ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 5
ບຸນມະຫາລາບ
1.ເມື່ອພຣະເຢຊູເຈົ້າຊົງທອດພຣະເນດເຫັນຝູງຊົນ, ພຣະອົງກໍສະເດັດຂຶ້ນພູ, ຊົງປະທັບນັ່ງ, ແລະພວກສາວົກກໍເຂົ້າມາໃກ້ພຣະອົງ. 2.ພຣະອົງຈຶ່ງຕັ້ງຕົ້ນເທດສອນພວກເຂົາດັ່ງນີ້:
3.ບຸນລາບແກ່ຜູ້ມີໃຈຍາກຈົນ, ດ້ວຍວ່າອານາຈັກສະຫວັນເປັນຂອງຂອງເຂົາ. 4.ບຸນລາບແກ່ຜູ້ມີໃຈອ່ອນຫວານ, ດ້ວຍວ່າພວກເຂົາຈະໄດ້ຮັບແຜ່ນດິນມາເປັນມໍລະດົກ. 5.ບຸນລາບແກ່ຜູ້ທີ່ໄດ້ຮັບຄວາມທຸກຮ້ອນ, ດ້ວຍວ່າພວກເຂົາຈະໄດ້ຮັບຄວາມທຸເລົາບັນເທົາ. 6.ບຸນລາບແກ່ຜູ້ທີ່ຫອດຫິວຄວາມຍຸຕິທຳ, ດ້ວຍວ່າພວກເຂົາຈະອິ່ມໜຳສຳຣານ. 7.ບຸນລາບແກ່ຜູ້ມີໃຈເອັນດູກະລຸນາ,ດ້ວຍວ່າພວກເຂົາຈະໄດ້ຮັບຄວາມເອັນດູກະລຸນາຕອບແທນ. 8.ບຸນລາບແກ່ຜູ້ມີໃຈບໍລິສຸດ, ດ້ວຍວ່າພວກເຂົາຈະໄດ້ເຫັນພຣະເປັນເຈົ້າ. 9.ບຸນລາບແກ່ຜູ້ສ້າງສັນຕິພາບ, ດ້ວຍວ່າພວກເຂົາຈະໄດ້ຊື່ວ່າເປັນບຸດພຣະເປັນເຈົ້າ. 10.ບຸນລາບແກ່ຜູ້ຖືກບັງບຽດຍ້ອນຄວາມຍຸຕິທຳ, ດ້ວຍວ່າອານາຈັກສະຫວັນເປັນຂອງໆພວກເຂົາ. 11.ບຸນລາບແກ່ພວກເຈົ້າທັງຫລາຍ, ເມື່ອພວກເຈົ້າຖືກດ່າປ້ອຍ, ຖືກບັງບຽດແລະຖືກໃສ່ຄວາມຫລາຍຢ່າງຍ້ອນເຮົາ. 12.ພວກເຈົ້າຈົ່ງຊື່ນຊົມຍິນດີ, ດ້ວຍວ່າພວກເຈົ້າຈະໄດ້ຮັບບຳເໜັດອັນຍິ່ງໃຫຍ່ໃນສະຫວັນ; ແມ່ນດັ່ງນີ້ເອງທີ່ພວກປະພາສົກຜູ້ມາກ່ອນພວກເຈົ້າໄດ້ຖືກຂົ່ມເຫັງບັງບຽດ.
ເກືອແລະແສງສະຫວ່າງຂອງແຜ່ນດິນ
13.“ພວກເຈົ້າເປັນເກືອແຫ່ງແຜ່ນດິນ. ແຕ່ວ່າ ຖ້າເກືອຫາກເສຍລົດເຄັມໄປແລ້ວ, ຈະໃຫ້ເກືອນັ້ນກັບເຄັມອີກໄດ້ຢ່າງໃດ? ເກືອນັ້ນບໍ່ມີປະໂຫຍດຫຍັງອີກ ນອກຈາກຈະໂຍນຖິ້ມອອກທາງນອກໃຫ້ຜູ້ຄົນຢຽບ. 14.ພວກເຈົ້າເປັນແສງສະຫວ່າງຂອງໂລກ. ເມືອງທີ່ຕັ້ງຢູ່ເທິງຈອມພູຈະປິດບັງໄວ້ບໍ່ໄດ້. 15.ແລະບໍ່ມີໃຜຈະໃຕ້ຕະກຽງແລ້ວເອົາກະຖັງມາກວບໄວ້, ແຕ່ຈະເອົາໄປໃສ່ເທິງຮ້ານຕັ້ງ ເພື່ອໃຫ້ຄວາມສະຫວ່າງແກ່ທຸກຄົນໃນເຮືອນ. 16.ດັ່ງດຽວກັນ ຄວາມສະຫວ່າງຂອງພວກເຈົ້າກໍຕ້ອງສ່ອງແສງອອກຕໍ່ໜ້າມວນມະນຸດ ເພື່ອວ່າເວລາເຫັນກິດຈະການດີຂອງພວກເຈົ້າ, ຜູ້ຄົນຈະສັນຣະເສີນຍໍຍ້ອງພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນ.
