ພຣະວໍຣະສານ ໂດຍນັກບຸນ ມັດເທວ
ພາກທີ 27
ພຣະເຢຊູເຈົ້າຢູ່ຕໍ່ໜ້າປີລາໂຕ
1.ມື້ຕໍ່ມາແຕ່ເຊົ້າໆ, ພວກຫົວໜ້າສົງແລະພວກເຖົ້າແກ່ບ້ານເມືອງກໍປະຊຸມກັນຄັດຄ້ານພຣະເຢຊູເຈົ້າ ເພື່ອຈະຫາເຫດປະຫານຊີວິດພຣະອົງ. 2.ແລະເມື່ອພວກເຂົາໄດ້ຜູກມັດພຣະເຢຊູເຈົ້າແລ້ວ, ກໍໄດ້ເອົາພຣະອົງໄປມອບໃຫ້ພະຍາປີລາໂຕຜູ້ວ່າລາດຊະການພາກ.
ຄວາມຕາຍຂອງຢູດາ
3.ສ່ວນຢູດາຜູ້ໄດ້ມອບພຣະອົງ, ເມື່ອເຫັນວ່າເຂົາໄດ້ຕັດສິນລົງໂທດພຣະອົງ, ກໍຮູ້ສຶກອຸກທຸກເສຍໃຈ, ຈຶ່ງເອົາເງິນສາມສິບຫລຽນໄປຄືນໃຫ້ພວກຫົວໜ້າສົງແລະເຖົ້າແກ່ ພ້ອມທັງເວົ້າວ່າ: 4.“ຂ້ານ້ອຍຜິດໄປແລ້ວ ຍ້ອນໄດ້ມອບໂລຫິດຂອງຜູ້ຊອບທຳ”. ພວກເຂົາຕອບວ່າ: “ບໍ່ແມ່ນທຸລະຂອງພວກເຮົາ, ສຸດແລ້ວແຕ່ເຈົ້າ”. 5.ຢູດາຈຶ່ງຖິ້ມເງິນເຂົ້າໃນສະຖານສັກສິດ, ແລ້ວອອກໄປຜູກຄໍຕາຍ. 6.ພວກຫົວໜ້າສົງເກັບເອົາເງິນນັ້ນແລ້ວ ກໍເວົ້າກັນວ່າ: “ບໍ່ສົມຄວນຈະເອົາເງິນນີ້ເຂົ້າໄວ້ໃນຄັງ, ຍ້ອນແມ່ນເງິນຄ່າເລືອດ”. 7.ເມື່ອປຶກສາຫາລືກັນແລ້ວ, ພວກເຂົາຈຶ່ງເອົາເງິນຈຳນວນນັ້ນໄປຊື້ນາຂອງຊ່າງປັ້ນໝໍ້, ເພື່ອໃຊ້ເປັນບ່ອນຝັງສົບຄົນຕ່າງດ້າວ. 8.ຍ້ອນເຫດນີ້, ນາທົ່ງນັ້ນຈຶ່ງໄດ້ຊື່ວ່ານາເລືອດຈົນຮອດທຸກມື້ນີ້. 9.ເມື່ອເປັນດັ່ງນີ້, ກໍຖືກຕ້ອງຕາມຄຳທຳນາຍຂອງປະພາສົກເຢເຣມີ ທີ່ໄດ້ກ່າວໄວ້ວ່າ: “ພວກເຂົາໄດ້ຮັບເງິນສາມສິບຫລຽນ, ອັນແມ່ນລາຄາຄົນທີ່ເຂົາໄດ້ຂາຍ ຕາມທີ່ບຸດອິສຣາແອນໄດ້ຕີລາຄາໄວ້. 10.ແລ້ວພວກເຂົາໄດ້ເອົາເງິນຈຳນວນນີ້ ໄປຊື້ນາຂອງຊ່າງປັ້ນໝໍ້, ຕາມທີ່ພຣະອົງເຈົ້າໄດ້ສັ່ງບອກຂ້າພະເຈົ້າໄວ້”.
