ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 7
ຢ່າພິພາກສາຕັດສິນ
1.“ຢ່າພິພາກສາຕັດສິນ ເພື່ອຈະບໍ່ຖືກພິພາກສາຕັດສິນ. 2.ຍ້ອນວ່າພວກເຈົ້າຕັດສິນເຂົາແນວໃດ, ພວກເຈົ້າກໍຈະຖືກຕັດສິນແນວນັ້ນ, ແລະພວກເຈົ້າຈະຕວງໃຫ້ເຂົາແນວໃດ, ພວກເຈົ້າກໍຈະໄດ້ຮັບຕວງແນວນັ້ນ. 3.ເປັນຫຍັງເຈົ້າຈຶ່ງເຫັນເຟືອງທີ່ຢູ່ໃນຕາຂອງພີ່ນ້ອງເຈົ້າ, ແຕ່ໄມ້ຂື່ທີ່ຢູ່ໃນຕາຂອງເຈົ້າເອງເຈົ້າກໍບໍ່ເຫັນ? 4.ຫລືວ່າ ເມື່ອເຈົ້າມີໄມ້ຂື່ຢູ່ໃນຕາຂອງເຈົ້າ ເປັນຫຍັງເຈົ້າຈຶ່ງເວົ້ານຳ ຜູ້ອື່ນວ່າ: ຢ່າຕີງ, ຂ້ອຍຈະເຂ່ຍເຟືອງອອກຈາກຕາໃຫ້ເຈົ້າ? 5.ຄົນທຽມໃຈບຸນເອີຍ, ໃຫ້ເອົາໄມ້ຂື່ອອກຈາກຕາຕົວເອງກ່ອນເຖີດ, ແລ້ວເຈົ້າຈຶ່ງຈະເຫັນແຈ້ງເພື່ອໄປເຂ່ຍເຟືອງອອກຈາກຕາພີ່ນ້ອງເຈົ້າ”.
ຢ່າທຸລະຈານສິ່ງສັກສິດ
6.“ຢ່າເອົາສິ່ງສັກສິດຖິ້ມໃຫ້ໝາ. ຢ່າໂຍນແກ້ວມຸກດາໃຫ້ໝູ; ເປັນຕາຢ້ານວ່າມັນຈະຢຽບຖິ້ມຊື່ໆ, ແລ້ວມັນຈະອວ່າຍໜ້າມາຈີກຕົວພວກເຈົ້າເອງ.” 7.“ຈົ່ງວອນຂໍ, ແລ້ວພວກເຈົ້າຈະໄດ້ຮັບ, ຈົ່ງຊອກສະແຫວງຫາ ພວກເຈົ້າຈະພົບເຫັນ, ຈົ່ງເຄາະປະຕູ: ກໍຈະມີຜູ້ໄຂຮັບເອົາ. 8.ດ້ວຍວ່າຜູ້ໃດວອນຂໍຈະໄດ້ຮັບ, ຜູ້ໃດຊອກສະແຫວງຫາຈະພົບເຫັນ ຜູ້ໃດເຄາະປະຕູກໍຈະມີຜູ້ໄຂຮັບເອົາ. 9.ມີໃຜແດ່ໃນພວກເຈົ້າ, ຖ້າລູກຂໍເຂົ້າໜົມປັງ, ຈະເອົາກ້ອນຫິນໃຫ້? 10.ຫລືວ່າຖ້າລູກຂໍປາ, ຈະເອົາງູໃຫ້? 11.ຖ້າຫາກວ່າພວກເຈົ້າຜູ້ເປັນຄົນຖ່ອຍປານນີ້ ຍັງຮູ້ຈັກເອົາຂອງດີໃຫ້ລູກຂອງຕົນ, ສ່ວນພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນ, ຈະບໍ່ຮູ້ຈັກປະທານຂອງດີໃຫ້ພວກທີ່ວອນຂໍພຣະອົງຊັ້ນບໍ?”
ກົດລະບຽບອັນດີເລີດ
12.ດ້ວຍເຫດນີ້ ທຸກສິ່ງທີ່ພວກເຈົ້າປາດຖະໜາໃຫ້ຜູ້ອື່ນກະທຳຕໍ່ພວກເຈົ້າ, ພວກເຈົ້າເອງຈົ່ງກະທຳຕໍ່ຜູ້ອື່ນດ້ວຍ, ນີ້ແຫລະ ແມ່ນພຣະທຳບັນຢັດແລະຄຳປະພາສົກທັງໝົດ.13.“ຈົ່ງເຂົ້າທາງປະຕູແຄບ. ດ້ວຍວ່າເສັ້ນທາງທີ່ພາໄປສູ່ຄວາມສິບຫາຍນັ້ນກວ້າງ ທັງສະຫວາດສະເຫວີຍ, ແລະມີຄົນຈຳນວນມາກໄປຕາມທາງເສັ້ນນີ້. 14.ແຕ່ປະຕູແລະເສັ້ນທາງທີ່ພາໄປສູ່ຊີວິດນັ້ນແຄບຮອມຫລາຍ, ມີຄົນຈຳນວນນ້ອຍພົບເຫັນທາງເສັ້ນນັ້ນ”.