ປັບປຸງພຣະທຳບັນຢັດໃຫ້ສົມບູນ
17.“ບໍ່ຕ້ອງເຊື່ອວ່າເຮົາມາເພື່ອລຶບລ້າງພຣະທຳບັນຢັດ ຫລືຄຳເທດສອນຂອງພວກປະພາສົກ; ເຮົາບໍ່ໄດ້ມາເພື່ອທຳລາຍ, ແຕ່ມາເພື່ອປັບປຸງໃຫ້ສົມບູນຂຶ້ນ. 18.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: ກ່ອນຟ້າແລະດິນຈະລ່ວງລັບໄປ ແມ່ນແຕ່ອັກສອນໂຕດຽວຫລືຈ້ຳດຽວຈະບໍ່ສູນໄປຈາກພຣະທຳບັນຢັດ ຈົນກວ່າທຸກສິ່ງທຸກຢ່າງຈະສຳເລັດ. 19.ດັ່ງນີ້ ຖ້າຜູ້ໃດຈະລະເມີດພຣະບັນຢັດພຽງແຕ່ຂໍ້ນ້ອຍໆ ທັງສອນໃຫ້ຜູ້ອື່ນປະຕິບັດຕາມ, ຈະຖືວ່າຜູ້ນັ້ນເປັນຜູ້ຕ່ຳຕ້ອຍທີ່ສຸດໃນອານາຈັກສະຫວັນ; ກົງກັນຂ້າມ ຖ້າຜູ້ໃດປະພຶດຕາມພຣະບັນຢັດນີ້ ແລະສອນໃຫ້ຜູ້ອື່ນກະທຳຕາມດ້ວຍ, ຈະຖືວ່າຜູ້ນັ້ນເປັນໃຫຍ່ໃນອານາຈັກສະຫວັນ.
ຄວາມຍຸຕິທຳໃໝ່
20.“ດ້ວຍວ່າເຮົາປະກາດແກ່ພວກເຈົ້າວ່າ: ຖ້າຄວາມຊອບທຳຂອງພວກເຈົ້າບໍ່ເລີດ ກວ່າຄວາມຊອບທຳຂອງພວກອາຈານພຣະຄຳພີແລະພວກຟາຣີເຊວແລ້ວ, ພວກເຈົ້າຈະເຂົ້າໃນອານາຈັກສະຫວັນບໍ່ໄດ້ເລີຍ. 21.ພວກເຈົ້າໄດ້ຮຽນຮູ້ຄຳກ່າວມາແຕ່ໂບລານວ່າ: “ຢ່າຂ້າ ຄົນ; ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຖືກສານຕັດສິນ”. 22.ສ່ວນເຮົາ ເຮົາກ່າວແກ່ພວກເຈົ້າວ່າ: ຜູ້ໃດຜິດຖຽງກັບພີ່ນ້ອງຂອງຕົນຈະຖືກສານຕັດສິນ; ແຕ່ຜູ້ໃດເວົ້າໃສ່ພີ່ນ້ອງວ່າ: “ອ້າຍໂງ່”, ຈະຖືກສານສູງຕັດສິນ; ແລະຖ້າຜູ້ໃດດ່າພີ່ນ້ອງວ່າ: “ຜີບ້າ”, ຜູ້ນັ້ນຈະຖືກໂທດໃນໄຟນະລົກ. 23.ດັ່ງນັ້ນ, ເວລາເຈົ້ານຳເອົາເຄື່ອງບູຊາໄປຖະຫວາຍຕໍ່ໜ້າພຣະແທ່ນ, ແລະເວລານັ້ນເຈົ້າຄຶດຊວາດໄດ້ວ່າ ພີ່ນ້ອງຂອງເຈົ້າມີຂໍ້ບາດໝາງເຈົ້າຢູ່, 24.ກໍຈົ່ງປະເຄື່ອງບູຊາໄວ້ຕໍ່ໜ້າພຣະແທ່ນ ແລະໃຫ້ໄປເຂົ້າດີກັນກັບພີ່ນ້ອງຂອງເຈົ້າເສຍກ່ອນ, ແລ້ວຈຶ່ງກັບຄືນມາຖະຫວາຍເຄື່ອງບູຊາຂອງເຈົ້າ. 25.