ພຣະເຢຊູເຈົ້າຢູ່ຕໍ່ໜ້າປີລາໂຕອີກ
11.ພຣະເຢຊູເຈົ້າໄດ້ຖືກພາມາຢູ່ຕໍ່ໜ້າຜູ້ວ່າລາດຊະການພາກ, ແລະຜູ້ວ່າລາດຊະການພາກຖາມພຣະອົງວ່າ: “ທ່ານແມ່ນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າກ່າວຕອບວ່າ: “ແມ່ນຄືທ່ານເວົ້າ”. 12.ແລ້ວພວກຫົວໜ້າສົງແລະພວກເຖົ້າແກ່ຟ້ອງຫາພຣະອົງ, ແຕ່ພຣະອົງກໍບໍ່ຕອບຫຍັງ. 13.ປີລາໂຕຈຶ່ງເວົ້າກັບພຣະອົງວ່າ: “ທ່ານບໍ່ຍິນບໍ? ພວກເຂົາອ້າງຫລັກຖານກ່າວຫາໃສ່ທ່ານຫລາຍສິ່ງຫລາຍແນວ”. 14.ແລະພຣະອົງກໍບໍ່ຊົງຕອບຈັກຢ່າງຈັກແນວເລີຍ, ຈົນວ່າຜູ້ວ່າລາດຊະການມີຄວາມປະຫລາດໃຈທີ່ສຸດ. 15.ທຸກວັນສະຫລອງໃຫຍ່ ຜູ້ວ່າລາດຊະການເຄີຍປ່ອຍນັກໂທດຜູ້ໜຶ່ງ, ຕາມແຕ່ປະຊາຊົນຮ້ອງຂໍ. 16.ເວລານັ້ນມີນັກໂທດລືຊື່ຜູ້ໜຶ່ງຊື່ບາຣາບາສ. 17.ປີລາໂຕເວົ້າກັບພວກທີ່ມາຊຸມນຸມຢູ່ນັ້ນວ່າ: “ພວກເຈົ້າປາດຖະໜາໃຫ້ເຮົາປ່ອຍຄົນໃດ: ບາຣາບາສຫລືວ່າເຢຊູຜູ້ຊື່ວ່າກຣິສໂຕ?” 18.ທ່ານຜູ້ວ່າລາດຊະການຮູ້ດີແລ້ວວ່າ ພວກເຂົາໄດ້ມອບພຣະອົງຍ້ອນຄວາມອິດສາ. 19.ຂະນະທີ່ຜູ້ວ່າລາດຊະການນັ່ງຢູ່ເທິງບັນລັງສານນັ້ນ, ພັນລະຍາຂອງທ່ານໄດ້ສົ່ງຄົນມາບອກວ່າ: “ທ່ານບໍ່ຕ້ອງກ່ຽວກວນກັບເລື່ອງຄົນຜູ້ທ່ຽງທຳນີ້, ຍ້ອນວ່າເມື່ອຄືນນີ້ ຂ້ານ້ອຍໄດ້ຝັນຮ້າຍກ່ຽວກັບເພິ່ນ”. 20.ແຕ່ພວກຫົວໜ້າສົງແລະພວກເຖົ້າແກ່ໄດ້ຍຸຍົງປະຊາຊົນໃຫ້ຂໍປ່ອຍບາຣາບາັດ ແລະໃຫ້ປະຫານຊີວິດພຣະເຢຊູເຈົ້າ. 21.ຜູ້ວ່າລາດຊະການຖາມປະຊາຊົນອີກວ່າ: “ພວກເຈົ້າປາດຖະໜາໃຫ້ເຮົາປ່ອຍຜູ້ໃດໃນສອງຄົນນີ້?” ພວກເຂົາຕອບວ່າ: “ບາຣາບັດ”. 22.