລະທະເລກໍຟັງຄວາມ”.

 

ຊົງປິ່ນປົວຄົນຖືກຜີສິງ

28.ເມື່ອພຣະເຢຊູເຈົ້າໄປຮອດຝັ່ງນັ້ນແລ້ວ, ໃນເຂດແດນກາດາຣາ, ມີຄົນຖືກຜີສິງສອງຄົນອອກມາຈາກຄູຫາຝັງສົບ ແລະພາກັນມາຫາພຣະອົງ; 29.ພວກເຂົາຮ້າຍຂາດ ຈົນບໍ່ມີໃຜກ້າຜ່ານໄປມາທາງນັ້ນ. 30.ພວກເຂົາພ້ອມກັນຮ້ອງສຽງດັງຂຶ້ນວ່າ: “ໂອພຣະບຸດຂອງ ພຣະເປັນເຈົ້າ, ທ່ານມາກຸກກວນພວກເຮົາຫຍັງ? ທ່ານມານີ້ເພື່ອທໍຣະມານພວກເຮົາກ່ອນເວລາບໍ?” 31.ຜີປີສາດຈຶ່ງວອນຂໍພຣະເຢຊູເຈົ້າວ່າ: “ຖ້າທ່ານຈະຂັບໄລ່ພວກເຮົາ, ກໍຂໍໃຫ້ພວກເຮົາໄປຢູ່ໃນໝູຝູງນັ້ນທ້ອນ.” 32.ພຣະອົງຈຶ່ງກ່າວວ່າ: “ໄປກໍໄປເສຍ.” ຜີກໍອອກແລະໄປສິງຢູ່ໃນໝູ, ເຮັດໃຫ້ໝູທັງຝູງໂຕນຕະຝັ່ງຊັນລົງນ້ຳທະເລຕາຍຈົມນ້ຳໝົດ. 33.ພວກຄົນລ້ຽງໝູພາກັນແລ່ນເຂົ້າໄປໃນເມືອງ ເລົ່າເລື່ອງໝູແລະເລື່ອງຄົນຜີສິງໃຫ້ທຸກຄົນຟັງ. 34.ຄົນທັງເມືອງພາກັນອອກມາຫາພຣະເຢຊູເຈົ້າ, ແລະພໍແຕ່ພວກເຂົາເຫັນພຣະອົງແລ້ວ ພວກເຂົາກໍວອນຂໍພຣະອົງສະເດັດໄປຈາກເຂດແດນຂອງພວກເຂົາ.