ພຣະວໍຣະສານ ໂດຍນັກບຸນ ມັດເທວ

ພາກທີ 6

ຈົ່ງໃຫ້ທານຢ່າງລັບລີ້

1.“ລະວັງຢ່າທຳບຸນໃດໆຕໍ່ໜ້າມະນຸດເພື່ອອວດອ້າງຕົວ; ບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ໄດ້ຮັບບຳເໜັດລາງວັນຫຍັງຈາກພຣະບິດາເຈົ້າຜູ້ສະຖິດຢູ່ສະຫວັນ. 2.ເມື່ອເຈົ້າໃຫ້ທານ, ຈົ່ງຢ່າເປົ່າແກໄປກ່ອນ, ເພື່ອໄດ້ຮັບຄຳຍໍຍ້ອງຈາກມະນຸດ. ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ພວກເຂົາໄດ້ຮັບລາງວັນແລ້ວ. 3.ສ່ວນເຈົ້າເອງ, ເມື່ອເຈົ້າໃຫ້ທານ, ຈົ່ງຢ່າໃຫ້ມືຊ້າຍຮູ້ເມື່ອເລີຍວ່າ ມືຂວາເຮັດຫຍັງ, 4.ເພື່ອໃຫ້ການທານຂອງເຈົ້າຢູ່ໃນຄວາມລັບ ແລະພຣະບິດາຂອງເຈົ້າຜູ້ຮູ້ເຫັນໃນທີ່ລັບ ກໍຈະຊົງຕອບແທນໃຫ້ແກ່ເຈົ້າ”.

 

ຈົ່ງພາວະນາຢ່າງລັບລີ້

5.“ເມື່ອພວກເຈົ້າພາວະນາ, ຢ່າທຳຕາມແບບພວກຄົນທຽມໃຈບຸນ. ພວກເຂົາມັກຢືນພາວະນາໃນໂຮງທຳຫລືບ່ອນທາງຄົບເພື່ອໃຫ້ປະຊາຊົນເຫັນ. ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ພວກເຂົາໄດ້ຮັບຄ່າບຳເໜັດແລ້ວ. 6.ສ່ວນເຈົ້າເອງ, ເມື່ອເຈົ້າພາວະນາ, ຈົ່ງເຂົ້າໃນຫ້ອງ, ອັດປະຕູ ແລະວິງວອນພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນທີ່ລັບ ແລະພຣະບິດາຂອງເຈົ້າຜູ້ຮູ້ເຫັນໃນທີ່ລັບ, ກໍຈະຊົງຕອບແທນເຈົ້າ”.

 

ບົດ ໂອພຣະບິດາ

7.“ເມື່ອພວກເຈົ້າພາວະນາ, ຢ່າເວົ້າລ່ຳລິລ່ຳໄລຄືຄົນຕ່າງຊາດ ຊຶ່ງພວກເຂົາຄຶດວ່າ ຈະມີຜູ້ຮັບຟັງຍ້ອນຄວາມເວົ້າຫລາຍນັ້ນ. 8.ບໍ່ຕ້ອງເຮັດຄືພວກເຂົາເລີຍ, ຍ້ອນພຣະບິດາຂອງພວກເຈົ້າຊາບຄວາມຕ້ອງການຂອງພວກເຈົ້າກ່ອນພວກເຈົ້າຈະວິງວອນຂໍ. 9.ສ່ວນພວກເຈົ້າ ໃຫ້ພາວະນາດັ່ງນີ້: ໂອພຣະບິດາຂອງຂ້າພະເຈົ້າທັງຫລາຍ, ພຣະອົງຢູ່ສະຫວັນ, ຂໍໃຫ້ພຣະນາມຮຸ່ງເຮືອງໄປ, 10.ພຣະຣາໄຊພຣະອົງໃຫ້ມາເຖິງ, ໃຫ້ໄດ້ຕາມນ້ຳພຣະໄທໃນແຜ່ນດິນຄືໃນສະຫວັນ. 11.ອາຫານປະຈຳວັນຂໍທານໃຫ້ໃນວັນນີ້, 12.ຂໍໂຜດຜິດໃຫ້ພວກຂ້າພະເຈົ້າ ຄືພວກຂ້າພະເຈົ້າໂຜດໃຫ້ເຂົາ; 13.ຂໍຢ່າປະພວກຂ້າພະເຈົ້າໃນຍາມຖືກຫລອກລວງ, ແຕ່ໃຫ້ພົ້ນຈາກຄວາມຊົ່ວຮ້າຍເທີ້ນ. 14.ແມ່ນແລ້ວ, ຖ້າພວກເຈົ້າໂຜດຄວາມຜິດໃຫ້ຊາວມະນຸດ, ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນກໍຈະໂຜດຄວາມຜິດໃຫ້ພວກເຈົ້າດ້ວຍ. 15.ແຕ່ວ່າ, ຖ້າພວກເຈົ້າບໍ່ຍອມໂຜດຄວາມຜິດໃຫ້ຊາວມະນຸດ, ພຣະບິດາຂອງພວກເຈົ້າກໍຈະບໍ່ໂຜດຄວາມຜິດໃຫ້ພວກເຈົ້າເລີຍ”.