ປີລາໂຕຈຶ່ງເວົ້າວ່າ: “ສ່ວນເຢຊູຜູ້ຊື່ວ່າກຣິສໂຕນັ້ນ ຈະໃຫ້ເຮົາເຮັດແນວໃດ?” ທຸກຄົນຕອບວ່າ: “ໃຫ້ເອົາໄປຄຶງກາງເຂນ”. 23.ຜູ້ວ່າລາດຊະການຈຶ່ງຖາມອີກວ່າ: “ເຂົາໄດ້ເຮັດຜິດຫຍັງແດ່?” ແຕ່ພວກເຂົາພາກັນຮ້ອງແຮງຂຶ້ນກວ່າອີກວ່າ: “ໃຫ້ເອົາໄປຄຶງກາງເຂນ”. 24.ເມື່ອປີລາໂຕເຫັນວ່າບໍ່ມີຜົນຫຍັງ ຊ້ຳຍັງເຮັດໃຫ້ເກີດວຸ້ນວາຍໜັກກວ່າອີກ, ຈຶ່ງສັ່ງໃຫ້ເອົານ້ຳມາ ແລະລ້າງມືຕໍ່ໜ້າປະຊາຊົນ ເວົ້າວ່າ: “ເຮົາບໍ່ຮັບຜິດຊອບໃນເລື່ອງໂລຫິດຂອງຄົນຜູ້ນີ້, ສຸດແລ້ວແຕ່ພວກເຈົ້າ”. 25.ປະຊາຊົນທຸກທົ່ວໜ້າ ພ້ອມກັນຕອບວ່າ: “ຂໍໃຫ້ເລືອດຂອງມັນຕົກໃສ່ຫົວພວກເຮົາ ແລະຫົວລູກຫລານຂອງພວກເຮົາເຖີດ!” 26.ປີລາໂຕຈຶ່ງສັ່ງໃຫ້ປ່ອຍບາຣາບັດ. ສ່ວນພຣະເຢຊູເຈົ້ານັ້ນ ທ່ານໄດ້ສັ່ງໃຫ້ເອົາໄປຂ້ຽນຕີ, ແລ້ວມອບໃຫ້ເອົາໄປຄຶງກາງເຂນ.
ພຣະເຢຊູເຈົ້າຖືກສວມມຸງກຸດໜາມ
27.ພວກທະຫານຂອງຜູ້ວ່າລາດຊະການໄດ້ນຳເອົາພຣະເຢຊູເຈົ້າເຂົ້າໄປໃນຫ້ອງສານຕັດສິນ ແລະຮຽກໂຮມທະຫານທັງກອງເຂົ້າມາຫຸ້ມອ້ອມພຣະອົງ. 28.ພວກເຂົາໄດ້ແກ້ເສື້ອພຣະອົງອອກ, ແລ້ວຫົ່ມເສື້ອຕຸ້ມສີແດງໃຫ້; 29.ພວກເຂົາເອົາໜາມມາຂົດເປັນມຸງກຸດ ແລ້ວສວມໃສ່ສີສະພຣະອົງ; ຕໍ່ໄປກໍເອົາກົກເລົາມາໃສ່ມືຂວາ, ແລ້ວພາກັນເຂົ້າມາຄຸເຂົ່າລົງຕໍ່ພຣະພັກພຣະອົງ ເວົ້າເຢີ້ຍຫຍັນວ່າ: “ຂໍໄຫວ້ນະມັດສະການອົງກະສັດຊາວຢິວ!” 30.ແລ້ວກໍຖົ່ມນ້ຳລາຍໃສ່ພຣະພັກພຣະອົງ, ແລະເອົາກົກເລົາຟາດສີສະພຣະອົງຕື່ມອີກ. 31.ເມື່ອພວກເຂົາໄດ້ເຢີ້ຍຫຍັນແລ້ວ, ກໍໄດ້ແກ້ເສື້ອຕຸ້ມສີແດງອອກ, ເອົາເສື້ອຜ້າຂອງພຣະອົງມາຄືນໃຫ້ ແລະນຳເອົາພຣະອົງໄປຄຶງກາງເຂນ.