ຈົ່ງຮີບເຂົ້າດີກັນກັບສັດຕູຂອງເຈົ້າ, ເວລາທີ່ກຳລັງເດີນທາງໄປກັບເຂົາ, ຍ້ອນຢ້ານວ່າເຂົາຈະມອບເຈົ້າໃຫ້ຜູ້ຕັດສິນ, ຜູ້ຕັດສິນຈະມອບໃຫ້ນາຍທຳມະໂລງ ແລະເຂົາຈະຂັງເຈົ້າໃນຄຸກ. 26.ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງວ່າ: “ເຈົ້າຈະອອກຈາກທີ່ນັ້ນບໍ່ໄດ້ ຈົນກວ່າຈະໃຊ້ໜີ້ແທນສິນຈົນຮອກອັດສຸດທ້າຍ”. 27.“ພວກເຈົ້າໄດ້ຍິນຄຳກ່າວວ່າ: “ຢ່າລ່ວງປະເວນີ”. 28.ສ່ວນເຮົາ ເຮົາກ່າວແກ່ພວກເຈົ້າວ່າ: ໃຜເບິ່ງຜູ້ຍິງດ້ວຍຄວາມປາດຖະໜາບໍ່ດີກັບເຂົາ, ຜູ້ນັ້ນໄດ້ລ່ວງປະເວນີກັບເຂົາໃນໃຈແລ້ວ. 29.ຖ້າຕາຂວາຂອງເຈົ້າເປັນໂອກາດໃຫ້ເຈົ້າຕົກໃນບາບ, ກໍໃຫ້ຄວັດຖິ້ມໄກຈາກເຈົ້າເສຍ, ເພາະວ່າສຳລັບເຈົ້າ ເສຍອະໄວຍະວະແຕ່ພຽງສ່ວນດຽວ ຍັງດີກວ່າຈະປ່ອຍໃຫ້ໝົດຮ່າງກາຍຕົກລົງໃນໄຟນະລົກ. 30.ແລະຖ້າມືຂວາຂອງເຈົ້າເປັນໂອກາດໃຫ້ເຈົ້າຕົກໃນບາບ, ກໍໃຫ້ຕັດຖິ້ມໄກຈາກເຈົ້າ, ເພາະວ່າສຳລັບເຈົ້າເສຍອະໄວຍະວະພຽງແຕ່ສ່ວນດຽວ ຍັງດີກວ່າເສຍໝົດຮ່າງກາຍໃນໄຟນະລົກ.
31.ມີຄຳກ່າວໄວ້ແຫ່ງອື່ນວ່າ: “ຜູ້ໃດຢ່າຮ້າງກັບພັນລະຍາຂອງຕົນ, ຜູ້ນັ້ນຕ້ອງມອບໃບຢ່າຮ້າງໃຫ້ເຂົາ.” 32.ສ່ວນເຮົາ ເຮົາບອກພວກເຈົ້າວ່າ: ຜູ້ໃດຢ່າຮ້າງກັບພັນລະຍາ, ເວັ້ນໄວ້ແຕ່ການຫລິ້ນຊູ້, ຜູ້ນັ້ນເປັນຕົ້ນເຫດໃຫ້ເຂົາຜິດປະເວນີ ແລະຖ້າຜູ້ໃດຮັບເອົາຍິງທີ່ສາມີປະມາເປັນພັນລະຍາ, ຜູ້ນັ້ນກໍຜິດປະເວນີ.” 33.“ພວກເຈົ້າຍັງໄດ້ຍິນຄຳກ່າວແຕ່ໂບຮານອີກວ່າ: “ຢ່າລະເມີດຄຳສາບານ, ແຕ່ຕ້ອງປະຕິບັດຕາມທີ່ໄດ້ບະບົນໄວ້ຕໍ່ພຣະອົງເຈົ້າ.” 34.ສ່ວນເຮົາ ເຮົາບອກພວກເຈົ້າວ່າ: ບໍ່ຕ້ອງສາບານເລີຍ, ແມ່ນວ່າຕໍ່ສະຫວັນ, ຍ້ອນວ່າແມ່ນພຣະບັນລັງຂອງພຣະເປັນເຈົ້າ; 35.ແມ່ນວ່າຕໍ່ແຜ່ນດິນ, ຍ້ອນວ່າແມ່ນທີ່ຮອງພະບາດ ພຣະອົງ; ແມ່ນວ່າຕໍ່ນະຄອນເຢຣູຊາແລມ, ຍ້ອນວ່າແມ່ນນະຄອນຂອງມະຫາກະສັດ. 36.