 

ຈົ່ງຖືສິນອົດອາຫານຢ່າງລັບລີ້

16.“ເມື່ອພວກເຈົ້າຖືສິນອົດອາຫານ, ຢ່າທຳທ່າໂສກເສົ້າ ຄືພວກຄົນທຽມໃຈບຸນ; ພວກເຂົາມີສີໜ້າງ່ວມເຫງົາເພື່ອໃຫ້ຄົນທັງຫລາຍເຫັນວ່າ ຕົວກຳລັງຖືສິນອົດອາຫານ. ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ ພວກເຂົາໄດ້ຮັບຄ່າບຳເໜັດແລ້ວ. 17.ສ່ວນເຈົ້າ ເມື່ອເຈົ້າຖືສິນອົດອາຫານ, ຈົ່ງສວ່າຍໜ້າລ້າງຕາ ໃສ່ນ້ຳຫອມ, 18.ເພື່ອບໍ່ໃຫ້ການຖືສິນອົດອາຫານຂອງເຈົ້າປາກົດແກ່ມະນຸດ, ແຕ່ໃຫ້ປາກົດແກ່ພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນທີ່ລັບ; ແລະພຣະບິດາຂອງເຈົ້າ ຜູ້ຊົງຮູ້ເຫັນໃນທີ່ລັບ, ຈະຊົງຕອບແທນໃຫ້ເຈົ້າ”.

 

ຊັບສິນອັນແທ້ຈິງ

19.“ພວກເຈົ້າຢ່າຮິບໂຮມຊັບສົມບັດໃນແຜ່ນດິນ, ບ່ອນມີມອດມີບົ້ງກິນໄດ້, ແລະບ່ອນຜູ້ຮ້າຍອ້າຍຂະໂມຍມາເຈາະລັກເອົາໄປໄດ້. 20.ແຕ່ຈົ່ງຮິບໂຮມຊັບສົມບັດໃນສະຫວັນ, ບ່ອນນັ້ນບໍ່ມີມອດບໍ່ມີບົ້ງກິນໄດ້ ແລະຜູ້ຮ້າຍອ້າຍຂະໂມຍກໍເຈາະລັກເອົາໄປບໍ່ໄດ້ເລີຍ. 21.ດ້ວຍເຫດວ່າຊັບສົມບັດຂອງເຈົ້າຢູ່ໃສ, ດວງໃຈຂອງເຈົ້າກໍຢູ່ທີ່ນັ້ນດ້ວຍ”.

 

ຕະກຽງຂອງຮ່າງກາຍ

22.“ຕະກຽງຂອງຮ່າງກາຍແມ່ນຕາ, ດັ່ງນີ້ ຖ້າຫາກຕາຂອງເຈົ້າປົກກະຕິ, ໝົດຮ່າງກາຍຂອງເຈົ້າກໍຈະຢູ່ໃນຄວາມສະຫວ່າງ. 23.ແຕ່ວ່າ ຖ້າຫາກຕາຂອງເຈົ້າເສຍໄປ, ໝົດຮ່າງກາຍຂອງເຈົ້າກໍຈະຢູ່ໃນຄວາມມືດ. ເພາະສະນັ້ນ ຖ້າຄວາມສະຫວ່າງໃນຕົວເຈົ້າຫາກກາຍເປັນຄວາມມືດມົວເສຍແລ້ວ, ຄວາມມືດມົວນັ້ນຈະຍິ່ງໃຫຍ່ສັກພຽງໃດ”. 

 

ພຣະເປັນເຈົ້າແລະເງິນ

24.“ບໍ່ມີໃຜຈະຮັບໃຊ້ນາຍສອງຄົນໄດ້: ຫລືວ່າເຂົາຈະຮັກນາຍຜູ້ໜຶ່ງ ແລະຈະຊັງນາຍອີກຜູ້ໜຶ່ງ; ຫລືວ່າເຂົາຈະສະໜິດສະໜົມກັບນາຍຜູ້ໜຶ່ງ ແລະຈະປະໝາດນາຍອີກຜູ້ໜຶ່ງ. ພວກເຈົ້າຈະຮັບໃຊ້ພຣະເປັນເຈົ້າແລະເງິນພ້ອມກັນບໍ່ໄດ້.