ພຣະເຢຊູເຈົ້າຖືກຄຶງກາງເຂນ
32.ເມື່ອກຳລັງເດີນທາງອອກໄປນັ້ນ ພວກເຂົາໄດ້ພົບພໍ້ຄົນຊາວຊີເຣເນຜູ້ໜຶ່ງຊື່ວ່າຊີມອນ, ພວກເຂົາໄດ້ຈຳເອົາລາວມາແບກກາງຂອງພຣະອົງ. 33.ຄັ້ນໄປເຖິງສະຖານທີ່ບ່ອນໜຶ່ງຊື່ວ່າ”ໂກນໂກທາ”, ແປວ່າ “ໂພນກະໂຫລກຫົວ”, 34.ພວກເຂົາໄດ້ເອົານ້ຳອະງຸ່ນປົນນ້ຳບີໃຫ້ພຣະອົງດື່ມ, ແຕ່ເມື່ອຊິມເບິ່ງແລ້ວ, ພຣະອົງກໍບໍ່ຍອມດື່ມເລີຍ. 35.ເມື່ອໄດ້ຄຶງພຣະອົງໃສ່ກາງເຂນແລ້ວ, ພວກເຂົາກໍໄດ້ຈັບສະຫລາກ ແບ່ງປັນເສື້ອຜ້າຂອງພຣະອົງ. 36.ແລ້ວພວກເຂົາກໍພາກັນນັ່ງເຝົ້າເບິ່ງພຣະອົງ. 37.ເຂົາໄດ້ຕິດປ້າຍອັນໜຶ່ງຢູ່ເທິງສີສະຂອງພຣະອົງ, ແມ່ນປ້າຍແຈ້ງໂທດຂອງພຣະອົງ; ມີຂໍ້ຄວາມວ່າ: “ຜູ້ນີ້ແມ່ນເຢຊູ ກະສັດຂອງຊາວຢິວ”. 38.ຕໍ່ໄປ, ພວກເຂົາໄດ້ຄຶງນັກໂທດສອງຄົນໃສ່ກາງເຂນຮ່ວມກັບພຣະອົງ, ຜູ້ໜຶ່ງຢູ່ເບື້ອງຂວາ, ຜູ່ໜຶ່ງຢູ່ເບື້ອງຊ້າຍ.
ປະຊາຊົນເວົ້າສຽດແລະປ້ອຍດ່າປະຈານ
39.ພວກຜູ້ຄົນທີ່ກາຍໄປມາ ພາກັນສັ່ນຫົວແລະປ້ອຍພຣະອົງວ່າ: 40.“ເປັນແນວໃດ ເຈົ້າຜູ້ມ້າງພຣະວິຫານແລະສ້າງຂຶ້ນໃໝ່ພາຍໃນສາມວັນ. ຖ້າວ່າເຈົ້າເປັນລູກພຣະເປັນເຈົ້າ, ເຊີນຊ່ວຍຕົວເອງເບິ່ງ! ແລະລົງມາຈາກກາງເຂນເຖີດ!” 41.ສ່ວນພວກຫົວໜ້າສົງ, ພວກອາຈານພຣະຄຳພີແລະພວກເຖົ້າແກ່ບ້ານເມືອງ ກໍພາກັນເວົ້າເຢີ້ຍຫຍັນພຣະອົງດັ່ງດຽວກັນວ່າ: 42.“ມັນຊ່ວຍຜູ້ອື່ນໄດ້, ແຕ່ບັດນີ້ມັນຊ່ວຍຕົວເອງບໍ່ໄດ້ຊ້ຳ! ຖ້າວ່າມັນເປັນກະສັດຊາດອິສຣາແອນ ໃຫ້ລົງມາຈາກກາງເຂນຕີ້, ແລະພວກເຮົາຈຶ່ງຈະເຊື່ອມັນ. 43.ມັນໄວ້ວາງໃຈນຳພຣະເປັນເຈົ້າ, ຖ້າພຣະອົງຮັກມັນ, ກໍໃຫ້ພຣະອົງມາປົດປ່ອຍມັນ, ຍ້ອນມັນເຄີຍເວົ້າວ່າ: ເຮົາແມ່ນບຸດຂອງພຣະເປັນເຈົ້າ”. 44.ແມ່ນແຕ່ພວກຜູ້ຮ້າຍທີ່ຖືກຄຶງກາງເຂນຮ່ວມກັບພຣະອົງ ກໍຍັງເວົ້າສົບປະໝາດໃສ່ພຣະອົງຄືກັນ.