ພວກປະພາສົກເທັດທຽມ
15.“ພວກເຈົ້າຈົ່ງລະວັງພວກປະພາສົກເທັດທຽມທີ່ມາຫາພວກເຈົ້າ ເບິ່ງພາຍນອກຄືໂຕແກະ ແຕ່ທາງໃນຂອງເຂົາເປັນແຕ່ໝາໃນໂຕຮ້າຍ. 16.ພວກເຈົ້າຈະຮູ້ຈັກພວກເຂົາ ດ້ວຍຜົນງານຂອງພວກເຂົາ. ມີໃຜແດ່ເຄີຍເກັບໝາກອະງຸ່ນຈາກກົກໜາມ? ຫລືເກັບໝາກເດື່ອຈາກກໍໜາມ? 17.ດັ່ງດຽວກັນ ກົກໄມ້ແນວດີກໍເກີດໝາກແນວດີ, ສ່ວນກົກໄມ້ແນວບໍ່ດີກໍເກີດໝາກແນວບໍ່ດີ. 18.ກົກໄມ້ແນວດີບໍ່ເຄີຍເກີດໝາກແນວບໍ່ດີ, ແລະກົກໄມ້ແນວບໍ່ດີກໍບໍ່ເຄີຍເກີດໝາກແນວດີດ້ວຍ. 19.ກົກໄມ້ໃດບໍ່ເກີດໝາກແນວດີຈະຖືກປ້ຳລົງ ແລະຖິ້ມໃສ່ໄຟ. 20.ດັ່ງນີ້ແລ້ວ, ພວກເຈົ້າຈະຮູ້ຈັກພວກເຂົາໄດ້ກໍຍ້ອນຜົນງານຂອງ ພວກເຂົາ.
ພວກສາວົກແທ້
21.“ບໍ່ແມ່ນຜູ້ທີ່ຮ້ອງວ່າ: ໂອພຣະອົງເຈົ້າ! ໂອພຣະອົງເຈົ້າ! ນັ້ນດອກ ທີ່ຈະເຂົ້າໃນອານາຈັກສະຫວັນໄດ້, ແຕ່ແມ່ນຜູ້ທີ່ປະຕິບັດຕາມນ້ຳພຣະໄທຂອງພຣະບິດາຂອງເຮົາຜູ້ສະຖິດຢູ່ສະຫວັນນັ້ນແຫລະ ຈະເຂົ້າໃນອານາຈັກສະຫວັນໄດ້.” 22.ມື້ນັ້ນ, ຫລາຍຄົນຈະຮ້ອງໃສ່ເຮົາວ່າ: ພຣະອົງເຈົ້າເອີຍ! ພຣະອົງເຈົ້າເອີຍ! ບໍ່ແມ່ນໃນນາມຂອງພຣະອົງບໍ ທີ່ພວກຂ້າພະເຈົ້າໄດ້ທຳນາຍ? ທີ່ພວກຂ້າພະເຈົ້າໄດ້ໄລ່ຜີປີສາດ? ທີ່ພວກຂ້າພະເຈົ້າໄດ້ເຮັດການປະຫລາດອັດສະຈັນຫລາຍຢ່າງ? 23.ສ່ວນເຮົາກໍຈະເວົ້າໃສ່ໜ້າພວກເຂົາວ່າ: “ເຮົາບໍ່ໄດ້ຮູ້ຈັກ ພວກເຈົ້າເລີຍ ພວກເຈົ້າຄົນອະທຳຊົ່ວຊ້າ, ຈົ່ງໜີໄປໄກຈາກເຮົາ.” 24.ດັ່ງນີ້ ຜູ້ໃດຟັງຄຳເຮົາກ່າວມາແລ້ວນີ້ແລະປະພຶດຕາມ ກໍປຽບໄດ້ກັບຄົນຜູ້ສະຫລາດຮອບຄອບ ກໍ່ເຮືອນຂອງຕົນໃສ່ເທິງພະລານຫີນ. 25.ຝົນຕົກລົງມາ, ນ້ຳໄຫລເຊາະ, ລົມພັດມາຕີ ແຕ່ເຮືອນຫລັງນັ້ນກໍບໍ່ເຟືອນບໍ່ລົ້ມ, ຍ້ອນວ່າມັນມີຮາກຢູ່ເທິງພະລານຫີນ. 26.ກົງກັນຂ້າມ ຜູ້ໃດຟັງຄວາມເຮົາຫາກໍກ່າວມານີ້ ແລະບໍ່ປະຕິບັດຕາມ ກໍປຽບຄືຄົນເສຍຈິດ ທີ່ກໍ່ເຮືອນຂອງຕົນໃສ່ດິນຊາຍ. 27.ຝົນຕົກລົງມາ ນ້ຳໄຫລເຊາະ, ລົມພັດມາຕີເຮືອນຫລັງນັ້ນ ແລະເຮືອນນັ້ນກໍເພໄປ ມີການເສຍຫາຍອັນໃຫຍ່.
ຄວາມພິດສະຫວົງຂອງປະຊາຊົນ
28.ເມື່ອພຣະເຢຊູເຈົ້າເທດສອນດັ່ງນັ້ນແລ້ວ ປະຊາຊົນເກີດມີຄວາມພິດສະຫວົງງົງງຶດຢ່າງໃຫຍ່ໃນຄຳສັ່ງສອນຂອງພຣະອົງ, 29.ດ້ວຍວ່າພຣະອົງຊົງເທດສອນຢ່າງຜູ້ມີສິດອຳນາດ ບໍ່ຄືພວກອາຈານພຣະຄຳພີຂອງພວກເຂົາເລີຍ.