 

ຕັ້ງຕົວຢູ່ໃນຄວາມດູແລຂອງພຣະເປັນເຈົ້າ

25.“ດ້ວຍເຫດນີ້ເຮົາກ່າວແກ່ພວກເຈົ້າວ່າ ຢ່າເປັນຫ່ວງນຳຊີວິດວ່າຈະເອົາຫຍັງມາກິນ; ຢ່າເປັນຫ່ວງນຳຮ່າງກາຍວ່າຈະເອົາຫຍັງມານຸ່ງຫົ່ມ. ຊີວິດບໍ່ປະເສີດກວ່າອາຫານບໍ? ແລະຮ່າງກາຍບໍ່ປະເສີດກວ່າເສື້ອຜ້າບໍ? 26.ຈົ່ງເບິ່ງໝູ່ນົກໃນອາກາດ: ມັນບໍ່ຕົກກ້າດຳນາ, ມັນບໍ່ກ່ຽວຫລືຮິບໂຮມເຂົ້າໄວ້ໃນເລົ້າເລີຍ, ແຕ່ພຣະບິດາເຈົ້າຜູ້ສະຖິດຢູ່ສະຫວັນກໍຍັງລ້ຽງເກືອມັນ ພວກເຈົ້າບໍ່ມີຄ່າກວ່ານົກຊັ້ນບໍ? 27.ໃຜແດ່ໃນພວກເຈົ້າຫຍຸ້ງໃຈໃຊ້ປັນຍາ ຕໍ່ຊີວິດຂອງຕົນໃຫ້ຍາວຕື່ມອີກສອກໜຶ່ງສອກດຽວໄດ້? 28.ເປັນຫຍັງພວກເຈົ້າຈຶ່ງເປັນຫ່ວງນຳເຄື່ອງນຸ່ງຫົ່ມ? ຈົ່ງເບິ່ງດອກຊ້ອນກິ່ນໃນທົ່ງນາວ່າມັນງອກຂຶ້ນຢ່າງໃດ! ມັນບໍ່ເຮັດວຽກການ ຫລືຕ່ຳຫູກຕ່ຳຜ້າເລີຍ. 29.ປານນັ້ນກໍດີ ເຮົາບອກພວກເຈົ້າວ່າ ແມ່ນແຕ່ກະສັດຊາໂລມອນເອງ, ໃນເມື່ອຊົງມີກຽດສູງສຸດແລ້ວ, ກໍບໍ່ນຸ່ງຫົ່ມສວຍງາມເທົ່າດອກຊ້ອນກິ່ນດອກດຽວຊ້ຳ. 30.ຖ້າຫາກວ່າພຣະເປັນເຈົ້າຊົງຕົກແຕ່ງຕົ້ນຫຍ້າໃນທົ່ງນາທີ່ມື້ນີ້ສົດຊື່ນດີ, ແລະມື້ອື່ນຕ້ອງຖິ້ມໃນເຕົາໄຟ, ເຖິງປານນີ້ແລ້ວ ສຳລັບພວກເຈົ້າ ພຣະອົງຈະບໍ່ຊົງເອົາພຣະໄທໃສ່ຫລາຍກວ່າອີກບໍ? ໂອພວກມີຄວາມເຊື່ອນ້ອຍເອີຍ! 31.ດັ່ງນັ້ນຢ່າເປັນຫ່ວງເລີຍວ່າ ຈະເອົາຫຍັງມາກິນ? ຈະເອົາຫຍັງມາດື່ມ? ຈະເອົາຫຍັງມານຸ່ງຫົ່ມ? 32.ສິ່ງທັງຫລາຍນີ້ແມ່ນຄົນຕ່າງຊາດທີ່ສະແຫວງຫາ. ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນ ກໍຊົງຊາບທຸກສິ່ງທີ່ພວກເຈົ້າຕ້ອງການຢູ່ແລ້ວ. 33.ດັ່ງນີ້ ຈົ່ງຊອກສະແຫວງຫາອານາຈັກຂອງພຣະເປັນເຈົ້າ ແລະຄວາມຊອບທຳຂອງອານາຈັກນັ້ນກ່ອນ, ແລ້ວສິ່ງທັງໝົດນັ້ນ ພວກເຈົ້າຈະໄດ້ຮັບຕື່ມອີກ. 34.ສະນັ້ນ ຢ່າໄດ້ຫ່ວງໃຍເຖິງມື້ໜ້າມື້ໃໝ່, ຍ້ອນວ່າມື້ໃໝ່ມັນຈະຫ່ວງເຖິງຕົວມັນເອງດອກ; ຄວາມທຸກລຳບາກສຳລັບແຕ່ລະມື້ກໍພໍແຮງຢູ່ແລ້ວ”.