ພຣະເຢຊູເຈົ້າສິ້ນພຣະຊົນ
45.ເວລານັ້ນ ໄດ້ເກີດມີຄວາມມືດມົວທົ່ວເຂດແຂວງ, ນັບແຕ່ເວລາທ່ຽງຈົນເຖິງບ່າຍສາມໂມງ. 46.ແລະເວລາປະມານບ່າຍສາມໂມງ ພຣະເຢຊູເຈົ້າໄດ້ຮ້ອງສຽງດັງຂຶ້ນວ່າ: “ເອ ລີ! ເອລີ! ແລມາຊາບັກທານີ?” ແປວ່າ: “ໂອພຣະເຈົ້າ! ໂອພຣະເຈົ້າ! ເປັນຫຍັງພຣະອົງຈຶ່ງໄດ້ປະຖິ້ມຂ້າພະເຈົ້າ?” 47.ມີບາງຄົນຢູ່ທີ່ນັ້ນໄດ້ຍິນ ກໍເວົ້າວ່າ: “ມັນເອີ້ນຫາເອລີ”. 48.ທັນທີມີຜູ້ໜຶ່ງໃນພວກນັ້ນ ແລ່ນໄປເອົາຟອງທະເລຈຸ່ມນ້ຳສົ້ມສຽບໃສ່ປາຍເລົາ, ແລ້ວຍື່ນໃຫ້ພຣະອົງສະເຫວີຍ. 49.ສ່ວນພວກຄົນອື່ນເວົ້າວ່າ: “ຟ້າວກ່ອນ, ຖ້າເບິ່ງເອລີຈະມາປົດປ່ອຍມັນຫລືບໍ່?” 50.ແຕ່ພຣະເຢຊູເຈົ້າຍັງຮ້ອງສຽງດັງຂຶ້ນອີກເທື່ອໜຶ່ງ, ແລ້ວກໍສິ້ນພຣະຊົນ. 51.ແລະໃນທັນໃດນັ້ນ, ຜ້າກັ້ງໃນພຣະວິຫານກໍຈີກແລ່ງອອກເປັນສອງແຕ່ເທິງຮອດລຸ່ມ; ແຜ່ນດິນກໍສະເທືອນຫວັ່ນໄຫວ, ໂງ່ນຫີນແຕກຍະອອກ, 52.ແລະຂຸມຄົນຕາຍກໍໄຂອອກ: ມີຮ່າງກາຍນັກບຸນຫລາຍຄົນທີ່ຕາຍໄປແລ້ວ ໄດ້ກັບເປັນຄືນມາ. 53.ແລະເມື່ອພຣະເຢຊູເຈົ້າກັບເປັນຄືນມາ, ພວກນັກບຸນນັ້ນໄດ້ອອກກຈາກຂຸມ, ເຂົ້າໄປໃນນະຄອນສັກສິດ ປາກົດຕົວໃຫ້ຫລາຍຄົນເຫັນ. 54.ເມື່ອເຫັນແຜ່ນດິນສະເທືອນ ແລະເຫດການທີ່ເປັນມາໃນເວລານັ້ນ, ນາຍຮ້ອຍທະຫານພ້ອມທັງລູກນ້ອງ ທີ່ເຝົ້າຮັກສາພຣະເຢຊູເຈົ້າ ກໍມີຄວາມຕົກໃຈຢ້ານເວົ້າວ່າ: “ຜູ້ນີີ້ແມ່ນບຸດຂອງພຣະເປັນເຈົ້າແທ້ແລ້ວ”. 55.ຢູ່ທີ່ນັ້ນມີຜູ້ຍິງຫລາຍຄົນ ຢືນເບິ່ງຢູ່ແຕ່ໄກໆ; ພວກນາງໄດ້ຕິດຕາມຮັບໃຊ້ພຣະເຢຊູເຈົ້າມາແຕ່ແຂວງຄາລີເລ. 56.ໃນຍິງຈຳນວນນີ້ ມີນາງມາຣີອາມັກດາເລນາ, ນາງມາຣີອາແມ່ຂອງຢາໂກເບແລະຢໍແຊ ແລະແມ່ຂອງລູກທ່ານເຊເບເດ.