ຢ່າສາບານຕໍ່ຫົວຂອງເຈົ້າດ້ວຍ, ຍ້ອນວ່າເຈົ້າບໍ່ສາມາດປ່ຽນເສັ້ນຜົມແມ່ນແຕ່ເສັ້ນດຽວໃຫ້ຂາວຫລືດຳໄດ້. 37.ພວກເຈົ້າຕ້ອງກ່າວຊື່ໆວ່າ, ຖ້າແມ່ນ ກໍໃຫ້ວ່າ“ແມ່ນ” ຖ້າບໍ່ແມ່ນກໍໃຫ້ວ່າ“ບໍ່ແມ່ນ”; ຖ້າເວົ້າເກີນໄປ ກໍແມ່ນມາແຕ່ຜີຊົ່ວຮ້າຍ. 38.ພວກເຈົ້າໄດ້ຍິນຄຳກ່າວວ່າ: “ຕາຕໍ່ຕາ, ແຂ້ວຕໍ່ແຂ້ວ”. 39.ສ່ວນເຮົາ ເຮົາກ່າວຕໍ່ພວກເຈົ້າວ່າ ຢ່າຂັດສູ້ຄົນໃຈຮ້າຍ; ກົງກັນຂ້າມ ຖ້າເຂົາຕົບແກ້ມເບື້ອງຂວາຂອງເຈົ້າ, ກໍຈົ່ງງ່ຽງເບື້ອງຊ້າຍໃຫ້ອີກ. 40.ຖ້າເຂົາຢາກຟ້ອງເຈົ້າເພື່ອຈະໄດ້ເສື້ອຊັ້ນໃນຂອງເຈົ້າ, ຈົ່ງມອບເສື້ອຕຸ້ມໃຫ້ເຂົາຕື່ມອີກ.41.ແລະຖ້າເຂົາຂໍເພິ່ງເຈົ້າໃຫ້ເດີນທາງໄປກັບເຂົາໜຶ່ງຫລັກ, ຈົ່ງເດີນໄປນຳເຂົາຮອດສອງຫລັກ. 42.ຜູ້ໃດຂໍຈົ່ງໃຫ້ເຂົາ; ຢ່າປິ່ນຫລັງໃສ່ຜູ້ຢາກຂໍຢືມນຳເຈົ້າ. 43.ພວກເຈົ້າໄດ້ຍິນຄຳກ່າວໄວ້ວ່າ: “ຈົ່ງຮັກເພື່ອນພີ່ນ້ອງ ແລະຈົ່ງຄຽດຊັງສັດຕູ”. 44.ສ່ວນເຮົາ ເຮົາກ່າວວ່າ: ຈົ່ງຮັກສັດຕູ, ແລະພາວະນາໃຫ້ແກ່ຜູ້ທີ່ບັງບຽດພວກເຈົ້າ. 45.ດັ່ງນີ້ ພວກເຈົ້າຈະເປັນບຸດຂອງພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນ; ດ້ວຍວ່າພຣະອົງຊົງໂຜດໃຫ້ດວງອາທິດຂອງພຣະອົງຂຶ້ນເໜືອຄົນດີແລະຄົນຊົ່ວ; ແລະໃຫ້ຝົນຕົກເໜືອຄົນຊອບທຳແລະຄົນອະທຳ. 46.ດ້ວຍວ່າ, ຖ້າພວກເຈົ້າຮັກແຕ່ພວກທີ່ຮັກພວກເຈົ້າ ພວກເຈົ້າກໍຈະໄດ້ຮັບບຳເໜັດຫຍັງ? ພວກເກັບສ່ວຍກໍບໍ່ເຮັດດັ່ງນີ້ບໍ? 47.ແລະຖ້າພວກເຈົ້າຄຳນັບແຕ່ພີ່ນ້ອງຂອງພວກເຈົ້າເທົ່ານັ້ນ, ພວກເຈົ້າໄດ້ເຮັດຫຍັງແປກປະຫລາດແດ່? ພວກຄົນຕ່າງຊາດກໍບໍ່ເຮັດຄືກັນບໍ? 48.ສ່ວນພວກເຈົ້າ ພວກເຈົ້າຈົ່ງເປັນຜູ້ດີບໍລິບູນ ເໝືອນພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ສະຫວັນຊົງເປັນຜູ້ດີບໍລິບູນນັ້ນແລ”.