ປົງພຣະສົບພຣະເຢຊູເຈົ້າ
57.ພໍຕົກຄ່ຳ ຄົນຮັ່ງມີຜູ້ໜຶ່ງຊື່ຢໍແຊ, ຊາວອາຣີມາທີ ໄດ້ມາຮອດ; ເພິ່ນໄດ້ເປັນລູກສິດຂອງພຣະເຢຊູເຈົ້າດ້ວຍ. 58.ເພິ່ນໄດ້ໄປຫາປີລາໂຕ ຂໍເອົາພຣະສົບຂອງພຣະເຢຊູເຈົ້າ; ປີລາໂຕໄດ້ສັ່ງໃຫ້ມອບພຣະສົບໃຫ້ເພິ່ນ. 59.ເມື່ອໄດ້ຮັບພຣະສົບແລ້ວ, ຢໍແຊໄດ້ເອົາແພຂາວສະອາດມາຫຸ້ມຫໍ່. 60.ແລ້ວເອົາໄປວາງໄວ້ໃນຄູຫາໃໝ່ ທີ່ເຈາະຢູ່ໃນຫີນສຳລັບຕົວເອງ, ແລະກື່ງກ້ອນຫີນໃຫຍ່ອັດປາກຄູຫາໄວ້ ແລ້ວກັບເມືອ. 61.ສ່ວນນາງມາຣີອາມັກດາເລນາແລະນາງມາຣີອາຜູ້ໜຶ່ງອີກ ຍັງພາກັນນັ່ງຢູ່ຕໍ່ໜ້າຄູຫາ.
ແຕ່ງທະຫານຍາມຄູຫາ
62.ມື້ຕໍ່ມາ ຄືມື້ວັນເສົາ, ພວກຫົວໜ້າສົງແລະພວກຟາຣີເຊວພາກັນໄປຫາປີລາໂຕ, 63.ເວົ້າວ່າ: “ອາດຍາເອີຍ, ພວກຂ້າພະເຈົ້າຍັງຈື່ໄດ້ ແຕ່ເວລາເຂົາຍັງມີຊີວິດຢູ່, ຄົນລວງໂລກຜູ້ນີ້ໄດ້ຄຸຍວ່າ: ສາມວັນແລ້ວເຮົາຈະກັບເປັນຄືນມາ. 64.ດັ່ງນີ້ ຂໍທ່ານສົ່ງທະຫານໄປຍາມຄູຫາໄວ້ເຖິງວັນທີສາມ, ເພື່ອປ້ອງກັນບໍ່ໃຫ້ພວກລູກສິດຂອງເຂົາມາລັກເອົາໄປ, ແລ້ວປະກາດໃຫ້ປະຊາຊົນຟັງວ່າ: ພຣະອົງໄດ້ກັບເປັນຄືນມາຈາກພວກຜູ້ຕາຍແລ້ວ. ການລວງໂລກເທື່ອສຸດທ້າຍນີ້ຈະຮ້າຍແຮງກວ່າເທື່ອກ່ອນອີກ”. 65.ປີລາໂຕຕອບພວກເຂົາວ່າ: “ພວກທ່ານເອງມີກອງທະຫານຍາມຢູ່ແລ້ວ. ເຊີນແຕ່ງຍາມເອົາເອງຕາມໃຈພວກທ່ານເຖີດ”. 66.ພວກເຂົາຈຶ່ງພາກັນໄປອັດຄູຫາໃຫ້ຄັກໆ ໂດຍຕີຕາໃສ່ກ້ອນຫີນ ແລະແຕ່ງທະຫານຍາມໄວ້.